ພັກ ໄດ້ປຸກລຸກກຳລັງແຮງມະຫາສາມັກຄີທົ່ວປວງຊົນ

(VOVWORLD) - ນັບແຕ່ວັນສ້າງຕັ້ງ (3/2/1930) ມາຮອດປະຈຸບັນ, ແນວທາງຂອງພັກ ຫວຽດນາມ ຍາມໃດກໍ່ຕອບສະໜອງຄວາມຕ້ອງການພາວະວິໄສຂອງປະເທດຊາດ ແລະ ຄວາມມຸ່ງຫວັງຂອງຊາດ ດ້ວຍແນວຄິດຕົ້ນຕໍແມ່ນເອກະລາດຂອງຊາດ ແລະ ສັງຄົມນິຍົມ. 
ພັກ ໄດ້ປຸກລຸກກຳລັງແຮງມະຫາສາມັກຄີທົ່ວປວງຊົນ - ảnh 1 ພາບປະກອບ

ຍ້ອນມີແນວທາງຢ່າງຖືກຕ້ອງ, ພັກ ໄດ້ສຸມໃສ່, ເຕົ້າໂຮມ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນ. ບົດຂຽນ “ພັກໄດ້ປຸກລຸກກຳລັງແຮງມະຫາສາມັກຄີທົ່ວປວງຊົນ” ຂອງລ້າຍຮວາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ.

        ປະທານ ໂຮ່ຈີມິນ ເຄີຍຢືນຢັນຕ້ອງ “ຖືຄວາມສາມັກຄີໃນທົ່ວພັກ ຄືດັ່ງ ແກ່ນຕາຂອງຕົນ”. ບົດບາດຂອງມະຫາສາມັກຄີບໍ່ມີການສະຫລຸບໃດທີ່ສັ້ນກ່ວາ, ເລິກເຊິ່ງກ່ວາຄຳເວົ້າຂອງເພີ່ນ, ນັ້ນແມ່ນ “ສາມັກຄີ -  ສາມັກຄີ - ມະຫາສາມັກຄີ. ສຳເລັດຜົນ - ສຳເລັດຜົນ - ມະຫາສຳເລັດຜົນ”.

        ຄວາມສາມັກຄີແມ່ນຕົ້ນກຳເນີດຂອງທຸກໆຜົນສຳເລັດ

       ທ່ານຮອງສາດສະດາຈານ, ປອ ຫງວຽນຈ້ອງຟຸກ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ໄດ້ຢືນຢັນວ່າ: ກຳລັງແຮງມະຫາສາມັກຄີທົ່ວປວງຊົນແມ່ນທັດສະນະສະເໝີຕົ້ນ ສະເໝີປາຍ, ທັດສະນະມີລັກສະນະຍຸດທະສາດຂອງພັກກອມມູນິດ ຫວຽດນາມ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ:

        “ກອງປະຊຸມສ້າງຕັ້ງພັກກອມມູນິດ ຫວຽດນາມ ໃນເດືອນ ກຸມພາ 1930 ໄດ້ຮັບຮອງເອົາໂຄງການການເມືອງໂດຍຫຍໍ້, ຍຸດທະສາດໂດຍຫຍໍ້ແຕ່ເປັນພື້ນຖານທີ່ສຸດ. ສິ່ງສຳຄັນແມ່ນໄດ້ຟື້ນຟູບຸລະນະສູນກາງ, ສ້າງພື້ນຖານເອກະພາບເພື່ອຊີ້ນຳ, ນຳພາ, ເລີ່ມຕົ້ນໃນອາຍຸການຊຸດທີ 1 ເທື່ອລະກ້າວ, ສຳຜັດກັບສະພາບຕົວຈິງໃຫ້ດີກ່ວາ ເພື່ອວາງອອກແຜນນະໂຍບາຍ, ນະໂຍບາຍໃກ້ຊິດຕິດແທດ, ເໝາະສົມກັບສະພາບການຕົວຈິງກ່ວາ.”

ນັບແຕ່ເມື່ອ ມີພັກນຳພາການປະຕິວັດ ຫວຽດນາມ ມາຮອດປະຈຸບັນ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດນັບມື້ນັບໄດ້ຮັບການເສີມຂະຫຍາຍຍ້ອນມີການປະສານສົມທົບບັນດາມູນເຊື້ອອັນລ້ຳຄ່າຂອງຊາດ ແລະ ການກຳນົດທິດທີ່ມີລັກສະນະວິທະຍາສາດຂອງລັດທິ ມາກ - ເລນີນ ແລະ ແນວຄິດ ໂຮ່ຈີມິນ ກ່ຽວກັບມະຫາສາມັກຄີທົ່ວປວງຊົນ. ໃນທຸກໄລຍະແຫ່ງການປະຕິວັດ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຍົກສູງກຳລັງນຳພາ ແລະ ກຳລັງຕໍ່ສູ້ໂດຍຜ່ານການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງ ພັກກອມມູນິດ ຫວຽດນາມ ຫວ່າງແລ້ວນີ້ ໄດ້ຢັ້ງຢືນວ່າ: “ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນແນວທາງຍຸດທະສາດຂອງການປະຕິວັດ ຫວຽດນາມ, ແມ່ນກຳລັງໜູນ ແລະ ແຫຼ່ງກຳລັງອັນໃຫຍ່ຫຼວງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.”

        ພັກເປັນແກ່ນສານຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ

       ທ່ານຮອງສາດສະດາຈານ, ປອ ຟ້າມຊວນຮັ່ງ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ, ຖືວ່າ: ພາລະກິດແຫ່ງການປະຕິວັດ ຫວຽດນາມ ໂດຍພັກກອມມູນິດ ຫວຽດນາມ ນຳພາແມ່ນພາລະກິດບໍ່ສາມາດຕັດແຍກອອກຈາກການສະໜັບສະໜູນ, ການປະກອບສ່ວນຂອງປະຊາຊົນໄດ້. ໃນສະພາບການຂອງປະເທດຊາດປະຈຸບັນ ຮຽກຮ້ອງໃຫ້ພັກ ຕ້ອງສະແດງນ້ຳໃຈປະຊາທິປະໄຕ, ເປີດເຜີຍ, ໂປ່ງໃສກັບປະຊາຊົນ, ຮັບຟັງຄຳເຫັນໄຈ້ແຍກຕີລາຄາສັງຄົມ, ພາຍໃຕ້ການຕິດຕາມກວດກາຂອງປະຊາຊົນ:

        “ເພື່ອລະດົມໄດ້ກຳລັງແຮງທົ່ວປວງຊົນໃນໄລຍະປະຈຸບັນນັ້ນ ພັກຕ້ອງເຂົ້າຮ່ວມແນວໂຮມຄືໃນສະໄໝສົງຄາມທີ່ນອງເລືອດນັ້ນ ເພື່ອເປັນແກ່ນສານຂອງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ຈະຕັດສິນບັນຫາສ້າງກຳລັງພາຍໃນປະເທດ. ເວລານີ້, ພັກ ຕ້ອງສະແດງບົດບາດຂອງຕົນ, ຕ້ອງສາມັກຄີ, ກ່ອນອື່ນໝົດຕ້ອງເປັນແກ່ນສານຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໃນນັ້ນ ພັກແມ່ນອົງການຈັດຕັ້ງສະມາຊິກພິເສດ”

        ສະໜິດຕິດພັນກັບປະຊາຊົນເພື່ອຍົກສູງກຳລັງແຮງກຳອຳນາດ

        ພັກກອມມູນິດ ຫວຽດນາມ ມີບົດບາດພິເສດແມ່ນພັກກຳອຳນາດ, ພັກນຳພາໜຶ່ງດຽວ ແລະ ກໍ່ແມ່ນບ່ອນເຕົ້າໂຮມບັນດາບຸກຄົນຕາງໜ້າໃຫ້ປະຊາຊົນທຸກຊັ້ນວັນນະ. ພຽງແຕ່ມີຄວາມໃກ້ຊິດຕິດພັນກັບປະຊາຊົນດ້ວຍການກະທຳຕົວຈິງນັ້ນ ພັກຈຶ່ງປະຕິບັດສຳເລັດພາລະໜ້າທີ່ກຳອຳນາດໄດ້. ນະໂຍບາຍມະຫາສາມັກຄີທົ່ວປວງຊົນຂອງພັກ ໂດຍອີງໃສ່ພື້ນຖານປົກປັກຮັກສາສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງປະຊາຊົນ; ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ທ່ານຮອງສາສະດາຈານ, ປອ ບຸ່ຍຊວນດຶກ, ອະດີດຫົວໜ້າສະຖາບັນຄົ້ນຄ້ວາແນວໂຮມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຖືວ່າ:

        “ຄວາມມະຫາສະມັກຄີທົ່ວປວງຊົນຕ້ອງອີງໃສ່ພື້ນຖານແກ້ໄຂບັນດາສະມາຊິກໃນສັງຄົມຢ່າງກົມກຽວ. ມະຫາສາມັກຄີທົ່ວປວງຊົນ ແມ່ນມະຫາສາມັກຄີດ້ານການເມືອງ, ໃນພາລະກິດການປະຕິວັດ, ແມ່ນກຳລັງກຳອຳນາດ, ຕ້ອງສາມັກຄີບັນດາກຳລັງເພື່ອຖືກກັບຈິດໃຈມະຫາສາມັກຄີ”

        ດ້ວຍຄວາມເຊື່ອໝັ້ນຕໍ່ການປ່ຽນໃໝ່ ແລະ ການນຳພາອັນສະຫຼາດສ່ອງໄສຂອງພັກ ເຂົ້າໃນອະນາຄົດຂອງປະເທດຊາດ, ປະຊາຊົນປາດຖະໜາວ່າ ພັກກອມມູນິດ ຫວຽດນາມ ສືບຕໍ່ສະແດງບົດບາດບາດເປັນແກ່ນສານຂອງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນເພື່ອສ້າງສາ ແລະ ພັດທະນາປະເທດຊາດ. ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນແມ່ນວິທີເພື່ອໃຫ້ພັກ ເພີ່ມທະວີກຳລັງແຮງກຳອຳນາດ, ນຳພາປະຊາຊົນປະຕິບັດສຳເລັດພາລະກິດຫັນເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ