ພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ ນຳຫວຽດນາມ ນັບມື້ນັບພັດທະນາ

(VOVWORLD) - ຮູບແບບເສດຖະສາດທົ່ວໄປ ໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມແມ່ນພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ. ເຖິງຢ່າງໃດກໍຕາມ ບັນດາອິດທິກຳລັງເປັນປໍລະປັກ ໄດ້ປະຕິເສດບັນດາຖ້ອຍທຳນອງເສກສັນປັ້ນແຕ່ງກ່ຽວກັບພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມຂອງຫວຽດນາມ, ຕ້ານທຳລາຍ ພັກ, ລັດ ແລະກິດຈະການປ່ຽນແປງໃຫມ່ຂອງຫວຽດນາມ ຢ່າງບໍ່ຢຸດຢັ້ງ. ຄວາມຈິງຊີ້ໃຫ້ເຫັນວ່າ ຍ້ອນໄດ້ປະຕິບັດຕາມພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມໃນຊຸມປີຜ່ານມາ ສະນັ້ນ ພື້ນຖານເສດຖະກິດຫວຽດນາມ ຈຶ່ງນັບມື້ນັບພັດທະນາ, ທີ່ຕັ້ງບົດບາດຂອງປະເທດຊາດນັບມື້ນັບສູງຂຶ້ນໃນພາກພື້ນ ແລະສາກົນ.

ພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ ນຳຫວຽດນາມ ນັບມື້ນັບພັດທະນາ - ảnh 1ນະຄອນ ໂຮ່ຈີມິນ - ນະຄອນ ນຳຫນ້າດ້ານເສດຖະກິດຂອງທົ່ວປະເທດຫວຽດນາມ
ພາບ:ສຳນັກຂ່າວສານຫວຽດນາມ

ບັນດາອິດທິກຳລັງເປັນປໍລະປັກຍາມໃດກໍ່ຖືວ່າ: ບໍ່ມີພື້ນຖານເສດຖະກິດໃດແມ່ນພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ. ເສດຖະກິດການຕະຫລາດແມ່ນຂອງລັດທິນາຍທຶນ, ເຄື່ອນໄຫວຕາມບັນດາກົດເກນຂອງລັດທິທຶນນິຍົມ. ຈາກນັ້ນ ເຂົາເຈົ້າຖືວ່າ ຫວຽດນາມ ຕ້ອງຫັນໄປເປັນເສດຖະກິດການຕະຫລາດທຶນນິຍົມເດີນຕາມເສັ້ນທາງ ລັດທິທຶນນິຍົມ.

ອາດເຫັນໄດ້ວ່າບັນດາຂໍ້ອ້າງອີງຂອງບັນດາອິດທິກຳລັງເປັນປໍລະປັກ ແມ່ນບໍ່ມີພື້ນຖານວິທະຍາສາດ ແລະ ແມ່ນການຕີລາຄາແບບອັດຕະວິໄສ.

ປະຈຸບັນພື້ນຖານເສດຖະກິດການຕະຫລາດຂອງບັນດາປະເທດ ພັດທະນາໃນໂລກ ລ້ວນແຕ່ແມ່ນພື້ນຖານເສດຖະກິດການຕະຫລາດໂດຍມີການຄຸ້ມຄອງຂອງລັດ. ມາຮອດປະຈຸບັນ ຢູ່ໃນໂລກ ປະກົດອອກມີຫລາຍຮູບແບບເສດຖະກິດການຕະຫລາດຢູ່ບັນດາປະເທດພັດທະນາຄື: ເສດຖະກິດການຕະຫລາດເສລີຢູ່ ອາເມລິກາ, ເສດຖະກິດການຕະຫລາດສັງຄົມຢູ່ ເຢຍລະມັນ, ເສດຖະກິດການຕະຫລາດລັດສະຫວັດດີການຢູ່ ຊູແອດ… ເຖິງວ່າຢູ່ໃນລະດັບທີ່ແຕກຕ່າງກັນກໍຕາມແຕ່ກໍ່ລ້ວນແຕ່ມີການກຳນົດທິດສັງຄົມ.

ສຳລັບ ຫວຽດນາມ, ຮູບແບບເສດຖະສາດທົ່ວໄປໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ແມ່ນເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ, ສົມທົບຄວາມກົມກຽວລະຫວ່າງບັນດາປັດໄຈຂອງພື້ນຖານເສດຖະກິດການຕະຫລາດ ແລະ ເສດຖະກິດທຶນນິຍົມ ເພື່ອສ້າງພື້ນຖານດ້ານວັດຖຸໃຫ້ແກ່ສັງຄົມນິຍົມ.

ອາດຢັ້ງຢືນໄດ້ວ່າ ໃນບັນດາພື້ນຖານເສດຖະກິດການຕະຫລາດໃນໂລກປະຈຸບັນ ລ້ວນແຕ່ມີການເຄື່ອນໄຫວຂອງບັນດາກົດເກນເສດຖະກິດການຕະຫລາດ ແລະ ມີບົດບາດຄຸ້ມຄອງຂອງລັດ. ລັດ ທັງຮັບປະກັນ, ເຄົາລົບ, ສ້າງສະພາບແວດລ້ອມການເຄື່ອນໄຫວໃຫ້ແກ່ບັນດາກົດເກນເສດຖະກິດການຕະຫລາດ, ທັງຈຳກັດ ແກ້ໄຂບັນດາການກະທົບຫຍໍ້ທໍ້ ໂດຍກົດເກນເສດຖະກິດການຕະຫລາດກໍ່ຂຶ້ນ, ຮັກສາສະພາບແວດລ້ອມໃຫ້ມີສະຖຽນລະພາບເພື່ອການພັດທະນາເສດຖະກິດ ແລະ ນຳການພັດທະນາເສດຖະກິດເຂົ້າບັນດາເປົ້າໝາຍສັງຄົມ, ຮັບປະກັນສັງຄົມຍຸດຕິທຳ, ເອົາໃຈໃສ່ເຖິງການຮັບປະກັນຊີວິດສັງຄົມ.

ຕົວຈິງ ໃນວິວັດການປ່ຽນແປງໃຫມ່, ພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມຢູ່ຫວຽດນາມ ແມ່ນເຕົ້າໂຮມຄົບບັນດາປັດໄຈຂອງພື້ນຖານເສດຖະກິດການຕະຫລາດຕາມບັນດາມາດຖານສາກົນ.

ຜ່ານ 35 ປີແຫ່ງການປ່ຽນແປງໃຫມ່, ຫວຽດນາມ ບັນລຸໄດ້ຫລາຍຜົນງານສຳຄັນ, ຮອບດ້ານໃນຂົງເຂດເກືອບທັງໝົດ ພິເສດແມ່ນການພັດທະນາເສດຖະກິດ. ໝາກຜົນທີ່ບັນລຸໄດ້ໃນການປະຕິບັດຍຸດທະສາດ 10 ປີ (2011 – 2020) ແລະ ໃນອາຍຸການ 2016 – 2021 ໄດ້ປະກອບສ່ວນສຳຄັນໃນການສ້າງຜົນງານອັນໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດ ນຳທີ່ຕັ້ງບົດບາດ ແລະອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບສູງຂຶ້ນໃນເວທີສາກົນປະຈຸບັນ.


 ດ້ວຍວີທີການສັງເກດຮອບດ້ານ, ເປັນລະບົບ,ພາວະວິໄສ,ວິທະຍາສາດ ແລະພຶດຕິກຳຕົວຈິງ ພາຍຫລັງ 35 ປີແຫ່ງການປ່ຽນແປງໃຫມ່, ພື້ນຖານເສດຖະກິດການຕະຫລາດ ແມ່ນພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ.ນັ້ນແມ່ນພື້ນຖານເສດຖະກິດການຕະຫລາດ ທັນສະໄຫມ, ເຊື່ອມໂຍງເຂົ້າກັບສາກົນ,  ເຄື່ອນໄຫວຕາມບັນດາກົດເກນຂອງເສດຖະກິດການຕະຫລາດຢ່າງຄົບຖ້ວນ ແລະຄົບຊຸດ ໂດຍມີການຄຸ້ມຄອງຂອງລັດອຳນາດນິຕິບັນຍັດສັງຄົມນິຍົມ ໂດຍພັກກອມມູນິດ ຫວຽດນາມ ນຳພາ, ຮັບປະກັບການກຳນົດທິດສັງຄົມນິຍົມເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ,ປະຊາທິປະໄຕ, ຍຸຕິທຳ, ສີວິໄລ” ສອດຄ່ອງກັບແຕ່ລະໄລຍະພັດທະນາຂອງປະເທດຊາດ.

ບັນດາຖ້ອຍທຳນອງບິດເບື່ອນຄວາມຈິງຂອງບັນດາອິດທິກຳລັງເປັນປໍລະປັກ ເສກສັນປັ້ນແຕ່ງແນວທາງການພັດທະນາພື້ນຖານເສດຖະກິດການຕະຫລາດຕາມການນຳນົດທິດສັງຄົມນິຍົມຢູ່ຫວຽດນາມໃນໄລຍະຜ່ານມາ ແນ່ນອນວ່າບໍ່ອາດທຳລາຍຮູບພາບບັນດາຜົນງານຂອງພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມຂອງຫວຽດນາມ ໃນຊຸມປີຜ່ານມາໄດ້ ແລະບໍ່ອາດປ່ຽນແປງເສັ້ນທາງຊື່ງ ພັກ ແລະ ປະຊາຊົນຫວຽດນາມ ໄດ້ເລືອກເຟັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ