ພັດທະນາ​ເຂດ​ທົ່ງພຽງ​ແມ່​ນໍ້າຂອງ​ທາງ​ພາກ​ໃຕ້​ຫວຽດນາມ ​ເພື່ອ​ຮັກສາ​ອັນ​ດັບ​ພັດທະນາ​ແບບ​ຍືນ​ຍົງ​ຂອງຫວຽດນາມ

(VOVWORLD) -ຕາມບົດລາຍງານຂອງຫ້ອງວ່າການລັດຖະບານຫວຽດນາມແລ້ວ, ດັດຊະນີພັດທະນາແບບຍືນຍົງຂອງຫວຽດນາມ ໃນປີ 2019 ເລື່ອນຂຶ້ນ 34 ຂັ້ນ ເມື່ອທຽບໃສ່່ປີ 2016 ແລະ 3 ຂັ້ນ ເມື່ອທຽບໃສ່ປີ 2018. ຕາມນັ້ນແລ້ວ, ຫວຽດນາມ ພວມຢູ່ອັນດັບທີ 54/162 ປະເທດ ແລະ ເຂດແຄວ້ນ. ຜົນສໍາເລັດດັ່ງກ່າວ ແມ່ນມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງບັນດາແຂວງ, ນະຄອນໃນທົ່ວປະເທດ, ພິເສດແມ່ນບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ການເຮັດວຽກລະຫວ່າງອະນຸກໍາມະການເສດຖະກິດ-ສັງຄົມ ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ ກັບ 13 ທ້ອງຖິ່ນ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ໃນວັນທີ 16 ກໍລະກົດ 2019 ເໝືອນດັ່ງເວທີປາໄສທີ່ມີຂອບຂະໜາດໃຫຍ່ ເພື່ອແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບມາດຕະການພັດທະນາໃນ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ປະກອບສ່ວນຮັກສາອັນດັບການພັດທະນາແບບຍືນຍົງຂອງຫວຽດນາມ.

ກ່ຽວກັບດັດຊະນີພັດທະນາແບບຍືນຍົງ, ໃນພາກພື້ນ ອາຊຽນ, ຫວຽດນາມ ຢືນອັນດັບທີ 2, ພຽງແຕ່ຖັດຈາກ ໄທ ເທົ່ານັ້ນ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນບັນດາດັດຊະນີຂອງຫວຽດນາມ ຖືກຈັດຢູ່ອັນດັບສູງນັ້ນ ແມ່ນດັດຊະນີກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດບັນລຸໝາກຜົນທີ່ເປັນໜ້າປະທັບໃຈ. ລະອຽດແມ່່ນ, ດັດຊະນີລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກບັນລຸ 95 ຄະແນນ ແລະ ດັດຊະນີຕ້ານການປ່ຽນແປງຂອງດິນຟ້າອາກາດບັນລຸ 94 ຄະແນນ. ດັດຊະນີການສຶກສາບັນລຸ 91 ຄະແນນ ແລະ ດັດຊະນີສໍາຜັດກັບພະລັງງານບັນລຸ 82 ຄະແນນ. ນັບແຕ່ກ່ອນມາຮອດປັດຈຸບັນ, ຖ້າຫາກວ່າ ໂລກຫາກໍ່ຮູ້ຈັກເຖິງຫວຽດນາມ ແມ່ນປະທດທີ່ປະສົບຜົນສໍາເລັດໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກນັ້ນ, ແຕ່ໃນໄລຍະຈະມາເຖິງ, ໂລກ ຍັງຈະໄດ້ຮູ້ຈັກເຖິງຫວຽດນາມວ່າ ແມ່ນປະເທດທີ່ປະສົບຜົນສໍາເລັດໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ ອີກດ້ວຍ.

ພັດທະນາ​ເຂດ​ທົ່ງພຽງ​ແມ່​ນໍ້າຂອງ​ທາງ​ພາກ​ໃຕ້​ຫວຽດນາມ ​ເພື່ອ​ຮັກສາ​ອັນ​ດັບ​ພັດທະນາ​ແບບ​ຍືນ​ຍົງ​ຂອງຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ ລະຫວ່າງ ອະນຸກໍາມະການເສດຖະກິດ - ສັງຄົມ ກັບ 13 ທ້ອງຖິ່ນ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນໂຮ່ຈີມິນ (ພາບ: chinhphu.vn)

        ວິໄສທັດໃໝ່ ສໍາລັບ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ

        ກ່າວຄໍາເຫັນທີ່ການເຮັດວຽກ ລະຫວ່າງ ອະນຸກໍາມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ ກັບ 13 ທ້ອງຖິ່ນ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນໂຮ່ຈີມິນ ໃນວັນທີ 16 ກໍລະກົດ 2019 ຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັ້ກວ່າ ໜ້າທີ່ຂອງລັດຖະບານ ແມ່ນຕ້ອງບັນລຸຜົນສໍາເລັດໃນກິດຈະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເຮັດໃຫ້ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມມີການພັດທະນາແບບຍືນຍົງ, ມີຄວາມປອດໄພ, ວັດທະນາຖາວອນ, ເພາະວ່າ ນີ້ແມ່ນເຂດດິນແດນທີ່ອຸດົມສົມບູນ, ແມ່ນອູ່ເຂົ້າໃຫຍ່ທີ່ສຸດຂອງຫວຽດນາມ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ໃນໄລຍະ 5 ປີ ຜ່ານມາ, ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ມີລະດັບການເຕີບໂຕເສດຖະກິດສູງ, ໂຄງປະກອບເສດຖະກິດມີການການຫັນປ່ຽນຢ່າງຕັ້ງໜ້າ; ອຸດສາຫະກໍາປຸງແຕ່ງມີການພັດທະນາ; ສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດໄດ້ຮັບການປັບປຸງ; ອັດຕາຄອບຄົວທຸກຍາກຫຼາຍສົ້ນຫຼຸດລົງຕໍ່າກວ່່າລະດັບສະເລ່ຍຂອງທົ່ວປະເທດ. ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ກໍໄດ້ສ້າງຕັ້ງບັນດາຮູບແບບການຜະລິດສິນຄ້າທີ່ມີຂອບຂະໜາດ. ກ່ຽວກັບວິໄສທັດຕໍ່ການພັດທະນາຂອງ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

        “ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຄວນກໍານົດກ່ຽວກັບວິໄສທັດຂອງທົ່ວເຂດຮອດປີ 2045  ແມ່ນນອນຢູ່ໃນວິໄສທັດ ແລະ ຍຸດທະສາດລວມຂອງທົ່ວປະເທດຮອດປີ 2045. ວິໄສທັດນັ້ນ ຄວນມຸ່ງໄປເຖິງການຮ່ວມສໍາພັນໃນທົ່ວເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ມີການພັດທະນາວ່ອງໄວ, ຍືນຍົງ ແລະ ມີບາດກ້າວບຸກທະລຸໃນບາງຂົງເຂດ. ເພາະສະນັ້ນ ຕ້ອງມີມາດຕະການບຸກທະລຸນັບທັງທາງດ້ານຈິນຕະນາການ ແລະ ການກະທໍາ ເພື່ອໃຫ້ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ມີການພັດທະນາໄວກວ່າ, ຍືນຍົງກວ່າ ໃນສະພາບການປ່ຽນແປງດິນຟ້າອາກາດຂອງເຂດພວມເກີດຂຶ້ນຢ່າງຮ້ອນເຮັ່ງ. ເພາະສະນັ້ນ, ບາງມາດຕະການໃຫຍ່ແມ່ນຈົ່ງຮີບດ່ວນວາງແຜນຜັງເຂດ ຕາມວິທີການສະສົມຫຼາຍຂະແໜງການ ດ້ວຍຈິນຕະນາການໃໝ່, ວິໄສທັດໃໝ່ ໃຫ້ສໍາເລັດຜົນ”.

        ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນຫວຽດນາມ ເປັນປະທານໃນການຜັນຂະຫຍາຍ, ສົມທົບກັບບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ, ນັກຊ່ຽວຊານ, ຜູ້ໃຫ້ຄໍາປຶກສາທັງພາຍໃນ ແລະ ຕ່າງປະເທດ ຄາດວ່າໃນກາງປີ 2020 ຈະຍື່ນສະເໜີ, ຮັບຮອງເອົາແຜນການພັດທະນາເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຕິດພັນກັບແຜນການພັດທະນານະຄອນໂຮ່ຈີມິນ, ມີມາດຕະການເຊື່ອມຕໍ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ແກ້ໄຂບັນດາບັນຫາ ເຊິ່ງ ເຂດໄດ້ວາງອອກ.

ລັດຖະບານ ຍາມໃດກໍສະຫງວນຄວາມເອົາໃຈໃສ່ໃຫ້ແກ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ

        ບໍ່ພຽງແຕ່ສະຫງວນກໍາລັງກາຍ - ໃຈ ແລະ ພູມປັນຍາເທົ່ານັ້ນ ຫາກນັບແຕ່ໃດໆມາ, ລັດຖະບານຍັງສະຫງວນແຫຼ່ງກໍາລັງຫຼາຍຢ່າງໃຫ້ແກ່ການພັດທະນາເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງກະຊວງແຜນການ ແລະ ການລົງທຶນໃນການຈັດແບ່ງງົບປະມານຈໍານວນ 45 ພັນຕື້ດົ່ງ, ເທົ່າກັບ 2 ຕື້ USD ໃຫ້ແກ່ເຂດດັ່ງກ່າວ ໃນໄລຍະ 5 ປີຈະມາເຖິງ ເພື່່ອແນໃສ່ຍູ້ແຮງບັນດາໂຄງການຮີບດ່ວນທີ່ສະຫງວນສະເພາະໃຫ້ແກ່ການພັດທະນາບັນດາພື້ນຖານໂຄງລ່າງສໍາຄັນ ເຊິ່ງມີລັກສະນະເຊື່ອມຕໍ່ລະຫວ່າງເຂດ, ບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນແຫຼ່ງນໍ້າຈືດຮັບໃຊ້ໃຫ້ແກ່ການຜະລິດ ແລະ ການດໍາລົງຊີວິດ, ບັນດາໂຄງການແກ້ໄຂຂໍ້ຄົງຄ້າງຕ່າງໆ ແລະ ສິ່ງກີດຂວາງໃນການພັດທະນາຂອງເຂດ. ກໍຕາມກະຊວງແຜນການ ແລະ ການລົງທຶນແລ້ວ, ແຫຼ່ງເງິນລົງທຶນສາທາລະນະໃນ ແຜນການໄລຍະກາງຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ໄລຍະ 2016 – 2020 ແມ່ນກວ່າ 8,3 ຕື້ USD, ຕົ້ນຕໍແມ່ນໄດ້ລົງທຶນເຂົ້າໃນການພັດທະນາຂົງເຂດກະສິກໍາ, ຄົມມະນາຄົມ ແລະ ສາທາລະນະສຸກຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ເນັ້ນໜັກເຖິງບົດບາດຂອງລັດຖະບານສໍາລັບເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມວ່າ:

        “ລັດຖະບານໄດ້ສ້າງກົນໄກປະສານງານຂອງເຂດໃຫ້ມີຄວາມເຂັ້ມແຂງ, ມີສິດອໍານາດຢ່າງພຽງພໍ, ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ບໍ່ມີເຂດໃດທີ່ກວມເອົາຮອດ 13 ແຂວງ ແລະ ນະຄອນ; ມີພົນລະເມືອງເກືອບ 20 ລ້ານຄົນ ທີ່ມີການຮ່ວມສໍາພັນສ້າງການພັດທະນາທີ່ດີຄືແນວນັ້ນ ແຕ່ພວກເຮົາພັດປະຕິບັດຍັງບໍ່ທັນໄດ້ດີ. ບໍ່ປະໃຫ້ຜູ້ໃດມີຄວາມເຂັ້ມແຂງ ແມ່ນໃຫ້ຜູ້ນັ້ນເຮັດ. ສ້າງໂຄງປະກອບຂະແໜງກະສິກໍາຄືນໃໝ່່ ໂດຍອີງໃສ່ເຕັກໂນໂລຢີ ແລະ ປະສິດທິຜົນສູງ, ຕິດພັນໃຫ້ການປຸງແຕ່ງກັບຕະຫຼາດຈໍາໜ່າຍ. ສ້າງລະບົບການຜະລິດ, ເຄື່ອງໝາຍການຄ້າຜະລິດຕະພັນ. ແລະ ໂຄງປະກອບກະສິກໍານັ້ນ ຕ້ອງຕິດພັນກັບການປ່ຽນແປງຂອງດິນຟ້າອາກາດຂອງເຂດ ດ້ວຍເນື້ອໃນຈິດໃຈເໝາະສົມກັບທໍາມະຊາດ ແລະ ຫັນໄພອັນຕະລາຍກາຍເປັນກາລະໂອກາດ ແມ່ນໄດ້ສະແດງອອກໃຫ້ເຫັນຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມີຄວາມເຫັນດີເຫັນພ້ອມຢ່າງແຮງກັບບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ ກ່ຽວກັບເລື່ອງພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ທັງທາງບົກ ແລະ ທາງລົດໄຟ ຢູ່ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ດ້ວຍຫຼາຍແຫຼ່ງກໍາລັງທີ່ແຕກຕ່າງກັນ. ບັນດາພື້ນຖານໂຄງລ່າງດັ່ງກ່າວ ທັງສ້າງການຮ່ວມສໍາພັນໃນເຂດ, ທັງເຊື່ອມຕໍ່ກັບນະຄອນໂຮ່ຈີມິນ, ເພາະວ່າການພັດທະນາຂອງ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແມ່ນອີງໃສ່ນະຄອນໂຮ່ຈີມິນເປັນສ່ວນຫຼາຍ ແລະ ກົງກັນຂ້າມ. ດັ່ງນ້ັນ, ກໍາລັງໜູນໃໝ່ ເຊິ່ງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ ແລະ ກໍາລັງວາງອອກໃຫ້ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແມ່ນປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຄວາມໄຝ່ຝັນຂອງຊາດ ທີ່ຢາກພັດທະນາເຂດ ເພື່ອບໍ່ໃຫ້ນ້ອຍໜ້າກວ່າບໍ່ວ່າເຂດໃດຂອງປະເທດ./. 

ຕອບກັບ

ຂ່າວ/ບົດ​ອື່ນ