ພັກແຮງງານສປປ.ເກົາຫຼີແລະຍຸດທະສາດພັດທະນາເສດຖະກິດ,ບຸລິມະສິດໂຮມປະເທດຊາດເປັນເອກະພາບ

(vovworld) - ວັນ​ທີ 9/5, ກອງ​ປະຊຸມ​ໃຫຍ່​ຄັ້ງທີ 7 ຂອງ​ພັກ​ແຮງ​ງານ ສປປ ​ເກົາຫຼີ ​​ໄດ້​ອັດ​ລົງ​ດ້ວຍ​ການ​ເລືອກ​ຕັ້ງທ່າ​ນ Kim Jong Un ​ເປັນ​ປະທານ​ພັກ​ແຮງ​ງານ ສປປ ​ເກົາຫຼີ ​ແລະ ຮັບຮອງ​ເອົາ​ນະ​ໂຍບາຍ​ຊຸກຍູ້​ການ​ກໍ່ສ້າງ​ເສດຖະກິດ ​ແລະ ​ເພີ່ມ​ທະວີ​ກຳລັງ ນິວ​ເຄຼຍ ປ້ອງ​ກັນ​ກອງ​ປະຊຸມ​ໃຫຍ່ ກໍ່​ຮັບຮອງ​ເອົາ​ນະ​ໂຍບາຍ ບໍ່​ນຳ​ໃຊ້​ອາວຸດ​ນິວ​ເຄຼຍ ​ເວັ້ນ​ເສຍ​ແຕ່​ກໍລະນີອະທິປະ​ໄຕ​ຂອງ ສປປ ​ເກົາຫຼີ ຖືກ​ນາບ​ຂູ່​ຈາກ​ປະ​ເທດ​ມະຫາ​ອຳນາດ​ດ້ານນິວ​ເຄຼຍອື່ນໆ, ພ້ອມ​ທັງ​ມຸ່ງ​​ໄປ​ເຖິງ​ຈຸດໝາຍ​​ແກ້​ໄຂ​ການ​ພົວພັນ​ລະຫວ່າງ 2 ພາກ​ເກົາຫຼີ.


ພັກແຮງງານສປປ.ເກົາຫຼີແລະຍຸດທະສາດພັດທະນາເສດຖະກິດ,ບຸລິມະສິດໂຮມປະເທດຊາດເປັນເອກະພາບ - ảnh 1
ທ່ານ Kim Jong Un

        ນີ້​ແມ່ນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ພັກ​ແຮງ​ງານ ສປປ ​ເກົາຫຼີ ​ພາຍຫລັງ 36 ປີ​ທັງແມ່ນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທຳ​ອິດ​ຖືກ​ດຳ​ເນີນ​ ນັບ​ແຕ່​ທ່ານ Kim Jong Un ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ການ​ນຳ. ກອງ​ປະຊຸມ​ໃຫຍ່​ມີ​ຄວາມ​ໝາຍ​ສືບ​ທ​ອດມູນ​ເຊື້ອ, ທັງ​ໄດ້​ທົບ​ທວນຄືນ​ ​ແລະ ສຳ​ຫລຸບ​ບັນດາ​ຜົນງານ ​ເຊິ່ງພັກ​ນີ້​ຍາດ​ມາ​ໄດ້​ພາຍ​ໃຕ້​ການ​ຊີ້​ນຳນຳພາ​ຂອງ​ບັນດາ​ອະດີ​ດການ​ນຳ, ທັງ​ເພື່ອ​ກຳນົດ​​ແນວທາງ, ນະ​ໂຍບາຍ ​ແລະ ທິດ​ທາງຂອງ​ພັກ​ແຮງ​ງານ ສປປ ​ເກົາຫຼີ ​ໃນ​ສະພາບ​ການ​ໃໝ່. ​ເຫດການ​ນີ້​ກໍ່​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ທີ່​ຕັ້ງ​ບົດບາດນຳ​ພາ​ຢ່າງ​ສຸດຂີດ​ຂອງ​ພັກ ທີ່​ມີ​ຕໍ່​ລັດ, ກອງທັບ, ກໍ່​ຄື​ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ, ສ້າງ​ກາລະ​ໂອກາດ​​ເປີດ​ໜ້າ​ປະຫວັດສາດ​ໃໝ່​ໃນ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ຂອງ ສປປ ​ເກົາຫຼີ.

ບັນດາ​ໜ້າ​​ບຸລິມະສິດທີ່​ໄດ້​ຍົກ​ອອກ​ມາ

        ທີ່​ກອງ​ປະຊຸມ​ໃຫຍ່, ກາ​ນນຳ Kim Jong un ຢັ້ງຢືນ​ໜ້າ​ທ່ີ​ຂອງ​ພັກ ​ແມ່ນ​ປະຕິບັດ​ສຳ​ເລັດ​ບັນດາ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ສ້າງ​ລັດທິ​ສັງຄົມ​ນິຍົມ, ປັບປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ໂຮມ​ປະ​ເທດ​ຊາດ​​ເປັນ​ເອກ​ະພາບ​ກໍ່​ຄື​ປັບປຸງ​ກຳລັງ​ແຮງ​ຂອງ​ພັກ.

ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ​ໄລຍະ 5 ປີ 2016-2020, ບົດ​ລາຍ​ງານ​ກໍ່​ຊີ້​ແຈ້ງ​ໜ້າ​ທີ່​ອັນ​ຮີບ​ດ່ວນ, ​ແມ່ນ​ຕ້ອງ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ຢ່າງ​ຄົບ​ຖ້ວນ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ທຸກ​ດ້ານ, ຮັບປະກັນຄວາມ​ດຸນ​ດ່ຽງ​ໃນ​ການ​ພັດທະນາບັນດາ​ຂະ​ແໜງ​ເສດຖະກິດ ​ແລະ ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຢ່າງ​ໝັ້ນຄົງ. ສືບ​ຕໍ່​ເໜັ້ນໜັກ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ ສປປ ​ເກົາຫຼີ ​ໃນ​ການ​ເພີ່ມ​ທະວີກຳລັງ​ຄວາມ​ສາມາດ, ນາບ​ຂູ່​ນຳ​ໃຊ້​ນິວຄະ​ເລຍ ຕໍ່ໜ້ານະ​ໂຍບາຍ​ເປັນ​ປໍ​ລະ​ປັກ​ຂອງ​ອາ​ເມ​ລິ​ກາ. ກອງ​ປະຊຸມ​ໃຫຍ່​ພັກ​ແຮງ​ງານ ສປປ​ເກົາຫຼີ ຄັ້ງ​ທີ 7 ຢືນຢັນ​ວ່າ, ລັດ​ນີ້​ຈະ​ສືບ​ຕໍ່​ຊຸກຍູ້​ລາຍການ​ພັດທະນາ​ອາວຸດ​ນິວຄະ​ເລຍ ຖ້າ​ຫາກ​ຍັງຕ້ອງ​ປະ​ເຊີນ​ໜ້າ​ກັບ​ໄພ​ນາບ​ຂູ່ນຳ​ໃຊ້​ນິວຄະ​ເລຍ.

        ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ ສ​ເກົາຫຼີ ​ແລະ ສປປ ​ເກົາຫຼີ, ທ່ານ Kim Jong – un ​​ເນັ້ນ​ໜັກວ່າ, ໜ້າ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພັກ​ແຮງ​ງານ ສປປ ​ເກົາຫຼີ ​ແມ່ນ​ປະຕິບັດ​ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ​ເພື່ອ​ປະຕິບັດ​ໜ້າ​ທີ່​ນີ້​ໃຫ້ສຳ​ເລັດ, ບັນຫາ​ຮີບ​ດ່ວນ​ທີ່​ສຸດ​ແມ່ນ​ຕ້ອງ​ປັບປຸງ​ສາຍ​ພົວພັນ​ກັບ ສ​ເກົາຫຼີ ​ໂດຍ​ພື້ນຖານ, ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ຄວນ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ ​ແລະ ພ້ອມ​ກັນ​ຊຸກຍູ້​ບັນດາ​ການ​ປຶກສາ ​ແລະ ​ເຈລະຈາ, ​ເປີດ​ໜ້າ​ປະຫວັດສາດ​ໃໝ່​ໃຫ້​ແກ່​ການ​ປັບປຸງ​ການ​ພົວພັນ ລະຫວ່າງ ສ​ເກົາຫຼີ ​ແລະ ສປປ ​ເກົາຫຼີ, ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ລວມ.
ພັກແຮງງານສປປ.ເກົາຫຼີແລະຍຸດທະສາດພັດທະນາເສດຖະກິດ,ບຸລິມະສິດໂຮມປະເທດຊາດເປັນເອກະພາບ - ảnh 2
ກອງປະຊຸມຂອງພັກແຮງງານ ສປປ ເກົາຫຼີ

        ຫາງ​ສຽງ​ສາກົນ​ກ່ຽວ​ກັບ​ແນວທາງ​ໃໝ່​ຂອງ ສປປ ​ເກົາຫຼີ

        ບັນດາ​ການ​ປ່ຽນ​ແປງ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ປະ​ເທດ​ຊາດ, ​ເຊິ່ງກອງ​ປະຊຸມ​ໃຫຍ່​ພັກ​ແຮງ​ງານ ສປປ ​ເກົາຫຼີ ຄັ້ງ​ທີ 7 ຍົກ​ອອກ​ມາ ບໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຈາກ ສ​ເກົາຫຼີ. ​ໃນ​ຖະ​ແຫຼ​ງການ​ທີ່​ຍົກ​ອອກ​ມາ​ວັນ​ທີ 9/5, ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ​ໄດ້​ອອກ​ແຈ້ງ​ການ​​ຊີ້​ແຈ້ງວ່າ, ສ ​ເກົາຫຼີ ​ແລະ ປະຊາ​ຄົມ​ສາກົນ​ ຈະ​ບໍ່​ຮັບຮອງ ສປປ ​ເກົາຫຼີ​ແມ່ນ​ປະ​ເທດ​ມະຫາ​ອຳນາດ​ດ້ານ​ນິວຄະ​ເລຍ. ອຳນາດ​ການ​ປົກຄອງ ​ເຊີ​ອູ​ນ ຈະ​ສືບ​ຕໍ່​ກໍ່​ຄວາມດັນ​ບັງຄັບ​ໃຫ້ ພຽງ​ຢາງ ຕ້ອງ​ປະລະ​ຄວາມ​ມັກ​ໃຫຍ່​ໄຝ່ສູງ​ດ້ານ​ນິວຄະ​ເລ​ຍ ຜ່ານ​ບັນດາ​ມາດ​ຕະການ​ລົງ​ໂທດ​ຢ່າງ​​ແຮງ. ຄຽງ​ຂ້າງ​ນັ້ນ, ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ​ ກໍ່​ປະຕິ​ເສດ​ຂໍ້​ສະ​ເໜີ​ປຶກສາ​ດ້ານ​ການ​ທະຫານ​ລະຫວ່າງ​ສອງ​ພາກ​ເກົາຫຼີ, ​ໂດຍ​ການ​ນຳ ສປປ ​ເກົາຫຼີ Kim Jong – un ຍົກ​ອອກ​ມາ. ສ ​ເກົາຫຼີ​ຖື​ວ່າ, ຂໍ້​ສະ​ເໜີ​ດັ່ງກ່າວ​ບໍ່​ມີ​ເຈດ​ຕະນາ​ດີ, ພ້ອມ​ທັງ​ສືບ​ຕໍ່​ຮຽກຮ້ອງ ສປປ ​ເກົາຫຼີ ປະລະ​ທ່າ​ທີ​ເກາະ​ຜິດ ​ແລະ ມຸ່ງ​ເຖິງ​ຈຸດໝາຍ​ລົບ​ລ້າງ​ອາວຸດ​ນິວຄະ​ເລຍ.

        ບັນດາ​ຖະ​ແຫຼ​ງການ​ຈາກ​ກອງ​ປະຊຸມ​ໃຫຍ່​ນີ້, ກໍ່​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ພິ​ເສດ​ຈາກ​ບັນດາ​ປະ​ເທດ: ຍີ່ປຸ່ນ, ລັດ​ເຊຍ, ອາ​ເມ​ລິ​ກາ, ຈີນ. ບັນດາ​ປະ​ເທດ​ນີ້​ພວມ​ວິຕົກ​ກັງວົນ​ຕໍ່​ຄວາມ​ສາມາດ​ພັດທະນາ​ດ້ານ​ນິວຄະ​ເລຍ ກໍ່​ຄື​ການ​ຜັນ​ແປ​ດ້ານ​ການ​ເມືອງ​ພາຍ​ໃນ ສປປ ​ເກົາຫຼີ. ປັກ​ກິ​ງ ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບຜົນ​ສະທ້ອນ​ຂອງກອງ​ປະຊຸມ​ໃຫຍ່​ພັກ​ແຮງ​ງານ ສປປ ​ເກົາຫຼີ ຄັ້ງ​ທີ 7 ສຳລັບ​ສະພາບ​ການ​ພາຍ​ໃນ​ປະ​ເທດ, ​ເຊິ່ງຕົ້ນຕໍ​ແມ່ນ​ດ້ານ​ເສດຖະກິດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສປປ ​ເກົາຫຼີ ​ເລີ່​ມຜ່ອນຄາຍ​ນະ​ໂຍບາຍ​ດ້ານ​ເສດຖະກິດ. ​ໃນ​ຂະນະ​ນັ້ນ​ວົງ​ການ​ນັກ​ໄຈ້​ແຍກ ປາຣີ ພັດ​ຖື​ວ່າ, ​ເຂົາ​ເຈົ້າ​ບໍ່​ລໍຖ້າ​ການຫັນປ່ຽນ​ໃຫຍ່​ດ້ານ​ການ​ເມືອງຢູ່ ພຽງ​ຢາງ, ຫາກ​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ Kim Jong – un ຫັນສິດອຳນາດຢ່າງ​ເດັດຂາດ, ພາຍຫຼັງ ກຳ​ອຳນາດມາ​ເປັນ​ເວລາ 4 ກວ່າ​ປີ​ເທົ່າ​ນັ້ນ. ວົງ​ການ​ສື່​ມວນ​ຊົນ​ ອາ​ເມ​ລິ​ກາ​ ໃຫ້​ຂໍ້​ສັງ​ເກດ​ວ່າ, ​ເລື່ອງ ສປປ ​ເກົາຫຼີ ສະ​ເໜີ​ວິທີ​ການ​ໃໝ່​ໃນ​ການ​ແກ້​ໄຂ​ບັນຫາ​ນິວຄະ​ເລຍ​ຜ່ານ​ການ​ປຶກສາຢ່າງ​ຕັ້ງໜ້ານັ້ນ ຈະ​​​ປະກອບສ່ວນແກ້​ໄຂສະພາບ​ການ​ຢູ່​ແຫຼມ​ເກົາຫຼີ ກໍ່​ຄື​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ - ສປປ ​ເກົາຫຼີ ​ຫຼຸດຜ່ອນ​ລົງ. ​ແລະ ລັດຖະບານ ອາ​ເມ​ລິ​ກາ ​ກໍ່​ຕ້ອງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ຮັບ​ມື​ຢ່າງ​ມີ​ໄຫວ​ພິກ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ກວ່າ.

        ກອງ​ປະຊຸມ​ໃຫຍ່​ພັກ​ແຮງ​ງານ ສປປ ​ເກົາຫຼີ ຄັ້ງ​ທີ 7 ດຳ​ເນີນ​ໄປ​ໃນ​ສະພາບ​ທີ່ການ​ນຳ Kim Jong – un ກຳ​ອຳນາດ​ມາ​ເປັນ​ເວລາ​ເກືອບ 5 ປີ. ດ້ວຍ​ບັນດາ​ຄຳ​ຖະ​ແຫຼ​ງຂອງ​ການ​ນຳ ສປປ ​ເກົາຫຼີ, ປະຊາ​ຄົມ​ສາກົນ​ຫວັງ​ວ່າ, ຄຽງ​ຂ້າງ​ການ​ຊຸກຍູ້​ເຕີບ​​ໂຕ​ດ້ານ​ເສດຖະກິດ ພ້ອມ​ກັບ​ການ​ພັດທະນາ​ຄວາມ​ສາມາດ​ດ້ານ​ອາວຸດ​ນິວຄະ​ເລ​ຍນັ້ນ, ສປປ ​ເກົາຫຼີ​ຈະ​ມີ​ການ​ປ່ຽນ​ແປງ​ ​ແລະ ຄວາມ​ມານະ​ພະຍາຍາມຫຼາຍ​ຢ່າງ ​ເພື່ອ​ໂລກ​ປອດ​ນິວຄະ​ເລ​ຍ, ​ແລະປະຕິບັດ​ບັນດາ​ພັນທະ​ບໍ່​ເຜີຍ​ແຜ່​ອາວຸດ​ນິວຄະ​ເລ​ຍຢ່າງ​ຄົບ​ຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ