ພື້ນຖານເສດຖະກິດການຕະຫລາດຂອງ ຫວຽດນາມ ພວມເຄື່ອນໄຫວຢ່າງຖືກທິດ

(VOVWORLD) - ກ່ອນທີ່ດຳເນີນກອງປະຊຸມໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 13, ບັນດາກຳລັງປໍລະປັກພວມປັ້ນແຕ່ງເລື່ອງລາວທີ່ວ່າ ພື້ນຖານເສດຖະກິດການຕະຫລາດ ຫວຽດນາມ ແມ່ນຮູບການທີ່ບໍ່ຖືກຕ້ອງກັບຄວາມຈິງ, ໄປເຂວທິດ, ເດີນຕາມເສັ້ນທາງທຶນນິຍົມ, ບໍ່ສົ່ງເສີມການພັດທະນາຂອງເສດຖະກິດພາກເອກະຊົນ. 

ຄວາມເປັນຈິງໃນວິວັດແຫ່ງການປ່ຽນແປງໃໝ່ເສດຖະກິດ ແລະ ສ້າງສາປະເທດຊາດໃນເກືອບ 35 ປີຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ພື້ນຖານເສດຖະກິດການຕະຫລາດຂອງ ຫວຽດນາມ ໄດ້ ແລະ ພວມເຄື່ອນໄຫວຢ່າງຖືກທິດ ແລະ ບັນລຸໄດ້ໝາກຜົນອັນດີງາມຫລາຍຢ່າງ.

ພື້ນຖານເສດຖະກິດການຕະຫລາດຂອງ ຫວຽດນາມ  ພວມເຄື່ອນໄຫວຢ່າງຖືກທິດ - ảnh 1 (ພາບປະກອບ / tuyengiao.vn)

        ການພັດທະນາເສດຖະກິດການຕະຫລາດກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ ໄດ້ນຳມາເຊິ່ງປະສິດທິຜົນຢ່າງສູງ. ພະຍານຫຼັກຖານໃຫຍ່ສຸດ ນັ້ນແມ່ນເກືອບ 35 ປີແຫ່ງການປ່ຽນແປງໃໝ່, ປະເທດ ຫວຽດນາມ ໄດ້ມີການພັດທະນາຢ່າງວ່ອງໄວ, ຈາກປະເທດທີ່ທຸກຍາກ, ຫຼ້າຫຼັງໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີຄວາມຂະຫຍັນຂັນເຄື່ອນແຖວໜ້າໃນພາກພື້ນ, ມີລະດັບການເປີດກ້ວາງໃຫຍ່ແຖວໜ້າໂລກ ແລະ ມີລະດັບການເຕີບໂຕໄວແຖວຫນ້າໂລກ. ມາຮອດປະຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າເສລີ (FTA) 13 ສະບັບ, ໃນນັ້ນ ມີບັນດາ FTA ສະບັບໃໝ່ ທີ່ມີຄຸນນະພາບສຳລັບບັນດາກຸ່ມເສດຖະກິດແຂງແຮງ (ສັນຍາ CPTPP, EVFTA), ສະນັ້ນ ຕະຫລາດຂອງພື້ນຖານເສດຖະກິດ ຫວຽດນາມ ຈຶ່ງໄດ້ເປີດກ້ວາງຢ່າງໃຫຍ່ຫລວງ. ທັງ ອາເມລິກາ ແລະ ສະຫະພາບ ເອີຣົບ (EU) ລ້ວນແຕ່ຖື ຫວຽດນາມ ເປັນຄູ່ຮ່ວມມືການຄ້າສຳຄັນຢູ່ ອາຊີ - ປາຊີຟິກ. ກໍ່ຍ້ອນກຳລັງແຮງຄວາມຕ້ານທານຂອງພື້ນຖານເສດຖະກິດທີ່ດີກ່ວາເກົ່າຫລາຍ ສະນັ້ນ ເມື່ອເບິ່ງລວມແລ້ວ ການເຂົ້າຮ່ວມໃນ FTA ສະບັບຕ່າງໆຂອງ ຫວຽດນາມ ລ້ວນແຕ່ບັນລຸໄດ້ປະສິດທິຜົນທີ່ດີ. ໄລ່ຮອດເດືອນ ກຸມພາ 2020, ມີ 71 ປະເທດຮັບຮູ້ ຫວຽດນາມ ເປັນພື້ນຖານເສດຖະກິດການຕະຫລາດ.

        ພື້ນຖານເສດຖະກິດການຕະຫລາດກຳນົດທິດສັງຄົມນິຍົມ ເຊິ່ງ ຫວຽດນາມ ພວມກໍ່ສ້າງ ແມ່ນປະຕິບັດຕາມທຳນຽມສາກົນ. ໃນບັນດາກົດເກນເສດຖະກິດການຕະຫລາດໂລກ ເຊິ່ງ ຫວຽດນາມ ຮັບເອົານັ້ນ ມີບັນດາກົດເກນກ່ຽວກັບການແກ່ງແຍ້ງ, ກ່ຽວກັບຄວາມສະດວກ. ເພື່ອຮັບປະກັນໃຫ້ມີສະພາບແວດລ້ອມແຫ່ງການແກ່ງແຍ້ງຢ່າງຍຸຕິທຳລະຫວ່າງລັດວິສາຫະກິດ ແລະ ວິສາຫະກິດເອກະຊົນນັ້ນ, ທີ່ກອງປະຊຸມສູນກາງພັກເທື່ອທີ 5 ຊຸດທີ 12, ພັກກອມມູນິດ ຫວຽດນາມ ໄດ້ຮັບຮອງເອົາມະຕິ 3 ສະບັບ ນັ້ນແມ່ນມະຕິເລກທີ 10, 11 ແລະ 12. ມະຕິ 3 ສະບັບດັ່ງກ່າວ ໄດ້ສະແດງໃຫ້ເຫັນທັດສະນະຂອງພັກຢ່າງຈະແຈ້ງ ກ່ຽວກັບການກໍ່ສ້າງພື້ນຖານເສດຖະກິດການຕະຫລາດທີ່ມີລັກສະນະແກ່ງແຍ້ງຢ່າງສູງ, ແກ່ງແຍ້ງຢ່າງຍຸຕິທຳລະຫວ່າງລັດວິສາຫະກິດ ແລະ ວິສາຫະກິດເອກະຊົນ. ທີ່ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນໃນວັນທີ 30 ທັນວາ 2019, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢືນຢັນວ່າ “ການສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ແກ່ເສດຖະກິດເອກະຊົນພັດທະນາ, ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດຢ່າງແທ້ຈິງ, ພ້ອມກັບເສດຖະກິດລັດ ແລະ ເສດຖະກິດລວມໝູ່ກາຍເປັນກຳລັງຫຼັກແຫຼ່ງແກ່ນສານ ເພື່ອຍົກສູງກຳລັງແຮງພາຍໃນ, ມີລັກສະນະເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ ແລະ ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ”. ເປັນທີ່ຈະແຈ້ງແລ້ວວ່າ ໃນພື້ນຖານເສດຖະກິດການຕະຫລາດກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ ໃນປະຈຸບັນ ແມ່ນບໍ່ໄດ້ຈຳແນກ ແລະ ກີດຂວາງເສດຖະກິດເອກະຊົນແຕ່ຢ່າງໃດ. ກົງກັນຂ້າມ, ພັກ, ລັດ ຫວຽດນາມ ຍັງສົ່ງເສີມເສດຖະກິດເອກະຊົນພັດທະນາ, ສົ່ງເສີມປະຊາຊົນສ້າງຄວາມຮັ່ງມີຢ່າງຊອບທຳ, ທັງນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ.

        ໃນສະພາບຕົວຈິງ, ຫວຽດນາມ ມີຖັນແຖວວິສາຫະກິດເອກະຊົນພັດທະນາໄວທີ່ສຸດ, ກາຍເປັນບັນດາກຸ່ມບໍລິສັດເສດຖະກິດທີ່ມີແຫຼ່ງກຳລັງທີ່ເຂັ້ມແຂງຄື: Vingroup, Sun Group, Vietjet Air, THACO ເຈື່ອງຫາຍ, ຮ່ວາຟ໊າດ, FPT…ລັດສົ່ງເສີມບັນດາວິສາຫະກິດເອກະຊົນໃຫ້ມີການພັດທະນາຢ່າງໂປ່ງໃສ, ຖືກຕ້ອງຕາມກົດໝາຍ. ຕາມການປະກາດຂອງວາລະສານ Forbes ສະບັບອອກວັນທີ 7 ເມສາ 2020, ຫວຽດນາມ ມີມະຫາເສດຖີ 4 ຄົນໄດ້ມີຊື່ຢູ່ໃນບັນຊີລາຍຊື່ບັນດາມະຫາເສດຖີຂອງໂລກ.

        ເລື່ອງພັດທະນາພື້ນຖານເສດຖະກິດການຕະຫລາດຢູ່ ຫວຽດນາມ ຕາມກຳນົດທິດສັງຄົມນິຍົມເພື່ອກໍ່ສ້າງສັງຄົມນິຍົມ ແຕ່ບໍ່ແມ່ນພື້ນຖານເສດຖະກິດການຕະຫລາດຕາມແບບທຶນນິຍົມ, ເພື່ອສ້າງລະບອບທຶນນິຍົມ. ໃນພື້ນຖານເສດຖະກິດການຕະຫລາດນີ້, “ການກຳນົດທິດສັງຄົມນິຍົມ” ຂອງພື້ນຖານເສດຖະກິດໄດ້ຮັບການສ້າງຕັ້ງ ແລະ ເພີ່ມທະວີຢ່າງສະເໝີຕົ້ນສະເໝີປາຍ ໂດຍຜ່ານການຊີ້ນຳນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ຖືປະຊາຊົນເປັນໃຈກາງ, ເພື່ອທຸກຄົນ ແລະ ຍ້ອນປະຊາຊົນ; ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນຢ່າງຄົບຖ້ວນ, ປະຕິບັດຄວາມກ້າວໜ້າ ແລະ ຍຸຕິທຳສັງຄົມໃນເທື່ອລະກ້າວ ແລະ ໃນແຕ່ລະນະໂຍບາຍພັດທະນາ. ພາຍໃຕ້ການຊີ້ນຳນຳພາຂອງພັກ, ການຄຸ້ມຄອງຂອງລັດ, ພື້ນຖານເສດຖະກິດຂອງ ຫວຽດນາມ ສາມາດແກ້ໄຂໄດ້ບັນດາຂໍ້ຈຳກັດຂອງເສດຖະກິດການຕະຫລາດເສລີ. ໝາກຜົນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບປະສິດທິຜົນການກຳນົດທິດ, ການບໍລິຫານຂອງລັດ ຫວຽດນາມ ໃນພື້ນຖານເສດຖະກິດ - ສັງຄົມ ເມື່ອທຽບໃສ່ກັບຫລາຍປະເທດອື່ນ.

        ຫວຽດນາມ ພວມສ້າງພື້ນຖານເສດຖະກິດການຕະຫລາດຮັບເອົາສິ່ງຍອດຍິ່ງທາງດ້ານເສດຖະກິດການຕະຫລາດຂອງມວນມະນຸດ, ແຕ່ເຂັ້ມຂຸ້ນໄປດ້ວຍສີສັນດ້ານການເມືອງ, ວັດທະນະທຳຂອງ ຫວຽດນາມ, ເໝາະສົບກັບຈຸດພິເສດສັງຄົມ ຫວຽດນາມ. ເຖິງວ່າຍັງມີຫລາຍດ້ານຖືກຈຳກັດຢູ່ ຄວນໄດ້ຮັບການແກ້ໄຂກໍ່ຕາມ, ແຕ່ບັນດາຜົນງານທີ່ບັນລຸໄດ້ ແລະ ບັນດາແງ່ຫວັງພວມຊໍ່ອອກມາໃຫ້ນັ້ນ ອາດຢັ້ງຢືນໄດ້ວ່າ ເລື່ອງ ຫວຽດນາມ ສ້າງພື້ນຖານເສດຖະກິດກຳນົດທິດສັງຄົມນິຍົມ ແມ່ນຖືກຕ້ອງໂດຍສົມບູນແບບຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ