ພັດທະນາເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດພວມ​ສົ່ງ​ຜົນ​ກະ​ທົບທີ່ບໍ່​ດີ​ເຖິງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມຊຶ່ງ​ແມ່ນ​ເຂດ​ປະ​ກອບ​ສ່ວນ​ເຖິງ 15% ຍອດ GDP ຂອງ​ທົ່ວ​ປະ​ເທດ. ເວ​ທີ​ປາ​ໄສ “ ເພື່ອ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ​ວັດ​ທະ​ນາ​ຖາ​ວອນ ແລະ ແທດ​ເໝາະ​ກັບ​ດິນ​ຟ້າ​ອາ​ກາດ ”, ໃນ​ມໍ່ໆ​ມານີ້, ໄດ້​ຮຽກ​ຮ້ອງ​ບັນ​ດາ​ອົງ​ການ​ສາ​ກົນ​ຈົ່ງ​ຊ່ວຍ​ເຫຼືອ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຂອງ​ສະ​ພາບ​ນ້ຳ​ທະ​ເລ​ຂຶ້ນ​ສູງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພ້ອມ​ກັນ​ນັ້ນ, ກໍ​ພວມ​ຈັດ​ຕັ້ງ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

 

ພັດທະນາເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ່​ປາ​ໄສເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມປີ 2016

        ເວ​ທີ​ປາ​ໄສ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມປີ 2016 ໂດຍ​ທະ​ນາ​ຄານ​ໂລກ WB ສົມ​ທົບ​ກັບ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຈັດ​ຂຶ້ນ​ໃນ​ວັນ​ທີ 27/6 ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ບັນ​ດາ​ບົດ​ລາຍ​ງານ, ຄົ້​ນ​ຄ້​ວາ​ໄດ້​ຖືກ​ຍົກ​ອອກ​ມາທີ່ເວ​ທີ​ປາ​ໄສຕ່າງ​ກໍ​ຖື​ວ່າ ເພື່ອ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ ມີ​ບົດ​ບາດ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ​ເວົ້າ​ລວມ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂອງ​ພາກ​ພື້ນ​ເວົ້າ​ສະ​ເພາະ. ແຫ່ງນີ້​ແມ່ນ​ເຂດ​ຜະ​ລິດ​ກະ​ສີ​ກຳ, ສິນ​ໃນ​ນ້ຳ​ເປັນ​ສິນ​ຄ້າໃຫຍ່ກວ່າ​ໝູ່​ຂອງ​ຫວຽດ​ນາມ, ປະ​ກອບ​ສ່ວ​ນ 41% ມູນ​ຄ່າ​ການ​ຜະ​ລິດ​ກະ​ສີ​ກຳ, ເກືອບ 70% ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳ, 90% ປະ​ລີມານເຂົ້າ​ສານ​ສົ່ງ​ອອກ, ສະ​ໜອງ 1/5 ປະ​ລີ​ມານ​ການ​ຜະ​ລິດ​ເຂົ້າ​ສານ​ເປັນ​ສິນ​ຄ້າ​ທົ່ວ​ໂລກ.

     ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດເຮັດ​ໃຫ້​ອັດ​ຕາ​ສ່ວນ​ປະ​ກອບ GDP ມີ​ໄພ​ຖືກຫຼຸດ​ລົງ.

    ມາ​ຮອດ​ປະ​ຈຸ​ບັນ, ບໍ​ລິ​ເວນ​ນ້ຳ​ທະ​ເລ​ຊຶມ​ໄດ້​ແຜ່​ລາມ​ອອກ​ກ້​ວາງ​ແຕ່ 100 ຫາ 120 ກີ​ໂລ​ແມັດ​ຢູ່ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ. ມີ​ເນື້ອ​ທີ່​ນາ​ກວ່າ 230.000 ແຮັກ​ຕາ, ຕົ້​ນ​ໄມ້​ກິນ​ໝາກ 9.400 ແຮັກ​ຕາ, ເນື້ອ​ທີ່​ລ້ຽງ, ປູກ​ສິນ​ໃນ​ນ້ຳ​ກວ່າ 5 ພັນ​ແຮັກ​ຕາ​ຖືກ​ຜົນ​ສະ​ທ້ອນ. ຍອດ​ປະ​ລີ​ມານ​ການ​ຜະ​ລິດ​ເຂົ້າ​ລະ​ດູ​ໜາວ​ຕໍ່​ລະ​ດູ​ບານ​ໃໝ່​ທີ່​ຜ່ານ​ມາ ໄດ້ຫຼຸດ​ລົງ​ກວ່າ 400.000 ແຮັກ​ຕາ. ໃນ​ໄລ​ຍະ​ຍາວ, ບັນ​ດາ​ເຂດ​ຊຸມ​ຊົນ​ຢູ່ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມໄດ້​ຮັບ​ການ​ຄາດ​ຄະ​ເນວ​່າ ຈະ​ແມ່ນ​ເປົ້າ​ໝາຍ​ຮັບ​ຜົນ​ກະ​ທົບ​ບໍ່​ໜ້ອຍຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໃນ​ນັ້ນ​ມີ​ປະ​ກົດ​ການ​ນ້ຳ​ທະ​ເລ​ຂຶ້ນ​ສູງ ແລະ ພາ​ຍຸ​ຊົນ​ຮ້ອນ​ມີ​ແນວ​ໂນ້ມ​ນັບ​ມື້​ນັບ​ແຮງ​ຂຶ້ນ. ​ປະ​ລີ​ມານ​ການ​ຜະ​ລິດ​ເຂົ້າຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ​ໄດ້​ຖືກ​ຄາດ​ຄະ​ເນ​ວ່າ ຈະຫຼຸດ​ລົ​ງ​ແຕ່ 6-12%. ການຫຼຸດ​ລົງ​ຂອງ​ປະ​ລີ​ມານ​ການ​ຜະ​ລິດ​ກະ​ສີ​ກຳ​ຢູ່​ເຂດນີ້ ຈະ​ບໍ່​ພຽງ​ແຕ່​ເປັນ​ບັນ​ຫາ​ຂອງ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ສົ່ງ​ຜົນ​ກະ​ທົບ​ເຖິງ​ລາ​ຄາ​ສະ​ບຽງ​ອາ​ຫານ​ອີກ​ດ້ວຍ, ອັນ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂອງທົ່ວ​ໂລກ.

    ປະ​ຕິ​ບັດ​ຮູບ​ແບບ​ຮ່ວມ​ສຳ​ພັນ​ເພ່ືອ​ພັດ​ທະ​ນາ

    ແລະ​ກໍ​ຢູ່ເວ​ທີ​ປາ​ໄສນີ້, ຜູ້​ນຳ​ລັດ​ຖະ​ບານ​ຫວຽດ​ນາມ​ຖື​ວ່າ ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ອູ່​ເຂົ້າ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງຕ້ອງ​ແມ່ນ​ແຫ່ງ​ທີ່ມີ​ພື້ນ​ຖານ​ກະ​ສີ​ກຳ​ຍືນ​ຍົງ, ມີ​ມູນ​ຄ່າ​ເພີ່ມ​ສູງ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ກວ້າງ​ຂວາງ​ກ່​ວານັ້ນ ແມ່ນ​ອາ​ຊີ​ໃນ​ອະ​ນາ​ຄົດ.  ​ປະ​ຕິບັດໄດ້​ເປົ້າ​ໝາຍນີ້ ກໍ​ແມ່ນ​ໄດ້​ສຳ​ເລັດໜຶ່ງ​ໃນ​ບັນ​ດາ​ພາ​ລະ​ກຳ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ຂອງ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ​ເວົ້າລວມ, ເວົ້າ​ສະ​ເພາະ​ແມ່ນ​ການຫັນກະ​ສີ​ກຳ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ. ເພື່ອ​ໃຫ້ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມພັດ​ທະ​ນາ​ຍິ່ງກວ່າ​ອີກ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໃຫ້​ການ​ຊີ້​ນຳ​ວ່າ : 

    “ ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ພ້ອມ​ກັບ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມສົມ​ທົບ​ກັບ​ລັດ​ຖະ​ບານ​ສຸມ​ໃສ່​ຊີ້​ນຳ​ການກໍ່​ສ້າງຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ, ສ້າງ​ຍຸດ​ທະ​ສາດ​ພັດ​ທະ​ນາ ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ​ເພື່ອ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ, ຫຼີກ​ລ້ຽງ​ສະ​ພາບ​ແກ່ງ​ແຍ້ງ​ຢູ່​ພາຍ​ໃນ, ຈັດ​ແບ່ງວຽກ​ງານ​ໃຫ້​ເຂດ​ໃດ, ແຂວງ​ໃດ, ສຸມ​ໃສ່​ຜະລິດທັນ​ຍາ​ຫານ, ອາ​ຫານຫຼື​ປູກ​ຕົ້ນ​ໄມ້​ຫຍັງ​ໃຫ້​ແທດ​ເໝາະ.  ”

      ທີ່ເວ​ທີ​ປາ​ໄສ, ຜູ້​ແທນ​ທີ່​ເຂົ້າ​ຮ່ວມຫຼາຍ​ທ່ານ​ໄດ້​ພ້ອມ​ກັນ​ປຶກ​ສາ​ຫາ​ລື​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດໃນ​ເຂດ, ບັນ​ດາ​ຄວາມ​ສ່ຽງ​ທີ່​ໄປ​ພ້ອມ​ກັບ​ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ບັນ​ດາ​ຍຸດ​ທະ​ສາດ​ທີ່​ດັດ​ປັບ​ໃຫ້​ແທດ​ເໝາະ, ໃນ​ນັ້ນ​ລວມ​ທັງ​ການ​ສ້າງ​ເປັນ​ແຜນ​ການ​ຄົບ​ຊຸດ, ວຽກ​ງານ​ສົມ​ທົບ​ກັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ, ຂະ​ແໜງ​ການ​ຕ່າງໆ.

     ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ

    ທີ່ເວ​ທີ​ປາ​ໄສເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມປີ 2016, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ເຖິງ​ກາ​ນຮ່ວມ​ມືກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເພື່ອ​ພັດ​ທະ​ນາເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ, ໃນ​ນັ້ນ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ກວ່າ​ໝູ່​ແມ່ນ​ກັບ WB. ທ່ານ​ນາງ Victoria Kwakwa, ຮອງ​ປະ​ທານ​ຮັບ​ຜິດ​ຊອບ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ​ຂອງ WB ໃຫ້​ຮູ້ວ​່າ : 

        “  ເວ​ທີ​ປາ​ໄສນີ້ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ປຶກ​ສາ​ຫາ​ລື ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ໜູນ​ຊ່ວຍ, ໃນ​ນັ້ນ​ມີ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ. ພວກ​ຂ້າ​ພະ​ເຈົ້າກໍ​ລ້ວນແຕ່​ມີ​ຈຸດ​ປະ​ສົງ​ຮ່ວມ ແມ່ນ​ຊ່ວຍ​ຊາວ​ກະ​ສີ​ກອນເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ​ມີ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ນຳ​ມາ​ຊຶ່ງ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃນ​ອະ​ນາ​ຄົດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຍົກ​ອອກ​ບາງວິ​ທີ​ການ​ແກ້​ໄຂ, ພ້ອມ​ກັບ​ການ​ຍົກ​ອອກວິ​ທີ​ການ​ແກ້​ໄຂ​ນັ້ນ, ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໄດ້​ມີ​ວິ​ໄສ​ທັດ​ຮ່ວມ​ກັນ ”

        ພ້ອມ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ສາ​ກົນ, ລັດ​ຖະ​ບານ​ຫວຽດ​ນາມ​ໄດ້​ໃຫ້​ບຸ​ລິ​ມະ​ສິດ ແລະ ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ລົງ​ທຶນກໍ່​ສ້າງຫຼາຍ​ເຂດ​ອຸດ​ສາ​ຫະ​ກຳ, ຍົກ​ລະ​ດັບ​ໂຄງ​ປະ​ກອບ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ຄົມ​ມະ​ນາ​ຄົມ​ທາງ​ບົກ, ການ​ບິນ​ເພື່ອ​ເປົາ​ໝາຍ​ພັດ​ທະ​ນາ​ຢູ່ ​ຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ