ມີກາລະໂອກາດຫລາຍຢ່າງເພື່ອຊຸກຍູ້ການຮ່ວມມືປ້ອງກັນຄວາມສະຫງົບຢູ່ທະເລ


(vovworld)- ມະ​ຫາ​ສະ​ໝຸດກວມ​ເອົາ​ປະ​ມານ 2/3 ເນື້ອ​ທີ່​ຂອງ​ຫນ່ວຍ​ໂລກ ແລະ ແມ່ນ​ແຫ່ງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ບັນ​ດາ​ປະ​ເທດ. ສະ​ນັນ ການ​ຮ່ວມ​ມື​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ມີ​ຄວາມ​ເຂົ້າ​ໃຈ ແລະ ການ​ແບ່ງ​ປັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ການ​ນຳ​ໃຊ້​ທະ​ເລ, ຂຸດ​ຄົ້ນ​ແຫລ່ງ​ປະ​ໂຫຍດ​ຈາກ​ທະ​ເລ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ. ຍູ້​ແຮງ​ການ​ຮ່ວມ​ມື​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ, ສ້າງ​ສະ​ພາບ​ແວດ​ລ້ອມ​ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ​ແມ່ນ​ຜົນ​ປະ​ໂຫຍດ ແລະ ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງ​ແຕ່​ລະ​ປະ​ເທດ​ເຂດແຄມ​ທະ​ເລ​ກໍ​ຄື​ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ. ​ແລະ​ຊຸມມື້​ຜ່ານ​ມາ​ໄດ້ມີ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ຫລາຍ​ຢ່າງ​ໄດ້​ປະ​ກົດ​ອອກ​ໃນ​ຂົງ​ເຂດນີ້.

ມີກາລະໂອກາດຫລາຍຢ່າງເພື່ອຊຸກຍູ້ການຮ່ວມມືປ້ອງກັນຄວາມສະຫງົບຢູ່ທະເລ - ảnh 1
ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ "ການ​ພັດ​ທະ​ນາ
​ແລະຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ"

        ໃນ​ສະ​ພາ​ວະ​ສະ​ພາບ​ການ​ສາ​ກົນ​ພວມ​ມີ​ການ​ເພີ່ມ​ຂຶ້ນ​ຂອງ​ກາ​ນ​ແກ່ງ​ແຍ້ງ​ຍຸດ​ທະ​ສາດ​ຂອງ​ຫລາຍ​ປະ​ເທດ, ທະ​ເລ​ພວມ​ກາຍ​ເປັນ​ສະ​ພາບ​ແວດ​ລ້ອມ​ມີ​ການ​ຊ່ວງ​ເສັງ​ເພື່ອ​ຍາດ​ທ່າ​ໄດ້​ປ​ຽບ. ຕໍ່​ຫນ້າ​ຄວາມ​ຈິງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ທະ​ເລ​ຮ​ົວ​ຕຸງ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ຍາມ​ໃດ​ກໍ​ເກີດການ​ຜັນ​ແປຢ່າງ​ເຄັ່ງ​ຕຶງ, ເປັນ​ຕົ້ນ​ແມ່ນ​ການ​ຖົມ​ດິນ, ບູ​ລະ​ນະ ແລະ ກໍ່​ສ້າງ​ບັນ​ດາ​ຫາດດອນ​ຫິນ​ຂະ​ຫນາດ​ໃຫຍ່, ນຳ​ໃຊ້​ກຳ​ລັງ​ທະ​ຫານ​ຢູ່​ບັນ​ດາ​ເກາະ​ທຽມ ແລະ ມີ​ບັນ​ດາ​ການ​ກະ​ທຳ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ ໂດຍບໍ່​ອີງ​ໃສ່​ກົດ​ໝາຍ​ສາ​ກົນ, ເລື່ອງ​ຊອກ​ຫາ​ກົນ​ໄກ​ຮ່ວມ​ມື​ຢ່າງວ່ອງ​ໄວ​ເພື່ອ​ຫລຸດ​ຜ່ອນ​ການ​ປະ​ທະ​ກັນ, ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແມ່ນ​ຄວາ​ມ​ຈຳ​ເປັນ​ຢ່າງ​ແນ່ນອນ.

        ຄວ​າມ​ໝັ້ນ​ຄົງ​ຢູ່ທະ​ເລ: ຄວາມ​ເອົາ​ໃຈ​ໃສ່​ລວມ​ຕົ້ນ​ຕໍ

        ມີ​ຜູ້​ແທນກວ່າ 180 ຄົນ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ ອາ​ຊີ ແລະ ເອີ​ລົບ ໄດ້​ພ້ອມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຳ​ມະ​ນາ “ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ທະ​ເລ: ການ​ຮ່ວມ​ມື​ສາ​ກົນ ແລະ ແບ່ງ​ປັນ​ບົດ​ຮຽນ​ ຈາກ​ອາ​ຊີ - ເອີ​ລົບ” ໄດ້​ດຳ​ເນີນ​ໄປ​ຢູ່ ນະ​ຄອນ ຫ້າ​ລອງ ຂຶ້ນ​ກັບ​ແຂວງ ກວ໋າງ​ນີງ ຂອງ​ຫວຽດ​ນາມ​ໃນ​ອາ​ທິດ​ຜ່ານ​ມາ ໄດ້​ຊີ້​ໃຫ້​ເຫັນ​ລະ​ດັບ​​ຄວາມສົນ​ໃຈ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ບັນ​ດາ​ປະ​ເທດ​ພາຍ​ໃນ ແລະ ນອກ​ພາກ​ພື້ນ ຕໍ່​ຫນ້າ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຮີບ​ດ່ວນ ຄວນ​ມີ​ສະ​ພາບ​ແວດ​ລ້ອມ​ທະ​ເລ​ຢ່າງ​ໝັ້ນ​ຄົງ, ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ.

        ໃນ 2 ມື້​ດຳ​ເນີນກອງ​ປະ​ຊຸມສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ມາ​ຈາກ​ຫລາຍ​ປະ​ເທດ ອາ​ຊີ ແລະ ເອີ​ລົບ ໄດ້​ປຶກ​ສາ​ຫາ​ລື​ຫລາຍ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລມີ​ມາ ແລະ ບໍ່​ເຄີຍ​ມີ​ມາ​ກ່ອນ, ຢັ້ງ​ຢືນ​ການ​ຮ່ວມ​ມື​ແມ່ນ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ເດັດ​ຂາດ, ພິ​ເສດ​ໃນ​ສະ​ພາບ​ການ​ສາ​ກົນ​ພວມ​ເພີ່ມ​ຂຶ້ນ​ການ​ແກ່ງ​ແຍ້ງ​ຍຸດ​ທະ​ສາດ​ຂອງ​ຫລາຍ​ປະ​ເທດ. ບໍ່​ມີ​ປະ​ເທດ​ໃດ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງພັດ ຢືນ​ຢູ່ນອກ​ບັນ​ດາ​ຄວ​າມ​ມາ​ນະ​ພະ​ຍາ​ຍາມ​ລວມນັ້ນ, ຫລື​ໄປ​ຝືນ​ກັບ​ຄວ​າມ​ເປັນ​ລະ​ບ​ຽບ​ຮຽບ​ຮ້ອຍ​ສາ​ກົນ​ທີ່​ໄດ້​ຮັບ​ການ​ກຳ​ນົດ. ດ​ຣ ດັ້ງ​ດີງ​ກູຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ:

        “ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ນັບ​ມື້​ນັບ​ມີ​ຄວາມ​ສຳ​ຄັນ ແລະ ຈຳ​ເປັນ​ທີ່​ສຸດ. ໃນ​ຂະ​ນະ​​ທີ່ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ນັບ​ມື້​ນັບ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດນັ້ນ, ຄວາມ​ສ່ຽງ​ເກີດ​ການ​ປະ​ທະ​ກັນ, ຈາກ​ບັນ​ດາ​ຈຸດ​ຮ້ອນ​ເຮັ່ງ​ຊ້ອນ​ແຝງ​ຢູ່​ບໍ​ລິ​ເວນ​ທະ​ເລ​ນັບ​ມື້​ນັບ​ໃຫຍ່ກວ່າ, ນາບ​ຂູ່​ເຖິງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ບັນ​ຫາ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ ແລະ ບໍ​ລິ​ເວນ​ທະ​ເລ​ປະ​ຈຸ​ບັນ.”

        ທີ່ກອງ​ປະ​ຊຸມ​ສຳ​ມະ​ນາຄັ້ງນີ້, ຄຳ​ເຫັນ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ, ສາດ​ສະ​ດາ​ຈານ​ຊັ້ນ​ນຳ​ຂອງ​ສອງ​ທະ​ວີບ ລ້ວນ​ແຕ່​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື, ການ​ແບ່ງ​ປັນ​ຂໍ້​ມ​ູນ​ຂ່າວສານ ແລະ ບົດ​ຮຽນ. ຄຳ​ເຫັນ​ຂອງ​ຫລາຍ​ທ່ານ​ຖື​ວ່າ ບັນ​ດາ​ປະ​ເທດ ອາ​ຊີ​ ອາດ​ຈະ​ຖອດ​ຖອນ​ໄດ້​ບົດ​ຮຽນ​ກ່ຽວ​ກັບ​ກົນ​ໄກ​ຄວາມ​ໝັ້ນ​ຄົງ​ລວມ​ໝູ່​ພວ​ມ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່ ເອີ​ລົບ. ການ​ສະ​ສົມ, ແບ່ງ​ປັນ​ບົດ​ຮຽນ, ຂໍ້​ມ​ູນ ແມ່ນ​ວິ​ທີ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ ເພື່ອ​ຕ້ານ​ຄືນ​ບັນ​ດາ​ການ​ກະ​ທຳ​ກໍ່​ຜົນ​ສະ​ທ້ອນ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນ​ດາ​ຜູ້​ໄປ​ມາ​ບົນ​ທ​ະ​ເລ. ຄຽງ​ຄູ່​ກັນ​ນັ້ນ, ມີ​ຫລາຍຄຳ​​ເຫັນກໍ​ຖື​ວ່າ ອາ​ຊຽນ ພວມ​ປະ​ເຊີນ​ຫນ້າ​ກັບ​ຫລາຍ​ບັນ​ຫາ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ຄື: ກໍ່​ການ​ຮ້າຍ, ຈົນ​ສະຫ​ລັດ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ໃຊ້​ຄວາມ​ຮຸນ​ແຮງ​ອື່ນ. ສະ​ນັ້ນ ເລື່ອງ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ​ສ້າງ​ລະ​ບົບ​ຂໍ້​ມູນ​ຂ່າວ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ໃຫ້​ແກ່​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ຂອງ​ບັນ​ດາ​ເສັ້ນ​ທາງ​ໄປ​ມາ​ຂອງ​ບັນ​ດາ​ເຮືອ​ກຳ​ປັ່ນ​ການ​ຄ້າ​ຢູ່​ທະ​ເລ. ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ການ​ຫາ​ປາ​ຢ່າງ​ຜິດ​ກົດ​ໝາຍ, ມີ​ຄຳ​ເຫັນ​ຂອງ​ຜູ້​ຊ່ຽວ​ຊານ​ຫລາຍ​ທ່ານ​ຖື​ວ່າ ນີ້​ແມ່ນ​ບັນ​ຫາ​ໃຫຍ່, ນາບ​ຂູ່​ເຖິງ​ຄວາມ​ໝັ້ນ​ຄົງ​ບົນ​ທະ​ເລ ຢູ່ ອາ​ຊີ ໃນ​ປະ​ຈຸ​ບັນ. ສາຍ​ເຫດ​ຕົ້ນ​ຕໍ​ພາ​ໄປ​ເຖິງ​ສະ​ພາບ​ການນີ້ ນັ້ນ​ແມ່ນ​ຍ້ອນ​ຄວາມ​ຂັດ​ແຍ້ງ​ກັນ​ກ່ຽວ​ກັບ​ການ​ທວງ​ເອົາ​ອະ​ທິ​ປະ​ໄຕ​ໃນ​ໄລ​ຍະ​ຍາວ​​ພາ​ໄປ​ເຖິງ​ຄວາມ​ຈິງ​ທີ່​ວ່າ ມີ​ປະ​ເທດ​ຈຳ​ນວນ​ຫນຶ່ງ​ນຳ​ໃຊ້​ການ​ເຄື່ອນ​ໄຫວ​ຫາ​ປາ​ເພື່ອປັບ​ປຸງ​ການ​ທວງ​ເອົາ​ອະ​ທິ​ປະ​ໄຕ​ຂອງ​ຕົນ. ເພື່ອ​ແກ້​ໄຂ​ສະ​ພາບ​ການດັ່ງ​ກ່າວ ຄວນ​ມີ​ກົນ​ໄກ​ຮ່ວມ​ມື​ຫລາຍ​ຝ່າຍ​ຢ່າງກວ້າງ​ຂວາງກວ່າ​ອີກ ພ້ອມ​ກັບ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ສູງ ຈຶ່ງ​ສາ​ມາດ​ສ້າງ​ການ​ຫັນ​ປ່ຽນ​ໃນ​ບັນ​ຫານີ້​ໄດ້. ດ​ຣ Felix Heiduk, ຜູ້​ຊ່ຽວ​ຊານ​ສະ​ຖາ​ບັນ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງສາ​ກົນ ​ຂອງ ເຢຍ​ລະ​ມັນ ຖື​ວ່າ:

        “ຂ້າ​ພະ​ເຈົ້າ​​ຖື​ວ່າ ເພື່ອ​ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ແມ່ນບໍ່​ມ​ີ​ຂອບ​ເຂດ, ພວກ​ເຮົາ​ຄວນ​ຊອກ​ຂອບ​ເຂດ​ໃຫມ່​ໃຫ້​ແກ່​ການ​ປະ​ທະ​ກັນ, ​ຫລົບ​ຫລີກການ​ແກ່ງ​ແຍ້ງ, ບັນ​ດາ​ການ​ທວງ​ເອົາ​ອະ​ທ​ິ​ປະ​ໄຕ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ມື​ຜ່ານ​ການ​ຊອກ​ຫາ​ບັນ​ດາ​ຂົງ​ເຂດ​ແທນ​ທີ່.”

       ຍູ້​ແຮງ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ທູດ​ເພື່ອ​ປ້ອງ​ກັນ​

        ບັນ​ຫາ​ຫລຸດ​ຜ່ອນ​ການ​ປະ​ທະ​ກັນ, ການ​ຮ່ວມ​ມື ຢູ່ ທະ​ເລ​ຕາ​ເວັນ​ອອກ ອີກ​ຄັ້ງ​ຫນຶ່ງ​ກໍ​ແມ່ນ​ຫົວ​ຂໍ້​ຕົ້ນ​ຕໍ​ທີ່ກອງ​ປະ​ຊຸມ​ພິ​ເສດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ຈີນ ຊື່ງ​ຫາ​ກໍ​ດຳ​ເນີ​ນ​ໄປ​ໃນ​ວັນ​ທີ 14/6 ຢູ່ ແຂວງ ຢູ​ນ​ຫນານ​ປະ​ເທດ​ຈີນ. ບັນ​ດາ​ຝ່າຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ສູງ ເພື່ອ​ຮັບ​ປະ​ກັນ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ ຢູ່​ທະ​ເລ​ຕາ​ເວັນ​ອອກ. ສອງ​ຝ່າຍ​ໄດ້​ເຫັນ​ດີ ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ທູດ​ເພື່ອ​ປ້ອງ​ກັນ, ເຄົາ​ລົບ​ບັນ​ດາ​ຫລັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ, ເປັນ​ຕົ້ນ​ແມ່ນ​ເຄົາ​ລົບ​ບັນ​ດາ​ວິ​ວັດ​ການ​ດ້ານ​ນິ​ຕິ​ກຳ ແລະ ການ​ທູດ, ແກ້​ໄຂ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ.

        ອາດ​ຈະ​ເຫັນ​ວ່າ ​ບໍ່​ວ່າ​ໃນການ​ພົວ​ພັນ​ຮ່ວມ​ມື​ໃດ​ ຫລື ຢູ່​ເຂດ​ທະ​ເລ​ໃດ, ການ​ຮັບ​ປະ​ກັນ​ການປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ ຍາມ​ໃດ​ກໍ​ແມ່ນ​ປັດ​ໄຈ​ຫລັກ​ແຫລ່ງ​ແກ່ນ​ສານ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ບັນ​ດາ​ປະ​ເທດ​​ເຂດແຄມ​ທະ​ເລ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ທ​ີ່​ມີ​ສ່ວນ​ກ່ຽວ​ຂ້ອງ ພວມ​ຢື​ນ​ຢູ່​ຕໍ່​ຫນ້​າ​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ທະ​ເລ.

ຕອບກັບ

ຂ່າວ/ບົດ​ອື່ນ