ຟ​ື້ນ​ຟູ​ຕະຫຼາດ ແຮງ​ງານ: ປັດ​ໄຈ​ສຳ​ຄັນ ເພື່ອ​ຟື້ນ​ຟູ ເສດ​ຖະ​ກິດ

(VOVWORLD) -ຟື້ນຟູຕະຫຼາດແຮງງານໂດຍໄວ ແມ່ນໜຶ່ງໃນບັນດາໜ້າທີ່, ມາດຕະການຫຼັກແຫຼ່ງໃນຊຸມເດືອນທ້າຍປີ 2021 ຂອງ ລັດຖະບານ ຫວຽດນາມ ເພື່ອຟື້ນຟູການຜະລິດ. ນີ້ກໍ່ແມ່ນເງື່ອນໄຂເພື່ອໃຫ້ວິສາຫະກິດ ບັນລຸ ສະມັດຕະພາບໃຫ້ໄດ້ 100% ໂດຍໄວ, ສ້າງຄວາມສະດວກໃຫ້ແກ່ ການຟື້ນຟູຂອງ ພື້ນຖານເສດຖະກິດ.

ຟ​ື້ນ​ຟູ​ຕະຫຼາດ ແຮງ​ງານ: ປັດ​ໄຈ​ສຳ​ຄັນ ເພື່ອ​ຟື້ນ​ຟູ ເສດ​ຖະ​ກິດ - ảnh 1ກຳມະກອນເຮັດວຽກຢູ່ບໍລິສັດ ຫຸ້ນສ່ວນຈຳກັດ Leoch Battery, ຢູ່ເຂດ ອຸດສາຫະກຳ Becamex-ບິ່ງເຟືອກ (ພາບ: baobinhphuoc.com.vn)

ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ ຜູ້ອອກແຮງງານ 1,3 ລ້ານຄົນເຄື່ອນຍ້າຍ ແຕ່ນະຄອນ ກັບເມືອ ຊົນນະບົດ, ຈາກສູນກາງເສດຖະກິດໃຫຍ່ ກັບເມືອແຂວງຕ່າງໆ.

ຜູ້ອອກແຮງງານພວມກັບຄືນ, ການຜະລິດຄ່ອຍໆກັບຄືນສູ່ສະພາບການປົກກະຕິ

ໃນຊຸມວັນຜ່ານມາ, ຜູ້ອອກແຮງງານພວມທະຍອຍກັບຄືນ ບາງແຂວງ, ນະຄອນ. ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ບິ່ງເຟືອກ ໃຫ້ຮູ້ວ່າ, ໃນເດືອນຕຸລາ ປີ 2021, ມີ ຜູ້ອອກແຮງງານ ໃນບໍລິເວນແຂວງ ປະມານ 70% ໄດ້ກັບຄືນມາເຮັດວຽກ. ມີວິສາຫະກິດຫຼາຍແຫ່ງ ພວມມີຄວາມຕ້ອງການຮັບສະໝັກ ກຳມະກອນດ້ວຍຈຳນວນຫຼາຍ.

ຢູ່ເຂດເຕັກໂນໂລຢີສູງ ເມືອງ 9, ນະຄອນ ໂຮ່ຈີມິນ, ຈຳນວນກຳມະກອນກັບຄືນມາເຮັດວຽກ ກໍ່ບັນລຸໄດ້ປະມານ 70%, ຄາດວ່າ ຮອດເດືອນ ພະຈິກ ອາດຈະກັບຄືນມາ ໄດ້ 100%. ທ່ານ ຫງວຽນວັນແບ໊, ປະທານສະຫະສະມາຄົມວິສາຫະກິດເຂດເຕັກໂນໂລຢີ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

ນະຄອນໂຮ່ຈີມິນ ມີ ເຂດປຸງແຕ່ງ, ເຂດອຸດສາຫະກຳ ແລະ ເຂດເຕັກໂນໂລຢີສູງ 18 ແຫ່ງ, ດ້ວຍຜູ້ອອກແຮງງານກ່ວາ 320.000 ຄົນ, ໂຮງງານ 1.500 ແຫ່ງ. ປັດຈຸບັນ, ມີ 91% ຈຳນວນວິສາຫະກິດ ຂອງ 18 ເຂດ ໄດ້ກັບຄືນສູ່ການເຄື່ອນໄຫວ ໃນເງື່ອນໄຂປົກກະຕິໃໝ່ - ເຊິ່ງແມ່ນເງື່ອນໄຂດຳລົງຊີວິດຮ່ວມກັບ ໂລກລະບາດ ແລະ ມີຜູ້ອອກແຮງງານ 70% ໄດ້ກັບຄືນມາເຮັດວຽກ, ໝາຍຄວາມວ່າແຮງງານທີ່ກັບຄືນມາເຮັດວຽກແມ່ນປະມານ 200.000 ຄົນ. ແຮງງານທີ່ ກັບຄືນມາເຮັດວຽກຢູ່ນະຄອນໂຮ່ຈີມິນລ້ວນແຕ່ໄດ້ ສັກວັກຊິນ ຄົບ 2 ເຂັມ.

ຕາມທ່ານ ເລແທັງລຽມ, ຮອງປະທານຄະນະກຳມະການປະຊາຊົນເມືອງ ເຈົາດຶກ, ແຂວງ ບ່າເຣ້ຍ - ຫວຸງເຕົາ ແລ້ວ, ປັດຈຸບັນວິສາຫະກິດທີ່ນຳໃຊ້ຜູ້ອອກແຮງງານຫຼາຍຄົນ ໃນບໍລິເວນ ໄດ້ຟື້ນຟູການຜະລິດແລ້ວ ແລະ ບໍ່ມີສະພາບຂາດເຂີນຜູ້ອອກແຮງງານ. ທ່ານກ່າວ ວ່າ:

ວິສາຫະກິດທີ່ນຳໃຊ້ແຮງງານຢູ່ຕ່າງແຂວງນັ້ນ ສ່ວນຫຼາຍແມ່ນມີແຮງງານຄົບພໍສົມຄວນ, ຂາດພຽງແຕ່ 4 5% ເທົ່ານັ້ນ. ໃນຊຸມວັນຈະມາເຖິງ ຈຳນວນແຮງງານດັ່ງກ່າວ (ຢູ່ເກິມໝີ, ດົ່ງນາຍ) ຈະກັບຄືນມາເຮັດວຽກ. ປັດຈຸບັນ ມີ 100% ຈຳນວນວິສາຫະກິດໃນເຂດອຸດສາຫະກຳ ໄດ້ຟື້ນຟູການຜະລິດ ແລະ ກັບຄືນສູ່ສະພາບເປັນປົກກະຕິແລ້ວ.

ຢູ່ແຂວງບັກຢາງ, ມາຮອດປັດຈຸບັນ, ການຟື້ນຟູເສດຖະກິດ - ສັງຄົມຂອງແຂວງ ບັນລຸໄດ້ລະດັບດີພໍສົມຄວນ ແລະ ສູງກ່ວາເມື່ອທຽບໃສ່ກັບໄລຍະກ່ອນເກີດໂລກລະບາດໂຄວິດ - 19. ມາຮອດປັດຈຸບັນ, ວິສາຫະກິດທັງໝົດທີ່ຢູ່ ໃນເຂດອຸດສາຫະກຳ ໄດ້ກັບຄືນສູ່ການເຄື່ອນໄຫວໝົດແລ້ວ. ໃນເຂດອຸດສາຫະກຳ 6 ແຫ່ງ ໄດ້ມີວິສາຫະກິດ 385 ແຫ່ງ ພວມເຄື່ອນໄຫວດ້ວຍແຮງງານ ເກືອບ 192.000 ຄົນ (ເພີ່ມຂຶ້ນ 23 ວິສາຫະກິດ ແລະ ແຮງງານເພີ່ມຂຶ້ນເພີ່ມຂຶ້ນກ່ວາ 41.000 ຄົນ ເມື່ອທຽບໃສ່ກັບໄລຍະກ່ອນເກີດໂລກລະບາດໂຄວິດ - 19.)

ຟ​ື້ນ​ຟູ​ຕະຫຼາດ ແຮງ​ງານ: ປັດ​ໄຈ​ສຳ​ຄັນ ເພື່ອ​ຟື້ນ​ຟູ ເສດ​ຖະ​ກິດ - ảnh 2ທ່ານ ຫວູກວາງແທັງ, ຮອງຜູ້ອຳນວຍການສູນບໍລິການ ຈັດຫາງານ ຮ່າໂນ້ຍ (ພາບ: VOV)

ສ້າງທຸກເງື່ອນໄຂເພື່ອຕ້ອນຮັບຜູ້ອອກແຮງງານ

ເພື່ອຟື້ນຟູລະບົບແຮງງານທີ່ຖືກຂາດວັກຂາດຕອນ, ທ່ານ ຫວູຊວັນຮຸ່ງ, ຫົວໜ້າກົມບຳລຸງສ້າງໃນລະບົບ, ກົມໃຫຍ່ການສຶກສາວິຊາຊີບ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) ໃຫ້ຮູ້ວ່າ ພວມສ້າງ 2 ວິທີການສະໜອງຜ່ານການບຳລຸງສ້າງ, ປະກອບສ່ວນເຂົ້າໃນການຮັບປະກັນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງ ວິສາຫະກິດ ໃນໄລຍະຫຼັງໂລກລະບາດໂຄວິດ - 19. ທ່ານກ່າວວ່າ:

ເພື່ອຊ່ວຍໃຫ້ວິສາຫະກິດມີແຫຼ່ງແຮງງານຢ່າງທັນການນັ້ນ, ກົມໃຫຍ່ການສຶກສາວິຊາຊີບ ຄາດວ່າຈະມີ 2 ວິທີການ. ວິທີການທີໜຶ່ງ ແມ່ນນຳເອົານັກຮຽນ, ນັກສຶກສາໄປຝຶກງານຢູ່ວິສາຫະກິດ. ວິທີການທີ ສອງແມ່ນ ຍູ້ແຮງການຮັບສະໝັກນັກຮຽນ, ຈັດຕັ້ງການບຳລຸງສ້າງ ຢູ່ໃນລະດັບຂອງ ການສຶກສາວິຊາຊີບນັ້ນ. ທັງສອງ ວິທີນີ້ລ້ວນແຕ່ ສາມາດລະດົມນັກຮຽນ, ນັກສຶກສາ ເຂົ້າຮ່ວມ ການເຄື່ອນໄຫວຜະລິດ ດຳເນີນທຸລະກິດ ຂອງວິສາຫະກິດໄດ້ເປັນຈຳນວນຫຼາຍ ຖ້າມີຄວາມຕ້ອງການ. ມັນກໍ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ໂຮງຮຽນ ກັບ ວິສາຫະກິດ, ສ້າງເງື່ອນໄຂເພື່ອໃຫ້ ນັກຮຽນ, ນັກສຶກສາຂອງ ມະຫາວິທະຍາໄລແຫ່ງຕ່າງໆເຂົ້າຮ່ວມການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ເໝາະສົມກັບຂໍ້ກຳນົດ ກ່ຽວກັບການຈັດຕັ້ງບຳລຸງສ້າງ.

ໃນຂະນະນັ້ນ, ທ່ານ ຫວູກວາງແທັງ, ຮອງຜູ້ອຳນວຍການສູນບໍລິການ ຈັດຫາງານ ຮ່າໂນ້ຍ ໃຫ້ຮູ້ວ່າ: ດ້ວຍເງື່ອນໄຂຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ, ຫົວໜ່ວຍຈະຈັດຕັ້ງການພົບປະລະຫວ່າງ ຜູ້ໃຊ້ແຮງງານ ກັບຜູ້ອອກແຮງງານ ໂດຍກົງ, ເພື່ອສ້າງປະສິດທິຜົນໃນການເຊື່ອມຕໍ່ລະຫວ່າງ ວິສາຫະກິດ ກັບ ຜູ້ອອກແຮງງານ. ທ່ານກ່າວວ່າ:

ອາດຈະແມ່ນທ້າຍເດືອນຕຸລາ ແລະ ເດືອນພະຈິກ, ເມື່ອໂລກລະບາດສືບຕໍ່ໄດ້ຮັບການຄວບຄຸມ, ພວກຂ້າພະເຈົ້າຈະສະເໜີໃຫ້ຈັດຕັ້ງ ວາລະປຶກສາຫາລືຫົວເລື່ອງສະເພາະ ທີ່ຕິດພັນກັບບາງຂົງເຂດ, ຂະແໜງອາຊີບ ທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດ, ນັບທັງກຸ່ມຜູ້ອອກແຮງງານນອກລະບົບ. ໄປຄຽງຄູ່ກັນນັ້ນ, ພ້ອມກັບບາງທ້ອງຖິ່ນ ແລະ ນະຄອນ ຈະຈັດຕັ້ງການພົບປະແລກປ່ຽນ ລະຫວ່າງ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ເຄື່ອນທີ່ ຢູ່ແຕ່ລະບໍລິເວນ ຕາມເຂດຕ່າງໆ, ເພື່ອ ໜູນຊ່ວຍສ່ວນໃດສ່ວນໜຶ່ງໃຫ້ແກ່ວິສາຫະກິດ ແລະ ຜູ້ອອກແຮງງານໃຫ້ດີທີ່ສຸດ, ພິເສດແມ່ນການຟື້ນຟູພາຍຫຼັງການແຍກຫ່າງທາງສັງຄົມ ເພື່ອພັດທະນາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ.

ພາຍຫຼັງກະແສຜູ້ອອກແຮງງານກັບເມືອບ້ານເກີດເມືອງນອນ, ປັດຈຸບັນ, ມີຜູ້ອອກແຮງງານຫຼາຍຄົນ ໄດ້ເລີ່ມກັບມາເຮັດວຽກຄືນໃໝ່. ໃນໄລຍະຈະມາເຖິງ, ດ້ວຍເລື່ອງ ລັດຖະບານສືບຕໍ່ ຍູ້ແຮງການສັກວັກຊິນ, ຮັບປະກັນການໜູນຊ່ວຍສັງຄົມ, ສ້າງເງື່ອນໄຂສະດວກນັ້ນ ແນ່ນອນວ່າ ຈຳນວນຜູ້ອອກແຮງງານຈະກັບຄືນມາເຮັດວຽກແມ່ນ ຫຼາຍກ່ວາ, ສ້າງຄວາມສະດວກໃຫ້ແກ່ການຟື້ນຟູຂອງ ພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ