ພາຍຫຼັງ​ 20 ປີເກີດ​ການກໍ່​ການຮ້າຍໃນ​ວັນ​ທີ 11 ກັນ​ຍາ​: ຫຼາຍ​ບົດ​ຮຽນ​ໃຫ້​ແກ່​ໂລກ

(VOVWORLD) -ວັນທີ 11 ກັນຍາປີ 2021,  ແມ່ນຄົບຮອບ 20 ປີເຕັມ ນັບແຕ່ເກີດເຫດການກໍ່ການຮ້າຍ ບຸກໂຈມຕີໃສ່ໃຈກາງປະເທດ ອາເມລິກາ ຢ່າງຮ້າຍແຮງທີ່ສຸດ. 20 ປີໄດ້ຜ່ານພົ້ນໄປແລ້ວ ແຕ່ຄວາມເຈັບປວດກ່ຽວກັບຄວາມເສຍຫາຍ ຍັງຄົງຝັງເລິກໃນຄວາມຊົງຈຳຂອງ ປຊຊ ອາເມລິກາ ແລະ ປະຊາຄົມໂລກ, ຈາກນັ້ນ ໄດ້ຕັກເຕືອນໃຫ້ມວນມະນຸດ ກ່ຽວກັບບັນດາບົດຮຽນທີ່ບໍ່ຕ້ອງຫຼົງລືມ.
ພາຍຫຼັງ​ 20 ປີເກີດ​ການກໍ່​ການຮ້າຍໃນ​ວັນ​ທີ 11 ກັນ​ຍາ​: ຫຼາຍ​ບົດ​ຮຽນ​ໃຫ້​ແກ່​ໂລກ - ảnh 1

ສະພາບການພາຍຫຼັງເຮືອບິນໂດຍສານ 2 ລຳຕ່ຳໃສ່ສູນການຄ້າໂລກຢູ່ນິວຢອກເມື່ອວັນທີ 11/9/2001. (ພາບ: Getty)

    ວັນທີ 11 ກັນຍາປີ 2001, ທົ່ວໂລກສັ່ນສະເທືອນເມື່ອເປົ້າໝາຍກໍ່ການຮ້າຍ Al-Qaeda 19 ຄົນໄດ້ຢຶດສິດບັນຊາເຮືອບິນຂົນສົ່ງຜູ້ໂດຍສານຂະໜາດໃຫ່ຍ 4 ລຳ, ແລ້ວຫັນທິດໄປຕາມລຳດັບ, ບຸກໂຈມຕີໃສ່ບັນດາເປົ້າໝາຍໃນເຂດດິນແດນ ອາເມລິກາ.

    ມີເກືອບ 3000 ຄົນເສຍຊີວິດ ລວມມີພົນລະເມືອງຂອງ 78 ປະເທດ, ກ່ວາ 6000 ຄົນຖືກບາດເຈັບ, ຄວາມເສຍຫາຍດ້ານຊັບສິນ ແລະ ພື້ນຖານໂຄງລ່າງຢ່າງໜ້ອຍສຸດແມ່ນ 10 ຕື້ USD,  ລວມຄວາມເສຍຫາຍທັງໝົດຄາດວ່າຂຶ້ນເຖິງ 3 ພັນຕື້ USD,  ຄຽງຂ້າງນັ້ນ, ໂສກນາດຕະກຳເມື່ອວັນທີ 11 ກັນຍາປີ 2001 ໄດ້ກໍ່ຜົນຮ້າຍຕໍ່ສຸຂະພາບ, ຈິດຕະສາດທີ່ແກ່ຍາວໃຫ້ຊາວ ອາເມລິກາ. ນັບແຕ່ນັ້ນມາ, ອຳນາດການປົກຄອງ ອາເມລິກາ ໄດ້ປຸກລະດົມບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍເປັນເວລາຍາວນານທີ່ສຸດໃນປະຫວັດສາດ.

ພາຍຫຼັງ​ 20 ປີເກີດ​ການກໍ່​ການຮ້າຍໃນ​ວັນ​ທີ 11 ກັນ​ຍາ​: ຫຼາຍ​ບົດ​ຮຽນ​ໃຫ້​ແກ່​ໂລກ - ảnh 2

ຊື່ຂອງຜູ້ປະສົບເຄາຮ້າຍເສຍຊີວິດໃນເຫດກໍ່ການຮ້າຍວັນທີ 11/9/2001 ຖືກຄັວດໃນແຄມໜອງ 2 ແຫ່ງ,  ບ່ອນທີ່ເຄີຍແມ່ນສູນການຄ້າໂລກ (ພາບ: USA Today)

ສົງຄາມທີ່ບໍ່ມີວັນສິ້ນສຸດ

ຕາມການສະຖິຕິ, ນັບແຕ່ກ້າວເຂົ້າສູ່ການຕໍ່ສູ້ຕ້ານການກໍ່ການຮ້າຍທົ່ວໂລກເມື່ອປີ 2001 ມາຮອດປະຈຸບັນ, ອາເມລິກາ ໄດ້ຈ່າຍເງິນໝົດປະມານ 6400 ຕື້ USD, ໂດຍສຸມໃສ່ສ່ວນຫຼາຍແມ່ນຢູ່ Afghanistan, Pakistan, Iraq, Syria ແລະ Yemen.

ການຕໍ່ສູ້ນີ້ທີ່ສິ້ນເປືອງໃນ 20 ປີຜ່ານມາ ໄດ້ຊ່ວຍໃຫ້ ອາເມລິກາ ແລະ ພັນທະມິດຕ້ານການກໍ່ການຮ້າຍ ບັນລຸໄດ້ໝາກຜົນໃດໜຶ່ງຄື: ດັບສູນຫົວໂປ່ກໍ່ການຮ້າຍ Osama Bin Laden,  ສະກັດກັ້ນຈຳນວນການກໍ່ການຮ້າຍທີ່ເກີດຂຶ້ນໃນດິນແດນ ອາເມລິກາ ໄດ້ຫຼາຍພໍສົມຄວນ, ເຮັດໃຫ້ກຸ່ມກໍ່ການຮ້າຍອິດສະລາມ IS ອ່ອນກຳລັງລົງ,  ປົດປ່ອຍ ປຊຊ ນັບສິບລ້ານຄົນ ອອກຈາກເງື້ອມມືຂອງມືປຶນກໍ່ການຮ້າຍນັບໝື່ນຄົນ…

ແຕ່ບັນດານັກຊ່ຽວຊານກໍ່ຖືວ່າ, ເຖິງວ່າການຕໍ່ສູ້ຕ້ານການກໍ່ການຮ້າຍ ໂດຍອາເມລິກາ ນຳໜ້າ ບັນລຸໝາກຜົນໄດ້ຫຼາຍພໍສົມຄວນໃນ 20 ປີຜ່ານມາກໍ່ຕາມ ແຕ່ໃນຕົວຈິງ, ລັດທິກໍ່ການຮ້າຍ ຍັງບໍ່ທັນໄດ້ຢຸດຕິ, ຊ້ຳບໍ່ໜຳ ຍັງມີທ່າອ່ຽງພັດທະນາຕາມທິດສັບສົນກ່ວາ.

ມາຮອດປະຈຸບັນ, ຢູ່ Afghanistan, ກຳລັງ Taliban ໄດ້ຍຶດຄອງສິດນຳພາປະເທດຊາດແລ້ວ. ເຖິງວ່າ ອາເມລິກາ ໄດ້ຖອນທະຫານທັງໝົດອອກຈາກ Afghanistan ແລ້ວກໍ່ຕາມ ແຕ່ຄວາມບໍ່ສະຫງົບທີ່ພວມເກີດຂຶ້ນຢູ່ທີ່ນີ້ ສືບຕໍ່ແມ່ນສິ່ງທ້າທາຍ ບົນເສັ້ນທາງສັນຕິພາບຂອງ Afghanistan.

ສ່ວນຢູ່ ອີຣັກ, ເຖິງວ່າ ອຳນາດການປົກຄອງອາເມລິກາ ປະກາດໄດ້ກວາດລ້າງອົງການກະບົດລັດອິດສະລາມ (IS) ແລ້ວກໍ່ຕາມ ແຕ່ການຟື້ນຕົວຂອງ IS ຍັງຄົງແມ່ນສິ່ງທ້າທາຍສຳລັບອຳນາດການປົກຄອງ ອີຣັກ. ຄວາມຈິງແມ່ນພາຍຫຼັງເວລາທີ່ຫົວໂປ່ IS al-Baghdadi ຖືກດັບສູນບໍ່ດົນ, ໃນທັນທີ,  IS ໄດ້ແຕ່ຕັ້ງ Abdullah Qardash, ຊື່ງແມ່ນໜຶ່ງໃນບັນດາການນຳຂັ້ນສູງຂອງ IS ຮັບຜິດຊອບບັນຫາ ອິດສະລາມ ເປັນຫົວໜ້າຄົນໃໝ່.

ບັນດາບົດຮຽນຕ້ອງຄົ້ນຄິດ

ພາຍຫຼັງ 20 ປີນັບແຕ່ເກີດເຫດການທີ່ຮ້າຍແຮງເມື່ອວັນທີ 11 ກັນຍາ, ປຊຊ ອາເມລິກາ ແລະ ໂລກ ຍັງບໍ່ລືມບອກເຕືອນກັນກ່ຽວກັບບົດຮຽນທີ່ຕ້ອງຈື່ຈຳໄປຕະຫຼອດ. ເຫດການກໍ່ການຮ້າຍເມື່ອວັນທີ 11 ກັນຍາປີ 2001 ໄດ້ເຮັດໃຫ້ໂລກເຂົ້າໃຈດີວ່າ ລັດທິກໍ່ການຮ້າຍຄົງຕົວໂດຍບໍ່ມີພົມແດນ. ບໍ່ມີປະເທດໃດສາມາດຖືໄດ້ວ່າ ຫຼີກລ້ຽງການກໍ່ການຮ້າຍໄດ້ ແລະ ວຽກງານຄວບຄຸມຄວາມໝັ້ນຄົງ ຍາມໃດກໍ່ແມ່ນຂໍ້ກຸນແຈສຳຄັນ ເພື່ອສະກັດກັ້ນບໍ່ວ່າກົນອຸບາຍກໍ່ການຮ້າຍໃດ. ແລະ ສິ່ງສຳຄັນກ່ວາໝູ່ ນັ້ນແມ່ນ, ຄວາມບໍ່ສະຫງົບດ້ານການເມືອງ ຫຼືການປະທະກັນຢູ່ບັນດາປະເທດ ຕົ້ນຕໍແມ່ນບ່ອນຫຼໍ່ລ້ຽງໃຫ້ແກ່ລັດທິກໍ່ການຮ້າຍ.

  20 ປີຜ່ານໄປ, ສົງຄາມຢູ່ Afghanistan ໄດ້ເຮັດໃຫ້ ອາເມລິກາ ເສຍເງິນນັບຫຼາຍພັນຕື້ USD ແລະ ເຮັດໃຫ້ທະຫານ ນັກຮົບນັບຫຼາຍພັນຄົນເສຍຊີວິດ. ໃນບົດກ່າວປາໄສເມື່ອວັນທີ 31 ສິງຫາ, ປະທານາທິບໍດີ ອາເມລິກາ Joe Biden  ໄດ້ປະກາດປິດສາກສັງກະລາດທີ່ຕົກສະໜິມຂອງ Washington ໃນ “ສົງຄາມທີ່ບໍ່ມີວັນສິ້ນສຸດ”. ການຕ້ານການກໍ່ການຮ້າຍ ຍັງຄົງແມ່ນເປົ້າໝາຍປ້ອງກັນຄວາມສະຫງົບສາກົນອັນດັບໜຶ່ງຂອງ ອາເມລິກາ, ແຕ່ Washington ບໍ່ໄດ້ໃຫ້ບຸລິມະສິດນຳໃຊ້ກຳລັງທະຫານອີກແລ້ວ, ຫາກຈະແກ້ໄຂໄພນາບຂູ່ກໍ່ການຮ້າຍໃນໂລກ ຜ່ານເຄືອຄ່າຍສືບລາຊະການລັບ ແລະ ສົມທົບກັບບັນດາປະເທດສຳພັນທະມິດ, ບັນດາຄູ່ຮ່ວມມືທ້ອງຖິ່ນ. ພາຍຫຼັງເຫດການບຸກໂຈມຕີອັນນອງເລືອດ ເປັນເວລາ 2 ທົດສະວັດ, ມາຮອດປະຈຸບັນ, ຄວາມເຈັບປວດ,  ຄວາມເສຍຫາຍເມື່ອວັນທີ 11 ກັນຍາປີ 2001 ຍາມໃດກໍ່ເປັນບົດຮຽນອັນມີຄ່າໃຫ້ແກ່ໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ