ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ: ກົກ​ເຄົ້າ​ເງົ້າ​ກໍ​ຂອງ​ຊາດແລະມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

(VOVWORLD) -ຫລາຍປີຜ່ານມາພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ (ວິຫານຮຸ່ງຢູ່ແຂວງຝູເທາະຍາມໃດກໍ່ແມ່ນນຶ່ງໃນບັນດາເຫດການສຳຄັນຍິ່ງໃນປີຂອງຊາດຂອງປະເທດໄດ້ດຶງດູດປະຊາຊົນຢູ່ທຸກແຖບຖິ່ນຂອງປະເທດຊາດ ແລະຊາວຫວຽດນາມອາໄສຢູ່ຕ່າງປະເທດມາເຕົ້າໂຮມຢູ່ທີ່ນີ້ເປັນຈຳນວນຫລວງຫລາຍເພື່ອອາໄລຫາຄຸນງາມຄວາມດີໃນການກໍ່ຕັ້ງປະເທດຊາດຂອບັນດາເຈົ້າຊີວິດຮຸ່ງ.

ເຖິງວ່າຂອບຂະນາດ, ວິທີການຈັດຕັ້ງວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງໃນແຕ່ລະປີແມ່ນມີຄວາມແຕກຕ່າງກັນຍ້ອນເງື່ອນໄຂ, ສະພາບການສະເພາະຕ່າງຫາກກໍ່ຕາມແຕ່ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງຍາມໃດກໍ່ມີຄວາມໝາຍເໝືອນເດີມແມ່ນເຫດການເພື່ອຈົດຈຳຕັກເຕືອນໃຫ້ຊາວຫວຽດນາມລຸ້ນຕໍ່ໄປກ່ຽວກັບກົກເຄົ້າເຫງົ້າກໍຂອງຊາດ. ພິເສດໃນສະພາບການສາກົນແລະພາກພື້ນພວມຜັນແປໄປຢ່າງສັບສົນຄືໃນປະຈຸບັນ, ເລື່ອງຖືຄວາມໝາຍສຳຄັນຂອງພິທີໄຫວ້ບູຊາເຈົ້າຊີວິດຮຸ່ງນັບມື້ນັບໄດ້ກາຍເປັນສິ່ງທີ່ມີຄວາມຈຳເປັນກວ່າ, ສ້າງກຳລັງແຮງສັງລວມເພື່ອນຳປະເທດຊາດຜ່ານຜ່າຄວາມຍຸ້ງຍາກ, ສິ່ງທ້າທາຍ.

   ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ: ກົກ​ເຄົ້າ​ເງົ້າ​ກໍ​ຂອງ​ຊາດແລະມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ - ảnh 1ພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ ຈັດຂຶ້ນຢູ່ Osaka ປະເທດ ຍີ່ປຸ່ນ ປີ 2019

ພາບ: BTC

ຄວາມໝາຍພິເສດຂອງພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ

ໃນແຕ່ລະປີເມື່ອຮອດວັນທີ 10 ເດືອນສາມໄລ່ຕາມຈັນທະປະຕິທິນ, ມີຊາວຫວຽດນາມຢູ່ພາຍໃນປະເທດແລະອາໄສຢູ່ຕ່າງປະເທດນັບພັນໆຄົນໄດ້ພາກັນມາເຕົ້າໂຮມຢູ່ເຂດປູຊະນີຍະສະຖານວິຫານຮຸ່ງ (ແຂວງຝູເທາະ) ເຂົ້າຮ່ວມບັນດາພິທີກຳເພື່ອອາໄລຫາຄຸນງາມຄວາມດີໃນການກໍ່ຕັ້ງປະເທດຊາດຂອງບັນດາເຈົ້າຊີວິດຮຸ່ງ. ພິເສດນອກຈາກບ່ອນຈັດຕັ້ງເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງແລ້ວ, ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງກໍ່ໄດ້ຮັບການຈັດຕັ້ງຂຶ້ນຢ່າງເຄັ່ງຂຶມຢູ່ທ້ອງຖິ່ນຕ່າງໆພາຍໃນປະເທດແລະນັບທັງຢູ່ຕ່າງປະເທດໃນວັນທີ 10 ເດືອນສາມໄລ່ຕາມຈັນທະປະຕິທິນ.

ເມື່ອມາຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງໃນວັນທີ 9 ກັນຍາປີ 1954, ປະທານໂຮ່ຈີມິນໄດ້ຕັກເຕືອນວ່າ: “ບັນດາເຈົ້າຊີວິດຮຸ່ງໄດ້ມີຄຸນງາມຄວາມດີໃນການກໍ່ຕັ້ງປະເທດຊາດ, ພວກເຮົາຕ້ອງພ້ອມກັນປົກປັກຮັກສາປະເທດຊາດ”.

ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງແມ່ນການເຄື່ອນໄຫວເພື່ອຈົດຈຳຕັກເຕືອນໃຫ້ຊາວຫວຽດນາມລຸ້ນຕ່າງໆຮັບຮູ້ນຳກັນວ່າ: ເຖິງວ່າຈະຢູ່ແຫ່ງຫົນໃດໃນຫນ່ວຍໂລກນີ້ກໍຕາມແຕ່ພວກເຮົາລ້ວນແຕ່ມີກົກເຄົ້າເຫງົ້າກໍອັນດຽວກັນຍັງຄົງແມ່ນລູກຫລານຂອງເຈົ້າຊີວິດຮຸ່ງແມ່ນຊາວຫວຽດນາມ. ເພາະສະນັ້ນພິທີໄຫວ້ບູຊາເຈົ້າຊີວິດຮຸ່ງຍາມໃດກໍ່ແມ່ນເຫດການສຳຄັນຍິ່ງໃນປີແມ່ນສັນຍາລັກອະມະຕະຂອງກົກເຄົ້າເຫງົ້າກໍແລະມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມ.

ສາມັກຄີທົ່ວປວງຊົນທັງຊາດແມ່ນກົກເຄົ້າເຫງົ້າກໍແຫ່ງກຳລັງແຮງ

ຄວາມຈິງປະຫວັດສາດນັບພັນປີທີ່ສະຫງ່າລາສີຂອງຫວຽດນາມ (ນັບແຕ່ເມື່ອບັນດາເຈົ້າຊີວິດຮຸ່ງກໍ່ຕັ້ງປະເທດຊາດມາຮອດປະຈຸບັນ) ໄດ້ພິສູດໃຫ້ເຫັນສັດຈະທຳ “ສາມັກຄີແມ່ນກຳລັງແຮງຊະນະເລີດ”. ໃນສະຕະວັດທີ 20-21, ດ້ວຍກຳລັງແຮງສາມັກຄີໃນທົ່ວພັກ, ທົ່ວປວງຊົນແລະທົ່ວກອງທັບ, ຫວຽດນາມໄດ້ທຳມ້າງທຸກກົນອຸບາຍຮຸກຮານຂອງບັນດາອິດທິກຳລັງເປັນປໍລະປັກ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ສ້າງສາແລະພັດທະນາເສດຖະກິດເທື່ອລະກ້າວ, ຖານະບົດບາດຂອງຊາດນັບມື້ນັບໄດ້ຮັບການຍົກສູງຂຶ້ນຢູ່ເວທີສາກົນ. ບັນລຸໄດ້ໝາກຜົນນັ້ນສ່ວນຫລາຍແມ່ນຍ້ອນມີຄວາມສາມັກຄີ, ຄວາມມານະພະຍາຍາມຂອງທັງລະບົບການເມືອງ.

ລູກຫລານຂອງເຈົ້າຊີວິດຮຸ່ງຮ່ວມແຮງຮ່ວມໃຈສະກັດກັ້ນໂລກລະບາດ

ປະຈຸບັນເມື່ອໂລກພະຍາດCovid-19 ແຜ່ລະບາດອອກສູ່ວົງກວ້າງແລະພວມຜັນແປໄປຢ່າງສັບສົນ, ພັກ, ລັດ, ລັດຖະບານໄດ້ຢືນຢັນໃຫ້ບຸລິມະສິດແຖວຫນ້າແມ່ນຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ, ບໍ່ວ່າແມ່ນຊາວຫວຽດນາມຢູ່ພາຍໃນປະເທດຫລືພວມຢູ່ຕ່າງປະເທດ, ສະແດງໃຫ້ເຫັນຈິດໃຈແລະແຜນນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດ. ຫວ່າງແລ້ວນີ້ ຄືວັນທີ 30 ມີນາ,  ໃນຄຳຮຽກຮ້ອງທົ່ວປວງຊົນຮ່ວມແຮງຮ່ວມໃຈສະກັດກັ້ນໂລກລະບາດ, ທ່ານເລຂາທິການໃຫຍ່ປະທານປະເທດຫວຽດນາມຫງວຽນຝູຈ້ອງໄດ້ເນັ້ນຫນັກວ່າ “ຊາວຫວຽດນາມທຸກຖ້ວນໜ້າຈົ່ງຮ່ວມແຮງຮ່ວມໃຈເປັນຈິດຫນຶ່ງໃຈດຽວຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍເພື່ອໂລກລະບາດໃຫ້ຖອຍໄປ. ຊາວຫວຽດນາມແຕ່ລະຄົນຕ້ອງເປັນນັກຮົບຜູ້ຫນຶ່ງໃນແນວຮົບປ້ອງກັນສະກັດກັ້ນໂລກລະບາດ.

ກ່ອນຫນ້ານັ້ນໂດຍຕອບສະຫນອງຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ, ມີຊາວຫວຽດນາມນັບລ້ານໆຄົນໄດ້ປະຕິບັດຢ່າງເຂັ້ມງວດຕາມຄຳສັ່ງທີ່ວ່າ “ຢູ່ເຮືອນເພື່ອສະກັດກັ້ນໂລກລະບາດ”. ມີປະຊາຊົນນັບພັນໆຄົນໄດ້ສົ່ງສານກ່ຽວກັບຄວາມຮັກຕໍ່ປະເທດຊາດ, ຢືນຢັນຄວາມໄວ້ເນື້ອເຊື່ອໃຈທີ່ມີຕໍ່ລັດຖະບານ, ຮຽກຮ້ອງຄວາມສາມັກຄີແລະເປັນຈິດຫນຶ່ງໃຈດຽວຂອງປະຊາຊົນໃນທົ່ວປະເທດ. ມີນັກທຸລະກິດ, ນັກສິລະປິນ, ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດນັບທັງສາມັນຊົນນັບຮ້ອຍໆຄົນໄດ້ແລະພວມປະກອບສ່ວນດ້ວຍວັດຖຸຈິດໃຈອັນລ້ຳຄ່າເພື່ອ ເພີ່ມກຳລັງແຮງໃຫ້ແກ່ພະນັກງານແພດໝໍທ່ານໝໍ, ນັກຮົບຕຳຫລວດອາສາສະໝັກ ..ທີ່ພວມປະຕິບັດຫນ້າທີ່ປ້ອງກັນສະກັດກັ້ນໂລກລະບາດທັງເວັນແລະຄືນ.

ພວກເຮົາແມ່ນຊາວຫວຽດນາມ, ແມ່ນລູກຫລານຂອງເຈົ້າຊີວິດຮຸ່ງ, ຮ່ວມສາຍເລືອດ, ຮ່ວມກົກເຄົ້າເຫງົ້າກໍ. ໃນບັນຍາກາດອັນເຄັ່ງຂຶມຂອງວັນໄຫວ້ບູຊາເຈົ້າຊີວິດຮຸ່ງ, ຫວຽດນາມມີຄວາມເຊື່ອໝັ້ນດ້ວຍຕົນເອງວ່າໂລກລະບາດCovid-19 ຈະຖືກຍູ້ໃຫ້ຖອຍໄປໂດຍໄວ, ເສດຖະກິດພັດທະນາແລະປະເທດຊາດບືນຕົວຂຶ້ນ ມີຄວາມວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ