ມຸ່ງໄປເຖິງການສ້າງລັດຖະບານຂະຫຍັນຂັນເຂື່ອນ, ກະທັດລັດ, ມີປະສິດທິຜົນ


(vovworld)-​​ ກົດໝາຍ​ວ່າ​ດ້ວຍ​ການຈັດຕັ້ງລັດຖະບານ (ສະບັບປັບປຸງ) ​ໄດ້​ຍື່ນ​ສະ​ເໜີ​ເປັນ​ເທື່ອ​ທຳ​ອິດຢູ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13​. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ກົດໝາຍ​ຕ້ອງ​ຜັນ​ຂະຫຍາຍ​ພາຍ​ຫລັງ​ລັດຖະທຳ​ມະນູນ​ປີ 2013 ມີ​ຜົນ​ບັງຄັບ​ໃຊ້. ການ​ສ້າງ ກົດໝາຍ​ວ່າ​ດ້ວຍ​ການຈັດຕັ້ງລັດຖະບານ (ສະບັບປັບປຸງ) ​​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານດ້ານ​ນິຕິ​ກຳ​ເພື່ອ​ສ້າງ​ລັດຖະບານ​ທີ່​ເຂັ້ມ​ແຂງ, ​ແທດ​ເໝາະ​ກັບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ ກໍ່​ຄື​ສ້າງ​ພື້ນຖານ​ບໍລິຫານ​ທັນ​ສະ​ໄໝ.

   ກົດໝາຍ​ວ່າ​ດ້ວຍ​ການຈັດຕັ້ງລັດຖະບານ (ສະບັບປັບປຸງ) ​ ​ໄດ້​ເພີ່ມ​ເຕີມ​ບາງ​ຫຼັກການ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ພາລະ​ໜ້າ​ທີ່​ເປັນ​ອົງການ​ບໍລິຫານ​ລັດ​ສູງ​ສຸດ, ປະຕິບັດ​ສິດ​ບໍລິຫານ, ອົງການ​ບໍລິຫານ​ງານ​ຂອງ​ສະພາ​ແຫ່ງ​ຊາດ. ກົດໝາຍ​ໄດ້​ຫັນ​ໜ້າ​ທີ່, ສິດ​ອຳນາດ​ຂອງ​ລັດຖະບານ, ນາຍົກ ລັດຖະມົນຕີ ​ແລະ ລັດຖະມົນຕີ​, ຫົວໜ້າ​ອົງການ​ທຽບ​ເທົ່າ​ກະຊວງເປັນ​ລະອຽດໃນ​ການ​ຄາດ​ຄະ​ເນ, ສະ​ເໜີ, ສ້າງ​ນະ​ໂຍບາຍ, ຕັດສິນ​ກົນ​ໄກ, ນະ​ໂຍບາຍ​ທີ່​ມີ​ຍຸດ​ທະ​ສາດ, ມະຫາ​ພາກ​ໃນ​ການ​ບໍລິຫານ​ປະ​ເທດ​ຊາດ.

ມຸ່ງໄປເຖິງການສ້າງລັດຖະບານຂະຫຍັນຂັນເຂື່ອນ, ກະທັດລັດ, ມີປະສິດທິຜົນ - ảnh 1

 (ພາບປະກອບ: baomoi.com)

 

ຮັບປະກັນ​ລັກສະນະ​ເປັນ​ເຈົ້າການ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ລັດຖະບານ​ໃນ​ການ​ບໍລິຫານ

   ຕາ​ມທ່ານຫງວຽນ​ທາຍ​ບິງ, ລັດຖະມົນຕີ​ກະຊວງ​ພາຍ​ໃນ​ແລ້ວ, ໜຶ່ງ​ໃນ​ບັນດາ​ຈຸດໝາຍ​ຂອງ​ການ​ສ້າງ ກົດໝາຍ​ວ່າ​ດ້ວຍ​ການຈັດຕັ້ງລັດຖະບານ (ສະບັບປັບປຸງ) ​ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່​ສ້າງກົນ​ໄກ​ຊີ້​ນຳ​ນຳພາ ​ແລະ ການ​ບໍລິຫານ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີ​ໃຫ້​ສຳ​ເລັດ, ຮັບປະກັນ​ລັກສະນະ​ເປັນ​ເຈົ້າການ, ມີ​ຫົວຄິດ​ປະດິດ​ສ້າງ, ຂະຫຍັນ​ຂັນ​ເຂື່ອນ, ມີ​ໄຫວ​ພິບ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ຊີວິດຕົວ​ຈິງ, ສອດຄ່ອງ​ກັບ​ລັດຖະທຳ​ມະນູນ​ປີ 2013. ທ່ານ​ຟານ​ຈຸ​ງລີ ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ຖື​ວ່າ:

   “ໃນຍຸກສະໄໝຫັນເປັນໂລກກາພິບັດແລະເຊື່ອມໂຍງເຂົ້າກັບໂລກຢ່າງກວ້າງຂວາງ, ​ເລິກເຊິ່ງຄືປະຈຸບັນ, ດ້ວຍຖານະແມ່ນອົງການປະຕິບັດສິດບໍລິຫານ ຕ້ອງປະຕິບັດ​​ເປັນຢ່າງດີພາລະໜ້າທີ່ສ້າງນະໂຍບາຍ, ຂອບເຂດ, ລະບຽບການໃຫ້ເໝາະສົມແລະ ສ້າງເງື່ອນໄຂອັນຈຳເປັນເພື່ອເສີມຂະຫຍາຍຄວາມສາມາດແລະ ກຳລັງປະດິດສ້າງຂອງ ປຊຊ; ສ້າງກົງຈັກບໍລິຫານລັດກະທັດລັດ, ມີປະສິດທິພາບ, ບັນລຸປະສິດທິຜົນ“.

ມຸ່ງໄປເຖິງການສ້າງລັດຖະບານຂະຫຍັນຂັນເຂື່ອນ, ກະທັດລັດ, ມີປະສິດທິຜົນ - ảnh 2

ທ່ານຫງວຽນທາຍບິງ, ລັດຖະມົນຕີກະຊວງພາຍໃນ

(ພາບ: TTXVN))

ຍົກ​ສູ​ງຄວາມ​ຮັບຜິດຊອບ​ຂອງ​ນາຍົກລັດຖະມົນຕີ, ບັນດາ​ທ່ານ​ລັດຖະມົນຕີ

    ຮ່າງກົດໝາຍ​ວ່າ​ດ້ວຍ​ການຈັດຕັ້ງລັດຖະບານ (ສະບັບປັບປຸງ) ​ໄດ້​ກຳນົດ​ລະອຽດ ​ແລະ ຄົບ​ຖ້ວນ​ບັນດາ​ໜ້າ​ທີ່ ​ແລະ ສິດ​ອຳນາດ​ຂອງ​ ນາຍົກລັດຖະມົນຕີຕາມລັດຖະທຳ​ມະນູນ​ປີ 2013 ​ແລະ ຫັນ​ເປັນ​ລະອຽດ ບາງ​ໜ້າ​ທີ່, ສິດ​ອຳນາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ນາຍົກລັດ ຖະມົນຕີ ​ເພື່ອ​ແນ​ໃສ່​ກຳນົດ​ແຈ້ງ​ບົດບາດ​ຂອງນາຍົກລັດຖະມົນຕີ ດ້ວຍ​ຖານະ​ແມ່ນ​ຜູ້ນຳ​​ລັດຖະບານ, ຜູ້ນຳ​ອົງການ​ບໍລິຫານ​​ລັດ​ສູງ​ສຸດ, ​ເປັນ​ເຈົ້າການ​ໃນ​ການ​ຊີ້​ນຳ​ລັດຖະບານ​​ໃນ​ການລິ​ເລິ່ມ, ກຳນົດ​ກົນ​ໄກ, ນະ​ໂຍບາຍ​ຢ່າງ​ທັນ​ການ, ສະ​ເໜີ​ສ້າງ​ລະບຽບ​ກົດໝາຍ, ຕັດສິນ ​ແລະ ຮັບຜິດຊອບ​ກ່ຽວ​ກັບ​ທຸກ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ ​ແລະ ລະບົບ​ບໍລິຫານ​ລັດ. ດ້ວຍ​ການ​ປັບປຸງ, ​ເພີ່​ມ​ເຕີມ​ນີ້, ອິດ​ທິພົນ​ຊື່​ງສຽງ ​ແລະ ບົດບາດ​ຂອງນາຍົກລັດຖະມົນຕີ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ນອກຈາກ​ນັ້ນ​ແລ້ວ, ​ເພື່ອ​ຍົກ​ສູງ​ຄວາມ​ຮັບຜິດຊອບຂອງ​ນາຍົກລັດຖະມົນຕີ, ການ​ເພີ່ມ​ທະວີ​ການ​ລາຍ​ງານ​ຂອງນາຍົກລັດຖະມົນຕີ​ຕໍ່ ປຊຊ ກໍ່​ແມ່ນ​ໜ້າ​ທີ່​ສຳຄັນ ​ແລະ ຕ້ອງ​ເຕື້ອງ​ເຖິງ​ຢ່າງ​ລະອຽດ​ກ່ວາ​ໃນ​ກ່າງ​ກົດໝາຍ​ສະບັບ​ນີ້. ທ່ານ​ຟານ​ຈຸ​ງລີ  ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ຖື​ວ່າ:

   “ກຳມາທິການກົດໝາຍຂອງສະພາແຫ່ງຊາດສະເໜີຮ່າງກົດໝາຍສ້າງກົນໄກປະຕິບັດຕາມການກຳນົດຂອງລັດຖະທຳມະນູນກ່ຽວກັບເລື່ອງຜູ້ນຳລັດຖະບານມີພັນທະລາຍງານຕໍ່ ປຊຊ ກ່ຽວກັບບັນດາບັນຫາສຳຄັນຊື່ງລັດຖະບານຕ້ອງແກ້ໄຂ

  ກ່ຽວ​ກັບ​ໜ້າ​ທີ່​ຂອງ​ທ່ານ​ລັດຖະມົນຕີ, ຫົວໜ້າ​ອົງການ​ທຽບ​ເທົ່າ​ກະຊວງ, ຮ່າງ​ກົດໝາຍ​ກຳນົດ​ຕ້ອງ​ຮັບຜິດຊອບການ​ຄຸ້ມ​ຄອງ​ແຫ່ງ​ລັດ ກ່ຽວ​ກັບ​ຂະ​ແໜງ, ຂົງ​ເຂດ​ໄດ້​ຮັບ​ຜິດ​ຊອບ. ສິ່ງ​ດັ່ງກ່າວ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ປ່ຽນ​ໃໝ່​ວິທີ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ ຕາມ​ທິດ​ຮັບປະກັນ​ການ​ແກ້​ໄຂ​ບັນດາ​ບັນຫາ​ວາງ​ອອກ​ໃນ​ແຕ່ລະ​ຂົງ​ເຂດ, ຫຼີກ​ລ້ຽງການຂຶ້ນ​ສະ​ເໜີ​ຕໍ່​ລັດຖະບານ, ​ນາຍົກລັດຖະມົນຕີ ​ແລະ ບັນດາທ່ານ​ຮອງ​ນາຍົກລັດຖະມົນຕີຮັບຜິດຊອບ ​ແລະ​ ​ແກ້​ໄຂ, ສ້າງກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ເຄື​ອ່ນ​ໄຫວ​ຄຸ້ມ​ຄອງ, ຊີ້​ນຳ​ບໍລິຫານ​ຕໍ່ໜ້າ​ຄຳ​ຮຽກຮ້ອງ ​ແລະ ສິ່ງ​ທ້າ​ທາຍ​ໄດ້​ວາງ​ອອກ​ໃນ​ໄລຍະ​ພັດທະນາ​ຂອງ​ປະ​ເທດ​ຊາດ. ທ່ານຫງວຽນ​ທາຍ​ບິງ, ລັດຖະມົນຕີ​ກະຊວງ​ພາຍ​ໃນ​ ​ໃຫ້​ຮູ້​ວ່າ:

  “ຮ່າງກົດໝາຍໄດ້ກຳນົດລະອຽດໜ້າທີ່, ສິດອຳນາດແລະ ຄວາມຮັບຜິດຊອບຂອງລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ. ລວມມີ: ການກຳນົດໜ້າທີ່, ສິດອຳນາດຂອງລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ ດ້ວຍຖານະແມ່ນສະມາຊິກລັດຖະບານ ຕ້ອເປັນເຈົ້າການເຂົ້າຮ່ວມການເຄື່ອນໄຫວຂອງລັດຖະບານຢ່າງມີປະສິດທິຜົນ; ຮັບຜິດຊອບຕໍ່ລັດຖະບານກ່ຽວກັບບັນດາໜ້າທີ່ໄດ້ມອບໝາຍໃນຖານະແມ່ນຜູ້ນຳກະຊວງ, ອົງການທຽບເທົ່າກະຊວງ ປະຕິບັດການຄຸ້ມຄອງລັດສຳລັບຂະແໜງ, ຂົງເຂດໃນຂອບເຂດທົ່ວປະເທດ“.

   ລັດຖະບານ​ໜຶ່ງ​ທີ່​ເຂັ້ມ​ແຂງ​ກ່ອນ​ອື່ນ​ໝົດ​ຕ້ອງ​​ເລີ່​ມຈາກ​ພື້ນຖານ​ດ້ານ​ກົດໝາຍ​ທີ່​ຈະ​ແຈ້ງ​ດ້ານ​ພາລະ​ໜ້າ​ທີ່ ​ແລະ ສິດ​ອຳນາດ. ​ບັນດາ​ຂໍ້ຄົງຄ້າງ, ຈຳກັດ​ໃນ​ການຈັດຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ລັດຖະບານ​ຕາມ​ກົດໝາຍ​ປະກາດ​ໃຊ້​ໃນ​ປະຈຸ​ບັນ ​ໄດ້​ຮັບ​ການ​ປັບປຸງ​ຈະ​ຊ່ວຍ​ລັດຖະບານ​ປ່ຽນ​ໃໝ່​ການຈັດຕັ້ງ, ການ​ເຄື່ອນ​ໄຫວ​ຢ່າງ​ແຮງ, ​ແກ້​ໄຂ​ບັນດາ​ບັນຫາ​ຊື່​ງຊີວິດ​ໄດ້​ວາງ​ອອກ​ຢ່າງ​ທັນ​ການ./.

ຕອບກັບ

ຂ່າວ/ບົດ​ອື່ນ