ມະຕິ “ແທດເໝາກັບດິນຟ້າອາກາດ” - ມຸ່ງໄປເຖິງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ອຸດົມຮັ່ງມີ, ຍືນຍົງ

(VOVWORLD) -ທີ່ກອງປະຊຸມສະຫຼຸບ 3 ປີແຫ່ງການປະຕິບັດມະຕິເລກທີ 120, ລັດຖະບານ ແລະ ນາຍົກລັດຖະມົນຕີ ສືບຕໍ່ໃຫ້ຄຳໝັ້ນສັນຍາສ້າງກົນໄກສະດວກເພື່ອທົ່ວເຂດສືບຕໍ່ຜັນຂະຫຍາຍມະຕິເລກທີ 120, ມຸ່ງໄປເຖິງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ອຸດົມຮັ່ງມີ, ວັດທະນາຖາວອນ
ມະຕິ “ແທດເໝາກັບດິນຟ້າອາກາດ” - ມຸ່ງໄປເຖິງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ອຸດົມຮັ່ງມີ, ຍືນຍົງ - ảnh 1(ເປັນຄັ້ງທຳອິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ວາງແຜນຜັງລວມໄລຍະ 2021 – 2030
ໃນນັ້ນຈຸດພົ້ນເດັ່ນແມ່ນຄວາມ “ແທດເໝາະກັບດິນຟ້າອາກາດ” ເພື່ອພັດທະນາ)

ມະຕິເລກທີ 120 ຂອງລັດຖະບານກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແບບຍືນຍົງ ໄດ້ຊີ້ແຈ້ງວ່າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຕ້ອງຄົງຕົວແຍຍ “ແທດເໝາະກັບດິນຟ້າອາກາດ” ແລະ ຄັດເລືອກບັນດາຮູບແບບການເຕີບໂຕເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເສີມຂະຫຍາຍປະສິດທິຜົນຂອງເຂດຊີວະພາບແຕ່ລະເຂດ. ມະຕິສະບັບດັ່ງກ່າວໄດ້ຮັບການຜັນຂະຫຍາຍມາເປັນເວລາ 3 ປີຜ່ານມາ, ລັດຖະບານ ແລະ ບັນດາທ້ອງຖິ່ນ, ປະຊາຊົນໃນແຂວງ ສືບຕໍ່ປະຕິບັດຢ່າງແຮງ ພາຍຫຼັງກອງປະຊຸມສະຫຼຸບກວ່າ 3 ປີແຫ່ງການປະຕິບັດມະຕິເລກທີ 120 ຂອງລັດຖະບານກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ.

        ໃນການປະຕິບັດຕົວຈິງມະຕິເລກທີ 120 ຂອງລັດຖະບານເປັນເວລາກວ່າ 3 ປີຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ, ກະສິກຳໄດ້ມີການຫັນປ່ຽນ, ຈາກການໃຫ້ບຸລິມະສິດທີ 1 ແມ່ນເຂົ້າສານໄດ້ຫັນປ່ຽນສູ່ບຸລິມະສິດໃຫ້ແກ່ສິນໃນນ້ຳ, ໝາກໄມ້. ນ້ຳເຄັມກໍ່ກາຍເປັນແຫຼ່ງຊັບພະຍາກອນຮັບໃຊ້ໃຫ້ແກ່ການພັດທະນາ. ເນື້ອທີ່ດິນປູກເຂົ້າປະສົມກັບການລ້ຽງກຸ້ງແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ບັນລຸໄດ້ 200.000 ເຮັກຕາ, ເພີ່ມຂຶ້ນເກືອບ 3 ເທົ່າເມື່ອທຽນໃສ່ປີ 2000. ເມື່ອມີມະຕິເລກທີ 120, ສະພາປະສານງານເຂດໄດ້ຮັບການສ້າງຕັ້ງຂຶ້ນ. ເປັນຄັ້ງທຳອິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ວາງແຜນຜັງລວມໄລຍະ 2021 – 2030. ໃນນັ້ນຈຸດພົ້ນເດັ່ນແມ່ນຄວາມ “ແທດເໝາະກັບດິນຟ້າອາກາດ” ເພື່ອພັດທະນາ. ບົນພື້ນຖານນັ້ນ, ບັນດາວິສາຫະກິດຢູ່ພາຍໃນປະເທດ, ບັນດານັກລົງທຶນຕ່າງປະເທດ, ຄູ່ຮ່ວມມືສາກົນໄດ້ລົງທຶນ ຜັນຂະຫຍາຍຫຼາຍໂຄງການໃນຂົງເຂດກະສິກຳ, ຄົມມະນາຄົມ, ພັດທະນາພະລັງງານຜະລິດຄືນໃໝ່, logistics… ບັນດາໂຄງການດັ່ງກ່າວໄດ້ເຮັດໃຫ້ປ່ຽນແປງໂສມໜ້າເຂດ. ພາບພົດ ການລົງທຶນໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ມີຄວາມປະເອີບໃຈຫຼາຍຢ່າງ.

        ກ່ຽວກັບທາງດ້ານແງ່ມູມການຄົ້ນຄວ້າວິທະຍາສາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ນັກຊ່ຽວຊານຄົ້ນຄວ້າເປັນເອກະລາດ ຫງວຽນຫິວທ້ຽນ, ໄດ້ໄຈ້ແຍກວ່າ:

        “ມະຕິເລກທີ 120 ຂອງລັດຖະບານ ແມ່ນວິທີແກ້ໄຂໃຫ້ແກ່ຍຸດທະສາດຍາວນານຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ພ້ອມກັນນັ້ນກໍ່ຕ້ອງມີການກະກຽມຮັບມືກັບກໍລະນີທີ່ຊົ່ວຮ້າຍ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງຄວາມຕ້ອງການນ້ຳປະປາຢູ່ເຂດແຄມທະເລ. ຂໍ້ກຸນແຈເພື່ອແກ້ໄຂບັນຫາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນຫັນພື້ນຖານກະສິກຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຕາມທິດສຸມໃສ່ຄຸນນະພາບ”.

ມະຕິ “ແທດເໝາກັບດິນຟ້າອາກາດ” - ມຸ່ງໄປເຖິງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ອຸດົມຮັ່ງມີ, ຍືນຍົງ - ảnh 2(ເລື່ອງຂາດແຫຼ່ງນ້ຳຈືດສຳລັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຈະແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງສຳລັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ)

ໃນແງ່ມູມອື່ນໆ, ມີນັກຊ່ຽນຊານ, ນັກວິທະຍາສາດຫຼາຍທ່ານ ແລະ ບັນດາທ້ອງຖິ່ນໃນເຂດໄດ້ເຕື້ອງເຖິງ ແລະ ມີຂໍ້ສະເໜີຫຼາຍຢ່າງກ່ຽວກັບການຮັບປະກັນຄວາມປອດໄພຂອງແຫຼ່ງນ້ຳ. ທ່ານ ຫງວຽນແທັງບິ່ງ, ປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ໃຫ້ຮູ້ວ່າ, ການຮັບປະກັນຄວາມປອດໄພແຫຼ່ງນ້ຳພວມວາງອອກສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ການພັດທະນາເສດຖະກິດຂອງບັນດາທ້ອງຖິ່ນໃນເຂດ.

        “ປະຈຸບັນ, ໃນວິວັດການການປ່ຽນແປງຂອງດິນຟ້າອາກາດນັ້ນ, ເລື່ອງຂາດແຫຼ່ງນ້ຳຈືດສຳລັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃນໄລຍະຈະມາເຖິງນີ້ ຈະແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງສຳລັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ສະນັ້ນ, ຂ້າພະເຈົ້າສະເໜີ ຕ້ອງວາງແຜນຜັງບັນດາໜອງເກັບນ້ຳຈືດໃຫຍ່ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ທີ 1 ແມ່ນຢູ່ ອານຢາງ, ທີ 2 ແມ່ນຢູ່ ດົ່ງທ໊າບ, ເກັບນ້ຳຈືດໃນລະດູແລ້ງ, ສະໜອງນ້ຳຮັບໃຊ້ການຜະລິດກະສິກຳໃຫ້ແກ່ 2 ແຂວງດັ່ງກ່າວ ແລະ ພ້ອມນັ້ນ, ພວກເຮົາຈັດແບ່ງແຫຼ່ງນ້ຳໃຫ້ແກ່ບັນດາແຂວງຢູ່ເຂດລຸ່ມແມ່ນ້ຳນີ້”.

        ກອງປະຊຸມສຳມະນາການວາງແຜນຜັງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍກະຊວງແຜນການ ແລະ ການລົງທຶນຫວຽດນາມ ຈັດຂຶ້ນຢູ່ ເກີນເທີ ໃນເດືອນ ພະຈິກ 2020, ບັນຫາທີ່ວາງອອກເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແບບຍືນຍົງ ແມ່ນຕ້ອງອີງໃສ່ 3 ເສົາຄ້ຳ ເສດຖະກິດ-ສັງຄົມ-ສິ່ງແວດລ້ອມ, ໃນນັ້ນຖືປັດໄຈ “ມະນຸດ” ເປັນໃຈກາງ; ຖື “ການຮັບມືເພື່ອໃຫ້ເໝາະສົມ” ກັບການປ່ຽນແປງຂອງດິນຟ້າອາກາດແມ່ນວິທີການພັດທະນາ. ພ້ອມກັນນັ້ນ, ຊຸກຍູ້ການປ່ຽນແປງໃໝ່, ປະດິດຄິດສ້າງ ເພື່ອແນໃສ່ເຮັດໃຫ້ສິ່ງທ້າທາຍກາຍເປັນກາລະໂອກາດ, ຖືການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຍິ່ງຂຶ້ນແມ່ນເງື່ອນໄຂທີ່ບໍ່ສາມາດຫຼີກລ້ຽງໄດ້, ສິ່ງສຳຄັນແມ່ນມະນຸດນຳໃຊ້, ດັດປັບ ແລະ ຄວບຄຸມເພື່ອພັດທະນາ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໊ຢູງ, ຊີ້ແຈ້ງວ່າ:

        “ພວກເຮົາມີພື້ນຖານຢ່າງພຽງພໍເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ກາຍເປັນສູນກາງເສດຖະກິດກະສິກຳແບບຍືນຍົງ, ຂະຫຍັນຂັນເຄື່ອນ ແລະ ບັນລຸປະສິດທິຜົນສູງຂອງປະເທດ, ພາກພື້ນ ແລະ ໃນໂລກ ດ້ວຍລະບົບໂຄງປະກອບພື້ນຖານໂຄງລ່າງພັດທະນາຢ່າງຄົບຊຸດ, ທັນສະໄໝ, ອາເນກປະສົງ ພ້ອມກັບບັນດາເສັ້ນທາງຄົມມະນາຄົມເສັ້ນທາງດ່ວນ, ຄົມມະນາຄົມທາງນ້ຳ; ລະບົບບັນດາສູນຈຸດສຸມກ່ຽວກັບກະສິກຳ; ບັນດາແລວເສດຖະກິດ”.

        ທີ່ກອງປະຊຸມສະຫຼຸບ 3 ປີແຫ່ງການປະຕິບັດມະຕິເລກທີ 120, ລັດຖະບານ ແລະ ນາຍົກລັດຖະມົນຕີ ສືບຕໍ່ໃຫ້ຄຳໝັ້ນສັນຍາສ້າງກົນໄກສະດວກເພື່ອທົ່ວເຂດສືບຕໍ່ຜັນຂະຫຍາຍມະຕິເລກທີ 120, ມຸ່ງໄປເຖິງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ອຸດົມຮັ່ງມີ, ວັດທະນາຖາວອນ, ຖືມະນຸດເປັນໃຈກາງ, ຖືການນຳໃຊ້ແຫຼ່ງຊັບພະຍາກອນນ້ຳ, ທີ່ດິນ, ບັນດາແຫຼ່ງຊັບພະຍາກອນທຳມະຊາອື່ນໆແບບປະຢັດ ແລະ ຍືນຍົງເປັນທິດສະດີໃຫ້ແກ່ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ