ພັດທະນາການພົວພັນຫວຽດນາມ-ຍີປຸ່ນຢ່າງແຂງແຮງ,ຮອບດ້ານ ແລະແທດຈິງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 16/1. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe ຖືກ​ດຳ​ເນີນ​ໃນ​ສະ​ພາ​ວະ​ທີ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ຫວຽດ​ນາມ-ຍີ​ປຸ່ນນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ຮອບ​ດ້ານ ແລະ ແທດ​ຈິງ​ພາຍຫຼັງ 44 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງການ​ທູດ. ຈຸດ​ປະ​ສົງ​ຂອງ ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe ແມ່ນ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ຊຸກ​ຍູ້​ການ​ພັດ​ທະ​ນາການ​ພົວ​ພັນ​ຫວຽດ​ນາມ-ຍີ​ປຸ່ນຢ່າງ​ແຂງ​ແຮງ, ຮອບ​ດ້ານ ແລະ ແທດ​ຈິງ​​.

 

 ພັດທະນາການພົວພັນຫວຽດນາມ-ຍີປຸ່ນຢ່າງແຂງແຮງ,ຮອບດ້ານ ແລະແທດຈິງ  - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe

       ການ​ພົວ​ພັນ​ຫວຽດ​ນາມ-ຍີ​ປຸ່ນໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການເມື່ອ​ປີ 1973. ຊຸມ​ປີມໍ່ໆ​ມານີ້, ການ​ນຳ 2 ປະ​ເທດ​ໄດ້​ດຳ​ເນີນ​ການ​ພົບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈຳ, ອັນ​ໄດ້​ນຳ​ມາ​ເຊິ່ງບັນ​ດາ​ກາ​ລະ​ໂອ​ກາດຮ່ວມ​ມື 2 ຝ່າຍ​ໃນຫຼາຍ​ຂົງ​ເຂດ. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abeໃນ 2 ວັນ​ຄື 16-17/1 ສືບ​ຕໍ່​ຢັ້ງ​ຢືນ​ການ​ພັດ​ທະ​ນາ​ສາຍພົວ​ພັນນີ້.

     ພື້ນ​ຖານ​ແຫ່ງ​ຜົນ​ປະ​ໂຫຍດ​ລວມ​ທີ່​ໝັ້ນ​ແກ່ນ

  ການ​ພົວ​ພັນ​ຫວຽດ​ນາມ-ຍີ​ປຸ່ນພວມ​ຢູ່​ໃນ​ໄລ​ຍະ​ອັນ​ດີ​ງາມ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ນັບ​ຕັ້ງ​ແຕ່​ເມື່ອ 2 ປະ​ເທດ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງການ​ທູດ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ ແລະ ບັນ​ລຸ​ຂອບ​ເຂດການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ເພື່ອ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່​ອາ​ຊີ. ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ດຳ​ເນີນ​ການ​ຢ້ຽມ​ຢາມ ແລະ ພົບ​ປະ​ກັນ​ເປັນ​ປະ​ຈຳ​ໃນ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ. ເດືອນ 9/2015, ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ຍີ​ປຸ່ນ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັ​ກກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, 2 ປະ​ເທດ​ໄດ້​ລົງ​ນາມ​ໃນ “ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ວິ​ໄສ​ທັດ​ລວມ​ແຫ່ງການ​ພົວ​ພັນ​ຫວຽດ​ນາມ-ຍີ​ປຸ່ນ”. ໃນ​ມໍ່ໆ​ມານີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໄດ້​ທຳ​ການ​ຢ້ຽມ​ຢາມ​ຍີ​ປຸ່ນ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 7 ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ G7 ເປີດ​ກ້​ວາງເມື່ອ​ເດືອນ 5/2016.

     ໜຶ່ງ​ໃນ​ບັນ​ດາ​ເສົ້າ​ຄ້ຳ​ຕົ້ນ​ຕໍ​ແຫ່ງ ການ​ພົວ​ພັນ​ຫວຽດ​ນາມ-ຍີ​ປຸ່ນ, ນັ້ນ​ແມ່ນ​ການ​ພົວ​ພັນ​ເສດ​ຖະ​ກິດ. ຍ້ອນ​ມີ​ຝັ່ງທະ​ເລຍາວ, ໄດ້​ຮັບ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ​ຈາກ​ທະ​ເລ​ຢ່າງຫຼວງຫຼາຍ, 2 ປະ​ເທດ​ມີຫຼາຍ​ກາ​ລະ​ໂອ​ກາດ​ໄດ້​ແລກ​ປ່ຽນ​ບົດ​ຮຽນ​ໃນ​ຂົງ​ເຂດນີ້, ຈາກນັ້ນ​ກໍ​ຮັດ​ແໜ້ນ ແລະ ເປີດ​ກ້​ວາງ​ການ​ຮ່ວມ​ມື​ອອກ​ສູ່​ຂົງ​ເຂດ​ອື່ນ​ໆ. ຍີ​ປຸ່ນ​ແມ່ນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ແຖວ​ໜ້າ​ຂອງ​ຫວຽດ​ນາມ ແລະ ປະ​ເທດ​ທຳ​ອິດ​ໃນ​ກຸ່​ມ G7 ໄດ້​ຮັບ​ຮູ້​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ຂອງ​ຫວຽດ​ນາມ ແລະ ແມ່ນ​ປະ​ເທດ​ໃຫ້​ການ​ຊ່ວຍ​ເຫຼືອ​ທຶນ ODA ອັນ​ດັບ​ໜຶ່ງ, ທັງ​ແມ່ນ​ນັກ​ລົງ​ທຶນ​ໃຫຍ່​ອັນ​ດັບ 2 ແລະ ແມ່ນ​ຄູ່​ຮ່ວມ​ການ​ຄ້າ 2 ຝ່າຍ​ໃຫຍ່​ອັນ​ດັບ 4 ຂອງ​ຫວຽດ​ນາມ. 2 ປະ​ເທດ​ມີຫຼາຍ​ກົນ​ໄກ​ຮ່ວມ​ມື​ເສດ​ຖະ​ກິດ 2 ຝ່າຍ, ອັນ​ໄດ້​ສ້າງ​ປະ​ຖົມ​ປັດ​ໄຈໃຫ້​ແກ່​ການ​ສົ່ງ​ອອກສິນ​ຄ້າ​ເພີ່ມ​ສະ​ເລ່ຍ 13,9%ໃນ​ຊຸມ​ປີມໍ່ໆ​ນີ້. ປະ​ຈຸ​ບັນ, ຍີ​ປຸ່ນ​ພວມ​ຕັ້ງ​ໜ້າ​ໜູນ​ຊ່ວຍ​ຫວຽດ​ນາມ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໃນ​ຂອບ​ເຂດການ ຮ່ວມ​ມື​ຫວຽດ​ນາມ-ຍີ​ປຸ່ນເຖິງ​ປີ 2020, ວິ​ໄສ​ທັດ​ເຖິງ 2030.  ນອກ​ຈາກເສົາ​ຄ້ຳ​ເສດ​ຖະ​ກິດ, ການ​ພົວ​ພັນ​ຫວຽດ​ນາມ-ຍີ​ປຸ່ນພວມ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ໃນ ຫຼາຍ​ປີ​ທ​ີ່​ຜ່ານ​ມາໃນຫຼາຍ​ຂົງ​ເຂດຈາກ​ການ​ສຶກ​ສາ​ຕະຫຼອດ​ຮອດ​ກະ​ສີ​ກຳ, ການ​ທ່ອງ​ທ່ຽວ, ແຮງ​ງານ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ. 2 ປະ​ເທດ​ໄດ້​ຮ່ວມ​ມື​ເປັນ​ຢ່າງ​ດີ​ໃນ​ຂອບ​ເຂດ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ ແລະ ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ຄື : ສ.ປ.ຊ, ອາ​ຊຽນ, ເອ​ເປັກ, ອາ​ແຊມ, ສະ​ພາ​ສິດ​ທິ​ມະ​ນຸດ….

               ອາ​ຊີ-ປາ​ຊີ​ຟິກ ກໍ​ແມ່ນ​ພາກ​ພື້ນ​ທີ່​ຊ້ອນ​ແຝງ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບຫຼາຍ​ຢ່າງ​ຍ້ອນ​ຄວາມຫຼາຍ​ຮູບຫຼາຍ​ສື​ທາງ​ດ້ານ​ກາ​ນ​ເມືອງ ແລະ ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ. ສິ່ງນີ້​ໄດ້​ພາ​ໃຫ້​ຫວຽດ​ນາມ ແລະ ຍີ​ປຸ່ນສາ​ມາດ​ແບ່ງ​ປັນ​ຢ່າງ​ງ່າຍ​ດາຍ ແລະ ມີ​ທັດ​ສະ​ນະ​ຄ້າຍ​ຄື​ກັນ​ທາງ​ດ້ານ​ຜົນ​ປະ​ໂຫຍດ . ຍີ​ປຸ່ນ​ໄດ້​ໜູນ​ຊ່ວຍ​ຫວຽດ​ນາມຫຼາຍ​ຢ່າງ​ໃນ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ລາດ​ຕະ​ເວນ, ປ້ອງ​ກັນ​ຕົວ ແລະ ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ.

    ບາດ​ກ້າວ​ປັບ​ປຸງ​ການ​ພົວ​ພັນ​ໂດຍ​ຈຳ​ເປັນ

   ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abeໄດ້​ສະ​ແດງ​ໃຫ້​ເຫັນການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ຫວຽດ​ນາມ-ຍີ​ປຸ່ນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ, ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ຮອບ​ດ້ານ ແລະ ແທດ​ຈິງ​. ການ​ຢ້ຽມ​ຢາມ​ກໍ​ເປັນ​ການຢັ້ງ​ຢືນ​ອາ​ລົມ​ຈິດ, ຄວາມ​ຮັກ​ແພງ, ຄວາມ​ຈິງ​ໃຈ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ​ຫວຽດ​ນາມ-ຍີ​ປຸ່ນ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ເຖິງວ່າ​ດຳ​ເນີນ​ໃນ​ເວ​ລາ​ອັນ​ສັ້ນໆ​ກໍ​ຕາມ, ​ແຕ່ບັນ​ດາ​ພາກ​ສ່ວນ​ໃນ​ຄະ​ນະ​ຜູ້​ແທນກໍ​ປະ​ກອບ​ດ້ວຍ​ການ​ນຳ, ປະ​ທານ​ບັນ​ດາກຸ່ມບໍ​ລິ​ສັດ​ແຖວ​ໜ້າ​ນັບສິບ​ທ່ານ​ ແລະ ການ​ນຳ​ທ້ອງ​ຖິ່ນຂອງ​ຍີ​ປຸ່ນອີກຫຼາຍ​ທ່ານ​ໄດ້​ມາ​ຫວຽດ​ນາມ​ດ້ວຍ​ຈຸດ​ປະ​ສົງ​ຢາກ​ຊອກ​ຮູ້​ກາ​ລະ​ໂອ​ກາດ​ລົງ​ທຶນ​ຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe ພ້ອມ​ດ້​ວຍ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ຈະ​ພ້ອມ​ກັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ, ບັນ​ດາການ​ນຳ​ທ້ອງ​ຖິ່ນຂອງ​ຫວຽດ​ນາມ ຈະ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ກັນ​ເພື່ອ​ພ້ອມ​ກັນ​ປຶກ​ສາ​ຫາ​ລື, ຈາກນັ້ນ​ຈະ​ສ້າງ​ເງື່ອນ​ໄຂ​ທີ່​ດີກວ່າ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລ​ວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

     ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສຳ​ຄັນ​ທີ່​ສຸດການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ຫວຽດ​ນາມ-ຍີ​ປຸ່ນ, ຢັ້ງຢືນ​​ຫວຽດ​ນາມຍາມ​ໃດ​ກໍ​ແມ່ນ​ຄູ່​ຮ່ວ​ມ​ມື​ທີ່​ສຳ​ຄັນ ແລະ ຍາວ​ນານ​ຂອງ​ຍີ​ປຸ່ນ ແລະ ມີ​ຄວາມ​ຫວ​ັງ​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ຫວຽດ​ນາມໃນຫຼາຍ​ຂົງ​ເຂດ. ໃນ​ຕະຫຼອດ​ໄລ​ຍະ 40 ປີ​ທີ່​ຜ່ານ​ມາ, ດ້ວຍ​ການ​ຜັນ​ແປ ແລະ ບັນ​ດາ​ເຫດ​ການ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ, ການ​ພົວ​ພ​ັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ໄດ້​ນັບ​ມື້​ນັບ​ພັດ​ທະ​ນາ ແລະ ແຕກດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ