ພາສາຝລັ່ງ ເປີດກາລະໂອກາດຮ່ວມມືຫລາຍຢ່າງໃນສະພາບໂລກະພິວັດ

(vovworld)-​ ​ເມື່ອ​ຮອດ​​ເດືອນ 3 ແຕ່ລະ​ປີ, ບໍ່​ພຽງ​ແຕ່ຜູ້​ນິຍົມ​ພາສາ ຝລັ່ງ​ເທົ່າ​ນັ້ນ ຫາກ​ປະຊາຊົນ​ຫວຽດນາມ​ເປັນ​ຈຳນວນ​ຫລວງຫລາຍ ກໍ​ຂຳ່ນັບ​ຮັບ​ຕ້ອນ​ວັນ​ບຸນ ພາ​ສາ​ຝລັ່ງ ອີກ​ດ້ວຍ. ​​ໂດຍເຂົ້າ​ຮ່ວມ​ປະຊາ​ຄົມ​ໃຊ້​ ພາສາ​ຝລັ່ງ ​ແຕ່​ຊຸມ​ປີ 70 ຂອງ​ສັດຕະວັດ​ກ່ອນ ​ແລະ ​ໄດ້​ປະກອບສ່ວນ​ຫລາຍ​ຢ່າງ​ເຂົ້າ​ໃນ​ວິວັດ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ອົງການ​ນີ້, ປະຈຸ​ບັນ ຫວຽດນາມ ພວມ​ສວມ​ບົດບາດ​​ແມ່ນ​ສະມາຊິກ​ຕັ້ງຫນ້າ​​ໃນ​ອົງການ​ນີ້, ​ພິ​ເສດ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ.

ພາສາຝລັ່ງ ເປີດກາລະໂອກາດຮ່ວມມືຫລາຍຢ່າງໃນສະພາບໂລກະພິວັດ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຟາມບີງມີງ ຕ້ອນຮັບເລຂາທິການໃຫຍ່
ອົງການໃຊ້ພາສາຝລັ່ງສາກົນ

        ຄະຕິ​ການ​ເຄື່ອນ​​ໄຫ​ວຂອງ​ປະຊາ​ຄົມ​ໃຊ້ພາສາ​ຝລັ່ງ ​ເພື່​ອ​ເຊີດຊູ​ ພາສາ​ຝລັ່ງ ກໍ​ຄື​ຄວາມ​ອຸດົມ​ສົມບູນ, ຄວາມ​ເປັນຫລາຍ​ຮູບ​ຫລາຍ​ສີ​ກ່ຽວ​ກັບ​ວັດທະນະທຳ​ໃນ​ປະຊາ​ຄົມ​ບັນດາ​ປະ​ເທດ​​ໃຊ້ ພາສາ​ຝລັ່ງ ​ແລະ ນັບ​ທັງ​ພາສາ​ອື່ນ​ອີກ​ໃນ​ປະຊາ​ຄົມ​ໃຊ້ ພາສາ​ຝລັ່ງ. ຜ່ານ​ການ​ພົວພັນ​ແລກປ່ຽນ​ດ້ານ​ພາສາ, ວັດທະນະທຳ, ຮັດ​ແຫນ້ນ​ຄວາມ​ສາມັກຄີ, ບັນດາ​ກາລະ​ໂອກາ​ດຮ່ວມ​ມື​ດ້ານ​ການ​ເມືອງ, ​ເສດຖະ​ກິດ ​ໄດ້​ເປ​ີດ​ແຫ​ງ່ຫວັງ​ຫລາຍ​ຢ່າງ​ກວ່າ.

        ຫວຽດນາມ ຕັ້ງຫນ້າ​ເຂົ້າ​ຮ່ວມ​ປະຊາ​ຄົມ​ໃຊ້​ ພາສາ​ຝລັ່ງ

        ຫວຽດນາມ ​ເຂົ້າ​ຮ່ວມ​ປະຊາ​ຄົມ​ໃຊ້​ ພາສາ​ຝລັ່ງ ນັບ​ແຕ່​ຊຸມ​ປີ 70 ​ຂອງສັດຕະວັດ​ກ່ອນ ​ແລະ ​ໃນ​ຈຸດ​ເວລາ​ນັ້ນ, ຫວຽດນາມ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສິດສອນ​ພາສາ​ຝລັ່ງ. ຫວຽດນາມ ​ໄດ້​ຮ່ວມ​ມື​ກັບ​ອົງການ​ໃຊ້​ພາສາ​ຝລັ່ງ ​ເພື່ອ​​ເປີດ​ບັນດາ​ຊຸດ​ຮຽນ​ ທັງ 2 ພາສາ ​ເພື່ອ​ນຳ​ໃຊ້ ພາສາ​ຝລັ່ງ ຢູ່​ຫວຽດນາມ. ປະຈຸ​ບັນ ພາສາ​ຝລັ່ງ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ພາສາ​ພິ​ເສດ​ຢູ່ ຫວຽດນາມ, ບໍ່​ພຽງ​ແຕ່​ແມ່ນ​ພາຫະນະ​ໃນ​ການ​ເຮັດ​ວຽກ​ຂອງ​ບັນດາ​ອົງການ​ສາກົນ​ເທົ່າ​ນັ້ນ ຫາກຍັງ​ໄດ້​ນຳ​ໃຊ້​ຄຽງ​ຄູ່​ກັບ​ພາສາ ອັງກິດ ຢູ່​ບັນດາ​ວາລະ​ປະຊຸມ ​ແລະ ​​ເວທີ​ປາ​ໄສ​ສາກົນ​ກໍ​ຄື​​ໃນພາກ​ພື້ນ​ອີກ​ດ້ວຍ.

        ຕາມ​ການ​ສັງ​ເກດ​ຂອງ​ທ່ານ​ນາງ Vanissa Barrak, ຜູ​້ອຳນວຍ​ການ​ຫ້ອງການ​ໃຊ້ ພາສາ​ຝລັ່ງ ພາກ​ພື້ນ ອາຊີ-​ປາຊີ​ຟີ​ກ ປະຈຳ​ຮ່າ​ໂນ້ຍ​ແລ້ວ, ຫວຽດນາມ ມີ​ທີ່​ຕັ້ງ​ສຳຄັນ​ໃນ​ກຸ່ມ​ປະຊາ​ຄົມ​ໃຊ້ ພາສາ​ຝລັ່ງ ຍ້ອນ​ຖືກ​ຕັ້ງ​ຢູ່​ຫນຶ່ງ​ໃນ​ບັນດາ​ທະວີບ​ທີ່​ມີ​ທຸກ​ປະ​ເທດ​ໃຊ້​ພາສາ​ຝລັ່ງ​ໃນ​ໂລກ. ຄວາມ​ຈິງ ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ປະຕູ​ສຳຄັນ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສະມາຊິກ ​ມີ​ຄວາມເອົາ​ໃຈ​ໃສ່​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ໃຊ້​ ພາສາ​ຝລັ່ງ ກໍ​ຄື ​ໄດ້​ລົງທຶນ​ຫລາຍ​ຢ່າງ​ໃຫ້​ແກ່​ການ​ພັດທະນາ​ຂອງ ພາສາ​ຝລັ່ງ. ທ່ານ​ນາງ Vanissa Barrak ຜູ້ອຳນວຍການ​ຫ້ອງການ​ໃຊ້ ພາສາ​ຝລັ່ງ ໃຫ້​ຮູ້​ວ່າ:

        “ ​ໃນ​ຍຸດ​ທະ​ສາດ​ຂອງ​ຕົນ, ພວກ​ຂ້າພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ພາກ​ພື້ນ ອາຊີ ​ປາຊີ​ຟີ​ກ, ດ້ວຍ​ບັນດາ​ການ​ໃຫ້​ບຸລິມະສິດ, ​ໃນ​ນັ້ນ ມີ​ການບຸລິມະສິດ​ພັດທະນາ ພາສາ​ຝລັ່ງ, ​ເພາະວ່າ ປະ​ຈຸ​ບັນ ພາສາ​ຝລັ່ງ​ໃນ​ພາກ​ພື້ນ​ຍັງ​ຈຳກັດ​ຢູ່. ​ເຖິງ່ຢ່າງ​ໃດ​ກໍ​ຕາມ, ຢູ່ ຫວຽດນາມ ພາສາ​ຝລັ່ງພັດທະນາ ​ແລະ ​ໝູນ​ໃຊ້​ເປັນ​ຢ່າງ​ດີ. ຈຸດໝາຍ​ຍາວ​ນານ​ຂອງ​ອົງການ​ໃຊ້ ພາສາ​ຝລັ່ງ​ສາກົນ ​ແມ່ນ​ຜ່ານ​ ພາສາ​ຝລັ່ງ, ນອກຈາກ​ເປີດ​ກວ້າງ​ການ​ຮ່ວມ​ມື, ​​ພົວພັນແລກປ່ຽນ​ດ້ານ​ວັດທະນະທຳ, ການ​ສຶກສາ, ພວກ​ຂ້າພະ​ເຈົ້າ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ດ້ານເສດຖະກິດ ​ແລະ ບັນດາ​ຂົງ​ເຂດ​ອື່ນ​ກັບ​ຫວຽດນາມ ກໍ​ຄື​ພາກ​ພື້ນ​ນີ້.”

        ປະຈຸ​ບັນ, ພາສາ​ຝລັ່ງ ​ໄດ້​ນຳ​ມາ​ເຊິ່ງກາລະ​ໂອກາດ ກໍ​ຄື​ຄຸນຄ່າ​ຫລາຍ​ຢ່າງ​ໃຫ້​ແກ່​ບັນດາ​ຜູ້ນຳ​ໃຊ້​ ພາສາ​ຝລັ່ງ. ​ເປັນ​ຕົ້ນ​ແມ່ນ​ໃນ​ສະພາບ​ໂລກະ​ພິວັດ, ວິ​ກິດ​ການ​ການ​ເງິນ, ​ເສດຖະກິດ​ທົ່ວ​ໂລກ​ໄດ້​ສົ່ງ​ຜົນ​ກະທົບ​ເຖິງ​ຫລາຍ​ປະ​ເທດ​ໃນ​ໂລກ​ປະຈຸ​ບັນ. ​ເພາະສະ​ນັ້ນ, ພາສາ​ຝລັ່ງ ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ພະລັງ​ຊີວິດ​ຢ່າງ​ໝັ້ນຄົງຍາວ​ນານ ຜ່ານ​ການ​ໃຊ້ ພາສາ​ຝລັ່ງຄື​ພາສາ​ທາງ​ການຢູ່ 32 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ປະຈຸ​ບັນ, ມີ 220 ລ້ານ​ຄົນ​ ຢູ່ 77 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ໃນ​ໂລກ ຊື່​ງ​ເປັນ​ສະມາຊິກ​ຂອງ​ອົງການ​ໃຊ້ ພາສາ​ຝລັ່ງ ພ້ອມ​ກັນ​ແບ່ງປັນ​ ພາສາ​ຝລັ່ງ. ພາສາ​ຝລັ່ງ ຍັງ​ໄດ້​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ຢູ່​ຫລາຍ​ອົງການ​ສາກົນ​ໃຫຍ່, ​ໃນ​ນັ້ນ ມີ ສປຊ.

        ພາສາ​ຝລັ່ງ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ຫລາຍ​ຢ່າງ​ໃນ​ສະພາບ​ໂລກະ​ພິວັດ

        ສຳລັບ​ຫວຽດນາມ, ​ໂດຍ​ຮັບ​ຮູ້​ບົດບາດ​ຂອງພາສາ​ຝລັ່ງ ຢ່າງ​ຈະ​ແຈ້ງ​ກໍ​ຄື​ຄວາມ​ສຳຄັນ​ຂອງ​ການ​ຊຸກຍູ້​​ວັດທະນະທຳ​ທີ່​ມີຫລາຍ​ຮູບ​​ຫລາຍ​ແບບ​ ໃນ​ປະຊາ​ຄົມ​ໃຊ້​ພາສາ​ຝລັ່ງ, ຍາມ​ໃດ​ຫວຽດນາມ​ກໍ​ເປັນ​ສະມາຊິກ​ຕັ້ງຫນ້າ, ຂະຫຍັນ​ຂັນ​ເຄື່ອນ​ຂອງ​ອົງການ​ໃຊ້ ພາສາ​ຝລັ່ງ. ຍາມ​ໃດ​ຫວຽດນາມ ກໍ​ມີ​ແນວ​ຄວາມ​ຄິດ, ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ຮ່ວມ​ມື, ພົວພັນ​ແລກປ່ຽນ, ການ​ໂອ້​ລົມ​ສົນທະນາ​ໃນ​ປະຊາ​ຄົມ​ໃຊ້​ ພາສາ​ຝລັ່ງ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ກະສິກຳ, ​ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງ​ການ​ຮ່ວມ​ມື 3 ຝ່າຍ ລະຫວ່າງ​ຫວຽດນາມ​ກັບປະ​ເທດ ອາ​ຟຼິກາ ​ແລະ ອົງການ​ອາຫານ ​ແລະ ກະ​ເສດ ສປຊ. ພິ​ເສດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ ພາສາ​ຝລັ່ງ ຢູ່ ຮ່າ​ໂນ້ຍ ​ເມື່ອ​ປີ 1997 ສຳ​ເລັດ​ຜົນ. ບັນດາ​ປັດ​ໄຈ​ນັ້ນ ນັບ​ມື້​ນັບ​ຢືນຢັນ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ​ກໍ​ຄື​ໃນ​ປະຊາ​ຄົມ​ໃຊ້ ພາສາ​ຝລັ່ງ. ​ເພາະສະ​ນັ້ນ ​ເມື່ອ​ຮອດ​ເດືອນ 3 ​ແຕ່ລະ​ປີ, ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ​ວັນ​​ໃຊ້ ພາສາ​ຝລັ່ງ ສາກົນ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ຄື: ພິທີ​ມອບ​       ລາ​ງວັນ ພາສາ​ຝລັ່ງ, ​ເສບ​ດົນຕີ, ການວາງສະ​ແດງ, ສາຍຟິມຮູບ​ເງົາ, ກອງ​ປະຊຸມ​ສຳ​ມະ​ນາ, ພົບ​ປະ​ແລກປ່ຽນ… ​ໄດ້​ພິສູດ​ໃຫ້​ເຫັນ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ຫວຽດນາມ ກັບ​ອົງການ​ນີ້. ທ່ານ ຫວູ​ແອ​ງກວາງ, ຮອງ​ຫົວຫນ້າ​ກົມ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຢືນຢັນ:

        “ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ແລະ ບັນດາ​ອົງການ​ໃຊ້ ພາສາ​ຝລັ່ງ ປືກສາ​ຫາລື​ບັນດາ​ຮູບ​ການ​ຮ່ວມ​ມື ​ເພື​ອ່​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ​ອົງການ​ນີ້. ການ​ພົວພັນນີ້​ແມ່ນ​ສຳຄັນ​ທີ່​ສຸດ, ນອກຈາກ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ສຳຄັນ​ຂອງ​ຫວຽດນາມ ​ແມ່ນ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ປະຈຸ​ບັນ. ຜ່ານ​ອົງການ​ໃຊ້​ພາສາ​ຝລັ່ງ ສາກ​ົນ, ພວກ​ເຮົາ ກໍ​ໄດ້​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ຢ່າງ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ນີ້​ໃນ​ໂລກ.”

        ​ໃນ​ຕົ້ນ​ເດ​ືອນ 4 ຈະ​ມາ​ເຖິງ, ​ເວທີ​ປາ​ໄສ​ ພາສາ​ຝລັ່ງ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ​ຢູ່ ຮ່າ​ໂນ້ຍ,  ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ, ບັນດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຮັບຜິດຊອບ​ກ່ຽວ​ກັບ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອົງການ​ໃຊ້ ພາສາ​ຝລັ່ງ ສາກົນ ມາ​ຈາກ​ທົ່ວ​ທຸກ​ທະວີບ. ນີ້​ແມ່ນ​ຂໍ້​ລິ​ເລີ່​ມສຳຄັນ​ຂອງ​ຫວຽດນາມ. ​ເວທີ​ປາ​ໄສ​ນີ້ ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ຜູ້ຕາງຫນ້າ​ບັນດາ​ປະ​ເທດ, ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ຍົກ​ອອກ​ຂໍ້​ສະ​ເຫ​ນີ, ຈາກ​ນັ້ນ ສາມາດ​ສ້າງ​ຕັ້ງ​ບັນດາ​​ໂຄງການ​ຮ່ວມ​ມື, ພົວພັນ​ແລກປ່ຽນ​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ປະຊາ​ຄົມ​ໃຊ້ ພາສາ​ຝລັ່ງ ກໍ​ຄື​ສ້າງ​ບັນດາ​ຮູບ​ແບບ​ຮ່ວມ​ມື​ເສດຖະກິດ​ໃນ​ຂອບ​ເຂດ​ປະຊາ​ຄົມ​ໃຊ້​ພາສາ​ຝລ່ັງກໍ​ຄື​ໂຄງການ​ດຳ​ເນີນ​ງານ​ລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ