ພັກໝັ້ນຄົງເຂັ້ມແຂງ, ປະເທດພັດທະນາ, ຊາດຍືນຍົງຄົງຕົວ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2019), ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ພັກໝັ້ນຄົງເຂັ້ມແຂງ, ປະເທດພັດທະນາ, ຊາດຍືນຍົງຄົງຕົວ”.
ພັກໝັ້ນຄົງເຂັ້ມແຂງ, ປະເທດພັດທະນາ, ຊາດຍືນຍົງຄົງຕົວ - ảnh 1(ພາບປະກອບ: TTXVN)

ບົດຂຽນໄດ້ຊີ້ໃຫ້ເຫັນບົດບາດສຳຄັນຂອງພັກກອມມູນິດຫວຽດນາມ ໃນການຊີ້ນຳນຳພາປະເທດຊາດ ເຊິ່ງໄດ້ບັນລຸບັນດາຜົນງານພົ້ນເດັ່ນໃນຫຼາຍຂົງເຂດ, ພ້ອມທັງວາງອອກບັນດາທິດທາງໃນໄລຍະຈະມາເຖິງເພື່ອຮັກສາ, ເສີມຂະຫຍາຍທ່າພັດທະນານັ້ນ. ບັນນາທິການ VOV ຂໍຄັດສະເໜີເນື້ອໃນຕົ້ນຕໍຂອງບົດຂຽນດັ່ງກ່າວ.

        ສິ້ນສຸດປີ 2018, ຫວນຄືນໄລຍະ 3 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ປະເທດຊາດບັນລຸໄດ້ບັນດາຜົນງານທີ່ໜ້າເອກອ້າງທະນົງໃຈ, ໂດຍສະເພາະແມ່ນໃນການພັດທະນາເສດຖະກິດ - ສັງຄົມ; ກໍ່ສ້າງ, ປັບປຸງພັກ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັກສາສັນຕິພາບ, ສະຖຽນລະພາບຂອງປະເທດຊາດ; ເປີດກວ້າງການພົວພັນທາງການທູດ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.

ປະເທດຊາດຈະເລີນເຕີບໂຕ, ທ່ວງທ່າພັດທະນາຂອງປະເທດຊາດພວມກ້າວຂຶ້ນ

        ບັນດາຜົນງານພົ້ນເດັ່ນໃນການພັດທະນາເສດຖະກິດ, ສັງຄົມປີ 2018, ເຊິ່ງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ເຕື້ອງເຖິງໃນຕອນຂຶ້ນຕົ້ນບົດຂຽນ, ນັ້ນແມ່ນ ລະດັບການເຕີບໂຕທີ່ໜ້າປະທັບໃຈຂອງ GDP, ບັນລຸລະດັບສູງທີ່ສຸດໃນຮອບເວລາ 1 ທົດສະວັດຜ່ານມາ. ຂອບເຂດຂອງພື້ນຖານເສດຖະກິດປີ 2018 ຄາດວ່າບັນລຸກວ່າ 240 ຕື້ USD, ຫຼາຍທົບ 1,3 ເທົ່າເມື່ອທຽບໃສ່ປີ 2015. ຫວຽດນາມ ໄດ້ “ກາຍເປັນສະຖານທີ່ລົງທຶນທີ່ດູດດື່ມທີ່ສຸດຂອງພາກພື້ນອາຊີ”, “ຢືນແຖວໜ້າໃນຈຳນວນສະຖານທີ່ລົງທຶນທີ່ມີການຄາດຄະເນດຶງດູດການລົງທຶນຕ່າງປະເທດຫຼາຍທີ່ສຸດໃນພາກພື້ນ APEC”. ແລະກໍ່ໃນປີ 2018, ຂະບວນວິວັດແຫ່ງການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ສືບຕໍ່ສ້າງຂີດໝາຍຫຼາຍຢ່າງ, ປະກອບສ່ວນປັບປຸງບົດບາດ, ທີ່ຕັ້ງຂອງປະເທດຊາດໃນເວທີສາກົນ.

        ໃນການສ້າງ ແລະ ປັບປຸງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບນັ້ນ, ພັກ, ສະພາແຫ່ງຊາດ, ລັດຖະບານ ໄດ້ປະກາດໃຊ້ບັນດາແຜນນະໂຍບາຍ, ກົນໄກ, ນະໂຍບາຍໃໝ່ ເພື່ອສືບຕໍ່ສ້າງພື້ນຖານ ແລະ ກຳລັງໜູນຢ່າງແຮງ ເພື່ອພັດທະນາເສດຖະກິດ - ສັງຄົມແບບຍືນຍົງ.

        ບັນດາມະຕິຂອງສູນກາງພັກກ່ຽວກັບການສະກັດກັ້ນ, ຍູ້ຖອຍການຊຸດໂຊມດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ… ໄດ້ສ້າງພະລັງຊີວິດ ແລະ ກຳລັງແຮງໃໝ່ໃນການຊີ້ນຳນຳພາການປະຕິບັດບັນດາໜ້າທີ່ການເມືອງ ທີ່ມີລັກສະນະຍຸດທະສາດສັງລວມ. ພິເສດ, ວຽກງານຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ຮັບການຍູ້ແຮງຍິ່ງກວ່າເວລາໃດໝົດ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ການຊີ້ນຳນຳພາຂອງພັກ.

        ບົດຂຽນໄດ້ໃຫ້ຂໍ້ສັງວ່າ ເມື່ອສັງເກດລວມແລ້ວ, ອາດຈະເຫັນໄດ້ທ່ວງທ່າ ແລະ ກຳລັງແຮງຂອງປະເທດຊາດ ໄດ້ຮັບການຍົກສູງຂຶ້ນ ປະເທດຊາດພວມຈະເລີນເຕີບໂຕ, ທ່ວງທ່າພັດທະນາຂອງປະເທດຊາດພວມກ້າວຂຶ້ນ.

        ສາຍເຫດທີ່ພາໄປເຖິງບັນດາຜົນສຳເລັດດັ່ງກ່າວ, ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ແລ້ວ, ນັ້ນແມ່ນຍ້ອນຫວຽດນາມ ໄດ້ຮັບເອົາໝາກຜົນອັນໃຫຍ່ຫຼວງສຳຄັນ, ມີຄວາມໝາຍປະຫວັດສາດ ຜ່ານໄລຍະ 30 ປີແຫ່ງການປ່ຽນແປ່ງໃໝ່; ມີຄວາມສາມັກຄີ, ເປັນເອກະພາບ, ມານະພະຍາຍາມສູ້ຊົນ, ຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ໄດ້ສ້າງເປັນກຳລັງແຮງສັງລວມ, ເປັນຈິດໜຶ່ງໃຈດຽວໃນທັງລະບົບການເມືອງ ແລະ ທົ່ວສັງຄົມ.

        ບົດຂຽນໄດ້ຢືນຢັນພຶດຕິກຳຕົວຈິງທີ່ອຸດົມສົມບູນຂອງການປະຕິວັດຫວຽດນາມ ໃນຕະຫຼອດເວລາ 89 ປີຜ່ານມາ, ນັບແຕ່ວັນສ້າງຕັ້ງພັກມາຮອດປະຈຸບັນ, ໄດ້ພິສູດໃຫ້ເຫັນການຊີ້ນຳນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໄສຂອງພັກ ແມ່ນປັດໃຈແຖວໜ້າ ຕັດສິນທຸກໄຊຊະນະຂອງການປະຕິວັດຫວຽດນາມ, ສ້າງບັນດາຜົນງານທີ່ມະຫັດສະຈັນໃຫ້ແກ່ປະເທດຊາດ. ພັກກອມມູນິດຫວຽດນາມ ໄດ້ສະສົມ ແລະ ຖອດຖອນບົດຮຽນລ້ຳຄ່າຫຼາຍຢ່າງ, ສ້າງເປັນມູນເຊື້ອອັນສະຫງ່າລາສີ ເຊິ່ງປະຈຸບັນພວກເຮົາຕ້ອງມີຄວາມຮັບຜິດຊອບເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍ. ນັ້ນແມ່ນມູນເຊື້ອຈົ່ງຮັກພັກດີຕໍ່ຜົນປະໂຫຍດຂອງຊາດ ແລະ ຊົນຊັ້ນ, ຢຶດໝັ້ນກັບເປົ້າໝາຍ, ແນວຄິດເອກະລາດແຫ່ງຊາດ ຕິດພັນກັບລັດທິສັງຄົມນິຍົມ ບົນພື້ນຖານລັດທິ ມາກ - ເລນິນ ແລະ ແນວຄິດໂຮ່ຈິມິນ. ນັ້ນແມ່ນມູນເຊື້ອປົກປັກຮັກສາເອກະລາດ, ເປັນເຈົ້າຕົນເອງກ່ຽວກັບທິດທາງ; ແມ່ນມູນເຊື້ອແຫ່ງຄວາມຜູກພັນລະຫວ່າງພັກ ແລະ ປະຊາຊົນ, ແມ່ນຄວາມສາມັກຄີສາກົນທີ່ສັດຊື່ບໍລິສຸດຜຸດຜ່ອງ.

ສືບຕໍ່ນຳປະເທດຊາດກ້າວຂຶ້ນ

        ປະຈຸບັນ, ຫວຽດນາມ ພວມຍູ້ແຮງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ຄົບຊຸດ, ຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ, ພັດທະນາເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ເປີດປະຕູເພື່ອເຊື່ອມໂຍງເຂົ້າກັບສາກົນ... ນີ້ແມ່ນພາລະກິດການປະຕິວັດທີ່ຍິ່ງໃຫຍ່ແຕ່ກໍ່ປະສົບກັບຄວາມຫຍຸ້ງຍາກ, ສັບສົນທີ່ສຸດ.

        ບົດຂຽນໄດ້ຢືນຢັນວ່າ, ເພື່ອເອົາໃຈໃສ່ເຖິງທ່ວງທ່າພັດທະນາຂອງປະເທດຊາດ, ສ້າງຈິດໃຈຄວາມເຊື່ອໝັ້ນຂອງປະຊາຊົນ, ຊີ້ນຳນຳພາພາລະກິດແຫ່ງການປ່ຽນແປງໃໝ່ສືບຕໍ່ກ້າວຂຶ້ນ, ພັກ ຄວນຍູ້ແຮງການກໍ່ສ້າງ, ປັບປຸງພັກ, ກໍ່ສ້າງພັກໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ ນັບທັງດ້ານແນວຄິດ, ຄຸນສົມບັດ, ປ່ຽນໃໝ່ວິທີຊີ້ນຳນຳພາ, ເພີ່ມທະວີສາຍສຳພັນລະຫວ່າງພັກ ແລະ ປະຊາຊົນ.

        ປີ 2019, ພ້ອມກັບການຊີ້ນຳນຳພາ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມໃຫ້ສຳເລັດໃນລະດັບສູງສຸດ; ປົກປັກຮັກສາເອກະລາດ, ປະຊາທິປະໄຕ ແລະ ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ; ຍູ້ແຮງການພົວພັນຕ່າງປະເທດ…, ພັກກອມມູນິດຫວຽດນາມ ສືບຕໍ່ປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 12 ກ່ຽວກັບການກໍ່ສ້າງພັກ, ຄຳສັ່ງເລກທີ 05 ຂອງກົມການເມືອງສູນກາງພັກກ່ຽວກັບເລື່ອງຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດ, ວິຖີຊີວິດຂອງປະທານໂຮ່ຈິມິນ, ສ້າງການຫັນປ່ຽນຢ່າງແຂງແຮງກວ່າອີກໃນວຽກງານກໍ່ສ້າງ ແລະ ປັບປຸງພັກ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ເຊື່ອໝັ້ນວ່າ, ພັກກອມມູນິດຫວຽດນາມ ແນ່ນອນວ່າຈະປະຕິບັດສຳເລັດໜ້າທີ່ອັນໜັກໜ່ວງຂອງຕົນ. ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບພ້ອມກັນຮ່ວມແຮງຮ່ວມໃຈສູ້ຊົນກໍ່ສ້າງປະເທດຫວຽດນາມ ສັນຕິພາບ, ເອກະລາດ, ເອກະພາບ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ,  ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ