ພັກກອມມູນິດ ຫວຽດນາມ ຍືນຍົງຄົງຕົວຕະຫລອດການພ້ອມກັບລະດູບານໃຫມ່ຂອງປະເທດຊາດ

(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ສ້າງຂີດໝາຍປະຫວັດສາດສຳຄັນຂອງຊາດ ແລະ ຂອງພັກ ກ່ອນກ້າວເຂົ້າສູ່ລະດູບານໃຫມ່ປີ 2021. ເພາະສະນັ້ນ ເຖິງວ່າ ຕ້ອງປະເຊີນຫນ້າກັບການຜັນແປຢ່າງສັນສົນຂອງໂລກລະບາດໂຄວິດ 19  ແລະ ຄວາມຫຍຸ້ງຍາກ ສິ່ງທ້າທາຍໃຫມ່ຂອງພື້ນຖານເສດຖະກິດ ກໍຕາມ ແຕ່ໃນການດຳເນີນຊີວິດດ້ານວັດທະນະທຳ , ດ້ານຈິດໃຈຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ, ບຸນເຕັດປີ 2021 ຈະມາເຖິງນີ້ ຈະແມ່ນບຸນເຕັດມີຄວາມໝາຍຍິ່ງ.

ໃນຕະຫລອດ 91 ປີຜ່ານມາ ພາຍໃຕ້ການນຳພາຂອງພັກ ແລະ ຂອງປະທານໂຮ່ຈີມິນ, ຊາດຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ ຈາກປະເທດຫົວເມືອງຂຶ້ນ ຈາກຜູ້ເປັນຂ້າທາດ ໄດ້ບືນຕົວຂຶ້ນເປັນເຈົ້າຂອງປະເທດຊາດ ຢັ້ງຢືນທີ່ຕັ້ງບົດບາດຂອງຊາດຫນຶ່ງທີ່ມີເອກະລາດ ເສລີພາບ. ນັບແຕ່ມື້ ຊາດຫວຽດນາມ ມີພັກ,  ຫລາຍເຫດການສຳຄັນຍິ່ງຂອງພັກກອມມູນິດຫວຽດນາມແລະ ຂອງປະເທດຊາດ ລ້ວນແຕ່ຕິດພັນກັບລະດູບານໃຫມ່.

ພັກກອມມູນິດ ຫວຽດນາມ ຍືນຍົງຄົງຕົວຕະຫລອດການພ້ອມກັບລະດູບານໃຫມ່ຂອງປະເທດຊາດ - ảnh 1 ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ (ພາບ: vov.vn)

ນັ້ນແມ່ນ ວັນສ້າງຕັ້ງພັກ (ວັນທີ 3 ກຸມພາປີ 1930) ເປັນຂີດໝາຍຂອງການຫັນປ່ຽນກ້າວເຂົ້າສູ່ຫນ້າປະຫວັດສາດໃຫມ່ຂອງຊາດ, ເລີ່ມຕົ້ນລະດູບານໃຫມ່ຂອງຊາດ. ຫລັງຈາກນັ້ນ15 ປີ ພັກກອມມູນິດຫວຽດນາມໄດ້ນຳພາທົ່ວປວງຊົນປະຕິບັດການປະຕິວັດເດືອນສິງຫາສຳເລັດຜົນ,ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມເມື່ອວັນທີ 2 ກັນຍາປີ 1945.

ບຸນເຕັດປີ 1946 ແມ່ນບຸນເຕັດທຳອິດ ທົ່ວປວງຊົນຫວຽດນາມໄດ້ຕ້ອນຮັບບຸນເຕັດໃນຄວາມເອກອ້າງທະນົງໃຈຂອງບັນດາຜູ້ເປັນເຈົ້າຂອງປະເທດຊາດ. ພາລະກິດສ້າງສາປະເທດຊາດ, ການຕໍ່ສູ້ອັນຍຶດເຍື້ອຍາວນານ ຫຍຸ້ງຍາກລຳບາກ, ຊາວ ຫວຽດນາມ ຕ້ອງປະເຊີນຫນ້າກັບສອງປະເທດມະຫາອຳນາດການທະຫານ ແລະ ເສດຖະກິດ ນັ້ນແມ່ນ ລ່າເມືອງຂຶ້ນຝລັ່ງແລະ ຈັກກະພັດອາເມລິກາ ແຕ່ບັນດາລະດູບານໃຫມ່ຂອງຊາດຍັງຄົງສືບຕໍ່ດຳເນີນຕໍ່ເນື່ອງໃນແປວໄຟຂອງສົງຄາມ.

ໄຊຊະນະ ດ້ຽນບຽນຝູ ໃນລະດູບານໃຫມ່ປີ 1954 ໄດ້ເຮັດໃຫ້ແອກຄອບຄົວຂອງລ່າເມືອງຂຶ້ນຢູ່ຫວຽດນາມສິ້ນສຸດລົງ. ລະດູບານໃຫມ່ ປີ 1968 ໄດ້ສ້າງຂີດໝາຍໃນປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ ດ້ວຍການບຸກໂຈມຕີ ແລະການລຸກຮຶ້ຂຶ້ນຂອງກອງທັບ ປະຊາຊົນໃນທົ່ວປະເທດ, ສ້າງທ່າ ແລະ ກຳລັງແຮງ  ນຳປະເທດຊາດຮັບໄຊຊະນະໄວກວ່າ. ຫລັງຈາກນັ້ນ 7 ປີ ຄືລະດູບານໃຫມ່ ປີ 1975, ທົ່ວຊາດຫວຽດນາມ ໄດ້ຮັບໄຊຊະນະຈາກການຕໍ່ສູ້ຕ້ານຈັກອະເມລິກາກູ້ຊາດ ຢ່າງສົມບູນ ໂຮມປະເທດຊາດເປັນເອກະພາບ.

ລະດູບານໃຫມ່ ປີ 1987 , ປະເທດຫວຽດນາມກ້າວເຂົ້າສູ່ໄລຍະປ່ຽນແປງໃຫມ່, ປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ (ເດືອນທັນວາປີ 1986).   35 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃຫມ່, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ພັດທະນາປະເທດຊາດ, ພາຍໃຕ້ການນຳພາຂອງພັກ, ປະຊາຊົນຫວຽດນາມໄດ້ປະຕິບັດບັນດາບາດກ້າວກະໂດດຂັ້ນ, ຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍນາໆປະການ ສ້າງບັນດາຜົນງານໃຫຍ່ອັນສະຫງ່າງາມ. ຫວຽດນາມໄດ້ສ້າງຕັ້ງການພົວພັນທາງການທູດກັບ ເກືອບ 200 ປະເທດໃນໂລກ, ນັບມື້ນັບຢັ້ງຢືນທີ່ຕັ້ງບົດບາດ, ຄູ່ຮ່ວມມືສຳຄັນກັບເພື່ອນມິດສາກົນ. ຍັງບໍ່ທັນມີເວລາໃດ ປະເທດຫວຽດນາມ  ຍາດໄດ້ຜົນງານຍິ່ງໃຫຍ່ ມີອິດທິພົນຊື່ສຽງ ມີທີ່ຕັ້ງບົດບາດສູງໃນເວທີສາກົນຄືປະຈຸບັນ.

ພັກກອມມູນິດ ຫວຽດນາມ ຍືນຍົງຄົງຕົວຕະຫລອດການພ້ອມກັບລະດູບານໃຫມ່ຂອງປະເທດຊາດ - ảnh 2ບັນດາແຂວງ, ນະຄອນໃນທົ່ວປະເທດ ລ້ວນແຕ່ປະດັບປະດາໃຫ້ສວຍງາມ ເພື່ອຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ (ພາບ: hanoimoi.com.vn)
ກ່ອນທີ່ຈະກ້າວເຂົ້າສູ່ລະດູບານໃໝ່ປີສະຫຼຸ 2021, ອີກຄັ້ງໜຶ່ງ ບັນຍາກາດສົດໃສ, ສວຍງາມຂອງຕົ້ນໄມ້ໃບຫຍ້າ, ບັນຍາກາດຟົດຟື້ນມ່ວນຊື່ນຂອງລະດູບານໃໝ່ ພ້ອມກັບຈິດໃຈສະຫງ່າຜ່າເຜີຍຂອງການຊີ້ນຳນຳພາຂອງພັກ ແລະ ຈິດໃຈຂອງປະຊາຊົນ ໄດ້ເຮັດໃຫ້ ຄວາມເບີກບານມ່ວນຊື່ນ, ຄວາມເອກອ້າງທະນົງໃຈທີ່ມີຕໍ່ພັກໄດ້ທະວີຄູນເພີ່ມໆຂຶ້ນທົບຫຼາຍເທົ່າ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ແມ່ນເຫດການການເມືອງທີ່ສຳຄັນທີ່ສຸດຂອງພັກ, ຂອງປະເທດຊາດ ແລະ ຂອງຊາດ ຫວຽດນາມ, ອັນໄດ້ສ້າງຂີດໝາຍມີຄວາມສຳຄັນເປັນພິເສດໃນວິວັດການ ພັກສືບຕໍ່ນຳພາປະຊາຊົນຍູ້ແຮງຢ່າງຮອບດ້ານ ແລະ ຄົບຊຸດໃນພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາຂອງປະເທດຊາດ. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຫວຽດນາມ ເປັນຈິດໜຶ່ງໃນດຽວ ແລະ ເຊື່ອໝັ້ນຕໍ່ເສັ້ນທາງມຸ່ງໄປສູ່ຄວາມອີ່ມໜຳສຳລານ, ສົມບູນພູນສຸກ, ວັດທະນາຖາວອນ ເຊິ່ງ ພັກໄດ້ເລືອກເຟັ້ນ ແລະ ວາງອອກ.

        ໃນໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ, ເມື່ອບຸນປີໃໝ່ ແລະ ລະດູບານໃໝ່ວຽນມາ, ພໍ່ແມ່ປະຊາຊົນ, ນັກຮົບ ແລະ ຊາວຫວຽດນາມ ອາໄສ ທຸກໆປະເທດໃນທົ່ວໂລກ ໄດ້ພ້ອມກັນຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ໃນບັນຍາກາດທີ່ເບີກບານມ່ວນຊື່ນ. ບັນຍາກາດຂອງລະດູບານໃໝ່ ພ້ອມກັບບັນຍາກາດເບີກບານມ່ວນຊື່ນຂອງທົ່ວປວງຊົນ ໄດ້ກາຍເປັນອາລົມຈິດອັນສັກສິດ, ສູງສົ່ງ ແລະ ເປັນທີ່ເອກອ້າງທະນົງໃຈຂອງຊາວ ຫວຽດນາມ. 91 ລະດູບານໃໝ່ໄດ້ຜ່ານໄປ ນັບແຕ່ເມື່ອຊາດ ຫວຽດນາມ ມີການນຳພາຂອງ ພັກ, ປະຫວັດສາດແຮງຍາວ, ອາລົມຈິດອັນສັກສິດແຮງຝັງເລິກໃນດຽວໃຈໝູ່ພໍ່ແມ່ປະຊາຊົນ ແລະ ນັກຮົບລຸ້ນຕ່າງໆ ອັນໄດ້ຊ່ວຍເສີມສ້າງຄວາມໝັ້ນຄົງເຂັ້ມແຂງໃຫ້ແກ່ພັກ ເພື່ອໃຫ້ພັກ ຍືນຍົງຄົງຕົວຕະຫຼອດການ ພ້ອມກັບລະດູບານໃໝ່ຂອງຊາດ ຫວຽດນາມ./.  

ຕອບກັບ

ຂ່າວ/ບົດ​ອື່ນ