ມຸ່ງໄປສູ່ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ

ມຸ່ງໄປສູ່ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ - ảnh 1
ທ່ານ ​ໂດ້​ແມ້ງ​ຮຸ່ງ ຮອງ​ຫົວໜ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງສະພາ ແຫ່ງຊາດຫວຽດນາມ, ຮອງ​ຫົວໜ້າຄະນະຕິດຕາມ​ກວດກາ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງສະພາແຫ່ງຊາດ
(ພາບ: nguoidaibieu)

   ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ໃນຕົ້ນເດືອນ 5 , ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະ ພິຈາລະ​ນາ​ບົດ​ລາຍ​ງານ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍກົດໝາຍ​ກ່ຽວ​ກັບການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2005 – 2012, ຕໍ່​ຈາກ​ນັ້ນ​ບົດ​ລາຍ​ງານ​ຈະ​ຖືກ​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອທີ 7. ບົດ​ລາຍ​ງານ​ໄດ້​ຮັບ​ຮູ້​ບັນດາ​ໝາກຜົນ​ທີ່​ບັນລຸ​ມາ​ໄດ້​ໃນ​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​, ພ້ອມ​ກັນ​ນັ້ນ ກໍ​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ແນະ​ເພື່ອ​ຍູ້​ແຮງ​ໜ້າ​ທີ່​ອັນ​ສຳຄັນ​ນີ້​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ເພື່ອ​ມຸ່ງ​ໄປ​ສູ່​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​​ແບບ​ຍືນ​ຍົງ.

    ​ໃນ​ໄລຍະ 2005-2012, ການ​ລົບ​ລ້າງຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ສືບ​ຕໍ່​ແມ່ນ​ໜ້າທີ່​ໃຈກາງ​ຂອງ​ຫວຽດນາມ. ວຽກ​ງານ​ນີ້​ໄດ້​ຮັບ​ການ​ຍູ້​ແຮງ​ໃນ​ຫຼາຍ​ຂົງ​ເຂດ ​ແລະ ​ໄດ້​ປຸກລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ທ່ົ່ວສັງຄົມ.

   ວຽກ​ງານລົບ​ລ້າງຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຢ່າງຮອບດ້ານ.

 ກ່ຽວ​ກັບນະ​ໂຍບາຍ​ໃນ​ໄລຍະ 2005-2012, ມີ​ມະຕິ 10 ສະບັບ​ຂອງ​ສະພາ​ແຫ່ງ​ຊາດ​ທີ່​ກ່ຽວຂ້ອງ​ເຖິງ​ຄາດໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​; ກົດໝາຍ​ກ່ວາ 20 ສະບັບມີ​ເນື້ອ​ໃນ​ໂດຍ​ກົງ ​ແລະ ​ໂດຍ​ທາງ​ອ້ອມ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​​ໄດ້​ຮັບ​ການ​ປະກາດ​ໃຊ້.

    ​ໃນ​ໄລຍະ​ນີ້, ລັດຖະບານ​ຍັງ​ຄົງ​ໃຫ້ບຸລິມະສິດ​ສະຫງວຽນ​ແຫຼ່ງກຳລັງ​ລົງທຶນ​ໃຫ້​ແກ່​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຂອງ​ຫວຽດນາມ​ໃນ​ໄລຍະ​ນີ້​ໄດ້​ຫຼຸດຜ່ອນ​ໂດຍ​ສະ​ເລ່ຍກ່ວາ 2% ຕໍ່ປີ. ທ່ານ ​ໂດ້​ແມ້ງ​ຮຸ່ງ ຮອງ​ຫົວໜ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງສະພາ ແຫ່ງຊາດຫວຽດນາມ, ຮອງ​ຫົວໜ້າຄະນະຕິດຕາມ​ກວດກາ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງສະພາແຫ່ງຊາດຫວຽດນາມ ​ໃຫ້​ຂໍ້​ສັງ​ເກດ​ວ່າ : 

   “ ຜ່ານ​ການ​ຕິດຕາມ​ກວດກາ​ໃນ​ເບື້ອງ​ຕົ້ນ, ພວກ​ຂ້າພະ​ເຈົ້າ​ໄດ້​ຕີ​ລາຄາ​ວ່າ ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຢ່າງຮອບດ້ານຈາກ​ທົ່ວ​ສັງຄົມ ກໍ​ຄື​ໄດ້​ປຸກລະດົມ​ແຫຼ່ງກຳລັງ​ຢ່າງ​ໃຫຍ່​ຫຼວງ​ທີ່​ສຸດ. ອັດຕາ​ສ່ວນຄວາມ​ທຸກ​ຍາກ​ຂອງ​ຫວຽດນາມ​ໄດ້​ຫຼຸດ​ລົງ​ຫຼາຍ​ພໍ​ສົມຄວນ. ຖ​້າວ່າ​ໃນ​ປີ 2010, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​​ແມ່ນ 14,2% ນັ້ນ, ມາ​ຮອດ​ປີ 2013 ​ແມ່ນ​ຫຼຸດ​ລົງ​ເຫຼືອ​ພຽງ 7,8%. ນີ້​ແມ່ນ​ໝາກຜົນ​ທີ່​ເປັນ​ໜ້າ​ຊື່ນ​ຊົມ ​ແລະ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ”

    ​ເຖິງ​ຢ່າງ​ກໍ​ຕາມ, ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ກໍ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ຍ້ອນ​ບັນດາ​ສາຍ​ເຫດ​ພາວະ​ວິ​ໄສ ​ແລະ ອັດຕະວິ​ໄສ​ຈາກ​ເງື່ອນ​ໄຂທຳ​ມະ​ຊາດ ​ແລະ ປະ​ເພນີ​ອອກ​ແຮງ​ງານ, ທຳ​ການ​ຜະລິດ​ຂອງ​ຊາວ​ຫວຽດນາມ. ທີ 1, ການຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ຫວຽດນາມ​ແມ່ນ​ຍັງ​ບໍ່​ທັນ​ໝັ້ນ​ຄົງ​ເທື່ອ​ເພາະ ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຄືນ​ໃໝ່ ​ແລະ ຂ້ອນ​ຂ້າງ​ຄວາມທຸກ​ຍາກຂອງ​ຫວຽດນາມຍັງ​ສູງພໍ​ສົມຄວນ. ທີ 2 ​ແມ່ນ​ໃນ​ປະຈຸ​ບັນ, ສະພາບ​ຄວາມທຸກ​ຍາກ​ໄດ້​ສຸມ​​ໃສ່​ເຂດ​ຊຸມ​ຊົນ​ຈຳນວນ​ໜຶ່ງ​ຄື ​ເຂດ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​​ເຄີຍປະສົບ​ກັບ​ໄພ​ທຳ​ມະ​ຊາດ, ຊ້ຳ​ບໍ​ໜຳ​ແມ່ນ​ນັບ​ທັງ​ບັນດາ​ເຂດ​ຂຸດ​ຄົ້ນ​ແຮ່​ທາດ. ທີ 3 ​ແມ່ນ​ລະບົບ​ນະ​ໂຍບາຍ​ຂອງ​ຫວຽດນາມ​ຍັງ​ບໍ່​ທັນ​ຄົບຊຸດ, ອັນ​ໄດ້​ພາ​ໄປ​ເຖິງ​ການຈັດ​ສັນແຫຼ່ງກຳລັງ ຍັງ​ບໍ່​ທັນ​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​​ໄດ້​ເທື່ອ. ຄວາມ​ຈຳກັດ​ອີກ​ຢ່າງ​ໜຶ່ງ​, ນັ້ນ​ແມ່ນ​ເຖິງ​ວ່າ​ຫວຽດນາມ​ໄດ້​ເອົ​າ​ໃຈ​ໃສ່​ເຖິງ​ບັນດາ​ແຫຼ່ງກຳລັງ​ສັງຄົມ ​ແລະ ຫັນ​ມາ​ເປັນ​ວຽກ​ງານ​ຂອງ​ສັງຄົມ​ແລ້ວ​ກໍ​ຕາມ, ​ແຕ່​ແຫຼ່ງກຳລັງ​ໃຫ້​ແກ່​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຍັງ​ຄົງ​ອີງ​​ໃສ່​ງົບປະມານ​ແຫ່ງ​ລັດ(ກວ່າ 90%)​ . ທ່ານ ບຸ​ຍຊີ້​ເຫຼີ້ຍ ຮອງ​ຫົວໜ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງສະພາແຫ່ງຊາດຫວຽດນາມ​ໃຫ້​ຂໍ້​ສັງ​ເກດ​ວ່າ : 

   “ ຜ່ານ​ການ​ຕິດຕາມ​ກວດກາ, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ຍັງ​​ເຫຼືອ​ພຽງ 2 ຈຸດ​ພື້ນຖານກ່ຽວ​ກັບ​ຄວາມທຸກ​ຍາກ. ທີ 1, ​ແມ່ນ​ສຳລັບ​ພໍ​່ແມ່​ປະຊາຊົນບັນດາ​ເຜົ່າ​ເຂດ​ພູດ​ອຍ, ​ເຂດ​ຫ່າງ​​ໄກ​ສອກຫຼີກ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​​ໃນ​ປະຈຸ​ບັນ​ແມ່ນ 47%, ​ໃນ​ນັ້ນ​ທຸກ​ຍາກ​ສາຫັດ​ແມ່ນ 68%. ທີ 2 ​ແມ່ນ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ພວກ​ເຮົາ​ໄດ້​ຫຼົງ​ລືມພາກສ່ວນ​ໜຶ່ງ​ທີ່​ທຸກ​ຍາກ​ໃນ​ເຂດ​ຕົວ​ເມືອງ ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ອອກ...ທັດສະນະ​ຂອງ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວຂ້ອງ ປ່ຽນ​ແປງ​ກົນ​ໄກ​ນະ​ໂຍບາຍ​ຄື​ແນວ​ໃດ​ເພື່ອ​ໃຫ້​ພວກ​ເຮົາ​ສາມາດ​ປະຕິບັດ​ຈຸດໝາຍ ​ຫຼຸດຜ່ອນ​ຄວາມທຸກ​ຍາກ​​​ໄດ້ໂດຍ​​ໄວ ​ແລະ ຍືນ​ຍົງ”

    ​ບັນດາ​ກຳນົດ​ທິດ​ໃຫຍ່​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

   ຕາມທ່ານ ​ໂດ້​ແມ້ງ​ຮຸ່ງ ຮອງ​ຫົວໜ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງສະພາແຫ່ງຊາດ ຫວຽດນາມ​ແລ້ວ, ຕໍ່ໜ້າ​ຄວາມ​ຈິງ​ດັ່ງກ່າວ, ຄະນະຕິດຕາມ​ກວດກາ​​ຂອງສະພາແຫ່ງຊາດຫວຽດນາມ ຈະ​ສະ​ເໜີ​ສະພາ​ແຫ່ງ​ຊາດ​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ຜົນ​ຂອງ​ການ​ປະຕິບັດ​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​. ພິ​ເສດ​ແມ່ນ​ຕ້ອງ​ຫັນ​ການ​ສ້າງ ​ແລະ ປະຕິບັດ​ນະ​ໂຍບາຍ ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຈາກ​ສົ້ນ​ດຽວ​ມາ​ເປັນ​ຫຼາຍ​ສົ້ນ. ຢູ່​ນີ້, ມາດຖານ​ຄວາມທຸກ​ຍາກ​ບໍ່​ພຽງ​ແຕ່​ເລ່ັງ​ໃສ່ບັນຫາ​ລາຍ​ຮັບ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ສາມາດ ​ແລະ ລະດັບ​ການ​ສຳຜັດ​ ​ແລະ ຊົມ​ໃຊ້ບັນດາ​ການ​ບໍລິການ​ສັງຄົມ​ພື້ນຖານ​ຕ່າງໆ. ທ່ານ ​ໂດ້​ແມ້ງ​ຮຸ່ງ ຮອງ​ຫົວໜ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງສະພາແຫ່ງຊາດຫວຽດນາມ ​ເວົ້າ​ວ່າ : 

    “ ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຕ້ອງ​ສຸມ​​ແຫຼ່ງກຳລັງ​ຫຼາຍກ່ວາອີກ​ໃຫ້​ແກ່​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​, ຈັດ​ສັນ​ແຫຼ່ງກຳລັງ ​ແລະ ​ແຫຼ່ງກຳລັງ​ແມ່ນ​ຕ້ອງ​ສ້າງ​ຕາມ​ນະ​ໂຍບາຍ​ໄລຍະ​ກາງ. ​ໃນ​ກົນ​ໄກ​ບໍລິຫານ​ນັ້ນ, ພ້ອມ​ກັບ​ການ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆຢູ່​ທ້ອງ​ຖິ່ນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຢາກ​​ເນັ້ນ​ໜັກ​ເຖິງ​ການຈັດ​ແບ່ງ​ຂັ້ນ, ຈັດ​ແບ່ງ​ສິດ​ອຳນາດ​ຢູ່​ທ້ອງ​ຖິ່ນ ​ເພື່ອ​ເສີມ​ຂະ​ຫຍາ​ຍລັກສະນະ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ທ້ອງ​ຖິ່ນ​ຫຼາຍ​ກ່ວາ. ອີກ​ຈຸດ​ໜຶ່ງ​ທີ່​ສຳຄັນ​ຊຶ່ງ​ພວກ​ຂ້າພະ​ເຈົ້າ​ຢາກ​ສະ​ເໜີ, ນັ້ນ​ແມ່ນ​ການ​ສ້າງ​ນະ​ໂຍບາຍ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ພິ​ເສດ​ແມ່ນ​ປະຊາຊົນ, ​ໃນ​ນັ້ນ​ມີ​ຜູ້​ທຸ​ຍາກ​​ໃນ​ການ​ເຂົ້າ​ຮ່ວມ​ສ້າງ ​ແລະ ປິ​ຕິ​ບັດ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​”

   ການ​ລົບ​ລ້າງຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ ​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ. ການ​ຮັບ​ຮູ້​ສາຍ​ເຫດ​ພາວະ​ວິໄສ ​ແລະ ອັດຕະວິ​ໄສ​ກໍ​ຄື​ນຳ​ສະ​ເໜີ​ວິທີ​ການ​ແກ້​ໄຂ​ທີ່​ຕິດ​ແທດ​ຕົວ​ຈິງ ຈະ​ສ້າງ​ລັກສະນະ​ຍືນ​ຍົງ​ໃຫ້​ໝາກຜົນຫຼຸດຜ່ອນ​ຄວາມທຸກ​ຍາກ​.

ຕອບກັບ

ຂ່າວ/ບົດ​ອື່ນ