ມະຕິຂອງລັດຖະບານຊ່ວຍວິສາຫະກິດພັດທະນາການຜະລິດ

ປີ 2011 ​​ຖືກ​ຖື​ວ່າ ​ແມ່ນ​ປີ​ທີ່​ບັນດາ​ກຸ່ມ​ເສດຖະກິດ, ວິ​ສາ​ຫະກິດ​ຫວຽດນາມປະສົບ​ກັບ​ຄວາມ​ຫຍຸ້ງຍາກຫຼາຍຢ່າງ. ຫຼາຍວິ​ສາ​ຫະກິດ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ ເພື່ອ​ສາມາດ​ຄົງ​ຕົວ​ໄດ້​ໃນ​ໄລຍະ​ເວລາ​ອັນ​ທຸກ​ຍາກ​ນີ້. ປີ 2012, ພື້ນ​ຖານເສດຖະກິດ​​ໂລກ​ເວົ້າລວມ ​ແລະ​ຫວຽດນາມ​ເວົ້າສະ​ເພາະ​ ຍັງຄົງຢືນ​ຢູ່​ຕໍ່ໜ້າ​ການ​ທ້າ​ທາຍຫຼາຍຢ່າງ. ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ໄດ້​ກຳນົດ​ວ່າ ຕ້ອງ​ມີ​ຄວາມ​ພະຍາຍາມຫຼາຍກ່ວາ​ອີກ ​ແລະ​ປາດ​ຖະໜາ​ ຈະ​​ໄດ້​ຮັບ​ຄວາມສະດວກຫຼາຍຢ່າງ ຈາກ​ນະ​ໂຍບາຍ​ບໍລິຫານ​ຂອງ​ລັດຖະບານ​ໃນ​ປີ​ໃໝ່ ຊື່​ງຄາດ​ຄະ​ເນ​ວ່າ ຍັງ​ຄົງຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຢ່າງຫຼວງຫຼາຍ.

ມະຕິຂອງລັດຖະບານຊ່ວຍວິສາຫະກິດພັດທະນາການຜະລິດ - ảnh 1

ການໂອ້ລົມສົນທະນາກ່ຽວກັບການປະຕິບັດມະຕິເລກທີ 11 ຂອງລັດຖະບານຫວຽດນາມຢູ່ນະຄອນໂຮ່ຈິມິນ

ພາບ: Http//:mpi.gov.vn

  ​ໃນ​ທ້າຍປີ 2011, ຄະນະ​ເລ​ຂາ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ (VBF) ​ໄດ້​ດຳ​ເນີນ​ການ​ສຳຫຼວດ ​ເອົາ​ຄຳ​ເຫັນ​ຈາກ​ວິ​ສາ​ຫະກິດ​ກ່ຽວ​ກັບ​ເລື່ອງ “ລັດຖະບານ​ຄວນ​ຍຶດໝັ້ນການປະຕິບັດ​ບັນດາ​ມາດ​ຕະການ​ຮັດ​ກຸ່ມ​ເງິນຕາ ຕາມ​​ເໜືອ​ໃນຈິດ​ໃຈ​ມະຕິ​ເລກທີ 11 ຂອງ​ລັດຖະບານ ຈົນ​ເຖິງ​ເວລາ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ໄດ້ຫຼືບໍ່”. ​ເບີ່​ງລວມ​ແລ້ວ, ວິ​ສາ​ຫະກິດ​ສ່ວນຫຼາຍ ຊື່​ງ​ແມ່ນ​ເປົ້າໝາຍ​ຖືກ​ຜົນ​ສະທ້ອນ​ໂດຍ​ກົງ​ຈາກ​ມະຕິ​ເລກທີ 11 ລ້ວນ​ແຕ່​ເຫັນ​ດີ​ເຫັນ​ພ້ອມ​ ກັບ​ທັດສະນະ​ຂອງ​ລັດຖະບານ ກ່ຽວ​ກັບ​ການ​ໃຫ້ບຸລິມະສິດ​ອັນ​ດັບ 1, ຈຸດໝາຍ​ຈຳ​ຄັນ​ທີ່​ສຸດ​ໃນ​ປະຈຸ​ບັນ​ຂອງ​ຫວຽດນາມ ​ແມ່ນ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ​ກ້າວ​ໄປ​ເຖິງ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການຈະ​ເລີ​ນ​ເຕີບ​ໂຕ. ວິ​ສາ​ຫະກິດ​ສ່ວນຫຼາຍ​ໄດ້​ມີ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ແງ່​ຫວັງ​ຂອງ​ພື້ນຖານ​ເສ​ດຖະກິດ​ຫວຽດນາມ​ໃນ​ໄລຍະ​ຍາວ. ທ່ານ​ຟ້າ​ມຮົ່ງຫວຽດ, ຜູ້ອຳນວຍການ​ບໍລິສັດສົ່ງ​ອອກ​ແຫ່ງ 1 ​ໃນ​ຂະ​ແໜງ​ເກີບ​ໜັງ​ຫວຽດນາມ​ຖື​ວ່າ, ​ໃນ​ປີ 2012, ວິ​ສາ​ຫະກິດ​ປາດ​ຖະໜາວ່າ ຈະ​ມີ​ການ​ດັດ​ປັບ​ນະ​ໂຍບາຍ​ເງິນຕາ​​ຢ່າງ​ມີ​ໄຫວ​ພິບ​ຕໍ່​ກັບ​ບັນດາ​ວິ​ສາ​ຫະກິດ:

  “​ປະຈຸ​ບັນ, ວິ​ສາ​ຫະກິດ​ຂາ​​ເຂົ້າຂາອອກ​ຕ້ອງ​ກູ້​ຢືມ​ທຶນ​ດ້ວຍ​ອັດຕາ​ດອກ​ເບັ້ຍ​ແຕ່ 7-7,5%, ​ທີ່ຈິງ​ແລ້ວ, ຄວນນຳໃຊ້​ອັດຕາດອກ​ເບັ້ຍກູ້​ຢືມ​ເງິນ​ຕ່າງປະ​ເທດ​ໃນ​ລະດັບຕ່ຳ​ກ່ວາ 6%. ບັນດາ​ໃບ​ສັ່ງຊື້​ສິນຄ້າ​ໃນຕົ້ນປີ 2012 ຍັງ​ປະສົບ​ກັບ​ຄວາ​ມຫຍຸ້ງຍາກຫຼາຍຢ່າງ. ພິ​ເສດ ໃນຕົ້ນປີ 2012 ບັນດາ​ວິ​ສາ​ຫິກິດ​ອີ​ຢູ ຍັງ​ບໍ່​ທັນ​ກຳນົດບັນດາ​ໃບ​ສັ່ງ​ຊື້​ສິນຄ້າ​ໄດ້. ປະ​ຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ໄດ້ສົ່ງອອກ​ໄປຕະຫຼາດອາ​ຟຼິກກາ, ອາຣັບ​ເປັນຕົ້ນ. ຕໍ່ໜ້າ​ບັນດາ​ຄວາມ​ຫຍຸ້ງຍາ​ກ​ເຊັ່ນ​ນັ້ນ, ພວກ​ຂ້າພະ​ເຈົ້າມີ​ແຜນການ ​ແລະ​ ຄິດ​ໄລ່​​ເຖິງ​ການເປີດ​ກ້ວາງ​ຕະຫຼາດ​

ມະຕິຂອງລັດຖະບານຊ່ວຍວິສາຫະກິດພັດທະນາການຜະລິດ - ảnh 2
ບັນດາວິສາຫະກິດຜະລິດວັດສະດຸກໍ່ສ້າງໃນບໍລິເວນແຂວງກວາງນິງ
ພວມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ
ພາບ: Http//:quangninh.gov.vn

   ປີ 2012, ​ໃນ​ສະພາບ​ການທີ່​ລັດຖະບານ​ຕ້ອງ​ສືບ​ຕໍ່​ຈຸດໝາຍ ຄວບ ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​, ຍັງຕ້ອງ​ຮັດ​ກຸ່ມນະ​ໂຍບາຍ​ເງິນຕາ, ບໍ່​ສາມາດ​ຫລຸດ​ອັດ​ຕາດ​ອກ​ເບັ້ຍ​ກູ້​ຢືມໄດ້​ໃນ​ທັນທີ. ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ​ນ້ອຍ ​ຍັງ​ມີ​ຄວາມ​ວິຕົກ​ກັງວົນຫຼາຍ, ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ນ້ອຍ​ທີ່​ສຸດ ​ສືບ​ຕໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​​ໃນດ້ານ​ທຶນຮອນ. ຕາມ​ທ່ານ​ໂຕ​ຮ່ວາຍ​ນາມ, ຮອງ​ປະທານ ທັງ​ເປັນ​ເລຂາທິການ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ​ນ້ອຍຫວຽດນາມ​ແລ້ວ, ປີ 2011, ອີງ​ໃສ່ມະຕິ​ເລກທີ 11 ຂອງ​ລັດຖະບານ, ສະຫະ​ສະມາຄົມ​ໄດ້​ສ້າງຕັ້ງກອງ​ທຶນ​ສິນ​ເຊື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ສິ່ງ​ທີ່​ວິ​ສາ​ຫະກິດ​ຕ້ອງການ​ຄື: ສະຖານ​ທີ່​ທຳການ​ຜະລິດ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາ​ກອຍ​ມະນຸດ, ທຶນ​ສິນ​ເຊື່ອ, ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ, ທ່ານ​ກ່າວ​ວ່າ:

   “​ທັດສະນະ​ຂອງ​ສະຫະ​ສະມາຄົມ​ແມ່ນ​ສຳລັບວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ​ນ້ອຍ ຕ້ອງ​ມີ​ການ​ກຳນົດ​ໃໝ່ ​ເພື່ອ​ເຮັດ​ແນວ​ໃດຫລຸດຜ່ອນ​ລະບຽບ​ການ​ຕ່າງໆ ຊື່​ງ​ແມ່ນ​ຮົ້ວ​ກີດ​ຂວາງ​ສຳລັບວິ​ສາ​ຫະກິດ. ຄຽງ​ຂ້າງ​ນັ້ນ ຈະ​ເອົາ​ໃຈ​ໃສ່​ເຖິງ​ວິທີ​ການ​ລະອຽດ​ຂອງ​ວິ​ສາ​ຫະກິດ, ​ເວລານັ້ນ ນະ​ໂຍບາຍ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ຈະ​ມີ​ປະ​ໂຫຍ​ດຕໍ່​ວິ​ສາ​ຫະກິດ. ປະຈຸ​ບັນ, ກະຊວງ​ແຜນການ ​ແລະ​ການ​ລົງທຶນຫວຽດນາມ, ທະນາຄານ​ແຫ່ງ​ລັດ​ພວມ​ຄົ້ນຄ້ວາ​ນະ​ໂຍບາຍ​ນີ້. ກະຊວງ​ແຜນການ ​ແລະ​ການ​ລົງທຶນ​ ໄດ້​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ ​ແລະ​ຂໍ​ຄຳ​ເຫັນ​ຈາກບັນດາ​ກະຊວງ ຂະ​ແໜງ​ການ, ສູ້​ຊົນ​​ເຮ​ດ​ແນວ​ໃດ ຈະ​ປະຕິບັດ​ນະ​ໂຍບາຍ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ໄດ້ໃນ​ໄຕ​ມາດ​ທີ 1 ປີ 2012”

  ​ການ​ເຄື່ອນ​ໄຫວ​ຕົວ​ຈິ​ງຂອງ​ບັນດາ​ວິ​ສາ​ຫະກິດ​ໃຫ້​ເຫັນ​ວ່າ ນະ​ໂຍບາຍ​ພາສີ​ອາກອນ ​ແລະ​ສິນ​ເຊື່ອ​ແມ່ນ 2 ນະ​ໂຍບາຍ​ກໍ່​ຜົນ​ສະທ້ອນຫຼາຍຕໍ່​ວິ​ສາຫະກິດ. ສາດສະດາຈານ​ຫງວຽນ​ມ້າ​ຍ, ອະດີດ​ຮອງ​ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ ກ່ຽວ​ກັບ​ການ​ຮ່ວມ​ມື​ລົງທຶນ​ຖື​ວ່າ: ນະ​ໂຍບາຍ​ສິນ​ເຊື່ອ​ຄວນ​ມີ​ໄຫວ​ພິບ ​ແລະ​ເໝາະ​ສົມ​ກັບ​ສະພາບ​ການຫຼາຍ​ກ່ວາ​ອີກ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສາມາດ​ສຳ​ພັດ​ກັບ​ແຫຼ່ງທຶນ​ກູ້​ຢືມ​ໄດ້. ກ່ຽວ​ກັບ​ນະ​ໂຍບາຍ​ພາສີ​ອາກອນ, ຫວ່າງ​ແລ້ວ​ນີ້, ຫ້ອ​ງການ​ອຸດສາຫະກຳ ​ແລະ​ການ​ຄ້າ​ຫວຽດນາມ (VCCI) ​ໄດ້​ສະ​ເໜີ​ປັບປຸງ​ກົດໝາຍ 16 ສະບັບ ນັບ​ແຕ່ອາກອນ​ມູນ​ຄ່າ​ເພີ່ມ ຕະຫຼອດຮອດ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ, ອາກອນ​ຈຳໜ່າຍ​ພິ​ເສດ ຕາມ​ທິດ​ຊ່ວຍ​ວິ​ສາ​ຫະກິດ​ບັນ​ເທົາ​ຄວາມ​ຫຍຸ້ງຍາກ ​ແລະ​ມີ​ການ​ພັດທະນາ​ໄດ້:

   “ຂໍ້​ສະ​ເໜີອັນ​ຈະ​ແຈ້ງ​ຂອງ VCCI ​ແມ່ນ​ສະ​ເໜີ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ, ກົດໝາຍ​ພາສີ​ອາກອນ, ກົດໝາຍ​ການ​ປະມູນ, ທີ່​ດິນ. ບັນດາການ​ປັບປຸງ​ນີ້ ​ຖືກ​ປະຕິບັດໂດຍ​ຜ່ານ​ບັນດາ​ຄຳ​ເຫັນ ​ແລະ​ຄວາມ​ວິ​ຕົກ​ກັງວົນ​ຂອງ​ວິ​ສາ​ຫະກິດ. ຈາກ​ນັ້ນ ມີ​ບັນດາ​ນະ​ໂຍບາຍ​ເໝາະ​ສົມ​ກັບ​ບັນດາ​ວິ​ສາ​ຫະກິດ ​ເພື່ອ​ສາມາດ​ຮັບ​ມື​ກັບ​ສະ​ພາບ​ເສດຖະກິດ​ຂອງ​ປີ 2012

  ​ໃນ​ປີ 2012, ຍັງ​ມີ​ກາລະ​ໂອກາດຫຼາຍຢ່າງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ຂະນະ​ທີ່​ລັດຖະບານ​ໄດ້​ວາງ​ອອກຫຼາຍມາດ​ຕະການ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ ​ແລະ​ຫລຸດຜ່ອນ​ໄພ​ເງິນ​ເຟີ້. ສິ່ງ​ດັ່ງກ່າວ​ແມ່ນ​ເງື່ອນ​ໄຂ​ເພື່ອ​ຫລຸດ ອັດຕາ​ດອກ​ເບັ້ຍກູ້​ຢືມ​​ລົງ. ຄຽງ​ຂ້າງ​ນັ້ນ, ລັດຖະບານ​ກໍ​ມີ​ແຜນ​ນະ​ໂຍບາຍ​ຫລຸດຜ່ອນ, ​ຕໍ່​ກຳນົດ​ເວລາ​​ເສຍອາກອນ​ລາຍ​ຮັບ​ໃຫ້​ແກ່​ວິ​ສາ​ຫະກິດ, ປະຕິ​ຮູບລະບຽບ​ການ​ດ້ານ​ບໍລິຫານ….​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຫລຸດ​ພົ້ນອອກ​ຈາກ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ, ຟື້ນ​ຟູ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ຖື​ວ່າ: ​ເພື່ອໜູນ​ຊ່ວຍ​ບັນດາ​ກຸ່ມ​ເສດ ຖະກິດ, ວິ​ສາ​ຫະກິດ ມີ​ຄວາມ​ສາມາດ​ພັດທະນາ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ ດຳ​ເນີນ​ທຸລະ​ກິດ​ຂອງ​ຕົນ​ນັ້ນ, ລັດຖະບານ​ຄວນ​ມີ​ບັນດາ​ບາດກ້າວບຸກທະລຸ ​ແລະ​​ແຂງແຮງ​ກ່ວາ​ອີກ, ຍ້ອນ​ວ່າ ຖ້າ​ຫາກ ​ແຫຼ່ງກຳລັງ​ນີ້​ເຂັ້ມ​ແຂງ, ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ຈຶ່ງ​ຈະ​ມີ​ການ​ພັດທະນາ ​​ແບບ​ຍື່ນ​ຍົງ​ໄດ້.

ທູ​ຮັ່ງ

       

ຕອບກັບ

ຂ່າວ/ບົດ​ອື່ນ