ມອບ​ສິດ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​​ຂັ້ນ​ຮາກ​ຖານ​ເພື່ອ​ຄັດ​ເລືອກ​ເອົາພະ​ນັກ​ງານ​ມີ​ຈັນ​ຍາບັນມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ

(VOVWORLD) -ປະຈຸບັນໃນເຄືອຂ່າຍ ອິນເຕີແນັດ  ມີບາງຂໍ້ມູນຂ່າວເສກສັນປັ້ນແຕ່ງກ່ຽວກັບວຽກງານກະກຽມບຸກຄະລາກອນ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອາຍຸການ 2021 – 2026. ຄວາມຈິງ ແລະ ໝາກຜົນວຽກງານຂຶ້ນແຜນກຳນົດພະນັກງານຍຸດທະສາດຂອງ ພັກກອມມູນິດຫວຽດນາມ ກ່ອນດຳເນີນກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກໄດ້ຊີ້ໃຫ້ເຫັນວ່າ ບັນດາຂໍ້ມູນຂ່າວເສກສັນປັ້ນແຕ່ງດັ່ງກ່າວ ພຽງແຕ່ແມ່ນເລ່ລ່ຽມອັນຊົ່ວຮ້າຍ ແລະ ບໍ່ສາມາດເຮັດໃຫ້ອິດທິພົນຊື່ສຽງຂອງພັກກອມມູນິດ ຫວຽດນາມ ຫລຸດໜ້ອຍຖອຍລົງໄດ້.

ມອບ​ສິດ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​​ຂັ້ນ​ຮາກ​ຖານ​ເພື່ອ​ຄັດ​ເລືອກ​ເອົາພະ​ນັກ​ງານ​ມີ​ຈັນ​ຍາບັນມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ - ảnh 1

ຫວ່າງແລ້ວນີ້ ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ 12 ໄດ້ເປີດເຜີຍຢ່າງກວ້າງຂວາງກ່ຽວກັບແຜນນະໂຍບາຍວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ຕາມນັ້ນແລ້ວ ເລື່ອງແນະນຳ, ຂຶ້ນແຜນກຳນົດພະນັກງານຍຸດທະສາດ ໂດຍສູນກາງພັກ, ກົມການເມືອງຊຸດທີ 12 ເປັນເອກະພາບຕາມຂັ້ນຕອນ: ຂຶ້ນແຜນກຳນົດພະນັກງານຄະນະບໍລິຫານງານສູນກາງສາກອ່ນ ຫລັງຈາກນັ້ນ ແມ່ນຂຶ້ນແຜນກຳນົດໝູ່ຄະນະກົມການເມືອງ, ຄະນະເລຂາ ແລະ ສຸດທ້າຍ ແມ່ນບັນດາຕຳແຫນ່ງຫລັກແຫລ່ງຄື: ເລຂາທິການໃຫຍ່, ປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ.

ມອບສິດຄັດເລືອກໃຫ້ແກ່ອຳນາດການປົກຄອງຂັ້ນຮາກຖານ

ວຽກງານແນະນຳ, ຄັດເລືອກ, ຂຶ້ນແຜນກຳນົດພະນັກງານຍຸດທະສາດ ສະໄຫມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ມີຈຸດໃຫມ່ເມື່ອທຽບໃສ່ບັນດາສະໄຫມກອງປະຊຸມໃຫຍ່ຜ່ານມາ. ນັ້ນແມ່ນ ບັນດາແຜນນະໂຍບາຍໃຫຍ່ ກ່ຽວກັບວຽກງານພະນັກງານ ໂດຍສູນກາງປະກາດໃຊ້, ວາງແຜນກຳນົດ ແລະ ຊີ້ນຳໂດຍກົງ ແຕ່ ວຽກງານ ຄັດເລືອກ ພະນັກງານມີຈັນຍາບັນ ມີຄວາມເກັ່ງກ້າສາມາດ ໂດຍໄດ້ປະຕິບັດຢ່າງຄົບຊຸດຢູ່ທຸກຂັ້ນ ບົນພື້ນຖານຄົ້ນພົບ, ແນະນຳຈາກຄະນະພັກ, ອົງການຈັດຕັ້ງພັກ ຈາກຂັ້ນທ້ອງຖິ່ນເຖິງຂັ້ນສູນກາງ.

ກອງປະຊຸມສູນກາງພັກຄັ້ງທີ 12 ຊຸດທີ 12 ກໍ່ໄດ້ຢັ້ງຢືນ ເນື້ອໃນຫລັກຂອງສະໄຫມກອງປະຊຸມໃຫຍ່ຄັ້ງທີ 12 ກ່ຽວກັບ ສອງເນື້ອໃນ ມາດຕະການມີຄວາມໝາຍສຳຄັນທີ່ສຸດ ສຳລັບ ວຽກງານຄັດເລືອກ, ຄົ້ນພົບ, ແນະນຳບຸກຄະລາກອນເຂົ້າຄະນະບໍລິຫານງານສູນກາງພັກຊຸດທີ 13. ນັ້ນແມ່ນ ມອບສິດຄັດເລືອກ, ແນະນຳບຸກຄະລາກອນເຂົ້າສູນກາງພັກໃຫ້ ອຳນາດການປົກຄອງຂັ້ນຮາກຖານ ແລະ ອົງຄະນະພັກຂຶ້ນກັບ ພ້ອມທັງ ຖືຄວາມຮັບຜິດຊອບຂອງຜູ້ສະຫມັກ, ຜູ້ແນະນຳພະນັກງານເຂົ້າໃນແຜນກຳນົດພະນັກງານຍຸດທະສາດເປັນສຳຄັນ.

ຄວາມຈິງວຽກງານຂຶ້ນແຜນກຳນົດພະນັກງານຂັ້ນຍຸດທະສາດຂອງສູນກາງພັກກອມມູນິດຫວຽດນາມ ໄດ້ປະຕິບັດຕາມແຜນນະໂຍບາຍນີ້. 

ຜູ້ແນະນຳພະນັກງານຕ້ອງມີຫນ້າທີ່ຮັບຜິດຊອບ

ຈິດໃຈມອບສິດ ແລະ ສ້າງຄວາມເຊື່ອໝັ້ນຕໍ່ບັນດາອົງຄະນະພັກຂຶ້ນກັບສູນກາງຂອງຄະນະບໍລິຫານງານສູນກາງພັກ ໄດ້ສ້າງກົນໄກ ແລະ ເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ ເຂົ້າຮ່ວມດ້ວຍຈິດໃຈມີຄວາມຮັບຜິດຊອບສູງ, ປະຕິບັດເຂັ້ມງວດຂັ້ນຕອນຄົ້ນພົບ, ແນະນຳບຸກຄະລາກອນຢູ່ ຂັ້ນທ້ອງຖິ່ນ, ອົງການ, ຫົວຫນ່ວຍ; ຂັ້ນຕອນສຳຫລວດກວດກາ, ອະນຸມັດວຽກງານຂຶ້ນແຜນກຳນົດພະນັກງານຢູ່ສູນກາງ.

ໃນໄລຍະຜ່ານມາ, ຢູ່ ບັນດາອົງການ, ຫົວຫນ່ວຍ, ທ້ອງຖິ່ນຕ່າງໆ, ກອງປະຊຸມຄະນະປະຈຳ, ກອງປະຊຸມພະນັກງານຫລັກແຫລ່ງຂອງແຂວງ, ນະຄອນ ລ້ວນແຕ່ດຳເນີນການປ່ອນບັດແນະນຳບຸກຄະລາກອນເຂົ້າຮ່ວມສູນກາງພັກຊຸດທີ 13. ໝາກຜົນການນັບບັດໄດ້ປະຕິບັດຖືກຕ້ອງຕາມຂັ້ນຕອນ, ຮັບປະກັນຫລັກການ ດ້ວຍທັດສະນະຖືເປັນສຳຄັນພິເສດຕໍ່ມາດຕະຖານແນະນຳຜູ້ເຂົ້າໃນແຜນກຳນົດພະນັກງານ.

ຂັ້ນຕອນປະຕິບັດຢ່າງເຄັ່ງຄັດ, ໝາກຜົນການແນະນຳບຸກຄະລາກອນເຂົ້າຄະນະບໍລິຫານງານສູນກາງພັກຊຸດທີ 13 ມາຮອດປະຈຸບັນ ໄດ້ຊ່ວຍຄັດເລືອກບັນດາພະນັກງານ ໂດຍອຳນາດການປົກຄອງຂັ້ນຮາກຖານຄັດເລືອກ ເພີ່ມຈຳນວນພະນັກງານໃນບັນຊີລາຍຊື່ສະເຫນີແຜນກຳນົດພະນັກງານ ສົ່ງເຖິງສູນກາງ, ກາຍເປັນຫລັກຖານສຳຄັນເພື່ອໃຫ້ຄະນະບໍລິຫານງານສູນກາງພັກພິຈາລະນາ, ຕັດສິນຢູ່ບັນດາກອງປະຊຸມຕໍ່ໄປຂອງຄະນະບໍລິຫານງານສູນກາງພັກຊຸດທີ 12.

ຄວາມຈິງ ແລະ ໝາກຜົນການວາງແຜນກຳນົດບຸກຄະລາກອນຂັ້ນຍຸດທະສາດຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາໄດ້ຊີ້ໃຫ້ເຫັນບັນດາຂໍ້ມູນຂ່າວເສກສັນປັ້ນແຕ່ງກ່ຽວກັບວຽກງານບຸກຄະລາກອນກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ພຽງແຕ່ແມ່ນເລ່ລ່ຽມບໍ່ມີຄຸນຄ່າຂອງບັນດາອິດທິກຳລັງເປັນປໍລະປັກ ຫວັງຕ້ານ, ທຳລາຍພັກ, ລັດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ