ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ: ຮັບ​ປະ​ກັນ​ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ຊຸກ​ຍູ້​ການ​ເຕີບ​ໂຕ

(VOVWORLD) -   ໃນທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການພັດທະນາເຮືອນຢູ່ສັງຄົມ (ເຮືອນຢູ່ອາໄສໂດຍລັດຖະບານ ໜູນຊ່ວຍໃຫ້ເປົ້າໝາຍທີ່ໄດ້ຮັບນະໂຍບາຍຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ). ການພັດທະນາເຮືອນຢູ່ສັງຄົມແມ່ນໜຶ່ງໃນບັນດາເສົາຄ້ຳຂອງນະໂຍບາຍສະຫວັດດີການສັງຄົມ ພ້ອມທັງແມ່ນມາດຕະການຊຸກຍູ້ການພັດທະນາເສດຖະກິດ. ໄລຍະຜ່ານມາ, ການພັດທະນາເຮືອນຢູ່ສັງຄົມໄດ້ມີການຜັນແປຢ່າງຕັ້ງໜ້າ ແຕ່ຍັງບໍ່ທັນຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການທີ່ວາງອອກ, ສະນັ້ນ, ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ທະນາຄານ, ວິສາຫະກິດ ພ້ອມກັນຊອກຫາວິທີການແກ້ໄຂ.
ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ: ຮັບ​ປະ​ກັນ​ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ຊຸກ​ຍູ້​ການ​ເຕີບ​ໂຕ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: nhandan.vn)

ມະຕິກອງປະຊຸມໃຫຍ່ຊຸດທີ XIII ຂອງພັກຄອມມູນິດ ຫວຽດນາມ ແລະ ຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ 2021 – 2030 ໄດ້ເຕື້ອງເຖິງຫຼາຍເນື້ອໃນເພື່ອຮັບປະກັນສິດເຂົ້າເຖິງຄວາມສະເໝີພາບກ່ຽວກັບເຮືອນຢູ່ໃຫ້ແກ່ກຳມະກອນ, ການພັດທະນາເຮືອນຢູ່ສັງຄົມ.

ບັນດາໝາກຜົນໃນເບື້ອງຕົ້ນ

       ແກ້ໄຂຄວາມຕ້ອງການດ້ານເຮືອນຢູ່ໃຫ້ແກ່ປະຊາຊົນ, ພິເສດແມ່ນບັນດາເປົ້າໝາຍທີ່ມີລາຍຮັບຕ່ຳ ແລະ ກຳມະກອນຢູ່ເຂດອຸດສາຫະກຳຕ່າງໆ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານ ແລະ ໄດ້ຮັບການກຳນົດວ່າ ແມ່ນໜ້າທີ່ຈຸດສຸມໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

        ເດືອນເສມາ ປີ 2023, ທ່ານນາຍົກລັດຖະມົນຕີໄດ້ປະກາດໃຊ້ແຜນຮ່າງ “ລົງທຶນກໍ່ສ້າງເຮືອນຢູ່ສັງຄົມຢ່າງໜ້ອຍສຸດ 1 ລ້ານອາພັບເມນໃຫ້ແກ່ເປົ້າໝາຍທີ່ມີລາຍຮັບຕ່ຳ, ກຳມະກອນຢູ່ເຂດອຸດສາຫະກຳ ໄລຍະ 2021 – 2030”. ທະນາຄານຕ່າງໆໄດ້ຈັດແບ່ງບ້ວງເງິນ  120.000 ຕື້ດົ່ງ (ກວ່າ 5 ຕື້ USD) ເພື່ອຜັນຂະຫຍາຍແຜນຮ່າງນີ້.

        ໄລ່ຮອດປັດຈຸບັນ, 28 ທ້ອງຖິ່ນໄດ້ປະກາດ 68 ໂຄງການທີ່ມີເງື່ອນໄຂຢ່າງຄົບຖ້ວນ ຕອບສະໜອງໄດ້ບ້ວງເງິນສິນເຊື່ອ 120.000 ຕື້ດົ່ງ ດ້ວຍຄວາມຕ້ອງການກູ້ທຶນກວ່າ 30.000 ຕື້ດົ່ງ (ເກືອບ 1,3 ຕື້ USD). ບັນດາທະນາຄານໄດ້ໃຫ້ຄຳໝັ້ນສັນຍາມສະໜອງການສິນເຊື່ອໃຫ້ແກ່ 15 ໂຄງການ.  ກະຊວງກໍ່ສ້າງ ຕີລາຄາແຫຼ່ງທຶນໜູນຊ່ວຍໃນເບື້ອງຕົ້ນ ກໍໄດ້ມີໝາກຜົນແລ້ວ.

ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ: ຮັບ​ປະ​ກັນ​ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ຊຸກ​ຍູ້​ການ​ເຕີບ​ໂຕ - ảnh 2ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: nhandan.vn)

        ຖ້າໄລ່ໃນໄລຍະແຕ່ປີ  2021 ຮອດປີ 2023, ທົ່ວປະເທດມີເກືອບ 500 ໂຄງການເຮືອນຢູ່ສັງຄົມທີ່ໄດ້ຮັບການຜັນຂະຫຍາຍ, ດ້ວຍຂອບຂະໜາດກວ່າ 410.000 ອາພາດເມນ, ໃນນັ້ນ ມີ 72 ໂຄງການໄດ້ກໍ່ສ້າງສຳເລັດ.

        ກ່ຽວກັບເນື້ອທີ່ດິນວາງແຜນຜັງສຳລັບການກໍ່ສ້າງເຮືອນຢູ່ສັງຄົມ, ຕາມກະຊວງກໍ່ສ້າງແລ້ວ, ປັດຈຸບັນ, ຫວຽດນາມ ໄດ້ວາງແຜນຜັງກວ່າ 8.600 ເຮັກຕາ ເພື່ອກໍ່ສ້າງເຮືອນຢູ່ສັງຄົມ. ເມື່ອທຽບໃສ່ 4 ປີກ່ອນ (ປີ 2020), ເນື້ອທີ່ດິນພັດທະນາເຮືອນຢູ່ສັງຄົມ ໄດ້ເພີ່ມຂຶ້ນຕື່ມອີກ 5.252 ເຮັກຕາ.

ມີເຮືອນຢູ່ສັງຄົມ 130.000 ອາພັບເມນໄດ້ຮັບການກໍ່ສ້າງໃນປີ 2024.

        3 ປີຜ່ານມາ, ເຖິງວ່າມີ 72 ໂຄງການເຮືອນຢູ່ສັງຄົມໄດ້ຮັບການກໍ່ສ້າງສຳເລັດ ແຕ່ວ່າຫາກໍມີກວ່າ 38.000 ອາພາດເມນເທົ່ານັ້ນ. ຖ້າທຽບໃສ່ເປົ້າໝາຍທີ່ໄດ້ວາງອອກນັ້ນ ປະລິມານໂຄງການເຮືອນຢູ່ສັງຄົມກວມເອົາອັດຕາຕ່ຳ.

        ໃນມະຕິເລກທີ 01, ປະກາດໃຊ້ໃນເດືອນ 01 ປີ 2024 ວ່າດ້ວຍໜ້າທີ່, ມາດຕະການແກ້ໄຂຫຼັກແຫຼ່ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ກໍ່ສ້າງສຳເລັດເຮືອນຢູ່ສັງຄົມຈຳນວນ 130.000 ອາພາດເມນ. ເພື່ອຫັນເປົ້າໝາຍຂອງປີນີ້ ກໍຄືເປົ້າໝາຍ ຮອດປີ 2030 ຈະກໍ່ສ້າງເຮືອນຢູ່ສັງຄົມໄດ້ 1 ລ້ານອາພາດເມນໃຫ້ປະກົດຜົນເປັນຈິງນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ:

        “ກະຊວງກໍ່ສ້າງຮັບຜິດຊອບສ້າງຂັ້ນຕອນເລັ່ງລັດລະບຽບການບໍລິຫານໃນການເລືອກເຟັ້ນນັກລົງທຶນ, ຜັນຂະຫຍາຍໂຄງການເຮືອນຢູ່ສັງຄົມ ໃຫ້ກະທັດລັດ ເພື່ອປະຢັດເວລາ, ສົ່ງເສີມ, ລະດົມບັນດາແຫຼ່ງກຳລັງສັງຄົມ. ທະນາຄານແຫ່ງລັດ ໄດ້ຊີ້ນຳບັນດາທະນາຄານການຄ້າແຫ່ງລັດໃຫຍ່ ຮ່ວມແຮງຮ່ວມໃຈພ້ອມກັບວິສາຫະກິດ ສຶກສາຄົ້ນຄວ້າ, ກໍ່ສ້າງ ແລະ ສະໜອງບ້ວງເງິນສິນເຊື່ອໃຫ້ແກ່ຜູ້ຊື້ ດ້ວຍໄລຍະເວລາ 10 15 ປີ ແລະ ດອກເບ້ຍຕ່ຳກວ່າ ແຕ່ 3 5% ເມື່ອທຽບໃສ່ເງິນກູ້ຢືມການຄ້າ”.

        ສວ່ນທາງວິສາຫະກິດ, ທ່ານຫງວຽນວັນແທງຮຸຍ, ຮອງຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ Becamex, ໃຫ້ຮູ້ວ່າ: ຈະສຸມໃສ່ພັດທະນາເຮືອນຢູ່ສັງຄົມ ໄປຄຽງຄູ່ກັບເຮືອນຢູ່ກຳມະກອນຢ່າງແຮງກວ່າອີກ. ໃນປີ 2024 ນີ້, ແຂວງ ບິ່ງເຢືອງ ໄດ້ໃຫ້ບຸລິມະສິດລົງມືກໍ່ສ້າງເຮືອນຢູ່ສັງຄົມ 10.000 ອາພັບເມນ.

        “ໃນໄຕມາດ 1 ປີ 2024, ພວກຂ້າພະເຈົ້າໄດ້ລົງມືກໍ່ສ້າງ 2000 ອາພັບເມນ. ກ່ຽວກັບແຫຼ່ງທຶນ, ທາງແຂວງໃຫ້ບຸລິມະສິດໃນການຈັດແບ່ງບັນດາແຫຼ່ງກຳລັງ, ຮຽກຮ້ອງການເຂົ້າຮ່ວມຂອງບັນດາທະນາຄານການຄ້າ ເພື່ອຜັນຂະຫຍາຍ, ປະຕິບັດບັນດາໂຄງການນີ້. ໃນໄລຍະປະຕິບັດ, Becamex ເຫັນວ່າ ດອກເບ້ຍເງິນກູ້ສຳລັບຜູ້ອອກແຮງງານຍັງສູງ ແລະ ເວລາໃນການຊຳລະໄລຍະສັ້ນ. ຖ້າຫາກວ່າ ພວກເຮົາແກ່ເວລາຊຳລະໃຫ້ຜູ້ອອກແຮງງານຍາວກວ່ານັ້ນ ຈະສ້າງໂອກາດທີ່ຜູ້ອອກແຮງງານໄດ້ມີເຮືອນຢູ່ສັງຄົມຈະຫຼາຍກວ່າ”.

        ຫວຽດນາມ ພວມຜັນຂະຫຍາຍແຜນຮ່າງມຸ່ງໄປເຖິງການສ້າງເຮືອນຢູ່ສັງຄົມ 1 ລ້ານຫ້ອງເຖິງປີ 2030 ເປັນເທື່ອລະກ້າວ. ເຖິງວ່າຍັງມີຄວາມຫຍຸ້ງຍາກຫຼາຍຢ່າງທີ່ຕ້ອງແກ້ໄຂ ແຕ່ນີ້ກໍ່ແມ່ນແຜນນະໂຍບາຍທີ່ມີລັກສະນະວັດທະນະທຳມະນຸດ, ປະກອບສ່ວນຮັບປະກັນສະຫວັດດີການສັງຄົມ ພ້ອມທັງຊຸກຍູ້ການເຕີບໂຕເສດຖະກິດ./.

ຕອບກັບ

ຂ່າວ/ບົດ​ອື່ນ