ມະຫາສາມັກຄີທົ່ວປວງຊົນທັງຊາດສ້າງເປັນສີສັນລະດູບານໃຫມ່ຂອງປະເທດຊາດ


(vovworld)-ມະ​ຫາ​ສາ​ມັກ​ຄີ​ແມ່ນ​ມູນ​ເຊື້ອ​ອັນ​ລ້ຳ​ຄ່າ​ຂອງ​ຊາດ​ຫວຽດ​ນາມ​ຜ່ານ​ຫລາຍ​ລຸ້ນ​ຄົນ. ນ້ຳໃຈ​ຮັກ​ຊາດ, ຮັກ​ແພງ​ມະ​ນຸດ, ອະ​ນຸ​ໂລມໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໃນ​ທຸກ​ໄລ​ຍະ​ປະ​ຫວັດ​ສາດ, ປະ​ກອບ​ສ່ວນ​ສ້າງ​ເປັນ​ຄວາມ​ສາ​ມັກ​ຄີ, ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ໃນ​ວົງ​ຄະ​ນາ​ຍາດ​ບັນ​ດາ​ເຜົ່າ​ຫວຽດ​ນາມ. ກ່ອນ​ທີ່​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ປີ​ມະ​ແມ, ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຖືກ​ຈັດ​ຂຶ້ນເພື່ອ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີວັດ​ທ​ະ​ນະ​ທຳ​ວົງ​ຄະ​ນາ​ຍາດ ແລະ ມູນ​ເຊື້ອ​ສາ​ມັກ​ຄີ.

ມະຫາສາມັກຄີທົ່ວປວງຊົນທັງຊາດສ້າງເປັນສີສັນລະດູບານໃຫມ່ຂອງປະເທດຊາດ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ ຖ່າຍ​ຮູບ​ກັບ​ຜູ້​ຕາງ​ຫນ້າ
ບັນ​ດາ​ເຜົ່າ​ຢູ່​ຫວຽດ​ນາມ
ພາບ:vov

        ຍັງ​ພຽງ​ອີກ​ສອງມື້, ທຸກໆ​ຄອບ​ຄົວ, ຊາວ​ຫວຽດ​ນາມ ທຸກ​ຄົນ ຈະ​​ເຕົ້າ​ໂຮມ​ກັນ​ເພື່ອ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ(ຫລື​ບຸນ​ເຕັດ). ວັດ​ທະ​ນະ​ທຳ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​​ແມ່ນ​ເຄົາ​ລົບ​ຄວາມ​ສາ​ມັກ​ຄີ, ປອງດອງກ​ັນ. ຢູ່​ໃນ​ຄອບ​ຄົວ, ວົງ​ຕະ​ກຸນ, ຄວາມ​ສາ​ມັກ​ຄີ​ສ້າງ​ເປັນ​ຮີດ​ຄອງ​ປະ​ເພ​ນີ. ຕາມ​ຄວາມ​ໝາຍກວ້າງ ມະ​ຫາ​ສາ​ມັກ​ຄີ​ໄດ້​ນຳ​ມາ​ເຊິ່ງ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃຫ້​ແກ່​ທັງ​ຊາດ. ສະ​ນັ້ນ ຕາມ​ທຳ​ນຽມ​ແລ້ວ, ບຸນ​ເຕັດ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຊາວ​ຫວຽດ​ນາມ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ.

        ເພີ່ມ​ທະ​ວີ​ມູນ​ເຊື້ອ​ມະ​ຫາ​ສາ​ມັກ​ຄີ

        ໂອ​ກາດລະ​ດູ​ບານ​ໃຫມ່ ​ແລະ​ບຸນ​ເຕັດ​ວຽນ​ມາ, ກາ​ນ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ແລະ ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ໄດ້​ໄປ​ຢື້​ຢາມ​ຖາມ​ຂ່າວ, ອວຍ​ພອນ​ບຸນ​ເຕັດ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ໃນ​ທົ່ວ​ປະ​ເທດ. ຂອງ​ຂວັນ​ບຸນ​ເຕັດ​ຂອງ​ທ່ານ​ປະ​ທານ​ປະ​ເທດ, ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ລ້ວນ​ແຕ່​ໄດ້​ມອບ​ໃຫ້​ບັນ​ດາ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ຜູ້​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໃນ​ທົ່ວ​ປະ​ເທດ. ກ່ອນ​ທີ່​ບຸນ​ເຕັດ​ວຽນ​ມາ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕົກ​ລົງ​ສະ​ຫນອງ​ເຂົ້າ​ສານ​ໃຫ້​ປະ​ຊາ​ຊົນ​ທີ່​ທຸກ​ຍາກ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນ.

        ບໍ່​ພຽງ​ແຕ່​ເບີ່ງ​ແຍງ​ດູ​ແລ​ທາງ​ດ້ານ​ວັດ​ຖຸ​ໃຫ້​ປະ​ຊາ​ຊົນ​ໃນ​ໂອ​ກາດ​ບຸນ​ເຕັດ​ເທົ່າ​ນັ້ນ ຫາກ​ຍັງ​ເອົາ​ໃຈ​ໃສ່​ເຖິງ​ດ້ານ​ຈິດ​ໃຈ​​ອີກ​ດ້ວຍ. ຕາມນັ້ນ​ແລ້ວ, ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ວັນ​ບຸນ “ສີ​ສັນ​ລະ​ດູ​ບານ​ໃຫມ່​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ” ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ກົກ​ເຈົ້າ​ເຫລ​ົ່າ, ປັນ​ຍາ​ຊົນ, ນັກ​ຮຽນ​ຮູ້, ນັກ​ສິ​ລະ​ປະ​ການ​ຂອງ​ບັນ​ດາ​ວົງ​ຄະ​ນາ​ຍາດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ວັນ​ບຸນ​ໄດ້​ປະ​ກອບ​ສ່ວນ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ບັນ​ດາ​ເຜົ່າ​ຫວຽດ​ນາມ ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ ​ທັງ​ແມ່ນ​ໂອ​ກາດ​ພົບ​ປະ​ສັງ​​ສັນ, ພົວ​ພັນແລກ​ປ່ຽນ, ສາ​ມັກ​ຄີ​ກັນ ແລະ ເຊີດ​ຊູ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ຜ່ານນັ້ນ ປະ​ກອບ​ສ່ວນ​ສ້າ​ງ​ສາ ແລະ ປັບ​ປຸງ​ກຸ່ມ​ກ້ອນ​ມ​ະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

        ນັ້ນ​ແມ່​ນ​ສຳ​ລັບ​ຊາວ​ຫວຽດ​ນາມ​ຢູ່​ພາຍ​ໃນ​ປະ​ເທດ, ສຳ​ລັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ຄືນ​ເມືອ​ປະ​ເທດ​ເພື່ອ​ຕ້ອນ​ຮັບ​ບຸ​ນ​ເຕັດ​ໃນ​ໂອ​ກາດນີ້, ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ແລະ ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ​ລາຍ​ການ “ລະ​ດູ​ບານ​ໃຫມ່​ບ້ານ​ເກີດ​ເມືອງນອນ” ຢູ່ ນະ​ຄອນ ໂຮ່​ຈິ​ມີນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ​່​ຕ່າງ​ປະ​ເທດ ປະ​ມານ 1.500 ຄົນ. ຕໍ່​ຈາກ​ນັ້ນ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຈະ​ໄປ​ຢ້ຽມ​ຢາມ​ທັດ​ສະ​ນີ​ຍະ​ພາບ, ພົບ​ປະ​ກັບ​ການ​ນຳ​ພັກ, ລັດ, ການ​ນຳ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຢູ່ ຮ່າ​ໂນ້ຍ. ສິ່ງ​ທີ່​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ​ໃນ​ໂອ​ກາດ​ບຸນ​ເຕັດ, ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປ​ະ​ເທດ ແລະ​ບັນ​ດາ​ທ້ອງ​ຖິ່ນ ມີ​​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ຄືນ​ເມືອ​ຕ້ອ​ນ​ຮັບ​ບຸນ​ເຕັດເປັນ​ຈຳ​ນວນ​ຫລາຍ ​ກໍໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ, ພົບ​ປະ​ສັງ​ສັນ ເພື່ອ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເສີມ​ຂະ​ຫຍາຍ​ແຫລ່ງ​ກຳ​ລັງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເຂົ້າ​ຮ່ວມ​ການ​ສ້າງ​ສາ ແລະ ປົ​ກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

       ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ

ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ກ່ອນ​ທີ່​ລະ​ດູ​ບານ​ໃຫມ່​ວຽນ​ມາ ແມ່ນ​ການ​ສືບ​ທອດ​​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ປັບ​ປຸງ​ກຸ່​ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຊື່ງ​ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກ​ໄດ້​ຜັນ​ຂະ​ຫຍາຍ​ໃນ​ປີ 2014 ແລະ ໃນ​ຫລາຍ​ປີ​ຜ່ານ​ມາ. ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ໄດ້​ເຂົ້າ​ຮ່ວມບັນ​ດາ​ການ​ເຄື່ອນ​ໄຫວນີ້ ດ້ວຍ​ຈິດ​ໃຈທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ກິດ​ຈະ​ການ​ລ​ົບ​ລ​້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ, ກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ສະ​ພາບ​ການ​ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສ​າ​ກົນ​ປະ​ຈຸ​ບັນ, ການ​ເສີມ​ຂະ​ຫຍາ​ຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ ເພື່ອ​ປະ​ຕິ​ບັດ​ຫນ້າ​ທີ່​ວາງ​ອອກ​ສຳ​ລັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນັ້ນ​ແມ່ນ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.  ທ່ານ ເຈີນ​ເຫົ້າ, ອະ​ດີດ​ບັນ​ນາ​ທິ​ການ​ໃຫຍ່ ວາ​ລະ​ສານ ແນວ​ໂຮມ​ປະ​ເທດ​ຊາດ ຖື​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ບັນ​ດາ​ຫນ້າ​ວຽກ​ຕ້ອງ​ເຮັດ​ນັ້ນ​ແມ່ນ​ແນວ​ໂຮມ​ປະ​ເທດ​ຊາດ ເພີ່ມ​ທະ​ວີ​ການ​ເຕົ້າ​ໂຮມ, ສ້າງ​ຄວາມ​ສາ​ມັກ​ຄີ​ໃນ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ທຸກ​ຂົງ​ເຂດ. ຄວນ​ປ່ຽນ​ໃຫ​່ມ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ທີ່​ຕັ້ງ,ບົດ​ບາດ, ຄຸນ​ລັກ​ສະ​ນະ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ອົງ​ການ​ໂຄ​ສະ​ນາ, ​ຮຽກຮ້ອງ, ປຸກ​ລະ​ດົມຂະ​ບວນ​ການ​ເທົ່າ​ນັ້ນ ຫາກ​ແນວ​ໂຮມ​ປະ​ເທ​ດ​ຊາດ ຍັງ​ມີ​ບົດ​ບາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ສັງ​ຄົມ ເພື່ອ​ຈຸດ​ໝາຍ​ລວມ​ຂອງ​ຊາດ.”

        ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ຂອງສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ດຳ​ເນີນ​ໄປ​ໃນ​ທ້າຍ​ປີ 2014 ໄດ້​ກຳ​ນົດ​ຈຸດ​ໝາຍ​ສັງ​ລວມ​ຂອງ​ປີ 2015 ແມ່ນ: ເພີ່ມ​ທະ​ວີ​​ການຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ປະ​ຕິ​ບັດ​ບັນ​ດາ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່​ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ຮ​ູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ, ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງກວ່າ​ປີ 2014. ນອກນັ້ນ ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດ​ສັງ​ຄົມ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ຮັກ​ສາ​ສິ່ງ​ແວດ​ລ້ອມ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ,ຍູ້​ແຮງ​ການ​ປ​ະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ປະ​ຕິ​ຮູບ​ຕຸ​ລາ​ການ, ປ້ອງ​ກັນ, ຕ້ານ​ການ​ສ​ໍ້​ລາດ​ບັງ​ຫລວງ, ປະ​ຕິ​ບັດ​ການ​ປະ​ຢັດ, ຕ້ານ​ການ​ຟຸມ​ເຟືອຍ, ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ຢ່າງ​ໝັ້ນ​ຄົງ, ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຄວາມ​ປອດ​ໄພທາງ​ສັງ​ຄົມ. ​ເປັນ​ອັນ​ວ່າ ເນື້ອ​ໃນ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ສະ​ພາບ​ການ​ໃຫມ່​ຈຶ່ງ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ອຸ​ດົມ​ສົມ​ບູນ, ນັ້ນ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການບໍ່​ພຽງ​ແຕ່​ສຳ​ລັບ​ແນວ​ໂຮມ​ປະ​ເທດ​ຊ​າດ​ຫວຽດ​ນາມ ເທົ່​ານັ້ນ ຫາກ​ນັບ​ທັງ​ລະ​ບົບ​ການ​ເມືອງ​ທຸກ​ຂັ້ນ​ອີກ​ດ້ວຍ. ທ່ານ ຟ້າມ​ເທ​ຢ​ວຽດ, ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊ​າດ​ຫວຽດ​ນາມ ຖື​ວ່າ:

        “ຍິ່ງກວ່າ​ເວ​ລາ​ໃດ​ໝົດ, ​ປະ​ຈຸ​ບັນ ຢາກ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໄດ້ ຮຽກ​ຮ້ອງ​​ໃຫ​້ພັກ​ຕ້ອງ​ປະ​ຕິ​ບັດ​​ບັນ​ດາແນວ​ທາງ, ມະ​ຕິ​ທີ່​ວາງ​ອອກ​ໃຫ້​ໄດ້. ຖ້າ​ປະ​ຕິ​ບັດ​ສິ່ງນີ້​ໄດ້​ດີ ພວກ​ເຮົາ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນມ​ະ​ຫາ​ສາ​ມັກ​ຄີ​ເພື່ອ​ປະ​ຕິ​ບັດ​ພາ​ລະ​ກິດ​ຫັນ​ປະ​ເທດຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ ແລະ ຍາດ​ແຍ່ງ​ອາ​ລົມ​ຈິດ​ຂອງ​ປ​ະ​ຊາ​ຄົມ​ໂລກ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ຫວຽດ​ນາມ.”

        ລະ​ດູ​ບານ​ໃຫມ່​ແມ່ນ​ລະ​ດູແຕກດອກ​ອອກ​ຫນໍ່ ຄື​ດັ່ງ​ເພີ່ມ​ພະ​ລັງ​ຊີ​ວິດ​​ຈາກ​ນ້ຳ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ກໍ​ແມ່ນ​ໂອ​ກາດ​ເພື່ອ​ປັບ​ປຸງ, ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ຂອງ​ມະ​ຫາ​ສາ​ມັກ​ຄີ​ເພື່ອ​ໃຫ້​ທົ່ວ​ປະ​ເທດ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປີ​ມະ​ແມ​ຢ່າງ​ເບີ​ກ​ບານ​ມ່ວນ​ຊື່ນ ແລະ ອົບ​ອຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ