ມີຫລາຍນະໂຍບາຍໄດ້ຮັບການປະຕິບັດນັບແຕ່ເດືອນ 7/2015 ເປັນຕົ້ນໄປ


(vovworld)- ນັບ​ແຕ່​ວັນ​ທີ 1/7/2015 ເປັນ​ຕົ້ນ​ໄປ, ມີ​ກົດ​ໝາຍ​ໃຫມ່ 10 ສະ​ບັບ ຂອງ​ຫວຽດ​ນາມ ເລີ່ມ​ມີ​ຜົນ​ສັກ​ສິດ​ປະ​ຕິ​ບັດ. ນັ້ນແມ່ນ​ບັນ​ດາ​ກົດ​ໝາຍ​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ເຮືອນ​ຢູ່, ອະ​ສັງ​ຫາ​ລິ​ມະ​ຊັບ, ທີ່​ດິນ, ວິ​ສາ​ຫະ​ກິດ… ໄດ້​ຮັບ​ຖື​ວ່າ ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ບັນ​ດາ​ນະ​ໂຍ​ບາຍ​ກ່​ຽ​ວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຫວຽດ​ນາມ. ບົດ​ຂຽນ​ຂອງ​ນັກ​ຂ່າວ ທູ​ຮ​ວາ ດ້ວຍ​ຫົວ​ຂໍ້​ວ່າ: ມີ​ຫລາຍ​ນະ​ໂຍ​ບາຍ​ໄດ້​ຮັບ​ການ​ປະ​ຕິ​ບັດ​ນັບ​ແຕ່​ເດືອນ 7/2015 ເປັນ​ຕົ້ນ​ໄປ.

ມີຫລາຍນະໂຍບາຍໄດ້ຮັບການປະຕິບັດນັບແຕ່ເດືອນ 7/2015 ເປັນຕົ້ນໄປ - ảnh 1
ພາບ​ປະ​ກອບ:doisongphapluat.vn

        ກົດ​ໝາຍ 10 ສະ​ບັບ​ມີ​ຜົນ​ສັກ​ສິດ​ປະ​ຕິ​ບັດ ຊື່ງ​ລວມ​ມີ: ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່, ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິ​ດ​ອະ​ສັງ​ຫາ​ລິ​ມະ​ຊັບ; ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ສະ​ບັບ​ປັບ​ປຸງ; ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ; ກົດໝາຍວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທຶນ​ຂອງ​ລັດ​ລົງ​ທຶນ​ເຂົ້​າ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ວິ​ສາ​ຫະ​ກິດ; ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ສະ​ບັບ​ປັບ​ປຸງ; ກົດ​ໝາຍ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຄຳ​ຕິນ​ສິນ​ຂອງ​ສານ​ສຳ​ລັບ​ຄະ​ດີ​ແພ່ງ; ກົດ​ໝາຍ​ວ່າ​ດ້ວຍ​ການ​​ສຶກ​ສາ​ວິ​ຊາ​ຊີບ; ກົດ​ໝາຍ​ວ່າ​ດ້ວຍ​ຕຳ​ຫລວດ​ປະ​ຊາ​ຊົນ; ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ນາຍ​ທະ​ຫານ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ; ກົດ​ໝາຍ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່​າ​ດ້ວຍ​ການ​ບິນ​ພົນ​ລະ​ເຮືອນ ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ​ແມ່ນ ມະ​ຕິ​ຈຳ​ນວນ​ຫນຶ່ງ​ກໍ​ມີ​ຜົນ​ສັກ​ສິດ.

        ເປີດກວ້າງ​ເປົ້າ​ໝາຍ​ແມ່ນ​ອົງ​ການ​ຕ່າງ​ປະ​ເທດ​​ມ​ີກຳ​ມະ​ສິດ​​ນຳ​ໃຊ້ເຮືອນ​ຢູ່ຢູ່ ຫວຽດ​ນາມ

​        ນະ​ໂຍ​ບາຍ​ພົ້ນ​ເດັ່ນ ແລະ ເປັນ​ຫນ້າ​ສົນ​ໃຈ​ທີ່​ສຸດ ​ມີ​ຜົນ​ສັກ​ສິດນັບ​ແຕ່​ເດືອນ 7/2015 ເປັນ​ຕົ້ນ​ໄປ ນັ້ນ​ແມ່ນ ເລື່ອງ​ຊາວ​ຕ່າງ​ປະ​ເທດ​​ມີ​ກຳ​ມະ​ສິດ​​ນຳ​ໃຊ້ເຮືອນ​ຢູ່​ຢູ່ ຫວຽດ​ນາມ ຕາມ​ຂໍ້​ກຳ​ນົດ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​​ເຄ​ຫາ​ສະ​ຖານ ສະ​ບັບ​ປັບ​ປຸງ. ຕາມນັ້ນ​ແລ້ວ, ອົງ​ການ, ສ່ວນ​ບຸກ​ຄົນ​ຊາວ​ຕ່າງ​ປະ​ເທດ, ວິ​ສ​າ​ຫະ​ກິດ ມີ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ສາ​ຂາ, ຫ້ອງ​ການ​ຜູ້​ຕາງ​ຫນ້າ​ຂອງວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ກອງ​ທຶ​ນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ແລະ ທະ​ນາ​ຄານ​ຕ່າງ​ປະ​ເທດ​ສາ​ຂາ​ຢູ່​ຫວຽດ​ນາມ, ຊາວ​ຕ່າງ​ປະ​ເທດ​ເຂົ້າ​ເມືອງ​ຫວຽດ​ນາມ ​ມີກຳ​ມະ​ສິດ​ນຳ​ໃຊ້​ເຮືອນ​ຢູ່ ຢູ່ ຫວຽດ​ນາມ, ມີ​ສິດ​ໄດ້​ຊື້, ເຊົ່າ, ຮັບ, ມອບ​ເປັນ​ຂອງ​ຂວັນ​, ​ສືບ​ທອດ​ຊັບ​ສົມ​ບັດ ແລະ ​ມີກຳ​ມະ​ສິດບໍ່​ຮອດ 30% ຈຳ​ນ​ວ​ນ​​ອາ​ພາດ​ເມ​ັນ​ໃນ​ຕືກອາ​ຄາ​ແຫ່ງ​ຫນຶ່ງ. ໃນ​ກໍ​ລ​ະ​ນີ ເຮືອນ​ຢູ່​ແບບ ວີ​ລາ, ຫລື ເຮືອນ​​ຫ້ອງ​ແຖວ, ​ແມ່ນ​ກຳ​ມະ​ສິດໃນ 50 ປ​ີ. ນອກນັ້ນ ບັນ​ດາ​ກໍ​ລະ​ນີ​ດັ່ງ​ກ່າວ​​ອາດ​ຈະ​ມີກຳ​ມະ​ສິດ​ນຳ​ໃຊ້​ຍາວ​ນານ​ຄື​ຊາວ​ທ້ອງ​ຖິ່ນ​ຖ້າ​ຫາກ​​ມີ​ການສົມ​ລົດ​ກັບ​ຊາວ​ຫວຽດ​ນາມ.

       ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ການ​​ສຶກ​ສາວິ​ຊາ​ຊີບ ແລະ ຮັບ​ໃຊ້​ພັດ​ທະ​ນາ​ກະ​ສິ​ກຳ

        ກົດ​ໝາຍ​ວ່າ​ດ້ວຍ​ການ​ສຶກ​ສາ​ວິ​ຊາ​ຊີບມີ​ຜົນ​ສັກ​ສິດ​ປະ​ຕິ​ບັດ​ແຕ່​ວັນ​ທີ 1/7/2015 ​ມີ​ການປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສອນ​ວິ​ຊາ​ຊີບ ຕາມ​ທິດ​ເປີດ​ກ້​ວາງ​ຂອບ​ເຂດດັດ​ປັບ​ເຖິງ​ບັນ​ດາ​ໂຮງ​ຮຽນ​​ອາ​ຊີ​ວະຊັ້ນ​ກາງ, ວິ​ທະ​ຍາ​ໄລ, ສູນ​ເຕັກ​ນິກ​ສັງ​ລວມ- ແນະ​ນຳ​ອາ​ຊີບ, ສ້າງ​ລະ​ບົບ​ກົດ​ໝາຍ​ກ່ຽວ​ກັບ​ການ​ສຶກ​ສາ​ວິ​ຊາ​ຊີບ​ໃຫ້​ສົມ​ບູນ​ແບບ ຕາມ​ເນື້ອ​ໃນ​ຈິດ​ໃຈ​ປ່ຽນ​ໃຫ​ມ່​​ການ​ສຶກ​ສາໂດຍ​ພື້ນ​ຖານ, ຮອບ​ດ້ານ.

        ດຳ​ລັດ​ເລກ​ທີ 55/2015 ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ນະ​ໂຍ​ບາຍ​ສິນ​ເຊື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາກ​ະ​ສິ​ກຳ, ຊົນ​ນະ​ບົດ ຈະ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 25/7/2015 ໄດ້​ກຳ​ນົດ​ວ່າ ສ່ວນ​ບຸກ​ຄົນ, ຄອບ​ຄົວ, ຫນ່ວຍ​ສະ​ຫະ​ກອນ, ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ, ສ​ະ​ຫະ​ກອນ, ສະ​ຫະ​ພັນ​ສະ​ຫະ​ກອນ ແລະ ເຈົ້າ​ຂອງ​ຟາມ ໄດ້​ກູ້​ຢືມ​ເງິນ​ໂດຍບໍ່​ຕ້ອງ​ເອົາ​ຊັບ​ສິນ​ຈຳ​ນຳ ຕາມ 8 ລະ​ດັບ. ສິ່ງ​ດັ່ງ​ກ່າວ​ຈະ​ສ້າງກອບ​ກົດ​ໝາຍ​ເພື່ອ​ໃຫ້​ເສດ​ຖະ​ກິດ​ທະ​ເລ​ຂອງ​ຫວຽດ​ນາມ ສືບ​ຕໍ່​ພັດ​ທະ​ນາ.

       ຫລ​ຸດ​ຜ່ອນ​ໄລ​ຍະ​ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ​ລົງ​ທຶນ

        ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ສະ​ບັບ​ປັບ​ປຸງ ແລະ ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ ສະ​ບັບ​ປັບ​ປຸງ ມີ​ຫລາຍ​​ຈຸດ​ໄດ້​ຮັບ​ການ​ປ່ຽນ​ແປງ​ສຳ​ຄັນ, ປະ​ຕິ​ຮູບ​ກ່ຽວ​ກັບ​ລະ​ບຽບ​ການ​ບໍ​ລິ​ຫານ.

        ຈຸດ​ພົ້ນ​ເດັ່ນ​ອື່ນ​ອີກ ນັ້ນ​ແມ່ນ ວິ​ສາ​ຫະ​ກິດ ບໍ່​ຕ້ອງ​ຈົດ​ຂະ​ແຫນງ​ອາ​ຊີບ​ດຳ​ເນີນ​ທຸ​ລະ​ກິດໃນ​ຫນັງ​ສື​ອະ​ນຸ​ຍາດ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ. ສິ່ງ​ດັ່ງ​ກ່າວ​ໄດ້​ຫັນ​ສິດ​ເສ​ລີ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ເປັນ​ລະ​ອຽດ ຕາມ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ຫລຸດ​ຜ່ອນ​ຄວາມ​ສ່ຽງ, ເພີ່ມ​ລັກ​ສະ​ນະ​ເປັນ​ເຈົ້າ​ການ, ວ່ອງ​ໄວ​ໃນ​ການ​ເຄື່ອນ​ໄຫ​ວ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ, ຫັນ​ວິ​ວັດ​ການ​ເຂົ້າ​ຮ່ວມ​ຕະ​ຫລາດ​ໃຫ້​ສະ​ດວກກວ່າ, ຫລຸດ​ຜ່ອນ​ເວ​ລາ, ລາຍ​ຈ່າຍ​ໃນ​ລະ​ບຽບ​ການ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ.

        ລັດ​ພຽງ​ແຕ່​ລົງ​ທຶນງົບ​ປະ​ມານ​ເພື່ອ​ສ້າງ​ຕັ້ງ​ລັດ​ວິ​ສາ​ຫະ​ກິດ​ໃນ 4 ຂົງ​ເຂດ

        ບັນ​ດາ​ກົນ​ໄກ, ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ​້ມ​ຄອງ, ການ​ນຳ​ໃຊ້​ທຶນ​ຂອງ​ລັດ​ເພື່ອ​ລົງ​ທຶນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ​ຢູ່ ວິ​ສາ​ຫະ​ກິດ​ລ້ວນ​ແຕ່​ມຸ້ງ​ໄປ​ເຖິງ​ຈຸດ​ໝາຍ ປ່ຽນ​ໃຫມ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ລົງ​ທຶນ, ຄຸ້ມ​ຄອງ, ນຳ​ໃຊ້​ທຶນ​ຂອງ​ລັດ ກໍ​ຄື​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສ​າ​ຫະ​ກິດ. ກົດ​ໝາຍ​ກໍ​ກຳ​ນົດ​ວ່າ ລັດ​ພຽງ​ແຕ່​ລົງ​ທຶນ​ງົບ​ປະ​ມານ​ສ້າງ​ຕັ້ງ​ລັດ​ວິ​ສາ​ຫະ​ກິດ​ໃນ 4 ຂົງ​ເຂດ ນັ້ນ​ແມ່ນ: ວິ​ສ​າ​ຫະ​ກິດ​ສະ​ຫນອງ​ຜະ​ລິດ​ຕະ​ພັນ, ບໍ​ລິ​ການ​ທີ່​ມີ​ຜົນ​ປະ​ໂຫຍດ​ຈຳ​ເປັນ​ໃຫ້​ສັງ​ຄົມ, ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຜູກ​ຂາດ, ວິ​ສາ​ຫະ​ກິດ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ການ​ລົງ​ທຶນ​ໃຫຍ່, ສ້າງ​ກຳ​ລັງ​ຫນູນ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ໃຫ້​ແກ່​ບັນ​ດາ​ຂະ​ແຫນງ, ຂົງ​ເຂດ​ອື່ນ ແລະ ພື້ນ​ຖານ​ເສດ​ຖະ​ກິດ. ຈຸດ​ໃຫມ່​ທີ່​ສ​ຳ​ຄັນ ນັ້ນ​ແມ່ນ ພຽງ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ ຮັກ​ສາ ທຶນ​ຈົດ​ທະ​ບຽນ​ໃນ​ເບື້ອງ​ຕົ້ນ100% ຈຶ່ງ​ໄດ້​ຮັບ​ຖື​ວ່າ ແມ່ນ ລັດ​ວິ​ສາ​ຫະ​ກິດ, ແທນ​ທີ 51% ຄື​ກ່ອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ