ພຸດທະສາສະໜາ ຫວຽດນາມ ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ

(VOVWORLD) - ໃນການຕໍ່ສູ້ຂອງປະເທດຊາດ 2 ຄັ້ງ, ພຸດທະສາສະໜາ ຫວຽດນາມ ກໍ່ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມນັ້ນ

ກອງປະຊຸມໃຫຍ່ຜູ້ແທນສະມາຄົມພຸດທະສາສະໜາ ຫວຽດນາມ ທົ່ວປະເທດຄັ້ງທີ 8 ດ້ວຍຫົວຂໍ້ວ່າ “ພູມປັນຍາ - ລະບຽບວິໄນ - ເຊື່ອມໂຍງ - ພັດທະນາ” ໄດ້ດຳເນີນເປັນເວລາ 2 ວັນ ແຕ່ວັນທີ 21 22 ພະຈິກ ຢູ່ ຮ່າໂນ້ຍ ຫາກໍ່ສິ້ນສຸດລົງຢ່າງຈົບງາມ. ກອງປະຊຸມໃຫຍ່ ຢັ້ງຢືນການພັດທະນາຂອງພຸດທະສາສະໜາ ຫວຽດນາມ ໃນວິວັດທະນາການສ້າງສາ ແລະ ກ້າວຂຶ້ນຂອງປະເທດຊາດ ໂດຍຜ່ານໄລຍະຕ່າງໆ; ພ້ອມທັງ ເນັ້ນໜັກເຖິງ ບັນດາໜ້າທີ່ຂອງສະມາຄົມພຸດທະສາສະໜາ ຫວຽດນາມ ໃນສະພາວະເຊື່ອມໂຍງເຂົ້າກັບສາກົນ. ເນື່ອງໃນໂອກາດນີ້, ນັກຂ່າວ VOV ມີບົດຂຽນທີ່ພາດຫົວຂໍ້ວ່າ “ພຸດທະສາສະໜາ ຫວຽດນາມ ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ

ພຸດທະສາສະໜາ ຫວຽດນາມ ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ - ảnh 1 ບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນສະມາຄົມພຸດທະສາສະໜາ ຫວຽດນາມ ທົ່ວປະເທດຄັ້ງທີ 8 

        ຜ່ານການແຊກຊຶມເຂົ້າ ຫວຽດນາມ ເປັນເວລາເກືອບ 2000 ປີ, ພຸດທະສາສະໜາ ຫວຽດນາມ ແມ່ນສາສະໜາທີ່ມີມູນເຊື້ອຮັກຊາດ ດ້ວຍຈິດໃຈ “ປະເທດຊາດມີຄວາມສັນຕິພາບ, ປະຊາຊົນອີ່ມໜຳສຳລານ ແລະ ຢູ່ເຢັນເປັນສຸກ”, ໄດ້ຜູກພັນກັບຊາຕາກຳຂອງປະເທດຊາດມາແຕ່ດົນນານ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບປະເທດຊາດ ໃນຕະຫລອດວິວັດການໂຄສະນາເຜີຍແຜ່ແນວຄິດຫລັກສິນທຳຂອງພຸດທະສາສະໜາ.

ພຸດທະສາສະໜາ ຫວຽດນາມ ດ້ວຍຈິດໃຈ “ປະເທດຊາດສະຫງົບສຸກ ປະຊາຊົນອີ່ມໜຳສຳລານ”

        ຫວນຄືນປະຫວັດສາດ ຫວຽດນາມ ນັບແຕ່ບັນດາສະໄໝລາດຊະວົງ ດິງ, ເລ, ຫຼີ, ເຈີ່ນ ໄດ້ສະແດງໃຫ້ເຫັນຈິດໃຈເປັນເຈົ້າຕົນເອງ, ເອກະລາດ, ພິລະອາດຫານຂອງປະເທດຊາດ; ພ້ອມທັງ ຢັ້ງຢືນຈິດໃຈຕິດພັນລະຫວ່າງເທດສະໜາທຳມະກັບປະເທດຊາດຂອງພຸດທະສາສະໜາ ຫວຽດນາມ. ອາດຈະນັບທັງບັນດາ ພະມະຫາອາຈານ ຄົງໂລະ, ວານແຮ້ງ… ໄດ້ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັບໃຊ້ເຈົ້າຊີວິດ ຊ່ວຍປະເທດຊາດ, ສ້າງສັງຄົມໃຫ້ໝັ້ນຄົງ. ຄື ພະພຸດພະເຈົ້າມະຫາຊີວິດ ເຈີ່ນເຍີນຕົງ ເຄີຍສວມເສື້ອເກາະພ້ອມກັບປະຊາຊົນຕໍ່ສູ້ຕ້ານພວກຮຸກຮານມົງໂກນ 2 ຄັ້ງ

        ໃນການຕໍ່ສູ້ຂອງປະເທດຊາດ 2 ຄັ້ງ, ພຸດທະສາສະໜາ ຫວຽດນາມ ກໍ່ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມນັ້ນ. ເມື່ອປະເທດຊາດຕົກເຂົ້າຢູ່ໃນສະພາບອັນຕະລາຍ, ນັກບວດພຸດທະສາສະໜາຫລາຍອົງ ໄດ້ກາຍເປັນບັນດານັກຮົບປະຕິວັດ ອອກເດີນທາງໄປຕີສັດຕູກູ້ຊາດ, ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ.

        ຫວນຄືນບັນດາການປະກອບສ່ວນດີເດັ່ນຂອງພຸດທະສາສະໜາ ຫວຽດນາມ, ທີ່ກອງປະຊຸມໃຫຍ່ຜູ້ແທນສະມາຄົມພຸດທະສາສະໜາ ຫວຽດນາມ ທົ່ວປະເທດຄັ້ງທີ 8, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ຢືນຢັນວ່າ:

        “ເກືອບ 2000 ປີທີ່ຜູກພັນ ແລະ ຮ່ວມເດີນທາງກັບປະເທດຊາດ, ພຸດທະສາສະໜາ ຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ນັບແຕ່ສະໄໝດຶກດຳບັນ ຫລັກສິນທຳໄດ້ຊຶມເລິກເຂົ້າໃນຊີວິດຕົວຈິງຂອງປະຊາຊົນ ຫວຽດນາມ ເປັນຈຳນວນຫລວງຫລາຍ. ຄຸນຄ່າອັນດີງາມຂອງພຸດທະສາສະໜານັ້ນ ໄດ້ປະກອບສ່ວນເພີ່ມພູນຄູນສ້າງບັນດາຄຸນຄ່າອັນດີງາມຂອງຊາວ ຫວຽດນາມ. ປະຫວັດສາດ ຫວຽດນາມ ໄດ້ບັນທຶກພຸດທະສາສະໜາສະໄໝໃດ ກໍ່ມີການປະກອບສ່ວນທີ່ເໝາະສົມກັບການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຜູກພັນພ້ອມກັບປະເທດຊາດ ເພືີ່ອໃຫ້ປະເທດຊາດ ມີຄວາມສະຫງົບສຸກ, ປະຊາຊົນມີຄວາມຢູ່ເຢັນເປັນສຸກອີ່ມໜຳສຳລານ.

ພຸດທະສາສະໜາ ຫວຽດນາມ ຮ່ວມເດີນທາງພ້ອມກັບວິວັດການພັດທະນາຂອງປະເທດຊາດ

        ເມື່ອປະເທດຊາດມີສັນຕິພາບ, ສືບທອດມູນເຊື້ອອັນສະຫງ່າລາສີ, ພຸດທະສາສະໜາ ຫວຽດນາມ ສືບຕໍ່ມີບັນດາການປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະໃໝ່ ດ້ວຍທິດນຳ “ທຳມະເທສະໜາ - ປະເທດຊາດ - ລັດທິສັງຄົມນິຍົມ”, ຮ່ວມເດີນທາງພ້ອມກັບປະຊາຊົນໃນທົ່ວປະເທດ ດຳເນີນພາລະກິດປ່ຽນແປງໃໝ່ບົນຈິດໃຈໄກ່ເກ່ຍປອງດອງ, ສາມັກຄີ. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີນ ເນັ້ນໜັກວ່າ:

        “ການເຄື່ອນໄຫວຮັບປະກັນຊີວິດສັງຄົມຂອງພຸດທະສາສະໜາ ສືບຕໍໍ່ໄດ້ພັດທະນາ ແລະ ເປີດກ້ວາງ, ປະກອບສ່ວນພ້ອມກັບພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ເບິ່ງແຍງດູແລໃຫ້ຄົນທຸກຍາກ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ເດັກກຳພ້າ…ພຸດທະສາສະໜາເອົາໃຈໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວທັງມີຜົນປະໂຫຍດໃຫ້ແກ່ປະເທດ ທັງມີຜົນປະໂຫຍດໃຫ້ແກ່ປະຊາຊົນ ເພື່ອແນໃສ່ຢັ້ງຢືນ ແລະ ປົກປັກຮັກສາອະທິປະໄຕແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນ. ພ້ອມທັງ ເປັນເຈົ້າການເຂົ້າຮ່ວມການຕໍ່ສູ້ກັບບັນດາກົນອຸບາຍແບ່ງແຍກ, ມ້າງເພທຳລາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຂອງບັນດາອິດທິກຳລັງທີ່ເປັນປໍລະປັກ. ຜ່ານນັ້ນ ຢືນຢັນຖານະບົດບາດ ແລະ ຍົກສູງອິດທິພົນຊື່ສຽງຂອງພຸດທະສາສະໜາ ສຳລັບປະເທດຊາດ ແລະ ປະຊາຊົນ; ຢືນຢັນນະໂຍບາຍເຄົາລົບ, ຄວາມເສລີໃນການເຫລື້ອມໃສ, ສາສະໜາຂອງພັກ, ລັດ.

ພຸດທະສາສະໜາ ຫວຽດນາມ ເຊື່ອມໂຍງເຂົ້າກັບການເຄື່ອນໄຫວພຸດທະສາສະໜາສາກົນ

        ໃນທ່າອ່ຽງພັດທະນາ, ການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບທົ່ວໂລກຂອງປະເທດຊາດ, ສະມາຄົມພຸດທະສາສະໜາ ຫວຽດນາມ ເຄື່ອນໄຫວດ້ວຍຈິດໃຈສັນຕິພາບ ແລະ ມິດຕະພາບ, ສາມັກຄີພ້ອມກັບບັນດາອົງການພຸດທະສາສະໜາໃນທົ່ວໂລກ ເພື່ອຮ່ວມມືເຜີຍແຜ່ຫລັກສິນທຳ ແລະ ປະກອບສ່ວນສ້າງສາ, ປັບປຸງພື້ນຖານສັນຕິພາບໃຫ້ມວນມະນຸດ.

        5 ປີຜ່ານມາ, ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ຢືນຢັນບົດບາດຂອງຕົນໃນການເຊື່ອມໂຍງເຂົ້າກັບສາກົນ. ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ກາຍເປັນສະມາຊິກຂອງບັນດາສະມາຄົມພຸດທະສາສະໜາໃຫຍ່ໃນໂລກ, ເປັນສະມາຊິກສ້າງຕັ້ງສະຫະພັນພຸດທະສາສະໜາໂລກຢູ່ ອິນເດຍ, ສະຫະພັນພຸດທະສາສະໜາໂລກໂຄສະນາເຜີຍແຜ່ຫຼັກສິນທຳ, ຄະນະກຳມະການສາກົນງານບຸນໃໝ່ VESAK ສະຫະປະຊາຊາດຢູ່ ໄທ…ພະອາຈານໃຫຍ່ ທິກດຶກທ້ຽນ ເລຂາທິການໃຫຍ່ສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ໃຫ້ຮູ້ວ່າ:

        “ສະມາຄົມພຸດທະສາສະໜາ ຫວຽດນາມ ບັນລຸໄດ້ເປົ້າໝາຍໃນການເຄື່ອນໄຫວພົວພັນຕ່າງປະເທດສາກົນ, ນັ້ນແມ່ນ ຢູ່ບ່ອນໃດ ມີປະຊາຄົມຊາວ ຫວຽດນາມ ແມ່ນມີຄວາມປາດຖະໜາຢາກກໍ່ສ້າງວັດ ຫວຽດນາມ. ນັ້ນຕ້ອງແມ່ນວັດ ມີລັກສະນະວັດທະນະທຳຂອງ ຫວຽດນາມ, ນັບທັງດ້ານສະຖາປັດຕະຍະກຳວັດທະນະທຳ, ຮີດຄອງປະເພີນີ ຕະຫລອດຮອດການ ເຊື່ອມຕໍ່ດ້ານແນວຄິດຈິດໃຈ ເພື່ອເຮັດແນວໃດ ໄດ້ເຊື່ອມຕໍ່ກັບທຸກຄົນ ພ້ອມກັນອ່ວາຍໜ້າເມືອຫາປະເທດຊາດ”.

        ອາດຈະເຫັນໄດ້ວ່າ ການພັດທະນາຂອງພຸດທະສາສະໜາຢູ່ບັນດາແຂວງ, ນະຄອນຢູ່ ຫວຽດນາມ ກໍ່ຄືຢູ່ຕ່າງປະເທດ ໄດ້ສະແດງໃຫ້ເຫັນໃນບັນດາບົດປະກອບຄຳເຫັນ, ບົດລາຍງານທີ່ກອງປະຊຸມໃຫຍ່ຄັ້ງນີ້ຂອງຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນພຸດທະສາສະໜາ ໄດ້ສະແດງໃຫ້ເຫັນການເຄື່ອນໄຫວຂອງພຸດທະສາສະໜາຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ການໜູນຊ່ວຍ, ສ້າງເງື່ອນໄຂຈາກທຸກຂັ້ນແຕ່ສູນກາງລົງຮອດທ້ອງຖິ່ນ. ຜ່ານນັ້ນ, ບັນດາຜູ້ມີຍົດຖາບັນດາສັກ ແລະ ສາສະນິກກະຊົນພຸດທະສາສະໜາຢູ່ ຫວຽດນາມ ກໍ່ສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກ ແລະ ລັດ ຫວຽດນາມ, ຢັ້ງຢືນຄວາມອຸ່ນອ່ຽງໃຈໃນການເຄື່ອນໄຫວສາສະໜາຢູ່ປະເທດທີ່ມີສະຖຽນລະພາບທາງດ້ານການເມືອງ; ພ້ອມກັນສາມັກຄີ, ເປັນຈິດໜຶ່ງໃຈດຽວເພື່ອຈຸດໝາຍ “ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ”, ສືບຕໍ່ຮ່ວມເດີນທາງ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ