ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ການສືບທອດສິນທຳ“ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ

(vovworld) - ​ໃນ​ປະຫວັດສາດ​ນັບ​ພັນ​ປີ​ມາ​ນີ້, ປະຊາຊົນ​ຫວຽດນາມ​ ຍາມ​ໃດກໍ​ຈັດ​ຕັ້ງພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮູ່ງໃນວັນ​ທີ 10/3 ​ປະຈຳ​ປີ​ ​​ໄລ່​ຕາມ​ຈັນທະ​ປະຕິທິນ. ສະ​ນັ້ນ ການ​ເຄື່ອນ​ໄຫວ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ​ໄດ​້ກາຍ​ເປັນ​ການ​ດຳ​ເນີນ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ທີ່​ຂາດ​ບໍ່​ໄດ້ຂອງ​ຊາດ​ຫວຽດນາມ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຄົນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກ່ຽວ​ກັບ​ກົກ​ເຄົ້າ​ເຫງົ້າ​ກໍ, ​​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີ​ສ້າງສາ​ປະ​ເທດ​ຊາດ. ດ້ວຍ​ບັນດາ​ຄຸນ​ຄ່າ​ດ້ານຄຸນສົມບັດ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັດ​ວັດທະນະທຳ​ຂອງ​ຊາດ​ຫວຽດນາມນັ້ນ, ການ​ເຄື່ອນ​ໄຫວໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ UNESCO ​ວ່າ: ແມ່ນ​ມໍລະ​ດົກ​ວັດທະນະທຳ​ຂອງ​ມວນ​ມະນຸດ.

ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ການສືບທອດສິນທຳ“ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ - ảnh 1
ປະຊາຊົນຫວຽດນາມເຂົ້າຮ່ວມພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ
ພາບ:vnexpress.net

        ​​ກ່ອນ​ນີ້ນັບພັນໆ​ປີ​, ເຂດ​ດິນ​ແດນ​ຟູ​ທໍ້ ​ແມ່ນ​ສະ​ຖານ​ທີ່​ຊື່​ງບັນດາ​ເຈົ້າ​ຊີວິດ​ຮຸ່ງ (​ໄລຍະ​ແຕ່ 2879 - 258 ກ່ອນ ຄສ) ​ໄດ້​ສ້າງ​​ເປ​ັນລັດວັນ​ລາງ​ ທຳ​ອິດ​ຂອງ​ຫວຽດນາມ. ​ເພາະສະ​ນັ້ນ ບໍ​ລິ​ເວນ​ວິຫານ​ຮຸ່ງ ຢູ່​ພູເຫງ໋ຍຫລີງ ​ແຂວງ ຟູ​ທໍ້ ແມ່ນ​​ເຂດ​ດິນ​ແດນ​ແຫ່ງ​ບັນພະບຸລຸດ ​ແມ່ນ​ສະຖານ​ທີ່​ຈຸດ​ສຸມ​ເພື່ອ​ປະຕິບັດ​ພິທີໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​. ຕາມ​ບັນດາ​ເອກະສານ​ທີ່ຍັງ​ໄດ້​ຮັບ​ການ​ຮັກສາ​ໄວ້​ໃນ​ປະຈຸ​ບັນ​ແລ້ວ, ​ການ​​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​​ ໄດ້ປະກ​ົດມີ​ໄວ​ກວ່າ​ໝູ່​ໃນ​ປະຫວັດສາດ. ​ໃນ​ສະ​ໄຫມ ທຸກ​ຟານ​(Thục Phán) - ອານ​ເຢືອງເວ​ືອງ (An Dương Vương) (​ແຕ່​ປີ 257- 208 ກ່ອນ ຄສ) ມີ​ເສົາ​​ຫີນ​​ເສົາຫນຶ່ງ ທີ່​ຈາລຶກ​ຄຳ​ໝັ້ນ​ສັນຍາ ຮັກ​ສາ​ສຸສານ​ເຈົ້າ​ຊີວິດ​ຮຸ່ງ ​ແລະ ປະ​ເທດ​ຊາດໂດຍ​ເຈົ້າ​ຊີວິດ​ຮຸ່ງ​ ສ້າງ​ຂຶ້ນ​​ ຖືກ​ຕັ້ງ​ຢູ່​​ເທິງພູ ​ເຫງ໋ຍ​ຫລີງ. ຜ່ານ​ໄລຍະປະຫວັດສາດ​ນັບ​ພັນ​ປີ​​, ມີ​ເຈົ້າ​ຊີວິດ​ທີ່​ມີ​ຊື່​ສຽງ​ຫລາຍ​ອົງ​ໃນ​ສະ​ໄຫມ​ສັກ​ດີ​ນາ​ຂອງ​ຫວຽດນາມ ສືບ​ຕໍ່​ສ້າງ “ພົງສາວະດານ“ ກ່ຽວ​ກັບສະ​ໄຫມ​ເຈົ້າ​ຊີວິດ​ຮຸ່ງ ​ແລະ ຢືນຢັນ​ບົດບາດ​ສຳຄັນ​ຂອງ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ​ທີ່​ມີ​ຕໍ່​ປະ​ເທດ​ຊາດ. ວັນໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ ​ແລະ ການ​ເຫລື້​ອມ​ໄສ​ໄຫ​ວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ ຂອງ​ຊາວ​ຫວຽດນາມ ​ຮຸ່ນຄົນ​ຕ່າງໆ ​ໄດ້​ກາຍ​ເປັນ​ຄຸນ​ຄ່າພິ​ເສດ​ສະ​ເພາະ​ຂອງ​ຊາດ​ຫວຽດນາມ. ສາດສະດາຈານ ​​ໂງ​ດືກທີ້ງ, ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ ​ແລະ ອະ​ນຸລັກ​ຮັກສາ​ວັດທະນະທ​ຳ​ແຫ່ງ​ການ​ເຫລື້ອມ​ໃສ​ຂອງ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ການໄຫວ້​ບູຊາ​ບັນພະບຸລຸດ ​ແມ່ນ​ມູນ​ເຊື້ອທີ່​ກ່ຽວຂ້ອງ​ເຖິງ​ຜູ້​ລິ​ເລີ່​ມຂອງ​ວົງ​ຕະກຸນ. ຢູ່​ຫວຽດນາມ​ການ​ໄຫວ້​ບູຊາ​ບັນພະບຸ​ລຸດ​ໄດ​​້ກາຍ​ເປັນ​ການ​ເຫລື້ອມ​​ໃສ. ​ເຖິງ​ວ່າ​​ຫວຽດນາມ​ໄດ້​ຜ່ານຫຼາຍ​ສະ​ໄໝ​ທີ່​ແຕກ​ຕ່າງ​ກັນ​ຄື:​ ສະ​ໄຫມ​ເຈົ້າ​ຊີວິດ ດີງ, ​ເລ, ລີ, ​ເຈ່ີນ, ຫງວຽນ ກໍ​ຕາມ, ​ແຕ່​ໃນ​ສະ​ໄຫມ​​ໃດ​ກໍ່ລ້ວນ​ແຕ່​ຮັກສາ​ຮີດຄອງ​ປະ​ເພນີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ໄວ້, ຊ້ຳ​ບໍ່​ໜຳ​ຮອດ​ສະ​ໄຫມ​ປະຕິວັດ​​ໃນປະຈຸ​ບັນ ຍັງ​ຄົງ​ສືບ​ຕໍ່ຮັກສາ​, ປັບປຸງ​ແລະ​ຍົກ​ລະດັບ​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ຂຶ້ນ​ຕື່ມ ”

         ພິທີໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ໃນ​ໄລຍະ​ຕົ້ນ​ຂອງ​ປະຫວັດແຫ່ງ​ການ​ສ້າງສາ​​ແລະ ປົກ​ປັກຮັກສາປະ​ເທດ​ຊາດ​, ສິ່ງ​ດັ່ງກ່າວສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ ຫວຽດນາມມີ​ສະຕິ​ກ່ຽວ​ກັບ​ກົກ​ເຄົ້າ​ເຫງົ້າ​ກໍ​ມາ​ແຕ່​ດົນ​ນານ ​ແລະ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ, ສືບ​ທອດ​ບັນດາ​ຄຸນຄ່າ​​ວັດທະນະທຳ, ຈິດ​ໃຈ​​ຂອງຊາດ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ. ທ່ານ ​ໂງ​ດືກທີ້ງ, ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ ​ແລະ ອະ​ນຸລັກ​ຮັກສາ​ວັດທະນະທ​ຳ​ແຫ່ງ​ການ​ເຫລື້ອມ​ໃສ​ຂອງ​ຫວຽດນາມ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ກ່ຽວ​ກັບ​ດ້ານ​ວັດທະນະທຳ, ວັນ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ບໍ່​ພຽງ​ແຕ່​ແມ່ນ​ວັນ​ໄຫວ້​ບູຊາ​ລ້າໆເທົ່າ​ນັ້ນ​ຫາກ​ຍັງ​ເຕົ້າ​​ໂຮມ​ມູນ​ເຊື້ອ​ວັດທະນະທຳ​ຫລາຍ​ຢ່າງ​ອີກ​ດ້ວຍ. ຄຽງ​ຄູ່​ກັນ​ນັ້ນ, ຕາມ​ການ​ຕີ​ລາຄາ​ຂອງອົງການ UNESCO ​ແລ້ວ, ພິທີໄຫວ້​ບູຊາ​ເຈົ້າ​ຊີວິດຮຸ່ງ​ຍັງສະ​ແດງ​ໃຫ້​ເຫັນວ່າ ຊາວ​ຫວຽດນາມ​ຍາມ​ໃດ​ກໍ​ຮູ້​ບຸນ​ຄຸນ​ຕໍ່​ບັນພະບຸລຸດ ຕາມ​ສິນ​ທຳ​ທີ່​ວ່າກິ​ນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາຄິດ​ຮອດ​ຄຸນ​ນ້ຳ.”

        ​ໂດຍສືບ​ທອດ​ມູນ​ເຊື້ອ​ຂອງ​ຊາດ, ​ແຕ່ລະ​ປີ ຊາວ​ຫວຽດນາມ​ນັບ​ລ້ານໆ​ຄົນ​ໄດ້​ເຕົ້າ​ໂຮມຢູ່​ວິຫານ​ຮຸ່ງ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸ​ນຄຸນ​ຕໍ່​ບັນພະບຸລຸດ ດ້ວຍ​ພິທີ​ໃຫຍ່​ສຸດ​ແມ່ນ​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີ​ວິດຮຸ່ງ ຊື່​ງດຳ​ເນີນ​ໄປ​ໃນ​ອາທິດ​ຫນຶ່ງ ​ແລະ​ ປີ​ນີ້ ພິທີ​​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ ຖືກ​ຈັດ​ຂຶ້ນ​ກົງ​ກັບ​ເຫດການ​ ອົງການ UNESCO ​ເຊີດ​ຊູ “ການ​ເຫລື້ອມ​ໃສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ” ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ມວນ​ມະນຸດ.

ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ການສືບທອດສິນທຳ“ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ - ảnh 2
ການນຳພັກ,ລັດ ແລະ ຂະແຫນງການຕ່າງໆຂອງຫວຽດນາມເຂົ້າຮ່ວມພິທີ
ໄຫວ້ບູຊາເຈົ້າຊີວິດຮຸ່ງ
ພາບ:vnexpress.net

        ​ໃນ​ວັນ​ດຳ​ເນີນ​ພິທີໄຫວ້​ບູຊາ​ເຈົ້າ​ຊີ​ວິດຮຸ່ງ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ສືບ​ຕໍ່​ຢັ້ງຢືນ ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງຂອງ​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ສຳລັບ​ການ​ສ້າງ​ອາ​ລົມຈິດ ​ແລະ ນ້ຳ​ໃຈ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຂອງ​ຊາວ​ຫວຽດນາມ ​ແຕ່ລະຄົນ​ໃນ​ທຸກ​​ສະ​ໄຫມ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ເນັ້ນ​ຫນັກ​ວ່າ:

         “ພິທີ​ໄຫວ້​ບູຊາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ດ້ານ​ຈິດ​ວິນ​ຍານ​ ເພື່ອພາວະນາ​ໃຫ້ປະ​ເທດ​ຊາດ​ມີ​ສະຖຽນລະ​ພາບ, ວັດທະນາ​ຖາວອນ, ປະຊາຊົນ​ມີ​ຄວາມ​ອີ່ມ​ໜຳ​ສຳລານ​, ສະຫງົບ​ສຸກເທົ່າ​ນັ້ນ, ຫາກ​ມີ​ຄວາມ​ໝາຍ​ຢາກ​ໃຫ້​ວົງ​ຄະນາ​ຍາດ​ບັນດາ​ເຜົ່າ​ຢູ່​ຫວຽດນາມ ມີ​ຄວາມ​ສາມັກຄີ, ອຸ້ມ​ຊູ​ຊ່ວຍ​ເຫລືອ​ເຊິ​່ງກັນ ແລະ ກັນອີກ​ດ້ວຍ. ສະ​ນັ້ນ​ຜ່ານ​ປະຫວັດສາດ​ນັບ​ພັນ​ປີ, ກາ​ນ​ເຫລື້ອມ​ໃສ​​ໄຫວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ຍັງ​ຄົງ​ໄດ້​ຮັບ​ການສືບ​ທອດ​ມາ​ຮອດ​ປະຈຸ​ບັນ. ສິ່ງ​ດັ່ງກ່າວ​ໄດ້ສ້າງ​ເປັນກຳລັງ​ແຮງ​ເພື່ອ​ໃຫ້​ປະ​ເທດ​ຫວຽດນາມ​ຜ່ານ​ຜ່າ​ຄວາມ​ ຫຍຸ້ງຍາກ, ການທົດ​ສອບທຸກ​ປະການ ​ເພື່ອພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

          ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ​ແລະ ການ​ເຫລື້ອມ​ໃສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ​​ເກືອບ 90 ລ້ານ​ຄົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເກືອບ 4,5 ລ້ານ​ຄົນ. ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ບັນດາ​ຄຸນຄ່າ​ພິ​ເສດ​ສະ​ເພາະ​ທີ່ສ້າງ​ເປັນ​ກຳລັງ​ແຮງ​ຂອງ​ຊາດ​ຫວຽດນາມ​ ຜ່າ​ນຫລາຍ​​ສະ​ໄຫມ. ສຳລັບ​ວັນ​ໄຫວ້​ບູຊາບັນພະ​ບຸລຸດ​ນີ້, ການ​ເຫລື້ອມ​​​ໃສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ສືບ​ຕໍ່ໄດ້​ຮັບ​ການ​ສືບ​ທອດ, ລ້ຽງ​ດູ​ຈິດ​ວີນຍານ, ພູມ​ປັນຍາ ຫວຽດນາມ ຕະຫຼອດ​ໄປ ກໍ່​ຄື​ເພີ່ມ​ພູນ​ຄູນ​ສ້າງ​ບັນດາ​ຄຸນ​ຄ່າ​ຫວຽດນາມ​ໃນ​ຍຸກ​ປະຈຸ​ບັນ.

ຕອບກັບ

trần mạnh tuấn

bài viết rất giá trị. xin cảm ơn tác giả.

ຂ່າວ/ບົດ​ອື່ນ