ພາຍຸລົມແດງພັດເກີດຂຶ້ນຢູ່ເຂດທະເລພາກພື້ນອາຊີຕາເວັນອອກສ່ຽງເໜືອ

ຫວ່າງ​ແລ້ວນີ້, ລັດ​ຖະ​ບານ​ຍີ​ປຸ່ນ​ ຫາ​ກໍ​ປະ​ກາດ​ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດ​ປີ 2015 ຊຶ່ງ​ໄດ້​ເຕື້ອງ​ເຖິງ​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ປະ​ເທດນີ້​ໃນ​ສະ​ພາ​ວະ​ທີ່​ສະ​ພາບ​ແວ​ດ​ລ້ອມ​ດ້ານ​ຄວາມ​ສະ​ຫງົບ​ຢູ່​ຍີ​ປຸ່ນ​ພວມ​ຊົ່ວ​ຮ້າຍ​ລົງ. ເປັນ​ໜ້າ​ສົ​ນ​ໃຈ, ປຶ້ມ​ປົກ​ຂາວໄດ້​ກ່າວ​ປະ​ນາມ​ບັນ​ດາ​ການ​ກະ​ທຳ​ຖົມ​ດິນ​ເປັນ​ເກາະ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄ​ື​ບັນ​ດາ​ໂຄງ​ການກໍ່​ສ້າງ​ຮາກ​ຖານ​ສຳຫຼວດ​ຊອກ​ຫາ​ນ້ຳ​ມັນ​ອາຍ​ແກັ​ສ​ຢູ່​ທະ​ເລ​ຮ່​ວາ​ຕຸງ ແລະ ຖື​ວ່ານີ້​ເປັນ​ໄພ​ນາບ​ຂູ່ຕໍ່​ຄວາມ​ສະ​ຫງົບ​ໃນ​ທົ່ວ​ພາກ​ພື້ນ. ໃນ​ທັນ​ທີ່,  ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດຂອງ​ໂຕ​ກຽວ​ໄດ້​ປະ​ສົບ​ກັບ​ການ​ປະ​ຕິ​ກິ​ລີ​ຍາ​ຢ່າງ​ຮຸນ​ແຮງ​ຈາກ​ປັກ​ກິງ. ບັນ​ຍາ​ກາດ​ທີ່​ເຄັ່ງ​ຕຶງ​ພັດ​ປົກ​ຄຸມ​ໄປ​ທົ່ວ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອພາຍຫຼັງ​ເຫດ​ການນີ້.

 

ພາຍຸລົມແດງພັດເກີດຂຶ້ນຢູ່ເຂດທະເລພາກພື້ນອາຊີຕາເວັນອອກສ່ຽງເໜືອ - ảnh 1
​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ລົງ​ກວດ​ກາ​ກຳ​ລັງ​ປ້ອງ​ກັນ​ຕົວ

      ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດຂອງ​ຍີ​ປຸ່ນ​ແມ່ນ​ເອ​ກະ​ສານ​ອອກປະ​ຈຳ​ປີ, ໃນ​ນັ້ນ​ລວມ​ມີ​ບັນ​ດາ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເຄ​ື່ອນ​ໄຫວ, ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ຂອງ​ຍີ​ປຸ່ນ, ສະ​ພາບ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ໃນ​ໂລກ ພ້​ອມ​ກັບ​ບັນ​ດາ​ຜົນ​ກະ​ທົບ​ຕໍ່​ສະ​ພາບ​ແວດ​ລ້ອມ​ດ້ານ​ຄວ​າມ​ສະ​ຫງົບ​ຂອງ​ຍີ​ປຸ່ນ, ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດຂອງ​ຍີ​ປຸ່ນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

    ຢັ້ງ​ຢືນ​ໄພ​ນາບ​ຂູ່​ຈາກ​ຈີນ

     ໂດຍ​ເຄີຍໄດ້​ເຕື້ອງ​ເຖິງໃນ​ບັນ​ດາປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດປະ​ຈຳ​ປີ​ຂອງ​ຍີ​ປຸ່ນ​ໃນ​ຊຸມ​ປີ​ກ່ອນນີ້, ແຕ່​ຮອດ​ປີນີ້, ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດຍີ​ປຸ່ນ ຈຶ່ງ​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ຂອງກອງ​ທັບ ແລະ ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ຈີນ. 1/3 ໃນ​ຍອດ​ຈຳ​ນວນ 429 ໜ້າໃນ​ປຶ້ມ​ປົກ​ຂາວ​ ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ​ຈີນ ເພີ່ມ​ເງິນ​ໃຊ້​ຈາຍດ້ານ​ປ້ອງ​ກັນ​ຊາດ​ຕາ​ມ​ແຕ່​ລະ​ປີ, ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ເສ​ລີ​ພາບ​ໃນ​ການ​ເດີນ​ທະ​ເລ​ຊຶ່ງ​ເລີ່ມ​ມາຈາກ​ບັນ​ດາການ​ປ່ຽນ​ແປງ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ດ້ານ​ຄວາມ​ສະ​ຫງົບ​ບົນ​ທະ​ເລ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ພິ​ເສດ, ຍີ​ປຸ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ໃຫຍ່ຫຼວງຕໍ່​ເລື່ອງ​ຈີນ​ບູ​ລະ​ນະ, ຖົມ​ດິນ​ເປັນ​ເກາະ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກໍ​ຄື​ຕິດ​ຕັ້ງ​ບັນ​ດາ​ຮ້ານ​ເຈາະ​ນ້ຳ​ມັນ​ເພື່ອ​ຊອກ​ຫາ ແລະ ຂຸດ​ຄົ້ນ​ນ່ຳ​ມັນ​ອາຍ​ແກັ​ສ​ຢູ່​ທະ​ເລ​ຮ່​ວາ​ຕຸງ. ປຶ້ມ​ປົກ​ຂາວ​ໄດ້​ເນັ້ນ​ໜັກ​ກ່ຽວ​ກັບ​ຄວາມ​ກະ​ຈ່າງ​ແຈ້ງ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ ແລະ ຈຸດ​ປະ​ສົງ​ເພີ່ມ​ງົບ​ປະ​ມານ​ປ້ອງ​ກັນ​ຊາດ​ຂອງ​ຈີນ.

    ດ້ວຍ​ເລື່ອງ​ສະ​ຫງວນຫຼາຍ​ໜ້າ​ໃນປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດ​ເພື່ອ​ເວົ້າ​ເຖິງ​ຄວາມ​ວິ​ຕົກ​ກັງ​ວົນຕໍ່​ຈີນ, ຍີ​ປຸ່ນ​ໄດ້​ສະ​ແດງ​ທ່າ​ທີ​ຢ່າງ​ແຂງ​ແຮງ​ທີ່​ມີ​ຕໍ່​ບັນ​ດາ​ການ​ກະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ທີີ່​ມີ​ລັກ​ສະ​ນະ​ເກາະ​ຜິດ​ຂອງ​ຈີນ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຈີນບໍ່​ພຽງ​ແຕ່​ເຮັດ​ໃຫ້​ຍີ​ປຸ່ນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້ຫຼາຍ​ປະ​ເທດ​ບ້ານ​ເຮືອນ​ຄຽງ​​ມີ​ຄວາມ​ວິ​ຕົກ​ກັງ​ວົນອີກ​ດ້ວຍ. ນີ້​ໄດ້​ຮັບຖື​ວ່າ ແມ່ນການ​ກະ​ທຳ​ທີ່​ແຂງ​ແຮງ​ທີ່​ສຸດ​ຂອງ​ໂຕ​ກຽວ​ໃນ​ການ​ສູ້​ຢັນ​ຜ່ານປຶ້ມ​ປົກ​ຂາວ​ກັບ​ຈີນ. ດັ່ງ​ນັ້ນ, ບໍ່​ມີ​ຫຍັງ​ທີ່​ຈະ​ເຂົ້າ​ໃຈ​ຍາກ​ເມື່ອ​ຈີນ​ໄດ້​ມີ​ປະ​ຕິ​ກິ​ລີ​ຍາ​ຢ່າງ​ຮຸນ​ແຮງ​ໃນ​ທັນ​ທີ່. ໃນ​ແຈ້ງ​ການ​ທີ່​ສະ​ເໜີ​ທາງ​ເວບ​ໄຊ​, ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເນັ້ນ​ໜັກ​ວ່າ ບົດ​ລາຍ​ງານ​ຂອງ​ຍີ​ປຸ່ນ​ແມ່ນ​ຜິດ​ເຂວ ແລະ ບໍ່​ມີ​ເຈດ​ຕະ​ນາ​ດີ. ປັກ​ກິງ​ໄດ້​ກ່າວ​ຟ້ອງ​ໂຕ​ກຽວ​ໄດ້​ກໍ່ຄວາມ​ເຄັ່ງ​ຕຶງລະ​ຫວ່າງ 2 ປະ​ເທດ. ຊ້ຳ​ບໍ​ໜຳ, ຈີນ​ຍັງ​ຕຳ​ໜິ​ຕິ​ຕຽນ​ໂດຍ​ຖື​ວ່າ ການ​ກະ​ທຳ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ 2 ດ້ານ​ຂອງ​ຍີ​ປຸ່ນ ແລະ ຜົນ​ກະ​ທົບ​ທີ່​ຫຍໍ້​ທໍ້​ຕໍ່​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນພາກ​ພື້ນ.

      ຄວາມບໍ່​ລົງ​ລອຍ​ກັນ​ຍິ່ງ​ເລິກ​ເຊິ່ງ​ຂຶ້ນ

   ຫວ່າງ​ທ້າຍ​ເດືອນ 5, ຈີນ​ກໍ​ໄດ້​ປະ​ກາດປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດ​ຂອງ​ຕົນ, ໃນ​ນັ້ນ ໄດ້​ເຕືຶ້ອງ​ເຖິງ​ບັນ​ດາ​ການ​ກະ​ທຳ​ທີ່​ຈີນ​ເອີ້ນ​ວ່າ​ແມ່ນ “ ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ” ຂອງ​ຈີນ​ຢູ່​​ທະ​ເລ​ຕາ​ເວັນ​ອອກ ແລະ ທະ​ເລ​ຮ່​ວາ​ຕຸງ. ແລະ ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດຂອງ​ຈີນ ກໍ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນ​ດາ​ປະ​ເທດ​ເພື່ອ​ນບ້ານ​ໃກ້​ຄຽງ, ຊ້ຳ​ບໍ​ໜຳ​ໄດ້​ກໍ່​ຄວາມ​ວິ​ຕົກ​ກັງ​ວົນໃຫ້ຫຼາຍ​ປະ​ເທດ. ດ້ວຍ​ລັກ​ສະ​ນະ​ສະ​ດຸ້ງ​ໄວ​ຂອງ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດ​ເມື່ອ​ໄດ້​ປະ​ກາດ​ໃນ​ແຕ່​ລະ​ເທື່ອນັ້ນ, ກໍ​ລ້ວນ​ແຕ່​ໄດ້ຮັບ​ຖືວ່າ ແມ່ນ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ​ຂອງ​ແຕ່​ລະ​ປະ​ເທດ. ເພາະ​ສະ​ນັ້ນ, ບໍ່​ມີ​ຫຍັງ​ທີ່​ເປັນ​ໜ້າ​ປະຫຼາດ​ໃຈ​ຕໍ່​ໜ້າ​ປະ​ຕິ​ກິ​ລີ​ຍາ​ຢ່າງ​ຮຸ​ນ​ແຮງຂອງ​ຈີນ​ຂະ​ນະ​ທີ່​ຍີ​ປຸ່ນ​ຖື​ຈີນ​ເປັນ​ໄພ​ນາບ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ, ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ.

     ໃນ​ຕົວ​ຈິງ, ການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ຍີ​ປຸ່ນ ແລ​ະ ຈີນ​ຍາມ​ໃດ​ກໍ​ແມ່ນ​ບັນ​ຫາ​ສັບ​ສົນ ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ສາ​ກົນ. ກໍ​ເຊັ່ນ​ດຽວ​ກັນ​ກັບ​ທະ​ເລ​ຮ່​ວາ​ຕຸງ, ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ໄດ້​ເກີດ​ການ​ຂັດ​ແຍ້ງ​ກັນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ການ​ເຄ​ື່ອນ​ໄຫວ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ຂອງ​ຈີນ, ອັນ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຍີ​ປຸ່ນບໍ່ຫຼາຍ​ກໍ​ໜ້ອຍ. ເພາະ​ສະ​ນັ້ນ, ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຕັດ​ສິນ​ໃຈ​ເດີນ​ຕາມຮ່າງ​ກົດ​ໝາຍ​ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ໃໝ່, ໃນ​ນັ້ນ, ເປີດ​ກ້ວ​າງ​ຂອບ​ເຂດ​ການ​ເຄ​ື່ອນ​ໄຫວຂອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ຍີ​ປຸ່ນ. ດ້ວຍຮ່າງ​ກົດ​ໝາຍ​ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ໃໝ່, ​ທ່ານ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ໄດ້​ຢືນ​ຢັນ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ຕັ້ງ​ສຳ​ພັນ​ທະ​ມິດ​ອາ​ເມ​ລິ​ກາ-ຍີ​ປຸ່ນ​ໃຫ້​ແຂງ​ແຮງກວ່າ ແນ​ໃສ່​ໂຕ້​ຕອບ​ຕໍ່​ປັກ​ກິງ​ທີ່​ນັບ​ມື້​ນັມ​ມັກ​ໃຫຍ່​ໃຝ່​ສູງ. ດ້ວຍປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດ​ປີ 2015 ທີ່​ຫາ​ກໍ​ປະ​ກາດ, ບັນ​ດາ​ການ​ຕຳ​ໜິ​ຕິ​ຕຽນ​ຢ່າງ​ຮຸນແຮງຂອງ​ຍີ​ປຸ່ນ​ທີ່​ມີ​ຕໍ່​ຈີນນັ້ນ, ອີກ​ເທື່ອ​ໜຶ່ງ ໄດ້​ເຮັດ​ໃຫ້​ຄວາມບໍ່​ລົງ​ລອຍ​ກັນ​ລະ​ຫວ່າງ 2 ປະ​ເທດ​ນີ້ ຍິ່ງ​ເລິກ​ເຊິ່ງຫຼາຍ​ຂຶ້ນ.

    ເປັນ​ອັນ​ວ່າ ພາຍຫຼັງ​ທີ່ຮ່າງ​ກົດ​ໝາຍ​ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ໃໝ່ ຊຶ່ງ​ໄດ້​ຮັບ​ການ​ຮັ​ບ​ຮອງ​ເອົາ​ຈາກ​ສະ​ພາ​ຕ່ຳ​ຍີ​ປຸ່ນ, ອີກ​ເທື່ອ​ໜຶ່ງ​ການ​ພົວ​ພັນ​ຍີ​ປຸ່ນ-ຈີນ ພັດ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່. ໄລ​ຍະ​ມໍ່ໆ​ມານີ້, 2 ຝ່າຍ​ ເຖິງວ່າມີ​ຄວ​າມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ເພື່ອ​ປົວ​ແປງ​ການ​ພົວ​ພັນ 2 ຝ່າຍ, ໃນ​ນັ້ນ ເປັນ​ໜ້າ​ສົນ​ໃຈ​ແມ່ນ​ການ​ເລີ່ມ​ດຳ​ເນີນ​ການ​ສົນ​ທະ​ນາ​ການ​ເມືອງ​ຂັ້ນ​ສູງ​ກໍ​ຕາມ, ແຕ່​ຄວາມບໍ່​ລົງ​ລອຍ​ກັນ​ທີ່​ເລີ່ມ​ມາ​ຈາກ​ບັນ​ຫາ​ອະ​ດີດ​ຕະ​ການ ແມ່ນ​ຍາກ​ທີ່​ຈະ​ແກ້​ໄຂ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ