ພັດທະນາແຫຼ່ງຊັບພະຍາກອນມະນຸດຫວຽດນາມ ຕອບສະໜອງໄລຍະເຊື່ອມໂຍງ


(vovworld)-​​ ຫວຽດນາມ ​ຖືກ​ຖື​ວ່າ​ແມ່ນ​ປະ​ເທດ​ມີ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່ອຸດົມສົມບູນ​ດ້ວຍ​ປະຊາກອນ 90 ລ້ານ​ຄົນ, ​ແມ່ນ​ປະ​ເທດ​ມີ​ປະ​ຂາ​ກອນຫຼາຍ​ອັນ​ດັບ​ 3 ​ໃນ​ພາກ​ພື້ນ​ອາ​ຊຽນ ​ແລະ ອັນ​ດັບ 13 ​ໃນ​ໂລກ. ຫວຽດນາມ ພວມ​ຢູ່ໃນ​ໄລຍະ “ປະຊາກອນ​ຄຳ“ ​ໃນ​ຂະນະ​ທີ່​ມີ 66-67% ປະຊາກອນ​ໃນ​ເກັ່ນ​ອາຍຸ​ແຮງ​ງານ (ປະມານ 60 ລ້ານ​ຄົນ). ພ້ອມ​ກັນນັ້ນ, ແຫຼ່ງຊັບພະຍາກອນ​ມະນຸດຂອງ​ຫວຽດນາມ ມີ​ຄວາມ​ດຸໝັ່ນຂະຫຍັນ​ພຽນ, ສະຫຼຽວ​ສະຫຼາດ ​ແລະ ມີ​ຄວາມ​ສຳ​ມາດ​ຮັບ​ເອົາ​ບັນດາ​ຜົນງານ​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ໃໝ່, ທັນ​ສະ​ໄໝ​ຢ່າງ​ໄວວາ…

 ພັດທະນາແຫຼ່ງຊັບພະຍາກອນມະນຸດຫວຽດນາມ ຕອບສະໜອງໄລຍະເຊື່ອມໂຍງ - ảnh 1

(ພາບປະກອບ​)

  ມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ກຳນົດແຫຼ່ງຊັບພະຍາກອນ​ມະນຸດ​ແມ່ນ​ປັດ​ໄຈ​ສຳຄັນ​ກ່ວາ​ໝູ່​ຂອງ​ກຳລັງ​ການ​ຜະລິດ​ສັງຄົມ, ຕັດສິນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ໜຶ່ງ. ​ໃນ​ບັນດາ​ແຫຼ່ງກຳລັງ, ແຫຼ່ງຊັບ ພະຍາກອນ​ມະນຸດ​​ຖືກ​ຖື​ວ່າ​ແມ່ນ​ແຫຼ່ງກຳລັງ​ຕົ້ນຕໍ່ຄອບ​ງຳ​ວິວັດ​ການ​ພັດທະນາ​ເສດຖະກິດ-​ສັງຄົມ.

ການສຶກສາ​ອົບຮົມ​ຕາມ​ຄວາມ​ຕ້ອງການ​ຂອງ​ສັງຄົມ

     ບັນດາ​ຜູ້​ຊ່ຽວຊານ​ສາກົນ ​ແລະ ພາກ​ພື້ນ​ຕີ​ລາ​ຄາວ່າ, ປະຈຸ​ບັນ, ກຳລັງ​​ແຮງ​ງານ​ຫວຽດນາມ ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ຮ່ຳຮຽນ​ໄວ, ມີ​ຄວາມ​ສາມາດທ່ວງ​ທັນ​ກັບ​ລະດັບ​ຂອງ​​ໂລກ​ໃນ​ບາງ​ຂົງ​ເຂດ​ວິຊາ​ຊີບ. ນີ້​ແມ່ນ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ແລະ ກໍ່​ແມ່ນ​ຈຸດ​ດີ​ຊື່​ງຖັນ​ແຖວຊັບພະຍາກອນ​ມະນຸດ​ຫວຽ​ດນາມ ​ໃນ​ໄລຍະ​ໃໝ່​ຈະ​ສືບ​ຕໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ພັດທະນາ​ຂອງ​ປະ​ເທດ​ຊາດ. ​ເພື່ອ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ, ຫວຽດນາມ ​ໄດ້ ​ແລະ ພວມ​ຕັ້ງໜ້າ​ລົງທຶນ ແຫຼ່ງຊັບພະຍາກອນ​ມະນຸດ​​ທີ່​ມີ​ຄຸນ​ນະພາ​ບສູງ, ມີ​ລະດັບ​ວິຊາ​ສະ​ເພາະ​ສູງ, ​ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ຮັບ​ມື​​ໄວກັບ​ບັນດານ​ການ​ປ່ຽນ​ແປງ​ຢ່າງ​ໄວວາ​ຂອງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ຖື​ວ່າ​ນີ້ແມ່ນ​ປັດ​ໄຈ​ຕົ້ນຕໍ່​ຮັບປະກັນ​ໃຫ້​ພື້ນຖານ​ເສດຖະກິດ​ຫວຽດນາມ ພັດທະນາ​ຕາມ​ທິດ​ທັນ​ສະ​ໄໝ, ໝັ້ນຄົງ. ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ກຳນົດ​ວ່າ, ການ​ພັດທະນາ, ບຳລຸງ​ສ້າງແຫຼ່ງຊັບພະຍາກອນ​ມະນຸດ​​ຂັ້ນມະຫາວິທະຍາ​ໄລ​ຕາມ​ຄວາມ​ຕ້ອງການ​ຂອງ​ສັງຄົມ ​ແມ່ນ​ຍຸດ​ທະ​ສາດ​​ພັດທະນາ​ຂະໜາ​ດໃຫ່ຍຂອງ​ທົ່ວ​ຂະ​ແໜງ, ຜ່ານ​ນັ້ນ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ການ​ພັດທະນາ ແຫຼ່ງຊັບພະຍາກອນ​ມະນຸດທີ່​​ມີ​ຄຸນ​ນະພາ​ບສູງ​ຂອງປະ​ເທດ​ຊາດ. ທ່ານ​ຫງວຽນ​ທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເນັ້ນໜັກ​ວ່າ:

     “​ຍູ້​ແຮງ​ການ​ບຳລຸງ​ສ້າງຕາມ​ຄວາມ​ຕ້ອງການ​ຂອງ​ສັງຄົມ​ແມ່ນ​ສຳຄັນ​ ​ແລະ ຈຳ​ເປັນ​ເພື່ອ​ຕອບ​ສະຫ​ນອງຕາມ​ຄວາມ​ຕ້ອງການ​ເຊື່ອມ​ໂຍງ​. ຫວ່າງ​ແລ້ວ​ນີ້, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ສົມທົບ​ກັບ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​​ໄດ້ເຊັນ​ຂໍ້​ຕົກລົງ​ສຳຄັນ 2 ສະບັບ. ນັ້ນ​ແມ່ນ​ຂໍ້​ຕົກລົງ​ກັບ​ສະມາຄົມ​ວິ​ສາ​ຫະກິດເຢຍລະ​ມັນ ​ແລະ ບັນດາ​ອົງການ​ໜູນ​ຊ່ວຍ​ຂອງ​ລັດຖະບານເຢຍລະ​ມັນ, ຂໍ້​ຕົກລົງ​ກັບ​ສະມາຄົມວິ​ສາ​ຫະກິດ​ຍີ່ປຸ່ນ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ ເພື່ອ​ປະຕິບັດ​ການ​ບຳລຸງ​ສ້າງ​ຕາມ​ຄວາມ​ຕ້ອງການ​ຂອງ​ວິ​ສາ​ຫະກິດ​ເຢຍລະ​ມັນ ​ແລະ ຍີ່ປຸ່ນ ທີ່​ພວມ​ລົງທຶນ​ຢູ່​ຫວຽດນາມ ຕາມ​ມາດຖານ​ຂອງ​ເຂົາ​ເຈົ້າ. ພວກ​ເຮົາ​ຕ້ອງ​ຍູ້​ແຮງ​ການຄົ້ນຄ້ວາ​ວິທະຍາສາດ, ຄຽງຄູ່​ກັບ​ການ​ບຳລຸງ​ສ້າງຕາມ​ຄວາມ​ຕ້ອງການ​ແລ້ວ, ການຄົ້ນຄ້ວາ​ວິທະຍາສາດ​ກໍ່​ຕ້ອງຕາ​ມຄວາມ​ຕ້ອງອີງການ​ພັດທະນາ​ປະ​ເທດ​ຊາດ

ພັດທະນາແຫຼ່ງຊັບພະຍາກອນມະນຸດຫວຽດນາມ ຕອບສະໜອງໄລຍະເຊື່ອມໂຍງ - ảnh 2

(ພາບ: giaoducthoidai.vn)

   ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານສອນ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ

    ​  ໃນ​ໄລຍະ​ຜ່ານ​ມາ, ພື້ນຖານ​ເສດຖະກິດ​ຫວຽດນາມ ​ໄດ້​ພັດທະນາ​ຢ່າງ​ໄວວາ, ​ເຊື່ອມ​ໂຍງ​ກັບ​ເສດຖະກິດ​ໂລກ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ສະນັ້ນ, ຍາມ​ໃດ​ຫວຽດນາມ ກໍ່​ຕ້ອງການ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ມີ​ຄຸນ​ນະພາ​ບສູງ​ດ້ວຍ​ຈຳນວນ​ຫຼາຍ, ​ໃນ​ນັ້ນ, ຍຸດ​ທະ​ສາດ​ການ​ສອນ​ວິຊາ​ຊີບ​ໃຫ້​ແກ່ຄົນ​ງານ​ຊົນນະບົດ​ໂດຍ​ລັດຖະບານ​ເຊັນ​ອະນຸມັດ​ຖືກ​ຖື​ວ່າ, ​ແມ່ນ​ຂໍ້​ກຸນ​ແຈ​​ເພື່ອ​ໃຫ້ບັນດາ​ໂຄງການ, ຈຸດໝາຍ​ແຫ່ງ​ຊາດສຳ​ເລັດ​ຜົນ. ​ແຜນ​ຮ່າງ​ສອນ​ວິຊາ​ຊີບ​ໃຫ້​ແກ່ຄົນ​ງານ​ຊົນນະບົດ​ຮອດ​ປີ 2020 ຂອງລັດຖະບານ​ໄດ້​ຮັບການ​ປະຕິບັດ​​ໃນ​ເວລາ​ເກືອບ 4 ປີ​ແລ້ວ ດ້ວຍ​ຈຸດໝາຍ​ສະ​ເລ່ຍ​ແຕ່ລະ​ປີ​ຈະ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ​ໃຫ້​ໄດ້​ກ່ວາ 1 ລ້ານ​ຄົນ ຊື່​ງ​ແກ້​ໄຂ​ ບັນດາ ບັນຫາ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ພວມ​ໃນ​ວິວັ​ດ ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ໂດຍ​ພື້ນ​ຖານ​. ທ່ານ​ກາວ​ວັນ​ເຊີມ, ຮອງ​ຫົວໜ້າ​ກົມ​ໃຫ່ຍສອນ​ວິຊາ​ຊີບ- ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ ຢືນຢັນ​ວ່າ:

   “ແຜນ​ຮ່າງ​ສອນ​ວິຊາ​ຊີບ​ໃຫ້​ແກ່ຄົນ​ງານ​ຊົນນະບົດ​​ແມ່ນ​ມາດ​ຕະການ​ສຳຄັນ​ເພື່ອ​ພັດທະນາ​ເສດຖະກິດ, ປະກອບສ່ວນ​ກໍ່ສ້າງ​ຊົນນະບົດ​ໃໝ່. ພວກ​ເຮົາ​ດັດສົມ​ບັນດາ​ມາດຖານ​ທັກ​ສະ​ພື້ນຖານ​ໃນ​ການ​ສອນ​ວິຊາ​ຊີບ​ຢູ່​ເຂດ​ຊົນນະບົດ. ​ໃນ​ນັ້ນ, ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​​ໃນການ​ຜະລິດ​ມີ​ວິວັດ​ການ​ບຳລຸງ​ສ້າງ​​ເໝາະ​ສົມ​​ເພື່ອ​ໃຫ້​ຄົນ​ງານ​ຊົນນະບົດ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ໄດ້. ບັນດາ​ໂຮງຮຽນ​ສອນ​ວິຊາ​ຊີບ​ຕອ້ງກຳນົດ​ວ່າ, ​ເມື່ອ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ແລ້ວ, ​ແຫຼ່ງຊັບພະຍາ​ກອນມະນຸດ​ນີ້​ຕ້ອງ​ມີ​ລະດັບ​ຄວາມ​ຮູ້, ທັກ​ສະ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ສັງຄົມ“.

    ການພັດທະນາ ​ແລະ ຍົກ​ສູງຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ​ຫວຽດນາມ ​ແມ່ນ​ບາດກ້າວບຸກທະລຸ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ນີ້​ແມ່ນ​ປັດ​ໄຈ​ຕັດສິນ​ຊິ້​ຂາດ​ຮັບປະກັນ​ນຳ​ພື້ນຖານ​ເສດຖະກິດຂອງ​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ໄວວາ ​ແລະ ໝັ້ນຄົງ./.

ຕອບກັບ

ຂ່າວ/ບົດ​ອື່ນ