ພະຍຸລົມແດງບົນເວທີການເມືອງສ.ເກົາຫຼີ

(vovworld) - ​ເວ​ທີ​​ການ​ເມືອງ ສ.ເກົາ​ຫຼີ ພວມ​ມີ​ສັນ​ຍານ​ເກີດວິ​ກິດ​ການ ເມື່ອ​ພັກ​ກຳ​ອຳ​ນາດ​ຖືກ​ແບ່ງ​ແຍກ ແລະ ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ Park Geun Hye ພ​ວມ​​ພະ​ຍາ​ຍາມ​ປ່ຽນ​ແປງ​ສະ​ພາບ​ການດັ່ງ​ກ່າວ ດ້ວຍ​ວິ​ທີ​ປັບ​ປຸງ​ຄະ​ນະລັດ​ຖະ​ບານ. ເຫດ​ການ​ສັ​ລ​ສົນ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ຜູ້​ໃກ້​ຊິດ​ກັບ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun Hye ຖືກ​ກ່າວ​ຫາ​​ວ່າ ສວຍ​ໃຊ້​ການ​ພົວ​ພັນ​ເພື່ອ​ແຊກ​ແຊງ​ເຂົ້າ​ບັນ​ດາ​ບັນ​ຫາ​ສຳ​ຄັນຂອງ​ຊາດ, ອັນໄດ້​ສົ່ງ​ຜົນ​ສະ​ທ້ອນ​ທີ່​ຫຍ​ໍ້​ທ​ໍ້​​ເຖິງບໍ່​ພຽງ​ແຕ່​ອິດ​ທິ​​ພົນ​ຊື່​ສຽງຂອງ​ການ​ນຳ​ຜູ້​ນີ້​ເທົ່າ​ນັ້ນ, ຫາກ​ຍັງຈະ​ພາ​ໄປ​ເຖິງ​ບັນ​ດາ​​ຜົນ​ຮ້າຍຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້​ອີກ​ດ້ວຍ.


ພະຍຸລົມແດງບົນເວທີການເມືອງສ.ເກົາຫຼີ - ảnh 1
ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ Park Geun Hye
(ພາບ​ປະ​ກອບ: EPA/TTXVN)

ເຫດ​ການເກີດ​ຄວາມ​ສັບ​ສົນ​ດ້ານການ​ເມືອງ ໄດ້​ເຮັ​ດ​ໃຫ້​ປະ​ຊາ​ຊົນ​ສ.ເກົາ​ຫຼີ ນັບ​ໝື່ນ​ຄົນ ໄດ້​ລັ່ງ​ໄຫຼກັນ​ລົງ​ຖະ​ໜົນເພື່ອ​ແຮ່​ຂະ​ບວນ​ປະ​ທ້ວງຢູ່​ນະ​ຄອນ​ຫຼວງ ເຊີ​ອູນ​ ໃນ​ຊຸມມື້​ຜ່ານ​ມາ, ຮຽກ​ຮ້ອງ​ໃຫ້​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ Park Geun Hye ລາ​ອອກ​ຈາກ​ຕຳ​ແໜ່ງ ຫຼື ຖືກ​ຕັດ​ສິນ​ລົງ​ໂທດ. ຕໍ່​ໜ້າ​ຄວາມ​ກົດດັນ​ຂອງ​ຫາງ​ສຽງ ແລະ ພິ​ເສດ​ແມ່ນ​ຢູ່​ພາຍ​ໃນ​ພັກ Saenuri (ພັກ​ກຳ​ອຳ​ນາດ) ພ້ອມ​ກັບ​ພັກ​ຝ່າຍ​ຄ້ານ, ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ Park Geun Hye ໄດ້​ປະ​ກາດ​ປັບ​ປຸງ​ຄະ​ນະ​ລັດ​ຖະ​ບານ. ທ່ານ​ນາງ​ໄດ້​ສະ​ເໜີ​ແຕ່ງ​ຕັ້ງ​​ຜູ້​ດຳ​ລົງ​ຕຳ​ແໜ່ງ​ແທນ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄວາມ​ປອດ​ໄພ​​ຂອງ​ປະ​ຊາ​ຊົນ.

        ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ຄຳ​ຕັດ​ສິນ​ຂອງ​ທ່ານ​ນາງ​ຖືກ​ບັນ​ດາ​​ພັກຝ່າຍ​ຄ້ານ​ຢູ່​ສ.ເກົາ​ຫຼີ ອອກ​ສຽງ​ຄັດ​ຄ້ານ ຍ້ອນບໍ່​ມີ​ການ​ທາບ​ທາມ​ຄວາມ​ເຫັນ​ກ່ອນ, ສະ​ພາ​ແຫ່​ງ​ຊ​າດກໍ່​ຖະແຫຼງວ່າ​ຈະ​ບໍ່​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ປ່ຽ​ນແປງ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ. ກ່ອນ​ໜ້ານັ້ນ, ມີ​ຜູ້​ຊ່ວຍ​ວຽກ​ຂັ້ນ​ສູງ 8 ຄົ​ນ​ຂອງ​ທ່ານ​ນາງ Park Geun Hye ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ພາຍ​ຫຼັງເກີດ​ຄວາມ​ສັບ​ສົນ​ດ້ານການ​ເມືອງນີ້.

ພະຍຸລົມແດງບົນເວທີການເມືອງສ.ເກົາຫຼີ - ảnh 2
ທ່ານ​ນາງ Choi Soon sil
(ພາບ​: Reuters)

ໄພ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຫຼື​ຖືກ​ຕັດ​ສິນ​ລົງ​ໂທດ

        ໃນ​ການ​ຜັນ​ແປ​​ຄັ້ງຫຼ້າ​ສຸດ, ທ່ານ​ນາງ Choi Soon sil, ຜູ້​ທີ່ກໍ່​ໃຫ້​ເກີ​ດ​ຄວາມ​ສັບ​ສົນ​ດ້ານການ​ເມືອງ ​ແລະ ແມ່ນ​ສ່ຽວ​ຂອງ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ Park Geun hye, ຜູ້​ຖືກ​ກ່າວ​ຫາ​​ວ່າ ສວຍ​ໃຊ້ກາ​ນ​ພົວ​ພັນ​ນີ້ພຽງ 2 - 3 ຊົ່ວ​ໂມງ ເພື່ອ​ແຊກ​ແຊງ​ເຂົ້າ​ວຽກ​ງານ​​ຂອງ​ປະ​ເທດ​ຊາດ, ຖືກ​ຈັບ​ຕົວພາຍ​ຫຼັງ​​​ທີ່​ມາ​ຫ້ອງ​ການ​ຂອງ​ອົງ​ການໄອ​ຍະ​ການ​ປະ​ເທດນີ້ ເພື່ອ​ຕອບ​ຄຳ​ຖາມ​ຕ່າງໆ. ກ່ອນ​ໜ້ານັ້ນ, ເຈົ້າ​ໜ້າ​ທີ່ຜູ້​ໜຶ່ງ​ຂຶ້ນ​ກັບ​ອົງ​ການ​ໄອ​ຍະ​ການ​ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ, ບັນ​ດາ​ນັກ​ໄອ​ຍະ​ການ​ພວມ​ສືບ​ສວນບັນ​ດາຄຳ​ກ່າວ​ຫາຕ່າງໆ​ກ່ຽວ​ກັບ​ເລື່ອງທ່ານ​ນາງ Choi Soon sil ​ນຳ​ໃຊ້​ສາຍ​ພົວ​ພັນ​ກັບ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ​ Park Geun hye ເພື່ອ​ແຊກ​ແຊງ​ເຂົ້າ​ບັນ​ດາ​ບັນ​ຫາ​​ຂອງຊາດ ດ້ວຍ​ວິ​ທີ​ສຳ​ພັດ​ກັບ​ຂໍ້​ມູນ​ລັບ ແລະ ​​ສະ​ແຫວງ​ຫາຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຈາກບັນ​ດາ​ກອງ​ທຶນປອດ​ກຳ​ໄລ. ຄາດ​ວ່າ, ຈຳ​ນວນ​ເງິນ​ທີ່​ປະ​ກອບ​ເຂົ້າ​ກອງ​ທຶນ​ປອດ​ກຳ​ໄລ​ໂດຍ​ທ່ານ​ນາງ Choi Soon sil ສ້າງ​ຕັ້ງ ແມ່ນ​ປະ​ມານ 44 ລ້ານ USD. ໃນ​ອາ​ທິດ​ກ່ອນ, ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ​ Park Geun hye ໄດ້​ຍອມ​ຮັບ​ວ່າ ໄດ້​ໃຫ້​ສ່ຽວ​ຂອງ​ຕົນ​ຮ່າງ​ບົດ​​ປະ​ກອບ​ຄຳ​ເຫັ​ນບາງ​ສະ​ບັບເມື່ອ​ຫາ​ກໍ​ຮັບ​ດຳ​ລົງ​ຕຳ​ແໜ່ງ, ພ້ອມ​ທັງ​ໄດ້​ອອກ​​ມາ​ຂໍ​ໂທດ​ຍ້ອນ​ເຮັດ​ໃຫ້​​ມະ​ຫາ​ຊົນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ. ທ່ານ​ນາງ Choi ກໍ່ຍອ​ມ​ຮັບ​ວ່າ ໄດ້​ຮັບ​​ບັນ​ດາເອ​ກະ​ສານ​ຈາກ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ, ແຕ່​ປະ​ຕິ​ເສດ​ເລື່ອງ​ແຊກ​ແຊງ​ເຂົ້າ​ບັນ​ດາ​ບັນ​ຫາ​ຂອງ​ຊາດ ຫຼື ກໍ່ຄວາ​ກົດ​ດັນ​ໃຫ້ບໍລິ​ສັດ​ຕ່າງໆເພື່ອ​ສະ​ໜັບ​ສະ​ໜູນກອງ​ທຶນ.

        ພາຍ​ຫຼັງເກີ​ດ​ຄວາມ​ສັບ​ສົນ​ດ້ານການ​ເມືອງ, ອັດ​ຕາ​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ​ນາງ Park Geun hye ໄດ້​ຫຼຸດ​ລົງ​ຫຼາຍ​ພໍ​ສົ​ມ​ຄວນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຕາມ​ຄຳ​ເຫັນ​ຂອງ​ນັກ​ຮຽນ​ຮູ້​ຫຼາຍ​ຄົນ​ແລ້ວ, ​ຄວາມ​ສາ​ມາດ​ຂອງ​ທ່ານ​ນາງ Park Geun hye ​ຈະຖືກ​ຕັດ​ສິນ​ລົງ​ໂທດ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ຝ່າຍ​ຄ້ານ, ບໍ່​ແມ່ນ​ເລື່ອງ​ງ່າຍ. ຍ້ອນ​ການ​ຕັດ​ສິນ​ລົງ​ໂທດນີ້​ ຕ້ອງ​ມີ​ການ​ຮັບ​ຮອງ​ຂອງ​ສານ​ສູງ​ສຸດ, ອົງ​ການ​ເຊິ່ງ​ທ່ານ​ນາງ​ໄດ້​ແຕ່ງ​ຕັ້ງ​ໂດຍ​ກົງ. ຍິງ​ໄປກວ່ານັ້ນ, ຕາມ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສ.ເກົາ​ຫຼີ ແລ້ວ, ປະ​ທາ​ນາ​ທິ​ບໍ​ດີ​ຈະ​ບໍ່​​ຖືກ​ດຳ​ເນີ​ນ​ຄະ​ດີ​ອາ​ຍາ ແລະ ​​ຕັດ​ສິນ​ລົງ​ໂທ​ດໃນ​ອ​າ​ຍຸ​ການ, ເວັ້ນ​ເສຍແຕ່ກໍລະ​ນີ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ກົນ​ອຸ​ບາຍ​ລະ​ເມີດ​ສິດ​ຜົນ​ປະ​ໂຫຍດ ຫຼື ​ອະ​ທິ​ປະ​ໄຕ​ແຫ່ງ​​ຊາ​ດ​ທີ່​ມີ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ.

        ນອກນັ້ນ, ມີ​ຫຼາຍ​ຄຳ​ເຫັນ​ໄດ້​ຖື​ວ່າ, ຍັງ​ມີ​ເວ​ລາ​ພຽ​ອີກ 1 ປີ​ກໍ່ຈະ​ຮ​ອດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​​ຕໍ່​ໄປ, ຝ່າຍ​ຄ້ານ​ອາດ​ຈະ​​ຢາກສວຍ​ໃຊ້ຄວາມ​ສັບ​ສົນ​ດ້ານການ​ເມືອງດັ່ງ​ກ່າວນີ້ ເພື່ອ​ຫຼຸດ​ຜ່ອນ​ອິດ​ທິ​ພົນ​ຊື່​ສ​ຽ​ງ​ຂອງ​ພັກ​ກຳ​ອ​ຳ​ນາດ.

ສົ່ງຜົນ​ສະ​ທ້ອນ​ເຖິງ​ນະ​ໂຍ​ບາຍ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ

        ​ປະ​ຈຸ​ບັນ, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ​ Park Geun hye ພວມ​ດຳ​ລົງ​ຕຳ​ແໜ່ງ​ເປັ​ນປີທີ 4 ໃນ​ອາຍ​ຸ​ການ 5 ປີ. ວິ​ກິດ​ການ​ດ້ານ​ການ​ເມືອງ​ດັ່ງ​ກ່າວ ໄດ້​ນາບ​ຂູ່​ຈະ​ເຮັດ​ວິ​ວັດທະ​ນາ​ການ​ວາງ​ແຜນ​ນະ​ໂຍ​ບາຍ​​ໃນທ້າຍ​ອາ​ຍຸ​ການ​ສັນ​ສົນຂຶ້ນ​ຕື່ມ. ບໍ່​ພຽງ​ແຕ່​​ມີຜົນ​​ກະ​ທົບ​ຢ່າງ​ຫຍໍ້​ທ​ໍ້​​ເຖິງ​ບັນ​ດາ​ບັນ​ຫາ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ​ຫາກເຫດ​ການນີ້​ຍັງ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ບໍ່​ແມ່ນ​​ນ້ອຍ​ເຖິງ​ບັນ​ດາ​ນະ​ໂຍ​ບາຍ​ການ​ຕ່າງ​ປ​ະ​ເທດ​ຂອງ​ປະ​ເທດນີ້​ອີກ​ດ້ວ​ຍ. ນັກ​ໄຈ້​ແຍກ​​ຢູ່​ ປະ​ເທດ​ອື່ນ​ ບາງ​ຄົນຍັງ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ເຫດ​ການ​ນີ້​ຈະ​ສົ່ງ​ຜົນ​ສະ​ທ້​ອນ​ເຖິງ​ນະ​ໂຍ​ບາຍ​ແຂງ​ກະ​ດ້າງ​ສຳ​ລັບ​ສ​ປ​ປ.ເກົາ​ຫຼີ ເຊິ່ງ​ສ.ເກົາ​ຫຼີ ໄດ້​​ດຳ​ເນີນ​ມາ​ເປັນ​ເວ​ລາ​ດົນ​ນານ​ຈົນ​ ຮອດ​ປະ​ຈຸ​ບັນ. ພິ​ເສດ, ໃນ​ສະ​ພາບ​ຈຸດ​ເວ​ລາ​ມີ​ຄວາມສະ​ດ​ຸ້ງ​ໄວຄື​ໃນ​ປະ​ຈຸບັນ ເມື່ອ​ສ.ເກົາ​ຫຼີ ຫາ​ກໍ່​ຕົກ​ລົງ​ອະ​ນຸ​ຍາດ​ໃຫ້​ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ລະ​ບົບ​ປ້ອງ​ກັນລະ​ດັບ​ສູງ ໄລ​ຍະ​ສຸດ​ທ້າຍ (THAAD) ໃນ​ເຂດ​ດິນ​ແດນ​ຂອງ​ຕົນ.

        ສ.ເກົາ​ຫຼີ ເຄີຍ​ເກີດ​ບັນ​ດາ​ຄວາມ​ສັບ​ສົນ​ທາງ​ດ້ານ​ການ​ເມືອງ ແລະ ເຫດ​ການ​ຄັ້ງ​ນີ້​ກໍ​​ຄ້າຍຄື​ກັນ. ​ແລະເຫດ​ການ​​ດັ່ງ​ກ່າວນີ້​ພວມ​ສືບ​ຕໍ່​​ຖືກ​ສືບ​ສວນ​ສອບ​ສວນ ແລະ ປະ​ຈຸ​ບັນ​ຍັງ​ບໍ່​ທັນ​ມີ​ຄຳ​ຕັດ​ສິນ​ສຸດ​ທ້າຍ. ​ອາດ​ຈະ​ເປັນ​ໄປ​ໄດ້, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ​ສຳ​ພັນ​ທະ​ມິດ​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ ຫຼື ລັດ​ຖະ​ທຳ​ມະ​ນູນ​ຈະ​ປັບ​ປຸງ ອະ​ນຸ​ຍາດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​​ສະ​ຫຼະ​ສິດ​ອຳ​ນາດ. ຖ້າ​ຫາກ​ທ່ານ​ນາງ Park Geun hye ລາ​ອອກ​ຈາກ​ຕຳ​ແໜ່ງ, ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ສ.ເກົາ​ຫຼີ, ປະ​ເທດນີ້​ຈະ​ຕ້ອງ​ຈັດ​​ຕັ້ງການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ຮອບ​ເວ​ລາ 60 ວັນ, ນັບ​ແຕ່​ເມື່ອ​ທ່ານ​ນາງ​​ພົ້ນ​ຈາກ​​ຕຳ​ແໜ່ງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ຕາມ​ແຜນ​ການ, ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ ​ແມ່ນຈະ​ຖືກ​ດຳ​ເນີນ​ໃນ​ເດືອນ 12/2017, ສະ​ນັ້ນ, ພັກ​ຝ່າຍ​ຄ້ານ​ຍັງ​ບໍ່​ທັນ​ໄດ້​ກະ​ກຽ​ມ​ໃຫ້​ສະ​ພາບ​ການນີ້ ເພື່ອ​ສາ​ມາດ​ຮັບ​ຜິດ​ຊອບ​ໜ້າ​ທີ່ນີ້ ຈາກ​ພັກ​ກຳ​ອຳ​ນາດ​ໃນ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ. ​ຕໍ່​ກັບ​ເລື່ອງ​ການ​ປັບ​ປຸງ​ຄະ​ນະ​ລັດ​ຖະ​ບານ, ແຕ່ງ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ມີ​ທັດ​ສະ​ນະ​ເປັນ​ກາງ​ທາງ​ດ້ານ​ການ​ເມືອງ, ທ່ານ​ນາງ Park Geun hye ພວມ​ມາ​ນະ​ພະ​ຍາ​ຍາມ​ຍາດ​ຄືນ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ຕົນ. ເວ​ທີ​ການ​ເມືອງ​ຂອງ​ສ.ເກົາ​ຫຼີ ແ​ນ່ນອນ​ວ່າ​ຈະ​ເກີດ​​ມີບັນ​ດາ​ການ​ຜັນ​ແປ​​ຫຼາຍ​ຢ່າງໃນ​ຊຸມ​ວັນ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ