ພັດທະນາເຂດເສດຖະກິດຈຸດສຸມພາກກາງ

ເປັນ​ຄັ້ງ​ທຳ​ອິດ ພາຍຫຼັງ​ທີ່​ລັດ​ຖະບານ​ໄດ້​ຕົກ​ລົງ​ສ້າງ​ຕັ້ງສະ​ພາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ​ໃນ​ປີ 2015, ການ​ນຳ 5 ແຂວງ ແລະ ນະ​ຄອນ​ຄື : ເທື່ອ​ທຽນ​ເຫ້ວ, ກວາງ​ນາມ, ກວາງ​ງ້າຍ, ບີງດິ້ງ ແລະ ນະ​ຄອນ​ດານັ້ງ​ໄດ້​ໂຮມ​ປະ​ຊຸມ​ເມື່ອ​ວັນ​ທີ 29/7/2016 ເພື່ອ​ປຶກ​ສາ​ຫາ​ລື​ແຜນ​ການ​ພັດ​ທະ​ນາ​ເຂດ. ບັນ​ຫາ​ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ເຂດ ແລະ ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ຕ່າງ​ຫາກ​ເພື່ອ​ສ້າງ​ກຳ​ລັງ​ຫນູນພັດ​ທະ​ນາ ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ ໂດຍ​ບັນ​ດາ​ທ້ອງ​ຖິ່ນ​ໄດ້​ຍົກ​ອອກ​ມາ.

ພັດທະນາເຂດເສດຖະກິດຈຸດສຸມພາກກາງ - ảnh 1
ການ​ນຳ 5 ແຂວງ ແລະ ນະ​ຄອນ​ພາກ​ກາງ​ໄດ້​ໂຮມ​ປະ​ຊຸມ​ເມື່ອ​ວັນ​ທີ 29/7/2016 ເພື່ອ​ປຶກ​ສາ​ຫາ​ລື​ແຜນ​ການ​ພັດ​ທະ​ນາ​ເຂດ

      ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງໂດຍ​ແມ່ນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຕົກ​ລົງ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2008 ຊຶ່ງ​ລວມ​ມີ 5 ແຂວງ ແລະ ນະ​ຄອນ​ເຊັ່ນ: ເທື່ອ​ທຽນ​ເຫ້ວ, ກວາງ​ນາມ, ກວາງ​ງ້າຍ, ບີງດິ້ງ ແລະ ນະ​ຄອນ​ດານັ້ງ​. ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ນີ້ ມີ 4 ເຂດ​ເສດ​ຖະ​ກິດ​ແກ່ນ​ສານ​ເຊັ່ນ: ເຈີນ​ໄມ - ລັງ​ໂກ, ຈູ​ລາຍ, ຢຸງ​ກ໋ວດ ແລະ ເຍີ​ນ​ໂຫ້ຍ ພ້ອມ​ກັບ 7 ກຸ່ມ​ຕົວ​ເມືອງ​ໃຫຍ່ ເຊັ່ນ ເຫ້ວ, ດານັ້ງ, ໂຫ້ຍ​ອານ, ຕາມ​ກີ, ຫວ້ານ​ເຕືອງ, ກວ​າງ​ງ້າຍ ແລະ ກີ​ເຍີນ. ພາຍຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວ​ລາ 8 ປີ, ລະ​ດັບ​ການ​ເຕີບ​ໂຕ GDP ສະ​ເລ່ຍ​ຂອງ​ທັງເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ​ບັນ​ລຸ 9,4%, ສູງກວ່າ​ລະ​ດັບ​ເຕີບ​ໂຕ​ທົ່ວ​ປະ​ເທດ 5,9 % , ໂຄງ​ປະ​ກອບ​ເສດ​ຖະ​ກິດ​ເຂດຫັນ​ປ່ຽນ​ຢ່າງ​ແຂງ​ແຮງຕາ​ມ​ທິດ​ການ​ບໍ​ລິ​ການ​ອຸດ​ສາ​ຫະ​ກຳ, ກໍ່​ສ້າງ ແລະ ອຸດ​ສາ​ຫະ​ກຳ. ຄວາມ​ສາ​ມາດ​ແກ່ງແຍ້ງ​ຂອງ​ເຂດ​ໄດ້​ຮັບ​ການ​ປົວ​ແປງຫຼາຍ​ພໍ​ສົມ​ຄວນ.

     ນະ​ໂຍ​ບາຍ​ພິ​ເສດ​ສະ​ເພະ​ໃຫ້ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ

  ໃນເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ, ນະ​ຄອນ​ດານັ້ງ, ແຂວງກວາງ​ນາມ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ທີ່​ມີ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ທີ່​ດີ​ເດັ່ນ. 3 ແຂວງ​ທີ່​ຍັງ​ເຫຼືອ ແມ່ນ​ຂຶ້ນ​ກັບ​ກຸ່ມ​ແກ່ງ​ແຍ້ງ​ທີ່​ດີໃນ​ພາກ​ພື້ນ ແລະ ໃນ​ທົ່ວ​ປະ​ເທດ. ແຕ່ ການ​ພັດ​ທະ​ນາ​ຂອງ ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ​ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ເທື່ອ. ທ່ານ ປອ ເຈີນ​ຢູ​ລິກ, ຫົວ​ໜ້າ​ກຸ່ມ​ທີ່​ປຶກ​ສາ ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ ຖື​ວ່າ ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ຕ້ອງວາງ​ແຜນ​ກຳ​ນົດ​ເສດ​ຖະ​ກິດຂອງ ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ. ລັດ​ຖະ​ບານ​ໄດ້ ແລະ ພວມກໍ່​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ໃຫ້​ແກ່ ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ ແນ​ໃສ່​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ຈຸດ​ປະ​ສົງ​ພັດ​ທະ​ນາ​ຢ່າງ​ກະ​ໂດດ​ຂັ້ນ​ຂອງ​ເຂດ. ທ່ານ ປອ ເຈີນ​ຢູ​ລິກ ມີ​ຄຳ​ເຫັນ​ວ່າ : 

    “ ພວກ​ເຮົາ​ບໍ່​ຄວນ​ມີ​ຈີນ​ຕະ​ນາ​ການ​ແບບ​ພາຍໃນ​ຂົງ​ເຂດ, ຫາກ​ຕ້ອງ​ອີງ​ໃສ່​ຜົນ​ປະ​ໂຫຍດ​ຂອງ​ທົ່ວ​ເຂດ. ເຂດນີ້​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ທາງ​ດ້ານ​ການ​ທ່ອງ​ທ່ຽວ, ພວກ​ເຮົາ​ຕ້ອງ​ຮ່ວມ​ສຳ​ພັນ​ໂຄ​ສະ​ນາ​ໃຫ້​ແກ່​ເຂດ, ພວກ​ເຮົາ​ຈະ​ມີ​ພາບ​ພົດ​ລວມ, ແທນ​ທີ່​ເຂດ​ທ່ອງທ່ຽວດຽວ. ຫຼື​ວ່າ ໃນ​ການ​ຮຽກ​ຮ້ອງການ​ລົງ​ທຶນ, ໄດ້​ເຄີຍມີການ​ສົ່ງ​ເສີມ​ການ​ລົງ​ທຶນ​ດ້ວຍ​ຂອບ​ຂະ​ໜາດ​ເຂດ, ບໍ່​ຮຽກ​ຮ້ອງແບບ​ຕ່າງ​ຫາກ. ສຸດ​ທ້າຍ​ແມ່ນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ຮ່ວມ​ສຳ​ພັນ ແມ່ນ​ການກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສ້າງ​ຕະຫຼາດ​ແຮງ​ງານ​ລວມ ”

     ດ້ວຍ 4 ເຂດ​ເສດ​ຖະ​ກິດ ແລະ ບັນ​ດາ​ເຂດ, ກຸ່ມ​ອຸດ​ສາ​ຫະ​ກຳ​ທີ່​ຖືກ​ຈັດ​ສັນ​ຢ່າງ​ທົ່ວ​ເຖິງ ແລະ ພັດ​ຖືກນອນ​ໃນ​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ​ນັ້ນ, ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງມີ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້ງ​ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງ​ທຶນ. ແຕ່​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ແມ່ນ​ເພື່ອ​ແນ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ເສດ​ຖະ​ກິດ​ເປັນ​ເອ​ກະ​ພາບ​ໃນ​ທົ່ວ​ເຂດ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ, ເພີ່ມ​ກຳ​ລັງ​ແກ່ງ​ແຍ້ງ​ໃນ​ສະ​ພາ​ວະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ. ທ່ານ ຟານ​ກາວ​ທັ້ງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ​ບີງດິ້ງ ຖື​ວ່າ :

    “ ປະ​ຈຸ​ບັນ, ຄວນ​ເພີ່ມ​ທະ​ວີ​ການຮ່ວມ​ສຳ​ພັນ​, ພິ​ເສດ​ແມ່ນ​ໂຄງ​ລ່າງ, ເສັ້ນ​ທາງ​ຄວາມ​ໄວ​ສູງ​ຕ້ອງ​ເຊື່ອມ​ຈອດ​ຈາກ​ເຫ້ວ​ ຫາ​ ກີ​ເຍີນ. ລະ​ບົບ​ທ່າ​ກຳ​ປັ່ນ, ເສັ້ນ​ທາງ​ແຄມ​ທະ​ເລ, ສະ​ໜາມ​ບິນ, ແຂວງ​ໃດ​ກໍ​ມີ​ທ່າ​ໄດ້​ປຽບ ແຕ່​ຢູ່​ໃນ​ເຂດ​ກໍ​ຕ້ອງ​ມີ​ການ​ຮ່ວມ​ສຳ​ພັນ. ລັດ​ຖະ​ບານ​ຄວນ​ມີ​ກົນ​ໄກ​ພິ​ເສດ​ສະ​ເພາະ​ສຳ​ລັບ​ເຂດ.  ”

    ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ເຕັກ​ນິກ​ສູງ, ການ​ບໍ​ລິ​ການ​ມີ​ມູນ​ຄ່າ​ເພີ່ມ

  ຈຸດ​ໝາຍ​ຂອງ​ການ​ພັດ​ທະ​ນາ​ຂອງ ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ​ເຖິງ​ປີ 2020 ແມ່ນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​ເຂດ​ແມ່ນ​ປະ​ມານ 9%/ປີ, ສູ້​ຊົນ​ເພີ່ມ​ລະ​ດັບ​ການ​ປະ​ກອບ​ສ່ວນ​ເຂົ້າ​ງົບ​ປະ​ມານ​ໃຫ້​ທົ່ວ​ປະ​ເທດ​ຂຶ້ນ​ເຖິງ 7,5%. ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ​ໄດ້​ມີ​ບັນ​ດາ​ກຸ່ມ​ມາດ​ຕະ​ການ​ແກ້​ໄຂ, ໃນ​ນັ້ນ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ຂະ​ແໜ​ງ​ອຸດ​ສາ​ຫະ​ກຳທີ່​ໃຊ້​ເຕັກ​ນິກ​ສູງ, ຂະ​ແໜງ ການ​ບໍ​ລິ​ການ​ມີ​ມູນ​ຄ່າ​ເພີ່ມ​ສູງ. ດ້ວຍ​ຖາ​ນະ​ເປັນ​ປະ​ທານ​ສະ​ພາເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ, ທ່ານ ຮີງ​ດຶກ​ເທີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນນະ​ຄອນ​ດານັ້ງ ຢືນ​ຢັນ​ວ່າ : 

    “ ບັນ​ດາ​ແຂວງ​ພ​ສກ​ເຮົາ​ເຫັນ​ວ່າ ມີ​ຄວາມ​ຕ້ອງ​ການ​ໂດຍ​ຈຳ​ເປັນ ແລະ ຮີບ​ດ່ວນ​ເພື່ອ​ສ້າງ​ສະ​ພາບ​ແວ​ດ​ລ້ອມພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ການ​ທ່ອງ​ທ່ຽວ, ຮ່ວມ​ສຳ​ພັນ​ຂຸດ​ຄົ້ນ​ສິນທະ​ເລ, ກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ”

    ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ທົ່ວ​ປະ​ເທດ. ດ້ວຍ​ບັນ​ດາ​ເຂດ​ເສດ​ຖະ​ກິດ, ເຂດ​ຕົວ​ເມືອງ, ຂົງ​ເຂດນີ້ ໄດ້ ແລະ ພວມ​ສ້າງ​ໂສມ​ໜ້າ​ໃໝ່, ສະ​ພາບ​ແວ​ລ້ອມ​ດ້ານ​ເສດ​ຖະ​ກິດ​ທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ. ການ​ມີກົນ​ໄກພິ​ເສດ​ສະ​ເພາະ ແລະ ເພີ່ມ​ທະ​ວ​ີ​ການ​ຮ່ວມ​ສຳ​ພັ​ນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ແລະ ບັນ​ຫ​າ​ຈຸດ​ສຸມ​ທີ່​ວາງ​ອອກ​ເພື່ອ​ພັດ​ທະ​ນາ ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ກາງ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ