ພື້ນຖານນິຕິກຳທີ່ສຳຄັນເພື່ອໃຫ້ສື່ມວນຊົນປະຕິວັດ ຫວຽດນາມພັດທະນາ


 ພື້ນຖານນິຕິກຳທີ່ສຳຄັນເພື່ອໃຫ້ສື່ມວນຊົນປະຕິວັດ ຫວຽດນາມພັດທະນາ - ảnh 1
ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ)​ໄດ້​ຮັບ​ການ​ຮັບຮອງ​ເອົາ​
 ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11, ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13
(ພາບ​ປະ​ກອບ: 

baobaohiemxahoi)

(vovworld) - ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ)​ໄດ້​ຮັບ​ການ​ຮັບຮອງ​ເອົາ​ ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11, ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ​ໃນ​ວັນ​ທີ 5/4/2016. ກົດໝາຍ​ໄດ້​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ ​ສິດຜົນປະ​ໂຫຍ​ດ ​ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ບຸກຄົນ ​ແລະ ໝູ່​ຄະນະ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ນີ້, ພ້ອມ​ທັງ​ສ້າງ​ພື້ນຖານ​ນິຕິ​ກຳທີ່​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ສື່​ມວນ​ຊົນຢູ່ ຫວຽ​ດນາມ.

        ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ) ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ, ພາຍຫຼັງ​ດຳ​ເນີນ​ການ​ປັບປຸງ 20 ກວ່າ​ຄັ້ງ. ກົດໝາຍ​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ສິດ​ເສລີ​​ໃນ​ການ​ເຄື່ອນ​ໄຫວສື່​ມວນຊົນ, ສິດ​ເສລີ​ໃນ​ການ​ປາກ​ເວົ້າ​ຂອງ​ພົນລະ​ເມືອງ​ໃນສື່​ມວນ​ຊົນ​ຕາມ​ແນວ​ຄິດ​ທີ່​ກ້າວໜ້າ​ກ່ຽວ​ກັບ​ການ​ເຄົາລົບການຮັບປະກັນ​ສິດທິ​ມະນຸດ​ໃນ​ລັດຖະທຳ​ມະນູນ. ກົດໝາຍ​ກໍ່​ເພີ່ມ​ທະວີ​ການ​ປົກ​ປ້ອງ​ໃຫ້ບັນດາ​ຜູ້​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສື່​ມວນ​ຊົນ, ອັນ​ໄດ້​ສ້າງ​ພື້ນຖານ​ນິຕິ​ກຳຢ່າງກວ້າງຂວາງ​ກວ່າ ​ໃຫ້​ແກ່​ການ​ພັດທະນາ​ຂອງ​ສື່​ມວນ​ຊົນ.

        ສ້າງ​ພື້ນຖານ​ນິຕິ​ກຳ​ຢ່າງ​ຄົບ​ຊຸດ​ເພື່ອ​ໃຫ້​ອົງການ​ສື່​ມວນ​ຊົນ, ນັກ​ຂ່າວ​ດຳ​ເນີນ​ງານ.

        ກ່ຽວ​ກັບ​ສິດ​ດຳ​ເນີນອາຊີບ​ຂອງ​ສື່​ມວນ​ຊົນ, ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ) ​ໄດ້​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ໃນ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ສື່​ມວນ​ຊົນ​ຂອງ​ສຳນັກງານ, ອົງການ​ຈັດ​ຕັ້ງ, ຜູ້​ມີ​ຄວາມ​ຮັບຜິດຊອບ. ​ເພື່ອ​ຮັກສາ​ແຫຼ່ງຂ່າວ​ສື່​ມວນ​ຊົນ ​ແລະ ສິດ​ດຳ​ເນີນ​ອາຊີບ​ຂອງ​ນັກ​ຂ່າວ. ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ) ​ໄດ້​ກຳນົດ​ຂອບ​ເຂດ​ກ່ຽວ​ກັບ​ເລື່ອງ​ບັນດາ​ສຳນັກງນສື່​ມວນ​ຊົນ, ນັກ​ຂ່າວ​ພຽງ​ແຕ່​ເປີດ​ເຜີຍ​ຜູ້​ສະໜອງ​ຂໍ້​ມູນ​ຂ່າວ ​ເມື່ອ​ມີ​ຄຳ​ຮຽກຮ້ອງ​ດ້ວຍ​ເອກະສານ​ຂອງ​ອົງການ​ກ່ຽວ​ຂ້ອງທີ່​ມີ​ສິດອຳນາດ, ພ້ອມ​ທັງ​ຮຽກຮ້ອງອົງການ​ທີ່​ກ່ຽວຂ້ອງ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ປົກ​ປ້ອງ​ຜູ້​ສະໜອງ​ຂໍ້​ມູນ​ຂ່າວ, ພາຍຫຼັງ​ຊື່​ຂອງ​ເຂົາ​​ເຈົ້າ​ໄດ້​ຮັບ​ການ​ເປີດ​ເຜີຍ.

        ຕາມກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ) ປີ 2016, ສື່​ມວນ​ຊົນ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດໝາຍ​ໃນ​ການ​ເຄື່ອ​ນໄຫວອາຊີບ; ​ມີ​ສິດໄດ້​ໄປ​ຍັງ​ບັນດາ​ສຳນັກງານ, ອົງການ​ຕ່າງໆ ​ເພື່ອ​ເຄື່ອນ​ໄຫວ​​ສື່​ມວນ​ຊົນ. ບັນດາ​ສຳນັກງານ, ອົງການ​ຈັດ​ຕັ້ງ​ມີ​ຄວາມ​ຮັບຜິດຊອບ​ໃນ​ການສະໜອງ​ ເອກະສານ​ (ບໍ່​​ແມ່ນ​ເອກະສານ​ປິດ​ລັບ​ຂອງ​ລັດ, ກໍ່​ຄືຊີວິດ​ສ່ວນ​ຕົວ ​ແລະ ຄວາມ​ລັບ​ອື່ນໆ​ຕາມ​ກຳນົດ​ຂອງ​ກົດໝາຍ). ກ່ຽວ​ກັບ​ການ​ສະໜອງ​ຂໍ້​ມູນ​ຂ່າວ​ໃຫ້​ສື່​ມວນ​ຊົນ, ບັນດາ​ສຳນັກງານ, ອົງການ​ຈັດ​ຕັ້ງ, ຜູ້​ມີ​ຄວາມ​ຮັບຜິດຊອບ​ມີ​ສິດ ​ແລະ ພັນທະ​ສະໜອງ​ຂໍ້​ມູນ​ຂ່າວ​ໃຫ້​ສື່​ມວນ​ຊົນ. ​ເລື່ອງ​ຫຼີກ​ລ້ຽງ​ບໍ່​ສະໜອງ​ຂໍ້​ມູນ​ຂ່າວ​ໃຫ້​ສື່​ມວນ​ຊົນ​ແມ່ນ​ການ​ກະທຳ​ລະ​ເມີດ​ບໍລິຫານທີ່​ໄດ້​ກຳນົດ​ໃນ​ດຳລັດ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປັບ​ໄໝ​ລົງ​ໂທດ​ຕໍ່​ການລະ​ເມີດ​ການ​ບໍລິຫານ​ໃນ​ຂົງ​ເຂດ​ສື່​ມວນ​ຊົນ, ພິມ​ຈຳໜ່າຍ.

        ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ) ຍັງ​ກຳນົດ​ຢ່າງ​ຈະ​ແຈ້ງວ່າ, ສື່​ມວນ​ຊົນ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດໝາຍ ​ແລະ ​ເກືອດ​ຫ້າມ​ບັນ​ດາ​ການ​ກະທຳ​ນາບ​ຂູ່, ຄຸກ​ຄາມ​ເຖິງ​ຊີວິດອີນຊີ, ​ແຕະຕ້ອງ​ເຖິງ​ກຽດ​​ເປັນ​ມະນຸດ​ຂອງ​ນັກ​ຂ່າວ; ທຳລາຍ, ຢືດ​ເອົາ​ອຸປະກອນ, ​ເອກະສານ, ກີດຂວາງ​ນັກ​ຂ່າວ​​ເມື່ອ​​ເຄື່ອນ​ໄຫວອາຊີບ​ຖືກ​ຕາມ​ກົດໝາຍ.

        ​ເພື່ອ​ຍົກ​ສູງ​ບົດບາດ​ຂອງ​ນັກ​ຂ່າວ, ຄວາມ​ຮັບຜິດຊອບ​ ​ພົນລະ​ເມືອງ ຂອງ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ. ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ) ຫັນ​​ເປັນ​ກົດໝາຍບັນດາ​ຂໍ້​ກຳນົດ​ບັງຄັບ​ກ່ຽວ​ກັບ​ຈັນ​ຍາ​ບັນ​ອາຊີບ​ຂອງ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ. ກົດໝາຍ​ກໍ່​ໄດ້​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ບັນດາ​ການ​ກະທຳ​ຖືກ​ຫ້າມ​ໃນ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ. ບັນດາ​ການ​ກະທຳ​ຫ້າມ​ໃຫ້​ຂ່າວທີ່​ເໝາະ​ສົມ​ກັບ​ບັນດາ​ຂໍ້​ກຳນົດ​ໃນ​ປະມວນ​ກົດໝາຍ​ອາຍາ​ປີ 2015, ບັນດາ​ການ​ກະທຳ​ຖືກ​ຫ້າມ​ອື່ນໆ​ທີ່​ເໝາະ​ສົມ​ກັບ​ປະມວນ​ກົດໝາຍ​ແພ່ງ ​ແລະ ກົດໝາຍ​ອື່ນໆ, ຮັບປະກັນ​ລັກສະນະ​ເປັນ​ໄປ​ໄດ້​ໃນ​ພຶດຕິ​ກຳ​ຕົວ​ຈິງ.

        ຮັບປະກັນ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ສຳພັນ​ກັບ​ຫຼາຍ​ຝ່າຍ​ໃນ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ

        ຈຸດ​ພົ້ນ​ເດັ່ນ​ທີ່​ຕ້ອງການ​ເນັ້ນ​ໜັກ​ນັ້ນ​ແມ່ນ ການ​ຮ່ວມ​ສຳພັນ​ນີ້​ຮັບປະກັນ​ໃຫ້​ຜູ້​ອ່ານ​ໄດ້​ມີ​ສິດ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດກ່ຽວ​ກັບ​ເນື້ອ​ໃນ, ​ແລະ ບັນດາ​ອົງການ​ສື່​ມວນ​ຊົນ​ກໍ່​ມີ​ສິດ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດ ທາງ​ດ້ານ​ເສດຖະກິດ, ​​ເຊິ່ງກ່ອນ​ນີ້​ການ​ຮ່ວມ​ສຳພັນຄື​ດັ່ງກ່າວ​ພຽງ​ແຕ່​ລະບຸ​ໄວ້​ໃນ​ບັນດາ​ເອກະສານ​ນິຕິ​ກຳ​ເທົ່າ​ນັ້ນ.

        ເມື່ອທຽບ​ໃສ່​ກົດໝາຍ​ວ່າ​ດ້ວຍສື່​ມວນ​ຊົນ​ປີ 1999, ​ເປົ້າ​ໝາຍ​ສ້າງ​ຕັ້ງ​ອົງການ​ສື່​ມວນ​ຊົນ​ກໍ່​ເປີດ​ກວ້າງ​ກວ່າ, ອະນຸຍາດ​ໃຫ້​ບັນດາ​ຮາ​ກຖານ​ການ​ສຶກສາ, ບັນດາ​ອົງການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີພາກ​ເອກະ​ຊົນ, ​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ກໍ່​ມີ​ສິດ​ສ້າງ​ຕັ້ງ​ວາລະສານ​ວິທະຍາສາດ; ອົງການ​ສື່​ມວນ​ຊົນ​ມີ​ສິດ​ຮ່ວມ​ສຳພັນ​ກັບ​ອົງການ​ສື່​ມວນ​ຊົນ​ອື່ນໆ, ນິຕິບຸກຄົນ, ສ່ວນ​ບຸກຄົນທີ່​ໄດ້​ຈົດ​ທະບຽນ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ເໝາະ​ສົມ​ກັບ​ຂົງ​ເຂດ​ຮ່ວມ​ສຳພັນ ​ແລະ ​ເປັນ​ເຈົ້າ​ການ​ປະຕິບັດ, ຮັບຜິດຊອບ, ຫາກ​ບໍ່​ຕ້ອງ​ຂໍອະນຸຍາດ​ອົງການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ສື່​ມວນ​ຊົນ, ຂໍ້​ກຳນົດ​ນີ້​ເພື່ອ​ແນ​ໃສ່​ໝູນ​ໃຊ້​ບັນດາ​ແຫຼ່ງກຳລັງ​​ເຂົ້າ​ຮ່ວມ​ການລົງທຶນ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ, ສົ່ງ​ເສີມ, ຊຸກຍູ້​ການ​ພັດທະນາ​ຂອງ​ບັນດາ​ຂະ​ແໜງ​ວິທະຍາສາດ.

        ກົດໝາຍ​ສະບັບ​ປັບປຸງ​ນີ້ ກໍ​່​ໄດ້​ເພີ່ມ​ເຕີມ​ຂໍ້​ກຳນົດ ກ່ຽວ​ກັບ​ການ​ຮ່ວມ​ສຳພັນ​ໃນ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ, ​ໃນ​ນັ້ນ​ກຳນົດ​ຂົງ​ເຂດ, ​ເນື້ອ​ໃນ​ບັນດາ​ອົງການ​ສື່​ມວນ​ຊົນ​ທີ່​ມີ​ສິດ​ຮ່ວມ​ສຳພັນ​ ກັບ​ອົງການ​ສື່​ມວນ​ຊົນ​ອື່ນ, ນິຕິບຸ​ກຄົນ, ສ່ວນ​ບຸກ​ຄົນ​ທີ່​ໄດ້​ຈົດ​ທະບຽນ​ດຳ​ເນີນ​ທຸລະ​ກິດ​ເໝາະ​ສົມ​ກັບ​ຂົງ​ເຂດ​ຮ່ວມ​ສຳ​ພັນ​ຢ່າງ​ລະອຽດ. ກຳນົດ​ເວລາ​ທີ່​ໄດ້​ຮັບ​ອະນຸຍາດ​ຮ່ວມ​ສຳພັນ​ໃນ​ຊ່ອງ​ວິທະຍຸ​ກະຈາຍສຽງ, ຊ່ອງ​ໂທລະພາບ​ເພື່ອ​ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງ; ​ໃຫ້​ຂ່າວ​ໂຄສະນາ​ທີ່​ຈຳ​ເປັນຕາ​ມຂໍ້​ກຳນົດ ​ແລະ ຊ່ອງ​ສາລະ​ຄະດີ - ການ​ເມືອງ​ສັງ​ລວມ; ກຳນົດ​ເວລາ​ສູງ​ສຸດ​ເຊິ່ງບັນດາ​ອົງການ​ສື່​ມວນ​ຊົນ​ດັ່ງກ່າວ​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ສຳພັນ​ຜະລິດ​ລາຍການ​ທັງ​ໝົດ​ໃນຊ່ອງ​ກະຈາຍສຽງ, ​ໂທລະພາບ​.

        ​ໂດຍ​ເລີ່​ມມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1/1/2013, ​ເມື່ອ​ ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ) ກ້າວ​ເຂົ້າ​ສູ່​ພຶດຕິ​ກຳ​ຕົວ​ຈິງ, ມັນ​ຈະ​ຫັນ​ເປັນ​ລະອຽດຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013, ປະກອບສ່ວນ​ຮັບປະກັນ​ໃຫ້​ບັນດາ​ຜູ້​ເຄື່ອນ​ໄຫວ​ສື່​ມວນ​ຊົນ​ມີສິດ​ເສລີ​ໃນ​ການ​ປາກ​ເວົ້າ, ມີ​ສິດ​ເສລີໃນ​ການ​​ເຄື່ອນ​ໄຫວ​ສື່​ມວນ​ຊົນ ກໍ່​ຄື​ກົນ​ໄກ​ຂອງ​ລັດ, ຮັບປະກັນ​ໃຫ້​ທຸກ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​​ ໄດ້​ປະຕິບັດສິດ​ດັ່ງກ່າວ. ກົດໝາຍ​ສ້າງ​ພື້ນຖານນິຕິ​ກຳ​ສຳຄັນ​​ເພື່ອ​ໃຫ້​ພາລະ​ກິດສື່​ມວນ​ຊົນ​ປະຕິວັດ​ຫວຽດນາມພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ນັບ​ມື້​ນັບເໝາະ​ສົມ​ເຂົ້າ​​ໃນພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ