ມ​ຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ໃນຊຸມເດືອນທ້າຍປີ 2021, ເມື່ອອັດຕາປະຊາກອນໄດ້ຮັບການສັກວັກຊິນເພີ່ມຂຶ້ນສູງ, ຫວຽດນາມ ພວມຮີບເຮັ່ງກໍ່ສ້າງ ແລະ ຈັດຕັ້ງປະຕິບັດວິທີການ, ແຜນການລະອຽດ ເພື່ອຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ. ເປົ້າໝາຍທີ່ວາງອອກ ບໍ່ແມ່ນຕ້ອງພັດທະນາດ້ວຍທຸກວິທີທາງແຕ່ຕ້ອງພັດທະນາແບບຍືນຍົງ.

ມ​ຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ (ພາບ: hanoimoi.com.vn)

ເສດຖະກິດ ຫວຽດນາມ ໄດ້ຮັບຜົນກະທົບຢ່າງຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19, ພິເສດແມ່ນການແຜ່ລະບາດ ຮອບທີ 4, ໄດ້ສົ່ງຜົນສະທ້ອນເຖິງການພັດທະນາທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຕະຫຼອດຮອດທຸກຂະແໜງການ ແລະ ທຸກຂົງເຂດ. ພື້ນຖານເສດຖະກິດຕ້ອງປະເຊີນໜ້າກັບຄວາມສ່ຽງ, ສິ່ງທ້າທາຍບໍ່ໜ້ອຍ ກ່ຽວກັບໄພເງິນເຟີ້, ຄວາມດຸ່ນດ່ຽງໃຫຍ່, ບັນຫາແຮງງານ, ວຽກເຮັດງານທຳ ແລະ ການໜູນຊ່ວຍສັງຄົມ.

ມາດຕະການໃນສະເພາະໜ້າແມ່ນຕ້ອງມີການຕິດພັນໃນໄລຍະຍາວ

ກ່າວຄຳເຫັນທີ່ເວທີປາໄສເສດຖະກິດ ຫວຽດນາມ 2021: ການຟື້ນຟູ ແລະ ພັດທະນາແບບຍືນຍົງທີ່ໄດ້ດຳເນີນໃນທ້າຍອາທິດຜ່ານມາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ເພື່ອຮັກສາເສດຖະກິດສາມະຫາພາກໃຫ້ມີສະຖຽນລະພາບ ແມ່ນວຽກງານທີ່ຕ້ອງປະຕິບັດຍາວນານ ແລະ ຍາກທີ່ສຸດ ແຕ່ວ່າ ເຮັດໃຫ້ເສດຖະກິດມະຫາພາກຂາດສະຖຽນລະພາບນັ້ນແມ່ນງ່າຍດາຍທີ່ສຸດ. ຖ້າເສດຖະກິດມະຫາພາກຂາດສະຖຽນລະພາບ ແມ່ນສູນເສຍໝົດທຸກສິ່ງທຸກຢ່າງ. ດັ່ງນັ້ນ, ມາດຕະການ ຟື້ນຟູ ແລະ ພັດທະນາເສດຖະກິດ ໃນສະເພາະໜ້າຂອງ ຫວຽດນາມ ແມ່ນຕ້ອງຕິດພັນກັບ ມາດຕະການທີ່ຍາວນານ. ທ່ານກ່າວວ່າ:

ການພັດທະນາບໍ່ແມ່ນຕ້ອງເຮັດທຸກວິທີທາງ, ແຕ່ຕ້ອງມີການພັດທະນາແບບຍືນຍົງ. ພວກເຮົາ ຕ້ອງເອົາໃຈໃສ່ເຖິງ ທັງມາດຕະການຮີບດ່ວນໃນສະເພາະໜ້າ ເພື່ອຮັກສາບັນດາກຳລັງໜູນໃນການເຕີບໂຕ, ເພື່ອຄວບຄຸມໂລກລະບາດໂຄວິດ - 19, ໜູນຊ່ວຍການຟື້ນຟູ ແລະ ການເຕີບໂຕເສດຖະກິດ. ພ້ອມກັນນັ້ນ, ບັນດາມາດຕະການໃນໄລຍະສັ້ນ ແລະ ໄລຍະກາງ ຍາມໃດກໍ່ຕ້ອງຕິດພັນກັບເປົ້າໝາຍໄລຍະຍາວ ໃນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຮັບປະກັນພື້ນຖານເສດຖະກິດ ໃຫ້ມີການພັດທະນາໄວ ແລະ ຍືນຍົງ, ມີແຕ່ບັນຫາກ່ຽວກັບເສດຖະກິດເທົ່ານັ້ນ, ຫາກຍັງແມ່ນບັນຫາກ່ຽວກັບສັງຄົມ, ກ່ຽວກັບສິ່ງແວດລ້ອມ ແລະ ການຮັບປະກັນເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ຄວບຄຸມໄຟເງິນເຟີ້ອີກດ້ວຍ.

ໃນໄລຍະຈະມາເຖິງ, ເພື່ອຮັບມືກັບໂລກລະບາດໂຄວິດ - 19 ໜູນຊ່ວຍໃຫ້ແກ່ດ້ານເສດຖະກິດ ແລະ ສັງຄົມ, ຫວຽດນາມ ກໍ່ໄດ້ນຳໃຊ້ ນະໂຍບາຍປີການເງິນ, ເງິນຕາ ແລະ ນະໂຍບາຍມະຫາພາກສະບັບຕ່າງໆ ຂ້ອນຂ້າງຄົບຊຸດພໍສົມຄວນ. ຂອບຂະໜາດຂອງບັນດາບ້ວງເງິນໜູນຊ່ວຍກ່ຽວກັບປີການເງິນ, ເງິນຕາຂອງ ຫວຽດນາມ ໃນ ປີ 2020 ແລະ 2021 ຄາດວ່າຈະບັນລຸປະມານ 4% GDP. (ຕ່ຳກ່ວາໜ້ອຍໜຶ່ງເມື່ອທຽບໃສ່ກັບລະດັບສະເລ່ຍຂອງບັນດາປະເທດໃນໂລກ. ສຳລັບບັນດາປະເທດພວມມີລາຍຮັບຕ່ຳ ຫຼື ປານກາງຕ່ຳ, ແມ່ນປະມານ 4,3%).

ຈາກພຶດຕິກຳຕົວຈິງໃນໄລຍະຜ່ານມາ, ຕາມທ່ານປະທານສະພາແຫ່ງຊາດແລ້ວ, ໃນການຟື້ນຟູ ແລະ ພັດທະນາແບບຍືນຍົງ ຕ້ອງເອົາໃຈໃສ່ສົມທົບດ້ານນະໂຍບາຍປີການເງິນ ແລະ ເງິນຕາ ກັບບັນດານະໂຍບາຍມະຫາພາກຕ່າງໆດ້ວຍຂອບຂະໜາດໃຫຍ່, ພຽງພໍກ້ວາງກ່ວາ, ມີປະລິມານ ແລະ ຈຸດເວລາທີ່ເໝາະສົມ, ຍົກສູງລັກສະນະເປັນເຈົ້າຕົນເອງ, ຄວາມສາມາດໃນການຮັບມື ຂອງ ພື້ນຖານເສດຖະກິດ, ເປັນຕົ້ນແມ່ນສຸມໃສ່ການເພີ່ມ ຄວາມຕ້ອງການ ແລະ ການສະໜອງທັງໝົດ.

ນອກຈາກນັ້ນ, ສານສຳຄັນແມ່ນ ໃນໄລຍະປະສົບກັບຄວາມຫຍຸ້ງຍາກ ຍິ່ງຕ້ອງໄດ້ຮຽງບ່າຮຽງໄຫຼ່, ມີຄວາມສາມັກຄີກັນ, ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຕ້ອງເພີ່ມທະວີການຮ່ວມມື, ສາມັກຄີກັບສາກົນ ແລະ ພາກພື້ນ ອີກດ້ວຍ.

ສຸມໃສ່ເຂົ້າຂົງເຂດຈຸດສຸມ

ເພື່ອໜູນຊ່ວຍພື້ນຖານເສດຖະກິດ, ບັນດານັກຊ່ຽວຊານຖືວ່າ ໃນໄລຍະສັ້ນ, ຫວຽດນາມ ອາດຈະຍອມຮັບລະດັບ ລະດັບລາຍຈ່າຍເກີນດູນສູງກ່ວາ ແລະ ໜີ້ສາທາລະນະເພີ່ມຂຶ້ນໃນໄລຍະ 2021 – 2023, ເຖິງຢ່າງໃດກໍຕາມ, ກ່ຽວກັບໄລຍະຍາວ, ໃນຂະນະທີ່ພື້ນຖານເສດຖະກິດຄ້ອຍໆຟື້ນຟູນັ້ນ, ຕ້ອງມີມາດຕະການເປີດກວ້າງຮາກຖານທີ່ມີລາຍຮັບ, ເພີ່ມທະວີການຄຸ້ມຄອງລາຍຮັບ ແລະ ປັບປຸງລາຍຈ່າຍງົບປະມານແຫ່ງລັດ ຢ່າງມີປະສິດທິຜົນ, ຮັບປະກັນບັນດາດັດຊະນີປອດໄພດ້ານການເງິນແຫ່ງຊາດ ໃນໄລຍະ 2021 – 2025. ຕາມທ່ານ ຫງວຽນມິງເກືອງ ຫົວໜ້າຂະແໜງເສດຖະກິດຂອງ ທະນາຄານພັດທະນາອາຊີ ປະຈຳ ຫວຽດນາມ ແລ້ວ, ບັນດາບ້ວງເງິນໜູນຊ່ວຍຂອງ ຫວຽດນາມ ຄວນໃຫ້ບຸລິມະສິດແກ່ບັນດາມາດຕະການໄລຍະສັ້ນ, ຄືໜູນຊ່ວຍໃຫ້ຜູ້ອອກແຮງງານ, ວິສາຫະກິດ. ຍ້ອນວ່າ ມາດຕະການໄລຍະສັ້ນຈະມີຜົນກະທົບຕໍ່ຄວາມສາມາດບົ່ມຊ້ອນ, ການພັດທະນາຂອງ ຫວຽດນາມ ໃນໄລຍະກາງ ແລະ ໄລຍະຍາວ.

ແຫຼ່ງຊັບພະຍາກອນມະນຸດແມ່ນປັດໄຈທີ່ຕິດພັນກັບການພັດທະນາແບບຍືນຍົງ. ທ່ານສາດສະດາຈານ, ປ.ອ ຫງວຽນດຶກເຄືອງ, ຮອງຜູ້ອຳນວຍການຮັບຜິດຊອບການຄົ້ນຄ້ວາ ມະຫາວິທະຍາໄລທຸລະກິດ IPAG, ປາຣີ ເນັ້ນໜັກວ່າ ລະບົບວນິເວດແຫ່ງການປ່ຽນແປງໃໝ່ປະດິດຄິດສ້າງ ຈະແມ່ນຂົງເຂດກໍ່ສ້າງມະນຸດ, ຂັ້ນຕອນການເຄື່ອນໄຫວສະຫຼັບກັນ ແລະ ຊຸກຍູ້ການເພີ່ມສະມັດຕະພາບ.

ກ່ຽວກັບມາດຕະການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ ຜ່ານການຫັນເປັນດີຈີຕອນ, ທ່ານ ບຸຍເຍິດກວາງ, ປະທານສະຖາບັນບັນດິດວິທະຍາສາດ ສັງຄົມ ຫວຽດນາມ, ໃຫ້ຮູ້ວ່າ ການພັດທະນາເສດຖະກິດດີຈີຕອນ ແມ່ນໜຶ່ງໃນບັນດາການຄັດເລືອກທີ່ເປັນໜ້າສົນໃຈໃນສະພາບການປັດຈຸບັນ ເພື່ອສາມາດຟື້ນຟູແບບຍືນຍົງ. ເສດຖະກິດດີຈີຕອນ ໃນໄລຍະປັດຈຸບັນ ຄິດສະເລ່ຍໃນໂລກແມ່ນກວມເອົາ ປະມານ 15% GDP, ສ່ວນຢູ່ ຫວຽດນາມ ແມ່ນໜ້ອຍກ່ວາ ກວມເອົາປະມານ 10% GDP. ທ່ານໃຫ້ຮູ້ວ່າ:

ສິ່ງນີ້ສະແດງໃຫ້ເຫັນວ່າ, ພວກເຮົາຍັງມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃຫ້ແກ່ການພັດທະນາເສດຖະກິດດີຈີຕອນ. ເສດຖະກິດດີຈີຕອນເອງຍັງບໍ່ແມ່ນວິທີການແກ້ໄຂທີ່ສົມບູນແບບເທື່ອ ຖ້າວ່າບໍ່ມີການປ່ຽນແປງກ່ຽວກັບລະບອບລະບຽບການ, ກ່ຽວກັບນະໂຍບາຍ, ບັນດາຂໍ້ກຳນົດທີ່ເໝາະສົມ. ຂ້າພະເຈົ້າຖືວ່າ ນີ້ແມ່ນຈຸດເວລາ ດີທີ່ສຸດເພື່ອໃຫ້ພວກເຮົາສຸມໃສ່ທັງພັດທະນາເສດຖະກິດດີຈີຕອນ ທັງຍູ້ແຮງການປະຕິຮູບລະບອບລະບຽບການ ແລະ  ສຸດທ້າຍແມ່ນເພື່ອສາມາດບັນລຸໄດ້ເປົ້າໝາຍຟື້ນຟູ ແລະ ພັດທະນາແບບຍືນຍົງ.

2 ປີຜ່ານມາ, ໂລກລະບາດໂຄວິດ - 19 ເຮັດໃຫ້ຫວຽດນາມ ໄດ້ຮັບຜົນເສຍຫາຍປະມານ 37 ຕື້ USD. ນີ້ພຽງແຕ່ແມ່ນຜົນເສຍຫາຍໂດຍກົງ ກ່ຽວກັບ GDP , ຍັງບໍ່ທັນໄດ້ຄິດໄລ່ເຖິງຜົນເສຍຫາຍອື່ນເທື່ອ. ດັ່ງນັ້ນ, ເລື່ອງເລືອກເອົາບັນດາມາດຕະການຟື້ນຟູ ແລະ ພັດທະນາແບບຍືນຍົງ ແມ່ນສິ່ງທີ່ຈຳເປັນທີ່ສຸດ ເພື່ອໃຫ້ ຫວຽດນາມ ກັບຄືນສູ່ວົງຈອນການເຕີບໂຕ ໂດຍໄວ, ມີການພັດທະນາຢ່າງແຮງກ່ວາ ໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ