ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ທີ່​ເລິກ​ເຊິ່ງ​ກ້​ວາງ​ຂ​ວາງ​ຫວຽດ​ນາມ-ຍີ່​ປຸ່ນ​ໃຫ້​ດີ​ກ່​ວາ​ອີກ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແລະ ພັນລະຍາ ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ແຕ່ວັນທີ 18-20 ຕຸລາ. ວັນທີ 19 ຕຸລາ, ໄດ້ດຳເນີນບັນດາເຫດການຈຸດສຸມຂອງການຢ້ຽມຢາມຄື: ການເຈລະຈາລະຫວ່າງນາຍົກລັດຖະມົນຕີສອງທ່ານ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທີການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ພົບປະກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. ນາຍົກລັດຖະມົນຕີສອງທ່ານກໍ່ ແລກປ່ຽນບັນດາເອກະສານຮ່ວມມືຕ່າງໆ. ການຢ້ຽມຢາມໄດ້ປະກອບສ່ວນພັດທະນາ ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກ້ວາງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນໃຫ້ດີກ່ວາອີກ.
ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ  ​ທີ່​ເລິກ​ເຊິ່ງ​ກ້​ວາງ​ຂ​ວາງ​ຫວຽດ​ນາມ-ຍີ່​ປຸ່ນ​ໃຫ້​ດີ​ກ່​ວາ​ອີກ - ảnh 1

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແລະ ພັນລະຍາທີ່ພິທີຕ້ອນຮັບ (ພາບ:  VGP/Quang Hiếu)

    ຫວຽດນາມ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງການພົວພັນທາງການທູດກ່ອນນີ້ 47 ປີ. ປະຈຸບັນ, ການພົວພັນລະຫວ່າງສອງປະເທດ ພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ ນັບມື້ນັບໄດ້ຮັບການປັບປຸງ. ການຮ່ວມມືດ້ານເສດຖະກິດຢ່າງສະໜິດແໜ້ນ, ການພົບປະແລກປ່ຽນປະຊາຊົນນັບມື້ນັບໄດ້ຮັບການພັດທະນາ.

ຫວຽດນາມ ແມ່ນຈຸດໃຈກາງໃນນະໂຍບາຍເສດຖະກິດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ

   ກ່ຽວກັບດ້ານເສດຖະກິດ, ປະຈຸບັນ, ຍີ່ປຸ່ນ ແມ່ນປະເທດອຸປະຖຳທຶນ ODA ຫຼາຍກ່ວາໝູ່ ແລະ ແມ່ນນັກລົງທຶນໃຫ່ຍອັນດັບທີ 2, ແມ່ນຄູ່ຮ່ວມມືດ້ານການຄ້າໃຫ່ຍອັນດັບທີ 4 ຂອງຫວຽດນາມ. ໃນໄລຍະຈະມາເຖິງ, ລັດຖະບານຍີ່ປຸ່ນ ຈະເພີ່ມທະວີບັນດາໂຄງການສົ່ງເສີມວິສາຫະກິດ ເປີດກ້ວາງການລົງທຶນກໍ່ສ້າງລະບົບສະໜອງຢູ່ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ຫວຽດນາມ ແມ່ນປະເທດຈຸດສຸມ, ລວມທັງມາດຕະການກົນໄກ ແລະ ໜູນຊ່ວຍລາຍຈ່າຍກໍ່ສ້າງໂຮງຈັກ, ຊື້ເຄື່ອງອຸປະກອນ ເພື່ອແນໃສ່ຫັນລະບົບສະໜອງຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເປັນຫຼາຍຮູບຫຼາຍແບບ. ຄາດວ່າ  ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈະເພີ່ມຂຶ້ນຢ່າງແຮງ,  ບັນດາເຄື່ອງໝາຍການຄ້າໃຫ່ຍຄື Uniqlo ແລະ Muji ຈະລົງທຶນເຂົ້າຫວຽດນາມ ໂດຍໄວ. ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ຈະແມ່ນກຳລັງໜູນທີ່ໃຫ່ຍຫຼວງ ເພື່ອຊຸກຍູ້ກະແສຟອງດັ່ງກ່າວ.

   ພ້ອມກັບແງ່ຫວັງເພີ່ມເງິນລົງທຶນໂດຍກົງຈາກຕ່າງປະເທດນັ້ນ, ປະຈຸບັນ, ຍີ່ປຸ່ນ ແມ່ນຕະຫຼາດສົ່ງອອກ-ນຳເຂົ້າໃຫ່ຍອັນດັບທີ 3 ຂອງຫວຽດນາມ. ທ່ານຕ້າດຶກມິນ, ທູດການຄ້າຫວຽດນາມ ປະຈຳຍີ່ປຸ່ນ ໃຫ້ຂໍ້ສັງເກດວ່າ:

   ຕະຫລາດຍີ່ປຸ່ນ ແມ່ນຕະຫຼາດສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນ ສຳລັບສິນຄ້າຫວຽດນາມ. ສອງຕະຫຼາດນີ້ ມີລັກສະນະເພີ່ມເຕີມໃຫ້ແກ່ກັນ. ສະນັ້ນ, ເລື່ອງຍູ້ແຮງບັນດາປະເພດສິນຄ້າສົ່ງອກຂອງຫວຽດນາມ ຈະມີໂອກາດໃຫ່ຍຫຼວງທີ່ສຸດ ແລະ ຄວາມຕ້ອງການນຳໃຊ້ບັນດາປະເພດສິນຄ້າຕ່າງປະເທດ, ພິເສດແມ່ນສິນຄ້າຂອງຫວຽດນາມ, ເມື່ອປະຊາຊົນມີຄວາມເຊື່ອໝັ້ນຕໍ່ປະເທດນັ້ນແລ້ວ, ເຂົາເຈົ້າຈຶ່ງຢາກນຳໃຊ້ບັນດາຜະລິດຕະພັນຂອງປະເທດທີ່ເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈ.

ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ  ​ທີ່​ເລິກ​ເຊິ່ງ​ກ້​ວາງ​ຂ​ວາງ​ຫວຽດ​ນາມ-ຍີ່​ປຸ່ນ​ໃຫ້​ດີ​ກ່​ວາ​ອີກ - ảnh 2

ທ່າອາກາດສະຍານສາກົນໂນ້ຍບ່າຍ ໄດ້ຮັບການລົງທຶນດ້ວຍທຶນ ODA ຂອງລັດຖະບານຍີ່ປຸ່ນ ແລະ ທຶນສົມທົບຂອງລັດຖະບານຫວຽດນາມ (ພາບ:  petrotimes.vn)

 ຊຸກຍູ້ນ້ຳໃຈມິດຕະພາບທີ່ສະໜິດສະໜົມ

   ໄປຄຽງຄູ່ກັບເລື່ອງເພີ່ມທະວີການເຊື່ອມຕໍ່ ລະຫວ່າງສອງພື້ນຖານເສດຖະກິດ, ການເປີດກ້ວາງການຮ່ວມມືໃນຫຼາຍຂົງເຂດ ຈາກວັດທະນະທຳຕະຫຼອດຮອດບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ກໍ່ຈະປະກອບສ່ວນສຳຄັນ ເຂົົ້າໃນການຕິດພັນລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ. ບັນດາເຫດການວັດທະນະທຳຄື: ງານບຸນດອກ ຊາກຸຣາ ຍີ່ປຸ່ນ ຮ່າໂນ້ຍ, ງານບຸນ ຍີ່ປຸ່ນ-ຫວຽດນາມ ຢູ່ນະຄອນໂຮ່ຈິມິນ, ການສອບເສັງຊອກຮູ້ ກ່ຽວກັບວັດທະນະທຳຍີ່ປຸ່ນ ຫຼື ງານວາງສະແດງຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຍີ່ປຸ່ນ ໄດ້ ແລະ ພວມຊຸກຍູ້ນ້ຳໃຈມິດຕະພາບທີ່ສະໜິດຕິດພັນ ລະຫວ່າງປະຊາຊົນສອງປະເທດກ່ວາອີກ. ຍີ່ປຸ່ນ ກໍ່ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນການອະນຸລັກຮັກສາ, ບູລະນະປະຕິສັງຂອນບັນດາມໍລະດົກວັດທະນະທຳທີ່ສຳຄັນຄື: ພະລາຊະວັງເຫ້ວ, ຮວ່າງແທັງທັງລອງ…ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ວິທະຍາສາດເຕັກນິກ ກໍ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນໄລຍະທີ່ຈະມາເຖິງ. ທ່ານເອກອັກຄະລັດຖະທູດ ຫງວຽນຝູບິນ, ຮອງປະທານສະມາຄົມມິດຕະພາບຫວຽດນາມ-ຍີ່ປຸ່ນ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຕີລາຄາວ່າ: ເລື່ອງບັນດາການນຳຍີ່ປຸ່ນ ລ້ວນແຕ່ໄດ້ເລືອກເອົາຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໄປຢ້ຽມຢາມ ໃນອາຍຸການຂອງຕົນ, ອີກເທ່ືອໜຶ່ງໄດ້ສະແດງໃຫ້ເຫັນວ່າ: ການນຳຍີ່ປຸ່ນ ຖືການພົວພັນຮ່ວມມືກັບຫວຽດນາມ ເປັນສຳຄັນທີ່ສຸດ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນ ຄວາມສັດຊື່ບໍລິສຸດ ແລະ ສະໜິດຕິດພັນ ໃນການພົວພັນຫວຽດນາມ-ຍີ່ປຸ່ນ, ສ້າງປະຖົມປັດໃຈໃຫ້ແກ່ໄລຍະການຮ່ວມມືໃໝ່ ທີ່ຈະປະສົບຜົນສຳເລັດດີງາມຫຼາຍຢ່າງ. ທ່ານຫງວຽນຝູບິນ ເວົ້າວ່າ:

   ໃນໄລຍະທີ່ຜ່ານມາ, ມີການທົດສອບຫຼາຍຢ່າງ, ການທົດສອບພາຍໃນປະເທດຍີ່ປຸ່ນ, ໃນສະພາບແວດລ້ອມດ້ານເສດຖະກິດໂລກທີ່ມີການຜັນແປ ແຕ່ນະໂຍບາຍຂອງຍີ່ປຸ່ນ ທີ່ມີຕໍ່ຫວຽດນາມ ຍັງບໍ່ມີການປ່ຽນແປງ, ມີຄວາມສະເໝີຕົ້ນສະເໝີປາຍ ແລະ ນັບມື້ນັບໜັກແໜ້ນກ່ວາເກົ່າ. ຂ້້າພະເຈົ້າຄິດວ່າ, ຄວາມເປັນປົກກະຕິນີ້ ອີງບົນພື້ນຖານແມ່ນຜົນປະໂຫຍດລະຫວ່າງສອງປະເທດທີ່ມີຄວາມເໝາະສົມນຳກັນ ແລະ ຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງປະຊາຊົນສອງປະເທດ ແລະ ການນຳສອງປະເທດ ແມ່ນເລິກເຊີ່ງທີ່ສຸດ.

ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ  ​ທີ່​ເລິກ​ເຊິ່ງ​ກ້​ວາງ​ຂ​ວາງ​ຫວຽດ​ນາມ-ຍີ່​ປຸ່ນ​ໃຫ້​ດີ​ກ່​ວາ​ອີກ - ảnh 3

ງານບຸນດອກ ຊາກຸຣາ ເມື່ອວັນທີ  31/3/2019 ທີ່ຮ່າໂນ້ຍ (ພາບ: Thanh Tùng/TTXVN)

  ບັນດາໝາກຜົນແຫ່ງການຮ່ວມມື ຊື່ງສອງປະເທດບັນລຸໄດ້ ໃນໄລຍະທີ່ຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ການພົວພັນລະຫວ່າງຫວຽດນາມ-ຍີ່ປຸ່ນ ໄດ້ກາຍເປັນແບບຢ່າງໃຫ້ແກ່ການພົວພັນມິດຕະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງພື້ນຖານໃຫ້ແກ່ການຮ່ວມມືເພື່ອສະຖຽນລະພາບ ແລະ ສັນຕິພາບຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນທີ່ກ້ວາງຂວາງກ່ວາອີກ. ໂດຍໄດ້ດຳເນີນໄປໃນສະພາບການທີ່ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊີ່ງກ້ວາງຂວາງ ລະຫວ່າງຫວຽດນາມ-ຍີ່ປຸ່ນ ພວມສືບຕໍ່ພັດທະນາຢ່າງດີງາມນັ້ນ, ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແລະ ພັນລະຍາ ແຕ່ວັນທີ 18-20 ຕຸລາ ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ທີ່ນັບມື້ນັບໄດ້ຮັບການປັບປຸງລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ