ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ດ້ວຍ​ຄຸນ​ນະ​ທາດ, ຫົວ​ຄິດ​ປະ​ດິດ​ສ້າງ ແລະ ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື

(VOVWORLD) -ປີ 2022 ເປັນປິທີ່ມີຄວາມໝາຍສຳຄັນທີ່ສຸດຕໍ່ຫວຽດນາມ, ເປັນປີສ້າງທ່ວງທ່າເພື່ອປະຕິບັດບັນດາເປົ້າໝາຍ, ການກຳນົດທິດຍຸດທະສາດ, ແຜນການພັດທະນາເສດຖະກິດສັງຄົມອາຍຸການ 5 ປີ 2021  2025 ແລະ ວິໄສທັດຮອດປີ 2030. ນີ້ກໍ່ແມ່ນຈຸດເວລາທົດສອບຄຸນນະທາດ, ຫົວຄິດປະດິດສ້າງ ແລະ ກຳລັງຄວາມສາມາດໃນການຮັບມືຂອງທັງລັດຖະບານ ແລະ ວິສາຫະກິດ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກບົນຈິດໃຈ “ຮ່ວມທຸກຮ່ວມສຸກ”, “ຜົນປະໂຫຍດຢ່າງກົມກຽວ ແລະ ແບ່ງປັນຄວາມສ່ຽງ”. ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ລັດຖະບານ ຫວຽດນາມ ສືບຕໍ່ປະຕິບັດ 3 ຂອດບຸກທະລຸຍຸດທະສາດລວມມີການສ້າງລະບອບລະບຽບການໃຫ້ສົມບູນແບບຄົບຊຸດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງຢ່າງຄົບຊຸດ ແລະ ທັນສະໄໝ ໃນປີ 2022 ເພື່ອຜ່ານຜ່າບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກໃນປັດຈຸບັນ.

ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ດ້ວຍ​ຄຸນ​ນະ​ທາດ, ຫົວ​ຄິດ​ປະ​ດິດ​ສ້າງ ແລະ ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື - ảnh 1ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ ດ້ວຍຫົວຂໍ້ “ຟື້ນຟູ ແລະ ພັດທະນາລະບົບສະໜອງໃນສະພາບປົກກະຕິໃໝ່”  (ພາບ: TTXVN)

ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ ດ້ວຍຫົວຂໍ້ “ຟື້ນຟູ ແລະ ພັດທະນາລະບົບສະໜອງໃນສະພາບປົກກະຕິໃໝ່” ເຊິ່ງໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ໃນວັນທີ 21 ກຸມພາປີ 2022, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ ແລະ ພວມປະຕິບັດວິວັດການປ່ຽນແປງໃໝ່, ໃນນັ້ນໄດ້ສຸມໃສ່ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ສ້າງລັດແຫ່ງກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ສ້າງພື້ນຖານເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ, ດ້ວຍ 3 ເນື້ອໃນຫຼັກແມ່ນການລົບລ້າງພະຍາດອາດຍາສິດ, ເກື້ອກູນ, ສ້າງພື້ນຖານເສດຖະກິດຫຼາຍພາກສ່ວນ, ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ພາຍຫຼັງການປະຕິບັດກິດຈະການປ່ຽນແປງໃໝ່ມາເປັນເວລາ 35 ປີ, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງ ທີ່ມີລັກສະນະປະຫວັດສາດ, ບໍ່ມີເວລາໃດ ທີ່ຫວຽດນາມ ມີພາລະກິດທີ່ໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ຖານະບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນ ຄືໃນປັດຈຸບັນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ດ້ວຍທິດນຳຖືປະຊາຊົນ, ວິສາຫະກິດ ເປັນໃຈກາງ ແລະ ເປັຮເຈົ້າກຳ, ແຫຼ່ງກຳລັງພາຍໃນແມ່ນພື້ນຖານ ແລະ ຍາວນານ, ແຫຼ່ງກຳລັງພາຍນອກແມ່ນສຳຄັນ, ບຸກທະລຸ ລັດຖະບານຫວຽດນາມ ສືບຕໍ່ປະຕິບັດ 3 ຂອດບຸກທະລຸຍຸດທະສາດລວມມີສ້າງລະບອບລະບຽບການໃຫ້ສົມບູນແບບ ແລະ ຄົບຊຸດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ສ້າງລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ ແລະ ທັນສະໄໝ. ທ່ານກ່າວວ່າ:

ຕ້ອງປະຕິບັດໂຄງການຟື້ນຟູພັດທະນາເສດຖະກິດສັງຄົມຢ່າງວ່ອງໄວ ແລະ ມີການພັດທະນາແບບຍືນຍົງ. ພວກຂ້າພະເຈົ້າຄາດຄະເນວ່າ ຈະໃຊ້ເງິນປະມານກ່ວາ 4% GDP. ຖ້າປະຕິບັດ ຈະສຸມໃສ່ບາງວຽກງານຄ: ທີໜຶ່ງແມ່ນເພີ່ມທະວີກຳລັງດ້ານການແພດ. ທີ ສອງແມ່ນກ່ຽວກັບການໜູນຊ່ວຍສັງຄົມ, ພວກຂ້າພະເຈົ້າບໍ່ເອົາການໜູນຊ່ວຍສັງຄົມ, ຄວາມຍຸຕິທຳສັງຄົມ ໄປແລກກັບການເຕີບໂຕ. ທີ ສາມແມ່ນຊ່ວຍເຫຼືອປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ໃນນັ້ນມີພາກສ່ວນທີ່ມີຄວາມສ່ຽງສູງກ່ວາໝູ່... ທີສີແມ່ນຊ່ວຍເຫຼືອວິສາຫະກິດ, ໄລຍະຜ່ານມາ ວຽກງານນີ້ໄດ້ຮັບການປະຕິບັດຢ່າງຕັ້ງໜ້າແລ້ວ, ເປັນຕົ້ນແມ່ນໄດ້ຫຼຸດຜ່ອນພາສີອາກອນ, ຄ່າທຳນຽມ, ຫຼຸດຜ່ອນຄ່າໄຟຟ້າ, ຄ່ານ້ຳປະປາ, ຄ່າໂທລະຄົມມະນາຄົມ ແລະ ປັດຈຸບັນພວກເຮົາພວມສືບຕໍ່ປະຕິບັດການຟື້ນຟູຕະຫຼາດແຮງງານຢ່າງວ່ອງໄວພໍສົມຄວນ, ກ່ຽວກັບໂຄງການນີ້ແມ່ນສຸມໃສ່ການພັດທະນາພື້ນຖານໂຄງລ່າງລວມມີໂຄງລ່າງດີຈີຕອນ, ໂຄງລ່າງຕ້ານການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນໂຄງລ່າງຄົມມະນາຄົມປັດຈຸບັນ ພວກຂ້າພະເຈົ້າພວມປະຕິບັດການຟື້ນຟູຢ່າງຕັ້ງໜ້າທີ່ສຸດ.

ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ດ້ວຍ​ຄຸນ​ນະ​ທາດ, ຫົວ​ຄິດ​ປະ​ດິດ​ສ້າງ ແລະ ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໄດ້ສ້າງສະພາບແວດລ້ອມສະເໝີພາບ ລະຫວ່າງບັນດາພາກສ່ວນເສດຖະກິດ, ສົ່ງເສີມການລົງທຶນພາກເອກະຊົນ, ລົງທຶນຈາກຕ່າງປະເທດ, ລົງທຶນໃສ່ຂົງເຂດເຕັກໂນໂລຢີສູງ, ອຸດສາຫະກຳສະໜັບສະໜູນ, ກະສິກຳອັດສະລິຍະ, ປົກປັກຮັກສາສິ່ງແວດລ້ອມ, ພະລັງງານຜະລິດຄືນໃໝ່າ, ສ້າງໂຄງປະກອບພື້ນຖານໂຄງລ່າງ ແລະ ບັນດາໂຄງການຮັບໃຊ້ການການໜູນຊ່ວຍສັງຄົມ, ການຫັນປ່ຽນສູ່ສີຂຽວ. ຫວຽດນາມ ໄດ້ສຸມໃສ່ບັນດາມາດຕະການເພື່ອແນໃສ່ຟື້ນຟູລະບົບສະໜອງ, ຮັບປະກັນການຈະລາຈອນສິນຄ້າ, ຮັບປະກັນແຫຼ່ງເຊື້ອເພີງເປັນປົກກະຕິ; ຮັບປະກັນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ຢ່າງລຸລ່ວງ ແລະ ປອດໄພ ຂອງວິສາຫະກິດໃນເງື່ອນໄຂປົກກະຕິໃໝ່; ຈຸດສຸມແມ່ນໃຫ້ບຸລິມະສິດແກ່ບັນດາມາດຕະການຮັບປະກັນຄວາມປອດໄພຕໍ່ໂລກລະບາດ, ຫັນການປະຕິບັດລະບຽບການບໍລິຫານເປັນງ່າຍດາຍ, ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບກົນໄກ, ນະໂຍບາຍດ້ານພາສີອາກອນ, ສິນເຊື່ອ, ຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ, Logistic... ພິເສດແມ່ນພັດທະນາຕະຫຼາດທຶນ, ຕະຫຼາດທີ່ດິນ, ຕະຫຼາດຊັບພະຍາກອນທຳມະຊາດ, ຕະຫຼາດວິທະຍາສາດອຸດສາຫະກຳ, ພູມປັນຍາ ຕາມທິດແກ້ງແຍ່ງ, ມີປະສິດທິຜົນ ແລະ ຍືນຍົງກ່ວາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໃຫ້ຮູ້ຕື່ມອີກວ່າ:

ວຽກງານທີ່ຕ້ອງໄດ້ເຮັດໃນປັດຈຸບັນນັ້ນແມ່ນ ການຫັນປ່ຽນສູ່ສີຂຽວ. ເມື່ອນີ້ການຫັນປ່ຽນສູ່ສີຂຽວເປັນທ່າອ່ຽງແລ້ວ, ການຫັນເປັນພື້ນຖານເສດຖະກິດຂຽວ ແລະ ພະລັງງານຂຽວ ຕ້ອງກຳນົດວ່າ ບໍ່ເອົາສິ່ງແວດລ້ອມໄປແລກເອົາການເຕີບໂຕເສດຖະກິດ, ມີ 2 ການຫັນປ່ຽນທີ່ພວກເຮົາໄດ້ປຶກສາຫາລືຫຼາຍຄັ້ງແລ້ວ ນັ້ນແມ່ນການຫັນເປັນດີຈີຕອນ, ເພື່ອສຸມໃສ່ 3 ເສົາຄ້ຳນັ້ນແມ່ນ ພື້ນຖານໂຄງລ່າງດີຈີຕອນ, ອຳນາດການປົກຄອງດີຈີຕອນ ແລະ ພົນລະເມືອງດີຈີຕອນ, ຕະຫຼອດຮອດການປ່ຽນແປງຂອງດິນຟ້າອາກາດ, ໝາຄວາມວ່າ ຕ້ອງຫັນປ່ຽນພະລັງງານຫຼຸດຜ່ອນການປ່ອຍອາຍກາກບອນລົງລະດັບ 0 ໃນປີ 2050, ຫຼຸດທາດເມຕານລົງ 30%.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ດ້ວຍຫົວຂໍ້ບໍລິຫານຂອງປີ 2022 ແມ່ນ “ສາມັກຄີປະຕິບັດກົດລະບຽບວິໄນ, ເປັນເຈົ້າການ ຮັບມືຢ່າງປອດໄພ ແລະ ມີປະສິດທິຜົນ, ຟື້ນຟູການພັດທະນາ”, ລັດຖະບານ ຫວຽດນາມ ຈະອີງຕາມສະພາບການຕົວຈິງເພື່ອຊີ້ນຳ, ບໍລິຫານຢ່າງເປັນເຈົ້າການ, ຂ້ຽວຂາດ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີລະບຽບວິໄນ, ມີຄວາມຊື່ສັດບໍລິສຸດ, ທ່ານກໍ່ປາດຖະໜາກວ່າ ປະຊາຄົມວິສາຫະກິດຈະຮ່ວມເດີນທາງກັບ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ນຳປະເທດຊາດນັບມື້ນັບພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ