ພາບພົດທີ່ເດັ່ນຊັດກ່ຽວກັບສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາ ຢູ່ ຫວຽດນາມ

(VOVWORLD) -ບັນດາຜົນງານກ່ຽວກັບການຮັບປະກັນສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາ ຢູ່ ຫວຽດນາມໄດ້ປະກາດໃນປື້ມປົກຂາວ “ສາສະຫນາ ແລະນະໂຍບາຍສາສະຫນາ ຢູ່ຫວຽດນາມ” ຄັ້ງທຳອິດໄດ້ເປີດຕົວສູ່ມະຫາຊົນໃນວັນທີ 9 ມີນາ ຢູ່ ຮ່າໂນ້ຍ. ປື້ມປົກຂາວ ໄດ້ສະຫນອງບັນດາຂໍ້ມູນພື້ນຖານກ່ຽບກັບສາສະຫນາ, ນະໂຍບາຍສາສະຫນາ, ຜົນງານຮັບປະກັນສິດເສລີໃນການເຊື່ອຖື ເຫລື້ອມໃສສາສະຫນາຢູ່ ຫວຽດນາມ, ສິ່ງທ້າທາຍຕ້ອງຜ່ານຜ່າ ແລະ ບັນດາທິດໃຫ້ບຸລິມະສິດ ເພື່ອແນໃສ່ຊຸກຍູ້ການຊົມໃຊ້ສິດເສລີໃນການເຊື່ອຖືການເຫລື້ອມໃສສະຫນາຂອງປະຊາຊົນ.

ພາບພົດທີ່ເດັ່ນຊັດກ່ຽວກັບສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາ ຢູ່ ຫວຽດນາມ - ảnh 1ປື້ມປົກຂາວ “ສາສະຫນາ ແລະນະໂຍບາຍສາສະຫນາ ຢູ່ຫວຽດນາມ.".ພາບ:VOV

ຈຸດພິເສດຂອງພໍ່ແມ່ປະຊາຊົນຊາວຊົນເຜົ່າສ່ວນຫນ້ອຍ ຢູ່ ຫວຽດນາມ                                   ແມ່ນຖືເປັນສຳຄັນການເຫລື້ອມໃສສາສະຫນາ. ເພາະສະນັ້ນ ພັກ, ລັດ ຫວຽດນາມຍາມໃດກໍ່ເອົາໃຈໃສ່ເຖິງຊີວິດດ້ານວັດຖຸ ຈິດໃຈ, ໃນນັ້ນ ມີການຮັບປະກັນ ສິດເສລີໃນການເຊື່ອຖື ເຫລື້ອມໃສສາສະຫນາຂອງຊາວຊົນເຜົ່າສ່ວນຫນ້ອຍຢູ່ທຸກແຖບຖິ່ນຂອງປະເທດຊາດ. ນີ້ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດກ່ຽວກັບ ສິດເສລີໃນການເຊື່ອຖື ເຫລື້ອມໃສສາສະຫນາຢູ່ ຫວຽດນາມ.

ຄວາມຈິງຢ່າງມີຊີວິດຊີວາກ່ຽວກັບ ສິດເສລີໃນການເຊື່ອຖື ເຫລື້ອມໃສສາສະຫນາ

ທຸກເຊົ້າຂອງວັນອາທິດ,   ບັນດາຜູ້ເຊື່ອຖືສາສະຫນາ ໂປແຕດສະຕັງ ຊາວເຜົ່າມົ້ງ ຢູ່ຕາແສງ ຫວຍລວງ, ເມືອງ ຟອງໂຖ ແຂວງ ລາຍເຈົາ ພາກັນເຕົ້າໂຮມຢູ່ ສູນເຄື່ອນໄຫວດ້ານສາສະຫນາ ເປີງ່າຍ ເພື່ອພ້ອມກັນສວດມົນ ແລະ ຮັບຟັງຄຳພີ.

ເຖິງວ່າ ໄລຍະທາງໄປເຖິງສູນເຄື່ອນໄຫວດ້ານສາສະຫນາຕ້ອງຂຶ້ນພູລົງຫ້ວຍຍາວປະມານເກືອບ 10 ກິໂລແມັດ, ອາກາດຝົນຕົກແດດຮ້ອນຜິດປົກກະຕິກໍຕາມ, ແຕ່ ອ້າຍ ລີອາຟ່ອງ ກໍ່ບໍ່ຂາດຈັກມື້.

“ຂ້າພະເຈົ້າດີໃຈຫລາຍ. ອຳນາດການປົກຄອງ ຍາມໃດກໍ່ສ້າງເງື່ອນໄຂສະດວກ ແລະຮ່ວມມືກັບພໍ່ແມ່ປະຊາຊົນໃນບ້ານ. ປະຈຸບັນ ໄດ້ມີຫນັງສືຢັ້ງຢືນການເຄື່ອນໄຫວສາສະຫນາຢູ່ສະຖານທີ່ນີ້ແລ້ວ. ໃນບັນດາມື້ເຄື່ອນໄຫວສາສະຫນານັ້ນ ກໍ່ຕັກເຕືອນໃຫ້ພໍ່ແມ່ປະຊາຊົນບໍ່ຮັບຟັງສາສະນິກກະຊົນຢູ່ນອກ ບໍ່ຟັງພວກຄົນບໍ່ດີທີ່ສວຍໃຊ້ເພື່ອເຮັດສິ່ງນີ້ສິ່ງນັ້ນ, ເປັນຈິດຫນຶ່ງໃຈດຽວເຄົາລົບການແນະນຳຂອງອຳນາດການປົກຄອງທ້ອງຖິ່ນ, ຂອງພັກ ແລະລັດ”

ອ້າຍ ລີອາຢີ, ຫົວຫນ້າ ສູນເຄື່ອນໄຫວສາສະຫນາຂອງສະມາຄົມສາສະຫນາໂປແຕດສະຕັງ ຢູ່ ເປີງ່າຍ ຕາແສງ ຫວຍລວງ ໃຫ້ຮູ້ວ່າ: ທຸກໆເຊົ້າຂອງວັນອາທິດ, ສູນເຄື່ອນໄຫວສາສະຫນາ ເປີງ່າຍ ຕ້ອນຮັບ ສາສະນິກກະຊົນປະມານ 190 ຄົນ. ພໍ່ແມ່ປະຊາຊົນມີຄວາມປິຕິຊົມຊື່ນຫລາຍ ຍ້ອນອຳນາດການປົກຄອງ ຕາແສງ ຍາມໃດກໍ່ສ້າງເງື່ອນໄຂຊ່ວຍເຫລືອພໍ່ແມ່ປະຊາຊົນເຄື່ອນໄຫວດ້ານສາສະຫນາຢ່າງສະດວກ.

   “ໃນສອງສາມປີມານີ້ ອຳນາດການປົກຄອງ ຕາແສງ ແລະ ທຸກຂັ້ນລ້ວນແຕ່ສ້າງເງື່ອນໄຂສະດວກ, ພວກຂ້າພະເຈົ້າ ສາມາດແລກປ່ຽນການເຊື່ອຖືສາສະຫນານຳກັນ. ນອກຈາກຟັງບົດຄຳພີ, ສວດມົນ ແລ້ວ ຂ້າພະເຈົ້າຍັງແບ່ງປັນກັບພໍ່ແມ່ປະຊາຊົນ ກ່ຽວກັບວຽກງານອື່ນອີກ”

ພາບພົດທ່ີເດັ່ນຊັດ ກ່ຽວກັບ ສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາ

ສາສະນິກກະຊົນເຊື່ອຖືສາສະຫນາ ໂປແຕັດສະຕັງ ເຄື່ອນໄຫວດ້ານສາສະຫນາຢູ່ ຕາແສງ ຫວຍລວງ ເມືອງ ຟອງໂຖ ແຂວງ ລາຍເຈົາ ແມ່ນນອນໃນຈຳນວນ ສາສະນິກກະຊົນ 26,5 ລ້ານຄົນ ຢູ່ ຫວຽດນາມ. ການເຄື່ອນໄຫວດ້ານສາສະຫນາຂອງຊາວເຜົ່າມົ້ງ ຢູ່ ເປີງ່າຍ ກໍ່ແມ່ນແບບຢ່າງໃນພາບພົດທີ່ເດັ່ນຊັດກ່ຽວກັບ ສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາຂອງຜູ້ເຊື່ອຖືສາສະຫນາໃນທົ່ວປະເທດ. ນີ້ກໍ່ແມ່ນຄວາມຈິງ ຊື່ງປື້ມປົກຂາວໄດ້ເຕື້ອງເຖິງ ຜ່ານຮູບພາບ, ຕົວເລກຂໍ້ມູນກ່ຽວກັບການເຄື່ອນໄຫວດ້ານສາສະຫນາຂອງປະຊາຊົນບັນດາເຜົ່າຢູ່ ຫວຽດນາມ. ທ່ານ ຫງວຽນຕຽນຈ້ອງ, ຮອງຫົວຫນ້າ ຄະນະສາດສະຫນາ ຂອງລັດຖະບານ ໃຫ້ຮູ້ວ່າ: ປື້ມປົກຂາວ ໄດ້ສະຫນອງຂໍ້ມູນພື້ນຖານກ່ຽວກັບສາສະຫນາ, ນະໂຍບາຍສາສະຫນາ, ຜົນງານຮັບປະກັນສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາຢູ່ ຫວຽດນາມ ກໍ່ຄືບັນດາສິ່ງທ້າທາຍຕ້ອງຜ່ານຜ່າ ແລະ ຫນ້າທີ່ໃຫ້ບຸລິມະສິດເພື່ອແນໃສ່ຊຸກຍູ້ສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາຂອງປະຊາຊົນ.

 “ບົນຈິດໃຈໂອ້ລົມສົນທະນາກັບບັນດາປະເທດ, ອົງການຈັດຕັ້ງສາກົນ ຢ່າງກົງໄປກົງມາ, ຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍໃນຂົງເຂດສິດທິມະນຸດ, ສາສະຫນາຢ່າງ ມີປະສິດທິຜົນ, ລັດ ຫວຽດນາມໄດ້, ພວມ ແລະ ຈະຕັດສິນໃຈປະຕິບັດເປົ້າໝາຍໃຫ້ນັບມື້ນັບຮັບປະກັນ, ປົກປັກຮັກສາ ແລະ ຊຸກຍູ້ບັນດາສິດພື້ນຖານຂອງປະຊາຊົນ, ໃນນັ້ນ ມີສິດເສລີໃນການເຊື່ອຖື ການເຫລື້ອມໃສສາສະຫນາ”

ພາບພົດທີ່ເດັ່ນຊັດກ່ຽວກັບສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາ ຢູ່ ຫວຽດນາມ - ảnh 2ທຸກເຊົ້າຂອງວັນອາທິດ,   ບັນດາຜູ້ເຊື່ອຖືສາສະຫນາ ໂປແຕດສະຕັງ ຊາວເຜົ່າມົ້ງ ຢູ່ຕາແສງ ຫວຍລວງ ເຕົ້າໂຮມຢູ່ ສູນເຄື່ອນໄຫວດ້ານສາສະຫນາ ເປີງ່າຍ (ພາບ. dantoctongiao.laodong.vn)

ປື້ມປົກຂາວ “ສາສະຫນາ ແລະນະໂຍບາຍສາສະຫນາຢູ່ຫວຽດນາມ” ບໍ່ພຽງແຕ່ຊ່ວຍຜູ້ອ່ານຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າໃຈແຈ້ງ ແລະ ຄົບຖ້ວນກ່ຽວກັບນະໂຍບາຍສາສະຫນາ, ການເຄື່ອນໄຫວດ້ານສາສະຫນາຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງຢັ້ງຢືນ ບັນດາສາສະຫນາຢູ່ ຫວຽດນາມ ລ້ວນແຕ່ມີຄວາມສະເຫມີພາບຕໍ່ກົດໝາຍ, ລັດ ບໍ່ມີການຈຳແນກການປະພຶດຕໍ່ ເຫດຜົນເພື່ອການເຊື່ອຖືການເຫລື້ອມໃສສາສະຫນາ.

ປື້ມປົກຂາວ ໄດ້ຢັ້ງຢືນ “ບໍ່ມີບຸກຄົນໃດ, ອົງການສາສະຫນາໃດທີ່ເຄື່ອນໄຫວຢ່າງຖືກຕ້ອງກັບກົດໝາຍ ແຕ່ຖືກຫວງຫ້າມ”. ປະຊາຊົນມີຄວາມເສລີໃນການເລືອກເຟັ້ນເຊື່ອຖື ຫລືບໍ່ເຊື່ອຖືສາສາຫນາ. ລັດຮັບປະກັນການເຄື່ອນໄຫວສາສະຫນາຂອງປະຊາຊົນຊົນເຜົ່າສ່ວນຫນ້ອຍ ຊື່ງກວມເອົາ 14% ຈຳນວນປະຊາກອນ. ເປັນອັນວ່າ ພ້ອມກັບຄວາມຈິງໃນສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາຢູ່ ເປີງ່າຍ, ຕາແສງ ຫວຍລວງ ເມືອງ ຟອງໂຖ ແຂວງ ລາຍເຈົາ, ບັນດາສານຈາກປື້ມປົກຂາວນີ້ ອີກຄັ້ງຫນຶ່ງ ຊ່ວຍປະຊາຄົມສາກົນເຂົ້າໃຈແຈ້ງກວ່າກ່ຽວກັບພາບພົດການເຊື່ອຖືສາສະຫນາຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ