ມີນະໂຍບາຍບຸລິມະສິດຕື່ມອີກໃຫ້ແກ່ການປະດິດສ້າງວິທະຍາສາດ

(vovworld)- ​ເປັນ​ຄັ້ງ​ທຳ​ອິດ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ​ປຸກລະດົມ​ຂະ​ບວນການ​ປ່ຽນ​​ໃຫມ່​ການ​ປະດິດ​ສ້າງ​ຜ່ານ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ຕາມ​ນັ້ນ​ແລ້ວ, ກອງ​ທຶນ​ຫນູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ປ່ຽນ​ໃຫມ່​ການ​ປະດິດ​ສ້າງສະ​ເພາະ​ໃຫ້​ແກ່​ນັກທຸລະກິດ ​ແລະ ບັນດາ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບຂົງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ດ້ວຍ​ຈຳນວນ​ເງິນ​ຂຶ້ນ​ເຖິງ​ກວ່າ 2000 ຕື້​ດົ່ງ. ສິ່ງ​ດັ່ງກ່າວ​ໂດຍ​ທ່ານ ຫງວຽນ​ກວນ, ລັດ​ຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຢືນຢັນ​ໃນ​ລາຍການ“ ປະຊາຊົນ​ຖາມ,​ ລັດຖະມົນຕີ​ຕອບ” ​ໃນ​ທ້າຍ​ອາທິດ.

ມີນະໂຍບາຍບຸລິມະສິດຕື່ມອີກໃຫ້ແກ່ການປະດິດສ້າງວິທະຍາສາດ - ảnh 1
ທ່ານ​ຫງວຽນ​ກວນ, ລັດຖະມົນຕີ​ກະຊວງ​ວິທະຍາສາດ​ ​
ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ
ພາບ:hanoimoi.com.vn

        ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ບຸລິມະສິດ​​​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຜ່ານ​ນະ​ໂຍບາຍ​ຍົກ​ເວັ້ນ, ຫລຸດຜ່ອນ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເລື່ອງ​ຍົກ​ເວັ້ນອາກອນລາຍ​ຮັບ​ວິ​ສາ​ຫະກິດ​ພຽງ​ແຕ່​​ສົ່ງ​ເສີມ​ການ​ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ, ​ແຕ່ບໍ່​ທັນ​ສົ່ງ​ເສີມການປະດິດ​ສ້າງ​ເຕັກ​ໂນ​ໂລ​ຊີ. ດ້ານ​ອື່ນ, ບັນດາ​ລະບອບ​ບຸລິມະສິດ​ກ່ຽວ​ກັບ​ອາກອນ ພຽງ​ນຳ​ໃຊ້​ເມື່ອ​ວິ​ສາ​ຫະກິດ​ມີ​ລາຍ​ຮັບ​ຕ້ອງ​ເສຍ​ອາກອນ​ເທ່ົາ​ນັ້ນ, ຖ້າ​ຫາກ​ວິ​ສາ​ຫະກິດ​ຫລຸບ​ທຶນ ບໍ່​ໄດ້​ນຳ​ໃຊ້​ບຸລິມະສິດ​ນີ້. ​ເມື່ອ​ວິ​ສາ​ຫະກິດ​​ດຳ​ເນີນ​ທຸລະ​ກິດມີ​ກຳ​ໄລ ​ແມ່ນ​ນຳ​ໃຊ້​ບຸລິມະສິດ​ສູງ​ສຸດ​ສຳລັບ​ວິ​ສາ​ຫະກິດ​ວິທະຍາສາດ, ນັ້ນ​ແມ່ນ​ຍົກ​ເວັ້ນອາກອນ​ທັງ​ໝົດໃນ​ໄລຍະ 4 ປີ, ຍົກ​ເວັ້ນ 50% ​ໃນ 9 ປີ​ຕໍ່​ໄປ ​ແລະ ອາກອນ​ຕ້ອງ​ເສຍ​ພຽງ 10% ​ເມື່ອ​ທຽບ​ໃສ່​ອາກອນ​ທຳ​ມະ​ດາ.  ບັນດາ​ວິ​ສາ​ຫະກິດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຍັງ​ໄດ້​ຊົມ​ໃຊ້​ບັນດາ​ບຸລິມະສິດ​ອື່ນ, ຕົວຢ່າງ​ຄື: ​ໄດ້​ເຊົ່າ​ທີ່​ດິນ ດ້ວຍ​ລາຄາ​ຕຳ່​ສຸດ​ໃນ​ຕາ​ຕະຕາງ​ລາຄາ​ໂດຍ​ລັດ​ກຳນົດ, ​ໄດ້​ສຳ​ພັດ​ກັບ​ບັນດາ​ແຫ​ລ່ງທຶນ ​ແລະ ບັນດາ​ແຫ​ລ່ງ​ເງິນຕາ, ​ໄດ້​ຮັບການ​ຍົກ​ເວັ້ນອາກອນ ສຳລັບ​ບັນດາ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ, ບ​ຳລຸງ​ສ້າງ​ໃນ​ວິ​ສາ​ຫະກິດ, ຜ່ານ​ການ​ຫັກ​ກຳ​ໄລ​ສ່ວນ​ຫນຶ່ງ​ຂອງ​ວິ​ສາ​ຫະກິດ ດ້ວຍ​ການ​ສ້າງ​ຕັ້ງ​ກອງ​ທຶນ​ພັດທະນາ​ວິ​ສາ​ຫະກິດ.

        ມີ​ນະ​ໂຍບາຍ​ຕື່ມ​ອີກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ສູງ

        ຕາມ​ທ່ານ​ຫງວຽນ​ກວນ, ລັດຖະມົນຕີ​ກະຊວງ​ວິທະຍາສາດ​ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ​ແລ້ວ,​ວິ​ສາ​ຫະກິດ​ທີ່ຜະລິດ​ບັນດາ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຊີ​ໃຫມ່, ​ເຕັກ​ໂນ​ໂລ​ຊີ​ມີ​ມູນ​ຄ່າ​ເພີ່ມ​ສູງ, ລ້ວນ​ແຕ່​ຈຳ​ເປັນ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ກອງ​ທຶນ​ຫນູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ປ່ຽນ​ໃຫມ່​ປະສິດ​ສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ບໍ່​ຈຳ​ແນ​ກວິ​ສາ​ຫະກິດ​ນອນ​ໃນ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ຫລື​ບໍ່. ລັດ ບໍ່​ພຽງ​ແຕ່​ລົງທຶນ​ເຂົ້າ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ເທົ່າ​ນັ້ນ ຫາກ​ຍັງ​ສາມາດ​ລົງ​ທຶນ​ເຂົ້າ​ວິ​ສາ​ຫະກິດ​ທີ່ບໍ່​ນອນ​ໃນ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ​ແຕ່​ວິ​ສາ​ຫະກິດ​ນັ້ນ​ຕ້ອງ​ແມ່ນ​ວິ​ສາ​ຫະກິດ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ.

        “​ເຖິງ​ວ່າ ​ເຂົາ​ເຈົ້າ​ລົງທຶນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ ຊຳ້​ບໍ່​ຫນຳ ​ແມ່ນຄົງ​ຕົວຢ່າງ​ເອກະລາດ, ຢູ່​ບ່ອນ​ໃດ​ມີ​ເຕັກ​ໂນ​ໂລ​ຊີ​ສູງ ລັດ​ຕ້ອງ​ຫນູນ​ຊ່ວຍ. ຢູ່​ບ່ອນ​ໃດ​ຜະລິດ​ອອກ​ບັນດາ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຊີ​ໃຫມ່, ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ນຳ​ໃຊ້​ຢູ່​ຫວຽດນາມ, ບັນດາ​ເຕັກ​ໂນ​ໂລ​ຊີ​ມີ​ມູນ​ຄ່າ​ເພີ່ມ​ສູງ ພວກ​ເຮົາ​ລ້ວນ​ແຕ່​ຫນູນ​ຊ່ວຍ. ​ແລະ ພວກ​​ເຮົາ​ບໍ່​ຈຳ​ແນ​ກ​ເຂດ​ອຸດສາຫະກຳ​ສູງ ​ຫລື ນອກ​ເຂດ​. ​ແຕ່​ພວກ​ເຮົາ​ຍັງ​ຄົງ​ຕ້ອງກໍ່ສ້າງ​ເຂດ​ອຸດສາຫະກຳ​ສູງ, ​ເພາະວ່າ ບົດຮຽນ​ ຈາກ​ບັນດາ​ປະ​ເທດ​ພັດທະນາ, ພິ​ເສດ​ຢູ່​ບັນດາ​ປະ​ເທດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ, ບັນດາ​ເຂດ​ອຸດສາຫະກຳ​ສູງ ສວມ​ບົດບາດ​ນຳ​ຫນ້າ​ເພື່ອ​ແຜ່​ຂະຫຍາຍ​ບັນດາ​ເຕັກ​ໂນ​ໂລ​ຊີ​ໃຫມ່, ​ເຕັກ​ໂນ​ໂລ​ຊີ​ສູງ, ຢູ່​ບ່ອນ​ນັ້ນຕ້ອງມີບັນດາ​ສະ​ຖາ​ບັນ​ຄົ້ນ​ຄ້ວາ, ​ມະຫາວິທະຍາ​ໄລ, ຫາກບໍ່​ພຽງ​ແຕ່​ບັນດາ​ເຂດ​ອຸດສາຫະກຳ​.”

        ນັບ​ທັງ​ມີ​ນະ​ໂຍບາຍ​ໃຫ້​ແກ່​ອຸດສາຫ​ະກຳ​ປະດິດ​ສ້າງ

        ຕາມ​ທ່ານ​ ຫງວຽນ​ກວນ​, ລັດຖະມົນຕີກະຊວງ​ວິທະຍາສາດ​ແລະ​​ເຕັກ​ໂນ​ໂລ​ຊີ ແລ້ວ, ​ແຕ່​ດົນ​ນານ​ມາ​ແລ້ວ, ລັດຖະບານ​ຫວຽດນາມ ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ນີ້ ​ແລະ ປີ 2007, ລັດຖະບານ​ໄດ້​ປະກາດ​ໃຊ້ ດຳລັດ​ເລກທີ 80 ກ່ຽວ​ກັບ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ນີ້ແມ່ນ​ພື້ນຖານ​ໃຫ້​ແກ່​ອຸ​ດສາ​ຫະກຳ​ປະດິດ​ສ້າງ. ​ໃນ​ເກືອບ 8 ປີຜ່ານມາ, ຫວຽດນາມ ​ໄດ້​ສ້າງ​ລະບົບ​ບັນດາ​ວິ​ສາ​ຫະກິດ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ ​ເຖິງ​ວ່າ​ຈຳນວນ​ວິ​ສາ​ຫະກິດ​ຍັງ​ຫນ້ອຍ​ ​ແລະ ບໍ່​ທັນ​ພັດທະນາ​ຢ່າງ​ແຮງກໍ​ຕາມ​, ​​ແຕ່​ກໍ​​ເປັນ​ການ​ເລີ່​ມຕົ້ນ​ໃຫ້​ແກ່​ວິວັດ​ການ​ເພື່ອ​ສ້າງ​ລະບົບ​ວິ​ສາ​ຫະກິດ​ປະດິດ​ສ້າງ. ພົ້ນ​ເດັ່ນ ​ແມ່ນ​ບໍລິສັດ​ຂາ​ອອກ​ຂາ​ເຂົ້າ ຫາຍ​ຟ່ອງ, ບໍລິສັດ​ລະບາຍ​ນຳ້ ບ່າ​ເຣ້ຍ ຫວຸງ​ເຕົາ. ນັ້ນ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ມີ​ມູນ​ຄ່າ​ເພີ່ມ​ໃຫຍ່​ຫລວງ, ການຈະ​ເລີ​ນ​ເຕີບ​ໂຕ​ສູງ ​ແລະ ຄົງ​ຕົວຢ່າງ​ໝັ້ນຄົງ ​ນັບ​ທັງ​ວິ​​ກິດ​ການ​ເສດຖະກິດ​ໃນ​ໄລຍະຜ່ານ​ມາ. ຫວຽດນາມ ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ວິ​ສາ​ຫະກິດ​ດັ່ງກ່າວ ບໍ່​ພຽງ​ແຕ່​ດ້ວຍ​ບັນດາ​ເອກະສານ​ຂອງ​ລັດຖະບານ​ເທົ່າ​ນັ້ນ ຫາກ​ດ້ວຍ​ການ​ເພີ່ມ​ທະວີ​ຮ່ວມ​ມື​ກັບ​ສາກົນ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ນີ້. ທ່ານ​ລັດຖະມົນຕີ ຫງວຽນ​ກວນ ຢືນຢັນ​ວ່າ:

        “ຫວ່າ​ງ​ແລ້ວ​ນີ້, ທະນາຄານ​ໂລກ ​ໄດ້​ອຸປະຖຳ​ໃຫ້​ແກ່​ໂຄງການ​ຫນຶ່ງ​ເພ່ືອ​ຊຸກຍູ້​ການ​ພັດທະນາ​ວິທະຍາສາດ​ປະດິດ​ສ້າງ ລວມມູນ​ຄ່າ 100 ລ້ານ USD. ລັດຖະບານ​ແຟງ​ລັງ ກໍ​ສື​ບຕໍ່​ອຸປະຖຳ​ໃຫ້​ແກ່​ໂຄງການ​ປ່ຽນ​ໃຫມ່​ການ​ປະດິດ​ສ້າງ​ໃຫ້​ແກ່​ວິ​ສາ​ຫະກິດຫນຶ່ງ ລວມມູນ​ຄ່າ 10 ລ້ານ ​ເອີ​ໂຣ. ​ແລະ ລັດຖະບານ ຫວຽດນາມ ກໍ​ສະຫງວນ​ງົບ​ປະມານ​ຫລາຍ​ພໍ​ສົມຄວນ​ເພື່ອ​ພັດທະນາ ​ແລະ ຫວ່າງ​ແລ້ວ​ນີ້ ລັດຖະບານ​ມີ​ຂໍ້ຕົກລົງ​​ເລກທີ 592 ​ເພື່ອຫນູນ​ຊ່ວຍບັນດາ​ອົງການ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຫວຽດນາມ ສ້າງ​​ເປັນບັນດາ​ວິ​ສາ​ຫະກິດ​ວິທະຍາສາດ ຈາກ​ບັນດາ​ໝາກຜົນ​ຄົ້ນ​ຄ້ວາ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ພວກ​ເຮົາ​ຫວັງ​ວ່າ ຮອດ​ປີ 2020 ຈະ​ມີ​ວິ​ສາ​ຫະກິດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ປະມານ 5000 ​ແຫ່ງ ຄືດັ່ງ​ຍຸດ​ທະ​ສາດ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຊື່​ງນາຍົກລັດຖະມົນຕີ​ໄດ້​ອະນຸມັດ ​ແລະ ຈະ​ນຳ​ມາ​ໃຫ້ GDP ຈາກ 7-15% ຈາກ​ບັນດາ​ວິ​ສາ​ຫະກິດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ດັ່ງກ່າວ.”

        ທ່ານ​ລັດຖະມົນຕີ ຫງວຽນ​ກວນ ຍັງ​ໃຫ້​ຮູ້​ວ່າ: ບັນດາ​ກະຊວງ, ຂະ​ແຫນງ​ການ ທີ່​ມີ​ບັນດາ​ໂຄງການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ກໍ​ຈະ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ແຫ​ລ່ງ​ເງິນ​ຂອງ​ກອງ​ທຶນ 2000 ຕື້​ດົ່ງ. ກ່ອນ​ຫນ້າ​ນັ້ນ ກະ​ຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ໄດ້​ຫນູນ​ຊ່ວຍ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ປະຕິບັດ​ກິດຈະກຳ​ຄົ້ນ​ຄ້ວາ​ກ່ຽວ​ກັບ Asen ​ໃນ​ນຳ້​ໃຕ້​ດິນ​ຢູ່ ຮ່າ​ໂນ້ຍ ຫລື ສະ​ຖາ​ບັນ​ມະຫາບັນ​ດິດວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ປະຕິບັດ​ໂຄງການ​ຄົ້ນ​ຄ້ວາ​ຜະລິດ​ຕະພັນ​ຊີວະ​ສາດ​ເພື່ອ​ແກ້​ໄຂ​ທີ່​ດິນ​ຖືກ​ມົນ​ລະ​ພິດ​ດີ​ໂອ​ຊີ​ນ​ໃນ​ສົງ​ຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ