ມຸ່ງໄປສູ່ ພື້ນຖານເສດຖະກິດພັດທະນາໄວ ແລະ ຍືນຍົງ

   (vovworld)- ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ຫາ​ກໍ​ເຊັນ​ປະກາດໃຊ້ໂຄງການດຳເນີນງານຂອງລັດຖະບານເພື່ອໃຫ້ ພື້ນຖານເສດຖະກິດ​ພັດທະນາ​​ໄວ ​ແລະ ​ຍືນ​ຍົງ ຂະນະ​ທີ່​ຫວຽດນາມ​ໄດ້​ເຂົ້າ​ເປັນ​ສະມາ​ຊິກອົງການ​ການ​ຄ້າ​ໂລກ WTO . ໂຄງການດຳເນີນງານຂອງລັດຖະບານ​ໄດ້​ຫັນ​ບັນ​ດາ​ບາດກ້າວ​ປະຕິບັດ​ງານ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ເປັນ​ລະອຽດ​ເພື່ອ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສາ​ຫາ​ກິດປົວ​ແປງ​ຄວາມ​ສາມາດ​ແກ່ງ​ແຍ້​ງ ຂອງພື້ນຖານເສດຖະກິດ, ສ້າງ​ປະຖົມ​ປັດ​ໄຈ​ຢ່າງ​ໝັ້ນຄົງ​ໜັກ​ແໜ້ນ​ເພື່ອ​ໃຫ້​ຫວຽດນາມ​ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ​ໃນ​ໄລຍະ​ຕໍ່​ໄປ.

ມຸ່ງໄປສູ່ ພື້ນຖານເສດຖະກິດພັດທະນາໄວ ແລະ ຍືນຍົງ - ảnh 1
(ພາບປະກອບ)


    ໂຄງການດຳເນີນງານຂອງລັດຖະບານ​ໄດ້​ວາງ​ອອກ​ໜ້າ​ທີ່​ຕົ້ນຕໍ 9 ປະການ, ​ໃນ​ນັ້ນ​ມີ​ການ​ສ້າງ​ລະບົບ​ກົດໝາຍ ​ແລະ ລະບອບ​ເສດຖະກິດ​ໃຫ້​ສົມບູນ​ແບບ; ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ແຫ່ງ​ຊາດ, ວິ​ສາ​ຫະກິດ ​ແລະ ຜະລິດ​ຕະພັນ, ຫັນ​ກະ​ສີ​ກຳ​ເປັນ​ທັນ​ສະ​ໄໝ ​ແລະ ພັດທະນາ​ຊົນນະບົດ; ປັບປຸງ, ​ເພີ່​ມທະວີ​ກົນ​ໄກ​ສົມທົບ, ຕິດຕາມ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ.

    ສ້າງ​ລະບົບ​ກົດໝາຍ ​ແລະ ລະບອບ​ເສດຖະກິດ​ໃຫ້​ສົມບູນ​ແບບ

 ​ເພື່ອສ້າງ​ລະບອບ​ເສດຖະກິດ​ໃຫ້​ສົມບູນ​ແບບ, ​ນາຍົກລັດຖະມົນຕີຫວຽດນາມ​ໄດ້​ສະ​ເໜີ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ບັນດາ​ກະຊວງ, ອົງການ​ສຳນັກງານ​ທຽບ​ເທົ່າ​ກະຊວງ, ອົງການ​ສຳນັກງານສັງກັດ​ລັດຖະບານຈົ່ງ​ກວດກາ​ນະ​ໂຍບາຍ​ການ​ຄ້າ​ຂອງ​ຫວຽດນາມ​ໃນ​ຂອບ​ເຂດ WTO, ນຳສະ​ເໜີວິທີ​ການ​ກ່ຽວ​ກັບ​ການ​ປັບປຸງ​ກົດໝາຍ​ເພື່ອ​ປະຕິບັດ​ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດຂ້າມ​ປາຊີ​ຟິກ, ສ້າງ ​ແລະ ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ​ເຖິງ​ປີ 2020. ຫວຽດນາມ ກໍ​ສ້າງ ​ແລະ ຜັນ​ຂະຫຍາຍ​ໂຄງການດຳເນີນງານປະຕິບັດ​ຍຸດ​ທະ​ສາດ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ FTA ​ເຖິງ​ປີ 2020 ກໍ​ຄື​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ. ການ​ເຈລະ​ຈາ, ​ເຊັນ​ບັນດາ​ສັນຍາ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ ກໍ​ຖື​ລັດຖະບາ​ນວາງ​ອອກ.  ຕີ​ລາຄາ​ກ່ຽວ​ກັບ​ແງ​່ຫວັງ​ແຫ່ງການ​ເຈລະ​ຈາ​ດ້ານ​ການ​ຄ້າ​ໃນ​ສະພາບການ​ປະຈຸ​ບັນ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຫວຽດນາມ ວູ້ຮີ​ຮ່ວາງ ​ໃຫ້​ຮູ້​ວ່າ :
“  ປະຈຸ​ບັນ, ຫວຽດນາມ​ພວມ​ມີ​ເງື່ອນ​ໄຂ​ສະດວກ​ຫຼາຍ​ຢ່າງ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ບັນດາ​ຄູ່​ຮ່ວມ​ມື​ໃຫຍ່​ຕ່າງ​ກໍ​ມີ​ຄວາມ​ສົນ​ໃຈ​​ເຖິງ​ຫວຽດນາມ. ມີ​ຫຼາຍ​ກຸ່ມ​ເສດຖະກິດ, ນັບ​ທັງ​ສະຫະ​ພາບ​ເອີ​ລົບ, ບັນດາ​ປະ​ເທດ​ອາຊີ​ປາ​ຊີຟິກລ້ວນ​ແຕ່​ຫວັງ​ຢາກ​ເຈລະຈາ ​ແລະ ຕົກລົງ​ກັນ​ກ່ຽວ​ກັບ​ບັນດາ​ສັນຍາ​ຮ່ວມ​ເສດຖະກິດ​ກັບ​ຫວຽດນາມ. ຫວຽດນາມ​ພວມ​ມີ​ແຜນ​ນະ​ໂຍບາຍ​ຍູ້​ແຮງ​ການ​ເຈລະຈາ​ນີ້. ພວກ​ເຮົາ​ໄດ້​ເຊັນ ສັນຍາ​ການ​ຄ້າ​ເສລີ FTA 8 ສະບັບ ​ແລະ ພ້ອມ​ກັນ​ນັ້ນ ກໍ​ພວມ​ເຈ​ລະ​ຈາ​ເພື່ອ​ເຊັນ​ສັນຍາ​ອີກ 6 ສະບັບ. ດ້ວຍ​ການ​ເຈລະຈາ ​ແລະ ອາດ​ຈະ​ສຳ​ເລັດ​ການ​ເຊັນ​ສັນຍາ 6 ສະບັບ​ນີ້, ​ໃນ​ຂັ້ນ​ພື້ນຖານ ສຳລັບ​ບັນດາ​ຄູ່​ຮ່ວມ​ມື​ເສດຖະກິດ​ທີ່​ສຳຄັນ​ກວ່າ​ໝູ່, ຫວຽດນາມ​ລ້ວນ​ແຕ່​ມີສັນຍາ​ການ​ຄ້າ​ເສລີ ​ແລະ ຜ່ານ​ນັ້ນ,ຈະ​ປະກອບສ່ວນ​ສ້າງ​ຄວາມ​ສະດວກ​ຕື່ມ​ອີກ​ເພື່ອ​ໃຫ້​ສິນຄ້າ​ຫວຽດນາມ​ສາມາດ​ແຊກ​ຊຶມ​ເຂົ້າ​ບັນດາ​ຕະຫຼາດ​ນີ້​ໄດ​້”

    ກ່ຽວ​ກັບ​ການ ສ້າງ​ລະບົບ​ກົດໝາຍໃຫ້​ສົມບູນ​ແບບ, ນາຍົກລັດຖະມົນຕີ ຫວຽດນາມ​ໄດ້​ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ຍູ້​ແຮງ​ການ​ຫັນ​ລະບຽບ​ການ​ບໍລິຫານ​ເກືອບ 260 ຢ່າງ​ເປັນ​ງ່າຍ​ດາຍ; ສຳ​ເລັດ​ການ​ປັບປຸງ​ຮ່າງ​ກົດໝາຍ​ຫຼາຍ​ສະບັບ, ​ໃນ​ນັ້ນ​ມີ​ກົດ​ໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.... ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ເດັດດຽວລົບ​ລ້າງ​ບັນດາ​ເອກະສານ​ກຳນົດ​ແບບ​ຊ້ອນ​ກັນ, ພ້ອມ​ກັນ​ນັ້ນ ​ແມ່ນ​ປະກາດ​ໃຊ້​ບັນດາ​ເອກະສານ​ໃໝ່, ຈະ​ແຈ້ງ, ລະອຽດ, ຮັບປະກັນ​ລັກ​ສະ​ນະ​ຄົບ​ຊຸດ, ອາດ​ສາມາດ​ປະຕິບັດ​ໄດ້, ສອດຄ່ອງ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ ​ແລະ ສະພາບ​ຕົວ​ຈິງ.

    ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ແຫ່ງ​ຊາດ

         ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ສຳຄັນ​ໃນ ໂຄງການດຳເນີນງານຂອງ ລັດຖະບານ. ​ເພື່ອ​ປະຕິບັດ​ຈຸດໝາຍ​ນີ້, ​ແຕ່ລະ​ປີ,ກະຊວງ​ແຜນ​ການ ​ແລະ ການ​ລົງທຶນ​ຫວຽດນາມ​ຕ້ອງ​ລາຍ​ງານ​ລັດຖະບານ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ສັງ​ລວ​ມ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໄລຍະ 2013-2020. ບັນດາກະຊວງ, ຂະແໜງການທີ່ ກ່ຽວຂ້ອງຕ້ອງສ້າງແຜນຮ່າງຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ແຫ່ງ​ຊາດ, ຜັນຂະຫຍາຍໂຄງການດຳເນີນງານປະຕິບັດຍຸດທະສາດນຳເຂົ້າ, ສົ່ງອອກສິນຄ້າ ໄລຍະ 2011-2020, ກຳນົດທິດເຖິງປີ 2030. ແຕ່ລະປີ, ກະຊວງການຄ້າ ແລະ ອຸດສາຫະກຳຕ້ອງລາຍງານຕໍ່ລັດຖະບານ ກ່ຽວກັບການ ຜັນຂະຫຍາຍ​ແຜນ​ຮ່າງ​ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ໜູນ​ຊ່ວຍ, ຄຽງ​ຄູ່​ກັນ​ນັ້ນ, ຄວນ​ສ້າງ​ແຜນການຍຸດທະສາດພັດທະນາບັນດາຜະລິດຕະພັນອຸດສາຫະກຳຢ່າງລະອຽດຕິດພັນກັບ ຍຸດ​ທະ​ສາດ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ ​ແນ​ໃສ່​ຍູ້​ແຮງ​ການ​ເຄື່ອນ​ໄຫວນຳເຂົ້າ, ສົ່ງອອກສິນຄ້າ​ໃຫ້​ມີ​ລວງ​ເລິກ, ບັນລຸ​ປະສິດທິ​ຜົນ ​ແລະ ຍືນ​ຍົງ; ພ້ອມ​ກັນ​ນັ້ນ, ກໍ​ນຳ​ໃຊ້​ບັນດາ​ຂໍ້​ກຳນົດ​ສາກົນ​ກ່ຽວ​ກັບ​ການ​ແນະນຳ​ດ້ານ​ພູມ​ສາດ, ຕົ້ນ​ກຳ​ເນີ​ດ, ຈົດ​ທະບຽນ​ລິ​ຂະ​ສິດ, ​ເຄຶ່ອງໝາຍ​ການ​ຄ້າ​ເພື່ອ​ປົກ​ປ້ອງ​ວິ​ສາ​ຫະກິດ ​ແລະ ຜະລິດ​ຕະພັນ​ຂອງ​ຫວຽດນາມ​ໃນ​ການ​ຄ້າ​ສາກົນ.  

 ຫັນ​ກະ​ສີ​ກຳ​ເປັນ​ທັນ​ສະ​ໄໝ ​ແລະ ພັດທະນາ​ຊົນນະບົດ

   ຕາມໂຄງການດຳເນີນງານຂອງລັດຖະບານ, ​ໃນ​ໄລຍະ​ທີ່​ຈະ​ເຖິງ, ຫວຽດນາມ​ຈະ​ສ້າງ​ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​​ເສດ​ຖະກິດສາກົນສຳລັບຂະ​ແໜງ​ກະ​ສີ​ກຳ​ ​ແລະ ພັດທະນາ​ຊົນນະບົດ, ​ແຜນ​ຮ່າງ​ຍົກ​ສູງ​ມູນ​ຄ່າ​ເພີ່ມຂອງຜະລິດ​ຕະພັນ​ກະ​ສີ​ກຳ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຫວຽດນາມ; ສ້າງ​ນະ​ໂຍບາຍ, ວິທີ​ການ​ແກ້​ໄຂ​ໃຫ້​ສົມບູນ​ແບບ ​ແລະ ລະອຽດ​ເພື່ອ​ພັດທະ​ນາ​ບັນດາ​ຮູບ​ແບບ​ເສດຖະກິດ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສີ​ກຳ. ​ເມື່ອ​ເຕື້ອງ​ເຖິງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ນະ​ໂຍບາຍ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະ​ສີ​ກຳ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ທ່ານ​ລັດຖະມົນຕີ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນ​ບົດ​ຫວຽດນາມ​ກາວ​ດຶກ​ຟາດໃຫ້​ຮູ້​ວ່າ :
“ ​ໃນ​ເກືອບ 1 ປີ​ທີ່​ຜ່ານ​ມາ, ທາງ​ກະຊວງ​ໄດ້​ສ້າງ​ແຜນ​ການ​ປະຕິບັດ​ງານ ​ແລະ ຊີ້​ນຳ​ການ​ສ້າງ​ 12 ແຜນ​ຮ່າງລົງ​ເລ​ິກຂະ​ແໜງ​ເພື່ອ​​ຫັນ​​ແຜນ​ນະ​ໂຍບາຍ​ໄປ​ສູ່​ແຕ່ລະ​ຂົງ​ເຂດ​ໂດຍລະອຽດ, ​ເພື່ອ​ແນະນຳ​ໃຫ້​ບັນດາ​ທ້ອງ​ຖິ່ນ​ປະຕິບັດ, ​ເລືອກ​ເຟັ້ນ, ຜັນ​ຂະຫຍາຍ​ບັນດາ​ວິທີ​ການ​ແກ້​ໄຂ​​ແບບ​ບຸລິມະສິດ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ນະ​ໂຍບາຍ​ພັດທະນາ​ສິນ​ໃນ​ນ້ຳ, ໜູນ​ຊ່ວຍ​ຊາວ​ປະມົງ ​ແລະ ນະ​ໂຍບາຍ​ນຳ​ໃຊ້​ດິນ​ປູກ​ເຂົ້າ​ທີ່​ອຳ​ນວຍຄວາມ​ສະດວກ​ກວ່າ​ເກົ່າ”

    ການ​ປະກາດ​ໃຊ້ ​ແລະ ຜັນ​ຂະຫຍາຍໂຄງການດຳເນີນງານຂອງລັດຖະບານ ​ເພື່ອ​ໃຫ້ພື້ນຖານ ເສດຖະກິດ​ພັດທະນາ​​ໄວ ​ແລະ ​ຍືນ​ຍົງ ຈະ​ປະກອບສ່ວນ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃຫຍ່​ຊຶ່ງ​ໄດ້​ວາງ​ອອກ​ຢູ່​ທີ່​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 10, ສ້າງປະຖົມ​ປັດ​ໄຈຢ່າງ​ໝັ້ນຄົງ​ໜັກ​ແໜ້ນ​ເພື່ອ​ໃຫ້​ຫວຽດນາມ​ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ​ໃນ​ໄລຍະ​ຕໍ່​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ