ຜ່ານຜ່າພະຍາດໂຄວິດ-19 ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ

(VOVWORLD) - ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານພະຍາດຕິດແປດແລ້ວ, ດ້ວຍບັນດາມາດຖານດັ່ງກ່າວ, ຜູ້ຕິດພະຍາດໂຄວິດ-19 ແມ່ນນອນໃນກຸ່ມພະຍາດຕິດແປດກຸ່ມ B.
ຜ່ານຜ່າພະຍາດໂຄວິດ-19 ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ - ảnh 1(ພາບປະກອບ: moh.gov.vn)

        ໃນທ້າຍອາທິດຜ່ານມາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ເປັນເອກະພາບຈັດພະຍາດໂຄວິດ-19 ຈາກພະຍາດຕິດແປດກຸ່ມ A (ບັນດາພະຍາດຕິດແປດອັນຕະລາຍພິເສດ) ໄປສູ່ກຸ່ມ B (ບັນດາພະຍາດຕິດແປດອັນຕະລາຍ). ນີ້ແມ່ນຜົນງານຂອງທັງລະບົບການເມືອງ, ຂອງປະຊາຊົນທຸກຊັ້ນວັນນະໃນການຮ່ວມແຮງຮ່ວມໃຈຕ້ານພະຍາດອັນຕະລາຍນີ້.

        ພະຍາດຕິດແປດກຸ່ມ A ລວມມີບັນດາພະຍາດຕິດແປດອັນຕະລາຍພິເສດ, ສາມາດແຜ່ລະບາດຢ່າງໄວທີ່ສຸດ, ກວ້າງຂວາງ ແລະ ມີອັດຕາຜູ້ເສຍຊີວິດສູງ, ຫຼື ຍັງບໍ່ທັນຊອກຫາສາຍເຫດໄດ້. ພະຍາດຕິດແປດກຸ່ມ B ແມ່ນບັນດາພະຍາດຕິດແປດອັນຕະລາຍ, ສາມາດແຜ່ລະບາດຢ່າງໄວ ແລະ ອາດເຮັດໃຫ້ເສຍຊີວິດ.

ຜົນງານຂອງເລື່ອງຮ່ວມແຮງຮ່ວມໃຈຕ້ານພະຍາດ

        ຕາມບົດລາຍງານຂອງກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໃນ 5 ເດືອນຕົ້ນປີ 2023, ຫວຽດນາມ ກວດພົບຜູ້ຕິດພະຍາດໂຄວິດ-19 ກວ່າ 85.000 ຄົນ. ຄິດສະເລ່ຍແຕ່ລະເດືອນມີຜູ້ຕິດພະຍາດ 17.000 ຄົນ, ຫຼຸດລົງ 8,5 ເທົ່າເທື່ອທຽບໃສ່ປີ 2021, ເຊິ່ງແມ່ນປີທີ່ ຫວຽດນາມ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກພະຍາດໂຄວິດ-19. ມີຜູ້ເສຍຊີວິດ 20 ຄົນຍ້ອນພະຍາດໂຄວິດ-19, ອັດຕາຜູ້ເສຍຊີວິດຫຼຸດລົງຢ່າງແຮງ ລົງເຫຼືອພຽງ 0,02%, ລ້ວນແຕ່ແມ່ນຄົນເຈັບທີ່ຕິດພະຍາດໜັກ ພວມໄດ້ຮັບການປິ່ນປົວກ່ອນນັ້ນ, ຫຼື ຍັງບໍ່ທັນສັກວັກຊິນ. ອັດຕາຜູ້ຕິດພະຍາດໂຄວິດ-19 ຕ້ອງເຂົ້າໂຮງໝໍຕ່ຳກວ່າບາງພະຍາດຕິດແປດກຸ່ມ B ແລະ ອັດຕາຜູ້ເຈັບໜັກກໍ່ຫຼຸດລົງທຽບເທົ່າ ຫຼື ຕ່ຳກວ່າບາງພະຍາດຕິດແປດກຸ່ມ B, ຄື: ພະຍາດໄຂ້ເລືອດອອກ, ພະຍາດມືຕິນປາກ. ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານພະຍາດຕິດແປດແລ້ວ, ດ້ວຍບັນດາມາດຖານດັ່ງກ່າວ, ຜູ້ຕິດພະຍາດໂຄວິດ-19 ແມ່ນນອນໃນກຸ່ມພະຍາດຕິດແປດກຸ່ມ B.

        ຫວນຄືນ 3 ປີປະຕິບັດການປ້ອງກັນ, ຕ້ານພະຍາດໂຄວິດ -19, ນີ້ເປັນຄັ້ງທຳອິດໃນປະຫວັດສາດແຫ່ງການປ້ອງກັນ, ຕ້ານພະຍາດຕິດແປດອັນຕະລາຍກຸ່ມ A ໃນຂອບເຂດທົ່ວປະເທດ, ດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າຍທາຍຫຼາຍຢ່າງ, ບໍ່ເຄີຍມີມາກ່ອນ ແລະ ແກ່ຍາວນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ.

        ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ບັນລຸຜົນສຳເລັດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ຕາມການສະຖິຕິແລ້ວ, ໄລ່ຮອດວັນທີ 31 ທັນວາ 2022, ຈຳນວນເງິນທີ່ລະດົມໄດ້ໂດຍກົງເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດ ແລະ ປະຕິບັດນະໂຍບາຍໜູນຊ່ວຍສັງຄົມແມ່ນປະມານ 9,8 ຕື້ USD. ມີນັກອາສາສະໝັກ, ພິເສດແມ່ນຖັນແຖວພະນັກງານການແພດ, ພະນັກງານ, ນັກຮົບກຳລັງປະກອບອາວຸດນັບລ້ານຄົນໄດ້ເຂົ້າຮ່ວມແນວໜ້າການປ້ອງກັນ, ຕ້ານພະຍາດໂດຍກົງ. ກ່າວຄຳເຫັນທີ່ເວທີປາໄສສະພາແຫ່ງຊາດ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ພວມຈັດຂຶ້ນ, ທ່ານສະມາຊິກສະພາແຫ່ງຊາດ ຫງວຽນແອງຈີ, ຄະນະສະມາຊິກສະພາແຫ່ງຊາດ ຮ່າໂນ້ຍ, ຖືວ່າ:

        “ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສາມາດຄວບຄຸມພະຍາດໂຄວິດ - 19 ຢ່າງປະສົບຜົນສຳເລັດ. ໃນນັ້ນ, ຍຸດທະສາດການທູດວັກຊິນໄດ້ປະຕິບັດເປັນຢ່າງດີ, ໄວທີ່ສຸດ ແລະ ບັນລຸຜົນສຳເລັດ, ມີວັກຊິນຢ່າງຄົບຖ້ວນ, ທັນການເພື່ອສັກປ້ອງກັນພະຍາດໃຫ້ແກ່ປະຊາຊົນ. ສະພາແຫ່ງຊາດເຄົາລົບບັນດາການຮ່ວມແຮງຮ່ວມໃຈຂອງປະຊາຊົນ ແລະ ບັນດາສ່ວນບຸກຄົນ, ໝູ່ຄະນະໄດ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ນີ້ແມ່ນສານຢ່າງໃຫຍ່ຫຼວງ ແລະ ເຕັມໄປດ້ວຍຄວາມໝາຍກ່ຽວກັບນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ”.

        ໝາກຜົນຂອງວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງ ຫວຽດນາມ ກໍ່ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ທ່ານນາງ Angela Pratt, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ, ຖືວ່າ ເລື່ອງຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ-19 ແມ່ນໝາກຜົນທີ່ໜ້າປະທັບໃຈຂອງ ຫວຽນນາມ. ນີ້ແມ່ນບັນດາເລື່ອງລາວທີ່ບັນລຸຜົນສຳເລັດເປັນຢ່າງດີໃນການຮັບມືກັບພະຍາດໂຄວິດ-19. ສ່ວນທ່ານນາງ Rana Flowers, ຫົວໜ້າກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ປະຈຳ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ມານະພະຍາຍາມໃນການລະດົມການເຂົ້າຮ່ວມ, ການສະໜັບສະໜູນຂອງທັງລະບົບການເມືອງ ແລະ ປະຊາຊົນ ໃຫ້ແກ່ການເຄື່ອນໄຫວຮັບມືກັບພະຍາດໂຄວິດ-19. ທ່ານນາງ Rana Flowers, ໄດ້ເຊີນຊູເລື່ອງລັດຖະບານ ຈັດແບ່ງວັກຊິນດ້ວຍຄວາມປອດໄພ ແລະ ບັນລຸຜະສິດທິຜົນ, ກໍ່ຄືເລື່ອງ ຫວຽດນາມ ລະດົມໄດ້ປະລິມານວັກຊິນທີ່ຈຳເປັນເພື່ອສັກໃຫ້ປະຊາຊົນ.

ບໍ່ຄວນປະໝາດ

        ພ້ອມກັບເລື່ອງຈັດພະຍາດໂຄວິດ-19 ຈາກພະຍາດຕິດແປດກຸມ A ໄປສູ່ກຸ່ມ B, ຫວຽດນາມ ຈະບໍ່ປະໝາດ, ລະເຫຼິງ, ຂາດສະຕິລະວັງຕົວ, ສືບຕໍ່ຮັກສາກຳລັງຄວາມສາມາດແຫ່ງຊາດ, ບັນດາຜົນງານທີ່ບັນລຸໄດ້ ແລະ ກະກຽມໃຫ້ບັນດາເຫດການທີ່ອາດຈະເກີດຂຶ້ນໃນອະນາຄົດ. ເພື່ອເປັນຜັນຂະຫຍາຍຢ່າງຄົບຊຸດ ແລະ ເປັນເອກະພາບກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານພະຍາດ, ກະຊວງສາທາລະນະສຸກ ຫວຽດນາມ ພວມຊີ້ນຳຫົວໜ່ວຍຕ່າງໆ ກວດກາຄືນບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ເພື່ອພິຈາລະນາ, ຕົກລົງນຳໃຊ້ບັນດາມາດຕະການໃຫ້ສອດຄ່ອງກັບສະພາບການຂອງພະຍາດໃນໄລຍະຈະມາເຖິງ. ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ດ່າວຮົ່ງລານ, ໃຫ້ຮູ້ວ່າ:

            “ວັນທີ 05 ພຶດສະພາ 2023, ອົງການອະນາໄມໂລກ ໄດ້ປະກາດພະຍາດໂຄວິດ-19 ບໍ່ຖືກຕົກຢູ່ໃນສະພາບວະສຸກເສີນດ້ານການແພດທີ່ກໍ່ຄວາມວິຕົກກັງວົນໃນທົ່ວໂລກອີກແລ້ວ. ກະຊວງສາທາລະນະສຸກພວມສົມທົບກັບບັນດາກະຊວງ, ຂະແໜງການກວດກາຄືນຂໍ້ກຳນົດຂອງກົດໝາຍ, ທາບທາມບົດຮຽນຂອງບັນດາປະເທດໃນໂລກ ແລະ ກວດກາຄືນບັນດາມາດຕະການຕົວຈິງໃນການຜັນຂະຫຍາຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ”.

  ພາຍຫຼັງໄລຍະ 3 ປີແຫ່ງຄວາມມານະພະຍາຍາມຂອງທັງລະບົບການເມືອງ ແລະ ຂອງປະຊາຊົນທຸກຊັ້ນວັນນະ, ຫວຽດນາມ ສາມາດຄວບຄຸມພະຍາດໂຄວິດ-19 ຢ່າງສຳເລັດຜົນ, ຫັນຈາກພະຍາດຕິດແປດອັນຕະລາຍທີ່ສຸດ ໄປສູ່ກຸ່ມພະຍາດຕິດແປດອັນຕະລາຍ. ໝາກຜົນນີ້ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ ໝົດທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ