ມະຕິເລກທີ 36 ໄດ້ ເປີດກວ້າງຂອບຂະຫນາດໃຫຍ່ແຫ່ງການພັດທະນາເສດຖະກິດຈາກທະເລຂອງຫວຽດນາມ

(VOVWORLD) -ຫວຽດນາມ ແມ່ນ ປະເທດແຄມຝັ່ງທະເລຕາເວັນອອກ ມີດັດຊະນີທະເລສູງທົບ 6 ເທົ່າ ດັດຊະນີທະເລສະເລ່ຍຂອງທົ່ວໂລກ. ດ້ວຍ  28/63 ແຂວງ, ນະຄອນ ແຄມທະເລ, ກວມເອົາ 42% ເນື້ອທີ່ດິນຕໍ່ແຜ່ນ ແລະ 45% ຍອດຈຳນວນພົນລະເມືອງ, ຫວຽດນາມ ມີທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນໃຫຍ່ກ່ຽວກັບຊັບພະຍາກອນທະເລ, ໝູ່ເກາະ. ມະຕິເລກທີ 36 - ມຕ/ສກ ລົງວັນທີ 22 ຕຸລາປີ 2018 ຂອງກອງປະຊຸມສູນກາງຄັ້ງທີ 8 ຊຸດທີ XII ກ່ຽວກັບ “ຍຸດທະສາດພັດທະນາເສດຖະກິດ ທະເລຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ແບບຍືນຍົງ” ໄດ້ຢັ້ງຢືນທີ່ຕັ້ງ, ຄວາມສຳຄັນຂອງການພັດທະນາເສດຖະກິດທະເລໝູເກາະ ຈາກບັນດາທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນນີ້ ພ້ອມທັງ ກຳນົດຫນ້າທີ່ ນຳຫວຽດນາມ ກາຍເປັນປະເທດຮັ່ງມີເຂັ້ມແຂງຈາກທະເລ.

ຫວຽດນາມ ມີຝັ່ງທະເລຍາວ 3.260 ກິໂລແມັດ ຈາກເຫນືອຮອດໃຕ້ ດ້ວຍອັດຕາສ່ວນແມ່ນປະມານ 100km2 ດິນຕໍ່ແຜ່ນ/1km ຝັ່ງທະເລ, ໃນຂະນະນັ້ນ ລະດັບສະເລ່ຍຂອງໂລກແມ່ນ 600 km2 ດິນຕໍ່ແຜ່ນ/1km ຝັ່ງທະເລ. ດ້ວຍເກາະກວ່າ 3000 ແຫ່ງ, ໃນນັ້ນ ມີໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.. ບັນດາເຂດທະເລ ແລະ ໄຫລ່ທະວີບແມ່ນຂຶ້ນກັບອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານແຫ່ງຊາດ ຂອງຫວຽດນາມ ແມ່ນກວ້າງກວ່າ 1 ລ້ານ km2, ສູງທົບ 3 ເທົ່າເນື້ອທີ່ດິນຕໍ່ແຜ່ນ.

ມະຕິເລກທີ 36 ໄດ້ ເປີດກວ້າງຂອບຂະຫນາດໃຫຍ່ແຫ່ງການພັດທະນາເສດຖະກິດຈາກທະເລຂອງຫວຽດນາມ - ảnh 1ຫວຽດນາມ ຈະກາຍເປັນປະເທດຮັ່ງມີເຂັ້ມແຂງຈາກທະເລ. ພາບປະກອບ:VOV

ຫລາກຫລາຍຄວາມສາມາດບົ່ມຊ້ອນແຫ່ງການພັດທະນາເສດຖະກິດທະເລ

ທະເລ ຫວຽດນາມ ມີແຮ່ທາດ ປະມານ 35 ຊະນິດ ດ້ວຍປະລິມານການຂຸດຄົ້ນແຕກຕ່າງກັນ. ໃນນັ້ນ ນ້ຳມັນອາຍແກັດ ແມ່ນຊັບພະຍາກອນໃຫຍ່ສຸດຢູ່ໄຫລ່ທະວີບ, ມີລະດັບຍຸດທະສາດສຳຄັນ. ປີ 2022 ປະລິມານການຂຸດຄົ້ນນ້ຳມັນດິບຂອງ ຫວຽດນາມ ບັນລຸ 10,84 ລ້ານໂຕນ, ຍອດປະລິມານການຂຸດຄົ້ນສິນທະເລຄາດວ່າບັນລຸກວ່າ 9 ລ້ານໂຕນ, ໃນນັ້ນ 6 ເດືອນຕົ້ນປີນີ້ ຄາດວ່າບັນລຸ 4,27 ລ້ານໂຕນ, ທ່ານ ຮອງສາດສະດາຈານ, ປອ ຈູໂຮ່ຍ ປະທານ ສະມາຄົມອາຊີບຫາປາ ຫວຽດນາມ ໃຫ້ຮູ້ວ່າ:

 “ ບັນດາແຂວງແຄມທະເລຜ່ານການພັດທະນາໃນປີ 2022 ແລະ ຊຸມປີກ່ອນນັ້ນ, ຖ້າພວກເຮົາສັງເກດລະດັບ GRDP (ດັດຊະນີລວມຍອດຜະລິດຕະພັນເສດຖະກິດຂອງທ້ອງຖິ່ນ), ອັດຕາທີ່ປະກອບສ່ວນຂອງເສດຖະກິດທະເລແມ່ນສວມບົດບາດສຳຄັນ. ບາງຂະແໜງເສດຖະກິດທະເລທີ່ໄດ້ຮັບການພັດທະນາໃໝ່ເຊັ່ນ ພະລັງງານທາງທະເລທົດແທນ, ລວມທັງພະລັງງານແຮງລົມຢູ່ທະເລກໍໄດ້ພັດທະນາ”.

ດ້ວຍຫາດຊາຍໃຫຍ່ນ້ອຍນັບ 125 ແຫ່ງ, ອາກາດສົດຊື່ນເຢັນສະບາຍຕະຫຼອດປີ, ທິວທັດທຳມະຊາດທີ່ສວຍງາມຫຼາຍແຫ່ງ... ແມ່ນເງື່ອນໄຂທີ່ດີເພື່ອໃຫ້ ຫວຽດນາມ ກໍ່ສ້າງບັນດາສະຖານທີ່ທ່ອງທ່ຽວ, ຣີສອດ ແລະ ທ່ອງທ່ຽວລະດັບສູງ. ນອກນັ້ນ, ໝູ່ເກາະ ແລະ ເຂດແຄມທະເລຍັງເຕົ້າໂຮມຫລາຍມໍລະດົກໂລກ, ປ່າສະຫງວນແຫ່ງຊາດ, ເຂດນິເວດວິທະຍາ ແລະ ເຂດອະນຸລັກຮັກສາທຳມະຊາດ;  ປູຊະນີຍະສະຖານວັດທະນະທຳ-ປະຫວັດສາດຫຼາຍແຫ່ງ; ງານບຸນປະເພນີຂອງປະຊາຊົນແຄມທະເລ; ຮີດຄອງປະເພນີ ກ່ຽວຂ້ອງເຖິງທະເລ... ດ້ວຍທ່າໄດ້ປຽບດັ່ງກ່າວ, ການທ່ອງທ່ຽວທະເລຂອງຫວຽດນາມ ແຕ່ລະປີໄດ້ປະກອບສ່ວນປະມານ 70% ຍອດລາຍຮັບຂອງຂະແໜງທ່ອງທ່ຽວທົ່ວປະເທດ.

ທ່າໄດ້ປຽບທີ່ສຳຄັນອີກຢ່າງໜຶ່ງ ນັ້ນແມ່ນເຂດທະເລຂອງ ຫວຽດນາມ ຂຶ້ນກັບທະເລຕາເວັນອອກ, ແມ່ນໜຶ່ງໃນບັນດາເສັ້ນທາງການຄ້າທາງທະເລສາກົນທີ່ຫນາແຫນ້ນທີ່ສຸດໃນໂລກ, ເຊື່ອມຕໍ່ມະຫາສະໝຸດອິນເດຍ ແລະ ປາຊີຟິກ. ຝັ່ງທະເລ ຫວຽດນາມ ເປີດປະຕູອອກສູ່ທັງ 3 ທິດຕາເວັນອອກ, ທິດໃຕ້ ແລະ ທິດຕາເວັນຕົກສຽງໃຕ້, ສະນັ້ນມີຄວາມສະດວກຫຼາຍໃຫ້ແກ່ການແລກປ່ຽນການຄ້າສາກົນ ແລະ ການເຊື່ອມໂຍງເສດຖະກິດທາງທະເລ. ລຽບຕາມແຄມຝັ່ງທະເລແຕ່ເໜືອຫາໃຕ້, ມີ 10 ຈຸດທີ່ສາມາດສ້າງທ່າກຳປັ່ນນ້ຳເລິກ ແລະ ທ່າກຳປັ່ນຂະໜາດກາງຫຼາຍແຫ່ງ ດ້ວຍປະລິມານຂົນສົ່ງສິນຄ້າທັງໝົດ 733,18 ລ້ານໂຕນໃນປີກາຍນີ້.

ມາຮອດປະຈຸບັນ, ຫວຽດນາມໄດ້ ເຊັນ ສັນຍາການຄ້າທາງທະເລ ກັບ 26 ປະເທດ. ຫວຽດນາມ ໄດ້ພັດທະນາທ່າກຳປັ່ນ 30 ແຫ່ງ ດ້ວຍ 166 ທ່າເຮືອ, 350 ຂົວທຽບທ່າ, ດ້ວຍຄວາມຍາວທັງໝົດປະມານ 45.000 ແມັດ; ກໍ່ສ້າງ 18 ເຂດເສດຖະກິດແຄມທະເລ… ເຂດທະເລກວ້າງໃຫຍ່ມີໝູ່ເກາະຫຼາຍແຫ່ງ ກໍ່ແມ່ນສະຖານທີ່ສຳຄັນເພື່ອຮັບປະກັນຄວາມໝັ້ນຄົງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ເພື່ອສ້າງສະພາບແວດລ້ອມແຫ່ງການພັດທະນາເສດຖະກິດແຫ່ງຊາດ.

 ຫວຽດນາມ ເປີດກວ້າງຂອບຂະຫນາດໃຫຍ່ແຫ່ງການພັດທະນາເສດຖະກິດຈາກທະເລ

ມະຕິເລກທີ 36-ມຕ/ສກ, ລົງວັນທີ 22 ຕຸລາ 2018, ຂອງກອງປະຊຸມ ຄັ້ງທີ 8 ສູນກາງພັກຊຸດທີ XII, ໄດ້ວາງອອກເປົ້າໝາຍສັງລວມ ແລະ ບັນດາຄາດໝາຍລະອຽດ ແນໃສ່ນຳ ຫວຽດນາມ ໃຫ້ກາຍເປັນປະເທດທີ່ ເຂັ້ມແຂງກ່ຽວກັບທະເລ, ໂດຍມີການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ, ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພດ້ານເສດຖະກິດທາງທະເລ. ທ່ານ ປອ ດັ້ງດິງທີ, ຮອງຫົວຫນ້າ ກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ:

“ເພື່ອແກ້ໄຂບັນຫາທະເລ, ໝູ່ເກາະ ແລະ ການພັດທະນາ, ສູນກາງໄດ້ປະກາດໃຊ້ມະຕິເລກທີ 36 ກ່ຽວກັບການພັດທະນາເສດຖະກິດທະເລ ຫວຽດນາມ ຮອດປີ 2030, ມີວິໄສທັດຮອດປີ 2045 ແບບຍືນຍົງ. ຕາມນັ້ນແລ້ວ, ໄດ້ວາງອອກບາງວິທີສຳຜັດໃຫມ່ໂດຍອີງໃສ່ 3 ເສົາຄ້ຳຕົ້ນຕໍ. ທີໜຶ່ງແມ່ນ ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ. ທີສອງແມ່ນກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທີສາມແມ່ນການຕ່າງປະເທດແລະການຮ່ວມມືສາກົນ. ດັ່ງນັ້ນ, ນີ້ແມ່ນວິທີການສັງລວມ ໃນທຸກດ້ານທີ່ກ່ຽວຂ້ອງ.

ມະຕິເລກທີ 36 ໄດ້ ກຳນົດວ່າ: ຮອດປີ 2030, ບັນດາຂະແໜງເສດຖະກິດທາງທະເລຈະປະກອບສ່ວນເຂົ້າໃນ GDP ຂອງທົ່ວປະເທດ ປະມານ 10%; ເສດຖະກິດຂອງ 28 ແຂວງ ແລະ ນະຄອນແຄມທະເລ ຄາດວ່າແມ່ນບັນລຸປະມານ 65-70% GDP ຂອງທົ່ວປະເທດ. ພ້ອມກັນນັ້ນ, ບັນດາຂະແໜງເສດຖະກິດທະເລພັດທະນາແບບຍືນຍົງຕາມມາດຖານສາກົນ. ຫວຽດນາມ ກໍ່ເພີ່ມທະວີການຄວບຄຸມການຂຸດຄົ້ນຊັບພະຍາກອນທາງທະເລ ໂດຍສົມທົບກັບການຮັບປະກັນຄວາມສາມາດຟື້ນຟູຂອງລະບົບນິເວດທະເລ.

ມະຕິເລກທີ 36 ໄດ້ຮັບຖືວ່າແມ່ນໄມ້ງັດທີ່ສຳຄັນ ເພື່ອປະຕິບັດເປົ້າໝາຍນຳ ຫວຽດນາມ ກາຍເປັນປະເທດເຂັ້ມແຂງ ແລະ ຮັ່ງມີຈາກທະເລ, ບັນລຸມາດຖານພັດທະນາແບບຍືນຍົງເປັນສ່ວນໃຫຍ່, ໃນນັ້ນເສດຖະກິດທະເລສວມບົດບາດສຳຄັນ, ສ້າງວັດທະນະທຳທາງທະເລ. , ເປັນເຈົ້າການໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລເພີ່ມຂຶ້ນສູງ ສະກັດກັ້ນມົນລະພິດ. ເລື່ອງປະຕິບັດມະຕິເລກທີ 36 ໃນ 5 ປີຜ່ານມາໄດ້ພິສູດໃຫ້ເຫັນວ່າ, ມະຕິສະບັບນີ້ໄດ້ເປີດກວ້າງຂອບຂະຫນາດໃຫຍ່ໃຫມ່ເພື່ອໃຫ້ຫວຽດນາມ ພັດທະນາຢ່າງເຂັ້ມແຂງຈາກທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ