ຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ: ເພີ່ມກາລະໂອກາດແຕ່ສິ່ງທ້າທາຍຍັງມີຢູ່

(VOVWORLD) -

ພາຍຫຼັງເຈລະຈາມາເປັດຳເນີນການເປັນຫຼາຍຄັ້ງໃນນເວລາ 1 ປີເຄິ່ງ (ແຕ່ເດືອນ ເມສາ 2021), ບັນດາຝ່າຍເຂົ້າຮ່ວມຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015, ຍັງເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA), ໄດ້ເຮັດໃຫ້ຄວາມບໍ່ລົງລອຍກັນຫລຸດລົງໂດຍພື້ນຖານ, ເປີດກ້ວາງຫຼາຍແງ່ຫວັງອາດຈະບັນລຸໄດ້ຂໍ້ຕົກລົງສະບັບສຸດທ້າຍກ່ຽວກັບການຟື້ນຟູ JCPOA. ແຕ່ເຖິງຢ່າງໃດກໍ່ຕາມ, ໄລຍະທາງທີ່ຍັງເຫຼືອເພື່ອມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງນີ້ຍັງໄດ້ຮັບຖືວ່າ ແມ່ນເສັ້ນທາງທີ່ເຕັມໄປດ້ວຍຂວາກໜາມ, ຕ້ອງມີຄວາມມານະພະຍາຍາມຕື່ມອີກ ພ້ອມກັບເຈດຕະນາດີຂອງທຸກໆຝ່າຍທີ່ກ່ຽວຂ້ອງ.


ຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ: ເພີ່ມກາລະໂອກາດແຕ່ສິ່ງທ້າທາຍຍັງມີຢູ່ - ảnh 1ທ່ານຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດຂອງ EU Josep Borrell. (ພາບ: AFP/TTXVN)

ວັນທີ 24 ສິງຫາ, ລັດຖະບານ ອີຣານ ປະກາດວ່າໄດ້ຮັບຄຳຕອບຈາກ ອາເມລິກາ ດ້ວຍຂໍ້ສະເໜີຟື້ນຟູຂໍ້ຕົກລົງ JCPOA ເຊິ່ງສະຫະພາບເອີລົບ (ອີຢູ) ຮຽບຮຽງ. ໃນຖະແຫຼງການທາງການ, ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ Nasser Kanaani ຢັ້ງຢືນວ່າ: ເຕເຮຣານ ພວມດຳເນີນການພິຈາລະນາຄຳຕອບຂອງ ວໍຊິງຕັນ ຢ່າງລະອຽດເພື່ອຍົກອອກປະຕິກິລິຍາໃຫ້ເໝາະສົມ.

        ຕາມນັກໄຈ້ແຍກຫຼາຍທ່ານແລ້ວ, ຄຳສະເໜີຂອງ ອີຣານ ກັບຄຳຕອບຈາກ ອາເມລິກາ ຕໍ່ຮ່າງຂໍ້ຕົກລົງໂດຍ ອີຢູ ຮຽບຮຽງນັ້ນ, ຈະມີລັກສະນະຕັດສິນຕໍ່ສັນຍາ JCPOA  ຈະມີໂອກາດຟື້ນຟູໄວ ຫຼື ບໍ່. ຍ້ອນວ່າກ່ອນນັ້ນ, ບັນດາຝ່າຍກ່ຽວຂ້ອງໃນ JCPOA ເກືອບທັງໝົດ (ກຸ່ມ P5+1 ເຊິ່ງລວມມີ: ອາເມລິກາ, ອັງກິດ, ຝລັ່ງ, ຈີນ, ລັດເຊຍ ແລະ ເຢຍລະມັນ) ລ້ວນແຕ່ຮັບຮູ້ວ່າມີຄວາມຄືບໜ້າສຳຄັນຕື່ມອີກ ໃນວິວັດການເຈລະຈາ ແລະ ເລື່ອງມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງຟື້ນຟູ JCPOA ສະບັບສຸດທ້າຍພວມຢູ່ໃນໄລຍະໃກ້ໆນີ້.

        ຄວາມຄືບໜ້າທີ່ສຳຄັນ

        ກ່ອນທີ່ອີຣານ ປະກາດພຽງໜຶ່ງມື້, ວັນທີ 23 ສິງຫາ, ທ່ານ Josep Borrell, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດຂອງ ສະຫະພາບເອີລົບ (EU) ໃຫ້ຮູ້ວ່າ: ຂໍ້ຕົກລົງທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງ ອີຣານ ຈະບັນລຸໄດ້ໃນອາທິດນີ້.

        ຂໍ້ສັງເກດທີ່ປະເອີບໃຈນີ້ໂດຍເຈົ້າໜ້າທີ່ EU ປະກາດພາຍຫຼັງ ອີຣານ ຍົກອອກຄຳຕອບຂອງຕົນຕໍ່ເອກະສານສະບັບສຸດທ້າຍຂອງຮ່າງຂໍ້ຕົກລົງເພື່ອແນໃສ່ຟື້ນຟູຂໍ້ຕົກລົງທີ່ JCPOA ເຊິ່ງ EU ຮຽບຮຽງ ແລະ ສົ່ງໃຫ້ ອີຣານ ກ່ອນນັ້ນ. ໃນຄຳຕອບຂອງຕົນ, ອີຣານ ສະເໜີບາງຂໍ້ດັດປັບ ແລະ ທ່ານ Josep Borrell ຕີລາຄາ ແລະ ໃຫ້ຂໍ້ສັງເກດວ່າ: ບັນດາການດັດປັບນີ້ແມ່ນເໝາະສົມ. ຈາກນັ້ນ, ຮ່າງຂໍ້ຕົກລົງ ແລະ ຄຳຕອບຂອງ ອີຣານ  EU ໄດ້ສົ່ງໃຫ້ບັນດາປະເທດກ່ຽວຂ້ອງເຊິ່ງລວມມີ: ອາເມລິກາ, ລັດເຊຍ, ຈີນ, ອັງກິດ, ຝລັ່ງ ແລະ ເຢຍລະມັນ. ຫຼັງຈາກນັ້ນ, ຜູ້ຕາງໜ້າ EU ຢັ້ງຢືນວ່າສ່ວນຫຼາຍບັນດາຝ່າຍໄດ້ເຫັນດີກັບຂໍ້ສະເໜີຂອງອີຣານ.

        ໃນສະພາບການນັ້ນ, ວັນທີ 22 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ກໍ່ຢັ້ງຢືນວ່າ: ມົດສະກູ ໄດ້ເຫັນດີກັບຮ່າງຂໍ້ຕົກລົງເຊິ່ງ EU ຮຽບຮຽງ ແລະ ໄດ້ສົ່ງໃຫ້ທຸກໆຝ່າຍເຂົ້າຮ່ວມກ່ຽວກັບວິວັດທະນາການນີ້. ສ່ວນຝ່າຍ ອາເມລິກາ, ໃນຖະແຫຼງການໃນວັນດຽວກັນ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ Ned Price ກໍ່ຖືວ່າ: ເລື່ອງບັນລຸໄດ້ຂໍ້ຕົກລົງມີຄວາມສາມາດເປັນໄປໄດ້ຫຼາຍກ່ວາເມື່ອທຽບໃສ່ 2 ອາທິດກ່ອນ.

         ຕາມບັນດານັກໄຈ້ແຍກສາກົນແລ້ວ, ປະຕິກິລິຍາຫຼ້າສຸດຂອງບັນດາຝ່າຍໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມບັນລຸໄດ້ຂໍ້ຕົກລົງຟື້ນຟູ JCPOA ມີຄວາມຄືບໜ້າພໍສົມຄວນ, ເຖິງວ່າຂໍ້ສະເໜີເພີ່ມເຕີມເຊິ່ງ ອີຣານ ໄດ້ຍົກອອກມາມີເນື້ອໃນຫຍັງຍັງບໍ່ທັນໄດ້ປະກາດເທື່ອ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ຂໍ້ຕົກລົງສຸດທ້າຍ, ບັນດາຝ່າຍກ່ຽວຂ້ອງຄວນມານະພະຍາຍາມ ແລະ ພິເສດແມ່ນສະແດງເຈດຕະນາດີຢ່າງຈະແຈ້ງ. ຄວາມຈິງຂອງການເຈລະຈາໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນວ່າ: ເລື່ອງສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍ, ເຄີຍເປັນພື້ນຖານສຳຄັນເພື່ອກ້າວໄປເຖິງ ແລະ ເຄົາລົບຂໍ້ຕົກລົງ, ຍັງມີສິ່ງທ້າທາຍບໍ່ແມ່ນໜ້ອຍ.

ຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ: ເພີ່ມກາລະໂອກາດແຕ່ສິ່ງທ້າທາຍຍັງມີຢູ່ - ảnh 2ໂຄສົກກະຊວງການຕ່າງປະເທດ ອາເມລິກາ Ned Price  (ພາບ:AFP/ TTXVN)

ສືບຕໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ

        ສອງມື້ກ່ອນທີ່ໄດ້ຮັບຄຳຕອບຈາກ ອາເມລິກາ ກ່ຽວກັບຮ່າງຂໍ້ຕົກລົງ ໂດຍ ອີຢູ ຮຽບຮຽງ ກ່ຽວກັບການຟື້ນຟູ JCPOA, ວັນທີ 22 ສິງຫາ, ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ  Nasser Kanaani ພວມໂຈ້ໄດ້ກ່າວຫາ ວໍຊິງຕັນ ວ່າພວມໜ່ວງໜ່ຽວຄວາມມານະພະຍາຍາມຟື້ນຟູ JCPOA, ພ້ອມທັງຕຳໜິຕິຕຽນ ເອີລົບ “ບໍ່ມີການເຄື່ອນໄຫວທີ່ຈຳເປັນສຳລັບ ອາເມລິກາ”. ກ່ອນໜ້ານັ້ນ, ໃນແຈ້ງການອອກວັນທີ 16 ສິງຫາ, ກ່ຽວກັບເລື່ອງມີເອກະສານສ່ອງແສງຮ່າງກົດໝາຍຂອງ EU, ອີຣານ ກໍ່ເນັ້ນໜັກວ່າ: ມີແຕ່ ອາເມລິກາ ສະແດງຄວາມມີໄຫວພິບ ແລະ ປະຕິບັດຕົວຈິງຈຶ່ງສາມາດລົງນາມຂໍ້ຕົກລົງຟື້ນຟູ JCPOA ໄດ້.

        ໃນວັນທີ 22 ສິງຫາ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ Ned Price ກໍ່ກ່າວເຕືອນວ່າ “ຍັງມີຄວາມລະແວງສົງໄສຫຼາຍຢ່າງກ່ຽວກັບການດັດປັບເຊິ່ງ ອີຣານ ຍົກອອກມາໃນຮ່າງເອກະສານຂອງ EU”, ເຖິງວ່າເລື່ອງບັນລຸໄດ້ຂໍ້ຕົກລົງມີຄວາມສາມາດເປັນໄປໄດ້ຫຼາຍກ່ວາ.

        ຕາມບັນດານັກໄຈ້ແຍກແລ້ວ, ບັນດາຖະແຫຼງການຂອງທັງ ອາເມລິກາ ແລະ ອີຣານ, ສອງຝ່າຍມີທັດສະນະຕັດສິນທີ່ສຸດໃນການຟື້ນຟູຂໍ້ຕົກລົງ, ສືບຕໍ່ສະແດງໃຫ້ເຫັນວ່າເລື່ອງສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ຍັງແມ່ນສິ່ງທ້າທາຍຕ້ອງໄດ້ຜ່ານຜ່າ ເພື່ອມຸ່ງໄປເຖິງຂໍ້ຕົກລົງຟື້ນຟູ JCPOA. ພິເສດ, ໃນສະພາບການສາກົນມີການຜັນແປຫຼາຍຢ່າງທີ່ສັບສົນ ແລະ ໄພນາບຂູ່ສົງຄາມນິວເຄຼຍພວມຢູ່ໃນລະດັບ “ອັນຕະລາຍທີ່ສຸດ” ຄືດັ່ງຄຳກ່າວເຕືອນຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ເມື່ອວັນທີ 22 ສິງຫາ, ເລື່ອງສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງໃນ JCPOA ແມ່ນມີຄວາມຈຳເປັນທີ່ສຸດ. ສິ່ງດັ່ງກ່າວບໍ່ພຽງແຕ່ສ້າງພື້ນຖານສຳຄັນໃຫ້ແກ່ການບັນລຸໄດ້ຂໍ້ຕົກລົງໂດຍໄວເທົ່ານັ້ນ, ຫາກຍັງຮັບປະກັນໄດ້ໃຫ້ຂໍ້ຕົກລົງໄດ້ຮັບຄວາມເຄົາລົບໃນອະນາຄົດອີກດ້ວຍ, ຫຼີກລ້ຽງສະພາບການຖືກລົ້ມລະລາຍຄືໃນປີ 2018 ເມື່ອ ອາເມລິກາ ໄດ້ຖອນຕົວອອກຈາກຂໍ້ຕົກລົງພຽງລຳພັງຝ່າຍດຽວ.

        ຍິ່ງກ່ວານັ້ນ, ເລື່ອງບັນລຸໄດ້ຂໍ້ຕົກລົງຟື້ນຟູ JCPOA ຍັງສາມາດສ້າງກຳລັງໜູນ ແລະ ກາຍເປັນແບບຢ່າງໃຫ້ແກ່ການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງດ້ານອື່ນໆ, ພິເສດແມ່ນການນາບຂູ່ດ້ານອາວຸດນິວເຄຼຍໃນບໍລິເວນທົ່ວໂລກໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ