ພາກພື້ນ Eurozone ຢືນຢູ່ຕໍ່ໜ້າວິກິດການຄັ້ງໃໝ່


ພາກພື້ນ Eurozone ຢືນຢູ່ຕໍ່ໜ້າວິກິດການຄັ້ງໃໝ່ - ảnh 1
(ພາບປະກອບ)
   ພາກ​ພື້ນໃຊ້ສະ​ກຸນ​ເງິນ​ລວມ​ເອີ​ໂຣ ( Eurozone ) ​ໃນ​ປະຈຸ​ບັນ​ພວມ​ດຶງ​ດູດຄວາມສົນ​ໃຈ. ສະພາບ​ການ​ເມືອງ​ບໍ່​ມີ​ທາງ​ອອກ​ທີ່​ເກີດ​ມາ​ຈາກ​ການ​ເລ​ືອກຕັ້ງ​ຢູ່​ອີ​ຕາ​ລີ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ໄດ້​ເຮັດ​ໃຫ້​ຄວາມ​ວິ​ຕົກ​ກັງ​ວົນຕໍ່​ວິ​ກິດ​ການ​ໜີ້​ສາທາລະນະ ສືບ​ຕໍ່​ເພີ່ມ​ຂຶ້ນ​ບໍ່​ພຽງ​ແຕ່​ສຳລັບ​ອີ​ຕາ​ລີ​ເທົ່າ​ນັ້ນ, ຫາກ​ຍັງ​ແຜ່​ລາມ​ອອກ​ສູ່​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ອີກ​ດ້ວຍ. ກົງກັນຂ້າມ​ກັບ​ຄວາມ​ຫວັງ​ຂອງ​ຫຼາຍ​ຄົນ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ເມື່ອ​ທ້າ​ຍ​ເດືອນ 2/2013 ຊຶ່ງ​ຈະ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ອີ​ຕາ​ລີ​ສາມາດ​ແກ້​ໄຂ​ບັນດາ​ບັນຫາ​ເສດຖະກິດ​ຢູ່​ພາຍ​ໃນ​ປະ​ເທດ​ປະຈຸ​ບັນ, ສ່ວນ​ທະວີບ​ເອີ​ລົບ ພວມ​ລໍ​ຄອຍຕໍ່​ສະຖຽນ​ລະ​ພາບ​ຢູ່ປະ​ເທດ​ນີ້​ເພື່ອ​ສ້າງ​ສະຖຽນ​ລະ​ພາບ ​ແລະ ຟື້ນ​ຟູ​ເສດຖະກິດ​ຂອງ​ພາກ​ພື້ນ​ຕໍ່ໜ້າ ວິ​ກິດ​ການ​ໜີ້​ສາທາລະນະ, ​ແຕ່​ທຸກ​ສິ່ງ​ທຸກ​ຢ່າງ​ພວມ​ເກີດ​ຂຶ້ນ​ນັ້ນ, ໄດ້​ເຮັດ​ໃຫ້​ທຸກ​ຄວາມ​ປາດ​ຖະໜາທີ່​ຫາ​ກໍ​ມີມາ​ຖືກ​ຕ່າວ​ປີ້ນ.    ການ​ເລ​ືອກຕັ້ງຄັ້ງ​ນີ້ ຖືກ​ຈັດ​ຂຶ້ນ​ໄວ​ກ່ວາຕາ​ມ​ແຜນການ ພາຍ​ຫຼັງ​ທີ່​ພັກ​ປະຊາຊົນ​ເສລີ PDL ກາງ​ຂວາ​ຂອງ​ອະດີດ​ນາຍົກລັດຖະມົນຕີ Silvio Berlusconi ​ໃນ​ທ້າຍ​ປີ 2012 ຢຸດ​ການ​ສະໜັບສະໜູນ​ລັດຖະບານ​ຂອງ ນາຍົກລັດຖະມົນຕີ Mario Monti, ອັນ​ໄດ້​ເຮັດ​ໃຫ້​ ນາຍົກລັດຖະມົນຕີທ່ານນີ້​ຕ້ອງລາ​ອອກ​ຈາກ​ຈາກ​ຕຳ​ແໜ່​ງ​ໃນ​ຕົ້ນ​ເດືອນ 1/2013. ການ​ເລ​ືອກຕັ້ງບໍ່​ພຽງ​ແຕ່​ມີ​ຄວາມ​ສຳຄັນ​ສຳລັບ​ອີ​ຕາ​ລີ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ສຳຄັນ​ສຳລັບທັງ​ເອີລົບອີກ​ດ້ວຍ, ​ເພາະ​ມັນ​ຈະ​ຕັດສິນ​ພາລະກຳ​ຂອງນະ​ໂຍບາຍ “ ຮັດ​ເຂັມຄັດ” ກໍ​ຄື​ວິວັດ​ທະນາ​ການ​ປະຕິ​ຮູບ​ເສດຖະກິດ​ໂດຍ​ທ່ານນາຍົກລັດຖະມົນຕີ Mario Monti ​ເປັນ​ຜູ້​ລິ​ເລີ່​ມ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຜູ້ນຳ​ຫຼາຍ​ທ່ານ​ໃນ​ໂລກຄື​ : ປະທານາທິບໍດີ​ອາ​ເມ​ລິ​ກາ, ນາຍົກລັດຖະມົນຕີ​ເຢຍລະ​ມັນ.

      ຫວນ​ຄືນ​ກ່ວາ 1 ປີທີ່​ຜ່ານ​ມາ, ຊຶ່ງ​ແມ່ນ​ຈຸດ​ເວລາ​ທີ່ ທ່ານນາຍົກລັດຖະມົນຕີ Mario Monti ສາບານ​ຕົວ​ເຂົ້າ​ດຳລົງ​ຕຳ​ແໜ່​ງ​ເມື່ອ​ເດືອນ 11/2011, ອີ​ຕາ​ລີ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ຢ່າງ​ແທ້​ຈິງ ຂະນະ​ທີ່​ອັດຕາ ​ໜີ້​ສາທາລະນະ/GDP ຂອງ​ປະ​ເທດ​ນີ້ ​ເພີ່ມ​ຂຶ້ນ​ກ່ວາ 120%, ສູງ​ອັນ​ດັບ​ທີ່ 2 ຖັດຈາກ ​ເກຼັກ ຊຶ່ງ​ແມ່ນ​ປະ​ເທດ​ທຳ​ອິດ​ເກີດ ວິ​ກີດ​ການ​ໜີ້​ສາທາລະນະ​ຢູ່​ເອີ​ລົບ. ພາຍຫຼັງສາບານ​ຕົວ​ເຂົ້າ​ດຳລົງ​ຕຳ​ແໜ່​ງ, ທ່ານ Mario Monti ສາມາດ​ຕອບ​ສະໜອງ​ຄວາມ​ຄອງ​ຄອຍ​ຂອງ​ບັນດາ​ຜູ້​ສະໜັບ​ສະ​ໜູນ​ໃນ​ວົງ​ການ​ການ​ເງິນ​ເອີ​ລົບ ​ເມື່ອ​ໄດ້​ນຳ​ໃຊ້​ບັນດາ ນະ​ໂຍບາຍ “ ຮັດ​ເຂັມຄັດ” ​ແລະ ​ເພີ່ມ​ອັດຕາ​ພາສີ​ອາກອນ​ເພື່ອ​ຫຼຸດ​ອັດຕາໜີ້​ສາທາລະນະທີ່​ພວມ​ຢູ່​ໃນ​ລະດັບ​ສູງ​ໃນ​ປະ​ເທດ​ນີ້. ນະ​ໂຍບາຍ​ເຫຼົ່າ​ນັ້ນ, ​ໄດ້​ຊ່ວຍ​ຫຼຸດອັດຕາ​ການ​ຂາດດຸນ​ງົບປະມານ/GDP ຂອງ​ອີ​ຕາ​ລີຈາກ 3,9%​ໃນ​ປີ 2011 ​ລົງສູ່​ລະດັບ​ກຳນົດ​ຂອງ EU ​ແມ່ນ​ຕ່ຳ​ກ່ວາ 3% ​ໃນ​ປີ 2012. ​ໃນ​ໄລຍະ 15 ​ເດືອນ ​ໃຕ້​ສະ​​ໄໝ​ຂອງ​ທ່ານນາຍົກລັດຖະມົນຕີ Mario Monti ນັ້ນ, ​ໄດ້​ຍູ້​ພື້ນຖານ​ເສດ​ຖະກິດ​ຂອງ​ອີ​ຕາ​ລີ ຕົກ​ເຂົ້າ​ສູ່​ໄລຍະ​ຊຸດ​ໂຊມ​ຍາວ​ທີ່​ສຸດ​ໃນ​ຮອບ 20 ປີຜ່ານມາ. ປີ 2012, ອີ​ຕາ​ລີ ບັນລຸ​ລະດັບ​ການ​ເຕີບ​ໂຕ - 2,2%.

    ລັດຖະບານ​ອີ​ຕາ​ລີ ຄາດ​ຄະ​ເນ​ວ່າ ພື້ນຖານ​ເສດ​ຖະກິດ​ຂອງ​ອີ​ຕາ​ລີຈະ​ສືບ​ຕໍ່​ຕົກ​ຕ່ຳລົງ 0,2% ​ໃນ​ປີ 2013 ​ແລະ ຈະ​​ເຕີບ​ໂຕຄືນໃໝ່​ໃນ​ປີ 2014 ດ້ວຍ​ລະດັບ 1,1%. ຍ້ອນ​ເສດຖະກິດ​ຊຸດ​ໂຊມ, ອັດຕາ​ການ​ວ່າງ​ງານ ​ແລ​ະ ທຸກ​ຍາກ​​ໄດ້​ເພີ່ມຂຶ້ນ​ສູງ. ​ໃນ​ເດືອນ 12/2012, ອັດຕາ​ການ​ວ່າງ​ງານຂອງ​ປະ​ເທດ​ນີ້ ​ໄດ້​ເພີ່ມ​ຂຶ້ນ​ລະດັບ​ສະ​ຖີຕິຄື 11,2%. ສິ່ງ​ດັ່ງກ່າວ​​ໄດ້​ເຮັດ​ໃຫ້​ຫຼາຍ​ຄົນ​ຢູ່​ອີ​ຕາ​ລີ ຄັດຄ້ານນະ​ໂຍບາຍ “ ຮັດ​ເຂັມຄັດ”ຂອງ​ອຳ​ນາ​ດການ​ປົກຄອງນາຍົກລັດຖະມົນຕີ Mario Monti . ປະຊາຊົນ​ອີ​ຕາ​ລີຖື​ວ່າ ​ໃນ​ເມື່ອລັດຖະບານ​ຂອງ​ປະ​ເທດ​ນີ້​ອະນຸມັດ​ຜ່ານ​ແຜນການ “ ຮັດ​ເຂັມຄັດ” ​ແລະ ຖ້າ​ຫາກ​ຄິດ​ໄລ່ທັງ​ແຜນການ​ຫຼຸດຜ່ອນ​ຄ່າ​ໃຊ້​ຈາ​ຍຊຶ່ງອະດີດ​ນາຍົກລັດຖະມົນຕີ Silvio Berlusconi ​ໄດ້​ໃຫ້​ສັດຕະຍາບັນ​ນັ້ນ, ບ້ວງໜີ້​ສາທາລະນະ ທີ່​ເຂົາ​ເຈົ້າ​ຕ້ອງ​ແບກ​ຫາບ​ແມ່ນ​ຂຶ້ນ​ເຖິງ 300 ຕື້ ​ເອີ​ໂຣ ​ໃນ​ໄລຍະ​ແຕ່ 2010-2014. ​ເພາະສະ​ນັ້ນ, 90% ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ ອີ​ຕາ​ລີ ​ໄດ້​ປະຕິ​ເສດ​ເລື່ອງ​ໃຫ້​ທ່ານ Mario Monti ສືບ​ຕໍ່​ດຳລົງ​ຕຳ​ແໜ່​ງ ນາຍົກລັດຖະມົນຕີ. ​ເປັນ​ອັນວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ​ອີ​ຕາ​ລີ ຈະ​ບໍ່​ສາມາດ​ເຄື​່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ໄດ້. ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ ​ໃນ ສະພາ​ແຫ່ງ​ຊາດ​ທີ່​ຖືກ​ແບ່ງ​ແຍກ​ເຊັ່ນ​ນັ້ນ, ບໍ່​ວ່າ​ນະ​ໂຍບາຍ​ໃດໆ ກໍ​ຈະ​ແມ່ນ​ໝາກຜົນ​ຂອງ​ບັນດາ​ການຈັດ​ແຈງ​ຊັບຊ້ອນ ​ແລະ ຕົກລົງ​ກັນ​ຢູ່​ເບື້ອງຫຼັງ​ຢ່າງ​ຍາວ​ນານ. ສິ່ງ​ດັ່ງ​ກ່າວ ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງທີ່​ວ່າ ຄວາມ​ເຊື່ອໝັ້ນຂອງ​ນັກ​ລົງທຶນ ຈະ​ຮັບ​ຜົນ​ສະທ້ອນ​ຢ່າງ​ແນ່ນອນ ​ແລະ ​ໃນ​ອະນາຄົດ, ສະພາບ​ການ​ເມືອງ​ຂອງ​ອີ​ຕາ​ລີ​ຍັງ​ຄົງ​ບໍ່​ສະຫວ່າງ​ສະ​ໄຫວ, ອັນ​ໄດ້​​ເຮ​ັດ​ໃຫ້ປະ​ເທດ​ອີ​ຕາ​ລີ ຢືນ​ຢູ່​ຕໍ່ໜ້າ​ໄພ​ອັນຕະລາຍ​ຖືກ​ຕົກ​ເຂົ້າສູ່​ໄລຍະ​ຂາດ​ສະຖຽນ​ລະ​ພາບ​ຄັ້ງ​ໃໝ່.

       ຜູ້​ຄົນ​ທັງຫຼາຍ​ມີ​ຄວາມ​ວິຕົກ​ກັງ​ວົນ​ວ່າ ການ​ລ່າ​ອອກ​ຈາກ​ຕຳ​ແໜ່​ງຂອງ ທ່ານນາຍົກລັດຖະມົນຕີ Mario Monti ຈະ​ເຮັດ​ໃຫ້ ອີ​ຕາ​ລີ ຊຶ່ງ​ແມ່ນ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ​ທີ 3 ​ໃນ​ຈຳນວນ 17 ປະ​ເທດ​ພວມ​ນຳ​ໃຊ້​ສະກຸນ​​ເງິນເອີ​ໂຣລວມ, ກ້າວ​ເດີນ​ຢ່າງ​ຜິດເຂ​ວສຳລັບ​ວົງ​ໂຄຈອນ​ປະຕິ​ຮູບ​ປະຈຸ​ບັນ ​ແລະ ທັງ​ເຮັດ​​ໃຫ້ ວິ​ກິດ​ການ​ໜີ້​ສາທາລະນະທີ່​ພວມ​ຫຼອກ​ຫຼອນ​ຢູ່​ພາກ​ພື້ນ​ນີ້ ​ເພີ່ມ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ຕື່ມ. ພ້ອມ​ກັນ​ນັ້ນ, ມັນ​ຍັງ​ຈະ​ສົ່ງ​ຜົນ​ກະທົບ​ຢ່າງຮ້າຍ​ແຮງ​ເຖິງ​ການ​ບັນລຸ​ຂໍ້​ຕົກລົງ​ໃນ EU ຖ້າ​ຫາກ​ບໍ່​ມີທ່ານ Mario Monti ຊຶ່ງ​ແມ່ນ​ຜູ້​ໄດ້​ຜ່ານ​ຜ່າ​ການ​ຄັດຄ້ານ​ຂອງ​ເຢຍລະ​ມັນ​ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ເມື່ອ​ເດືອນ 6/2012 ​ເພື່ອ​ຊ່ວຍ EU ບັນລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ບັນຫາ​ໜູນ​ຊ່ວຍ​ການ​ເງິນ​ໃຫ້​ແກ່​ບັນດາ​ປະ​ເທດ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ.

      ປະຈຸ​ບັນ, ຕາມ​ລັດຖະທຳ​ມະນູນ​ອີ​ຕາ​ລີ, ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່ ຈະ​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລິກ​ໃນ​ຮອບ 20 ວັນພາຍຫຼັງ ການ​ເລ​ືອກຕັ້ງທົ່ວ​ປະ​ເທດ, ​ແລະ​ຫຼັງ​ຈາກ​ນັ້ນ​ໃນ​ທັນ​ທີ, ປະທານາທິບໍດີ ອີ​ຕາ​ລີ ຈະ​ພົບ​ປະ, ປຶກສາ​ຫາລື​ກັບ​ບັນດາ​ພັກ​ການ​ເມືອງ, ສຳພັນ​ທະ​ມິດ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດຖະບານ​ໃໝ່. ​ແຕ່​ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ ​ເຖິງ​ວ່າ ລັດຖະບານ​ປະສົມ​ໃດໆ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ນັ້ນ, ສະພາບ​ຊຸດ​ໂຊມ​ທາງ​ດ້ານ​ເສດຖະກິດທີ່​ແກ່ຍາວ​ນັ້ນ ອາດ​ຈະ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ປະ​ເທດ​ນີ້ ​ເພາະ​ລັດຖະບານ​ໃໝ່ ຈະ​ບໍ່​ມີ​ກຳລັງ​ແຮງ​ຢ່າງ​ພຽງພໍ​ເພ່ຶອ​ເດີນ​ຕາມ​ການ​ປະຕິ​ຮູບ​ທີ່​ຫຍຸ້ງຍາກ​ລຳບາກ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ຂອງ​ອີ​ຕາ​ລີ

ຕອບກັບ

ຂ່າວ/ບົດ​ອື່ນ