ມາດຕະການໃດໃຫ້ແກ່ວິກິດການຊາວອົບພະຍົບ


(vovworld)- ປີ 2015, ໂລກ​ໄດ້​ເຫັນປະ​ຈັກ​ຕາ​ຕົວ​ເລກ​ສະ​ຖິ​ຕິ​ຊ​າວ​ອົບ​ພະ​ຍົບ​ຕ້ອງ​ຫນີ​ອອກ​ຈາກ​ປະ​ເທດ​ຕົນ​ຍ້ອນ​ຂາດ​ສະ​ຖຽນ​ລະ​ພາບ, ​ເກີດສົງ​ຄາມ, ຄວາມ​ອຶດ​ຫິວ. ການ​ປະ​ຊຸມ​ດ່ວນ​ຖືກຈັດ​ຂຶ້ນ​ເປັນຫລາຍ​ຄັ້ງ, ມີ​ຫລາຍມາ​ດ​ຕະ​ການຖືກ​ຍົກ​ອອກ​ມາ ແຕ່​ມາ​ຮອດ​ປະ​ຈຸ​ບັນ ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເກືອບ​ຄື​ວ່າບໍ່​ມີ​ປະ​ສິດ​ທິ​ຜົນ. ການ​ນຳ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສະ​ຫະ​ພາບ​ເອີ​ລົບ (EU) ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ເພື່ອ​ວາງ​ຍຸດ​ທະ​ສາດ​ລວມ ແນ​ໃສ່​ແກ້​ໄຂວິ​ກິດ​ການ​ນີ້​.

ມາດຕະການໃດໃຫ້ແກ່ວິກິດການຊາວອົບພະຍົບ - ảnh 1
ຊາວ​ອົບ​ພະ​ຍົບ​ເດີນ​ທາງ​ເຂົ້າ​ເອີ​ລົບ
ພາບ​ປະ​ກອບ:TTXVN

        ຕາມ​ການ​ສະ​ຖິ​ຕິ, ຈຳ​ນວ​ນ​ຊາວ​ອົບ​ພະ​ຍົບ​ເຂົ້າ ເອີ​ລົບ ໃນ​ປີ 2015 ໄດ້​ລື່ນ​ກາຍ​ຕົວ​ເລກ 1 ລ້ານຄົນ, ວາງ​ອອກ​ສິ່ງ​ທ້າ​ທາຍ​ໃຫຍ່​​ຕໍ່​ເສດ​ຖະ​ກິດ ສັງ​ຄົມ ແລະ ເປັນ​ຕົ້ນ​ແມ່ນ​ຄວາມ​ວິ​ຕົກ​ວັງ​ວົນ​ຕໍ່​ຄວາມ​ສະ​ຫງົບ​ປອດ​ໄພ ເມື່ອ​ບັນ​ດາ​ພວກກໍ່​ການ​ຮ້າຍ​ແຊກ​ຊືມເຂົ້າເອີ​ລົບ​ພ້ອມ​ກັບ​ກະ​ແສ​ຊາວ​ອົບ​ພະ​ຍົບ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ ສ​ປ​ຊ ແລ້ວ, ​ທົ່ວ​ໂລກ, ໃນ​ຈຳ​ນວນ 122 ຄົນ​ໃດ​ກໍມີ​​ຫນຶ່ງຄົນ​ຕ້ອງ​ຫນີ​ອອກ​ຈາກ​ເຮືອນ​ຊານ​ບ້ານ​ຊ່ອງ. ກະ​ແສ​ຊາວ ອົບ​ພະ​ຍົບ​ເປັນ​ຈຳ​ນວນ​ຫລວງ​ຫລາຍນັ້ນ ໄດ້​ມຸ່ງ​ໄປ​ເຖິງ ເອີ​ລົບ ດ້ວຍ​ຄວາມ​ປາດ​ຖະ​ຫນາ​ຢາກມ​ີ​ຊີ​ວີດ​ດີກວ່າ, ສິ່ງນັ້ນ​ໄດ້ເຮັດ​ໃຫ້​ວິ​ກິ​ດການ​ຊາວ​ອົບ​ພະ​ຍົບ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ນັບ​ແຕ່ພາ​ຍ​ຫລັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2.

ຍັງ​ບໍ່​ທັນ​ຊອກ​ໄດ້​ມາດ​ຕະ​ການ​ແກ້​ໄຂ​ເທື່ອ

        ປີ 2015, ເອີ​ລົບ ຖືກ​ຜົນ​ສະ​ທ້ອນ​ຢ່າງ​ແຮງ​​ຍ້ອນ​ກະ​ແສ​ຊາວ​ອົບ​ພະ​ຍົບມາ​ຈາກ ຕາ​ເວັນ​ອອກ​ກາງ, ອາ​ຟຼິ​ກາ​ເຫນືອ ຫລັ່ງ​ໄຫລ​ເຂົ້າ ພາກ​ພື້ນນີ້. ໃນ​ສະ​ພາບ​ການ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ບໍໍໍ່​ທັນ​ຟື້ນ​ຕົວ ພາຍ​ຫລັງ​ວິ​ກິດ​ການ, ອັດ​ຕາ​ຜູ້​ຫວ່າງ​ງານ​ສູງ, ​ບັນ​ຫາຊາວ​ອົບ​ພະ​ຍົບ ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຫນັກ​ຫນ່ວງ​ຕໍ່​ເອີ​ລົບ ບໍ່​ພຽງ​ແຕ່​ດ້ານ​ເສດ​ຖະ​ກິດ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ບັນ​ຫາ​ຄວາມ​ສະ​ຫງົບ​ປອດ​ໄພ, ສັງ​ຄົມ​ອີກ​ດ້ວຍ.

        ກະ​ແສ​ຊາວ​ອົບ​ພະ​ຍົບ​ຂ້າມ​ຊາຍ​ແດນ​ບັນ​ດາ​ປະ​ເທດ​ຊື່ງ​ແມ່ນ​ປະ​ຕູ​ເຂົ້າ​ເອີ​ລົບນັ້ນ ໄດ້​ເຮັດ​ໃຫ້​ຫລາຍ​ປະ​ເທດບໍ່​ມີ​ຄວາມ​ສາ​ມາດ​ຮັບ​ມື ແລະ ເອີ​ລົບ​ ກໍ​ສັບ​ສົນວຸ້ນ​ວາຍໃນ​ການ​ແກ້​ໄຂ​ບັນ​ຫານີ້. ຫລາຍ​ປະ​ເທດ​ໄດ້​ປະ​ຕິ​ບັດ​ຫລາຍ​ມາດ​ຕະ​ການ​ຢ່າງ​ແຮງ​ເພື່ອ​ສະ​ກັດ​ກັ້ນ​ກ​ະ​ແສ​ຊາວ​ອົບ​ພະ​ຍົບ​ຫລັ່ງ​ໄຫລ​ເຂົ້າ​ເອີ​ລົບ ດ້ວຍ​ທາງ​ນ້ຳ ແລະ ທາງ​ບົກ​ຄື: ປິດ​ປະ​ຕູ​ຊາຍ​ແດນ, ກໍ່​ສ້າງ​ຮົ້ວ​ກີດ​ຂວາງ ເພື່ອ​​ສະ​ກັດ​ກັ້ນ​ຊາວ​ອົບ​ພະ​ຍົບ. ບັນ​ດາ​ການ​ປະ​ຊຸ​ມ​ວິ​ສາ​ມັນ ຂອງ ອີ​ຢູ ​​ຖືກ​ຈັດ​ຂຶ້ນຢ່າງ​ລຽນ​ຕິດ ແຕ່​ສຸດ​ທ້າຍ​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່​ອ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ.

        ປີ 2015, ແຜນ​ການ​ຈັດ​ແບ່ງ ຊາວ​ອົບ​ພະ​ຍົບ 120.000 ຄົນ ຕາມ​ແຜນ​ທີ່​ໄດ້​ກຳ​ນົດ ພວມ​ຕົກ​ເຂົ້າ​ສູ່​ສະ​ພາບ​ຈົນ​ຕາ​ແຈ ຍ້ອນ​ຂາດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະ​ຫວ່າງ​ບັນ​ດາ​ປະ​ເທດ. ຄວາມບໍ່​ລົງ​ລອຍ​ກັນ​ໃນ​ການ​ແບ່ງ​ເບົາ​ສະ​ພາບ​ການ​ຊາວ​ອົບ​ພະ​ຍົບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ເຮັດ​ໃຫ້​ບັນ​ຫາ​ນີ້ຍິ່ງ​ແກ້​ໄຂ​ຍິ່ງ​ສັບ​ສົນ​ຂຶ້ນ​ຕື່ມ. ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​  ເອີ​ລົບ​ຕາ​ເວັນ​ຕົກ ຄື: ເຢຍ​ລະ​ມັນ, ຝ​ລັ່ງ, ສະ​ວິດ ພ້ອມ​ແລ້ວທີ່​ຈະຕ້ອນ​ຮັບ​ຊາວອົບ​ພະ​ຍົບ​​ ສ່ວນບັນ​ດາ​ປະ​ເທດ ເອີ​ລົບ​ຕາ​ເວັນ​ອອກ ພັດ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ. ພົ້ນ​ເດັ່ນ​ແມ່ນ ຮູງ​ກາ​ຣີ ​ໄດ້ຕຳ​ຫນິ​ຕິ​ຕ​ຽນ​ລະ​ບົບ​ຈັດ​ແບ່ງ​ຈຳ​ນວນ​ຊາວ​ອົບ​ພະ​ຍົບ, ຈະ​ເປັນ​ການ​ສົ່ງ​ເສີມ​ໃຫ້​ຊາວ​ອົບ​ພະ​ຍົບ​ເຂົ້າ​ເອີ​ລົບ​ຫລາຍກວ່າ. ບັນ​ດາ​ຮົ້ວ​ກີດ​ຂວາງ​ທີ່​ສ້າງ​ຂຶ້ນ​ເພື່ອສະ​ກັດ​ກັ້ນ​ຊາວ​ອົບ​ພະ​ຍົບ​ໄດ້​ກາຍ​ເປັນ​ກຳ​ແພງ​ກີດ​ຂວາງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ນາບ​ຂູ່​ ການ​ຄົງ​ຕົວຂອງ​ສົນ​ທິ​ສັນ​ຍາ Schengen ຊື່ງ 26 ປະ​ເທດ​ສະ​ມາ​ຊິກ ໄດ້​ລົງ​ນາມ. ການ​ກະ​ວົນ​ກະ​ວາຍ​ຂອງ​ພາກ​ພື້ນນີ້ ຍິ່ງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ  ເມື່ອ​ເຢຍ​ລະ​ມັນ ຊື່ງ​ແມ່ນ​ປະ​ເທດ​ນຳ​ຫນ້າ​ໃນ​ການ​ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ ຕ້ອງ​ນຳ​ໃຊ້​ບັນ​ດາ​ມາ​ດ​ຕະ​ການ​ແຂງ​ກະ​ດ້າງ​ໂດຍ​ໄວ​ເພື່ອ​ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ແຫ່ງ​ຊາດ, ພາຍ​ຫລັງ​ເຫດກໍ່​ການ​ຮ້າຍ​ຢູ່ ປາ​ຣີ ເມື່ອ​ວັນ​ທີ 13/9, ເຖິງວ່າ ກ່ອນນັ້ນປະ​ເທດນີ້​ໄດ້​ເຮັດ​ໃຫ້​ໂລກ​ ເຄົາ​ລົບ​ນັບ​ຖື​​ດ້ວຍ​ແຖວ​ຫນັງ​ສື​ ຍີນ​ຕີຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ​.

       ບັນ​ດາ​ຮົ້ວ​ກີດ​ຂວາງ, ຄວາມບໍ່​ລົງ​ລອຍ​ກັນ​ຍາກ​ທີ່​ຜ່ານ​ຜ່າ​ໄດ້

       ສະ​ຫະ​ພາບ​ເອີ​ລົບ ເຄ​ີຍ​​ແມ່ນ​ອົງ​ການ​ເປັນ​ເອ​ກະ​ພາບ​ ດ້ວຍ​ຫລາຍ​ຄຸນ​ຄ່າ​ລວມ ຖືກ​ແບ່ງ​ແຍກ​ຢ່າງ​ແທ້​ຈິງ ຍ້ອນ​ກະ​ແສ​ຊາວ​ອົບ​ພະ​ຍົບ. ສາ​ຍ​ເຫດ​ສຳ​ຄັນ​ຫນຶ່ງ​ອີກ ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ຍາກ​ທີ່​ຈະປ່ອງດອງ​ນຳ​ກັນ​ໄດ້​ໃນ​ລັດ​ຖະ​ນະ​ໂຍ​ບາຍ, ຕາມ​ບັນ​ດາ​ນັກ​ໄຈ້​ແຍກ ນັ້ນ​ແມ່ນ​ບັນ​ຫາ​ວັດ​ທະ​ນະ​ທຳ, ສາດ​ສະ​ຫນາ. ນີ້​ແມ່ນ​ຮົ້ວ​ກີດ​ຂວາງ​​ໃຫຍ່​ສຸດ​ໃນ​ປະ​ຈຸ​ບັນ. ດ້ວຍ​ພະ​ຍານ​ຫລັກ​ຖານນັ້ນ​ແມ່ນ: Slovakia ໄດ້​ຖະ​ແຫລງ​ວ່າ ພຽງ​ແຕ່​ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ​ແມ່​ນ​ຊາວ​ຄຼິດ. ຮຸງ​ກາ​ຣີ ໄດ້​ປະ​ຕິ​ເສດບໍ່​ຮັບ​ຊາ​ວ​ຄຼິດ ແລະ ຖື​ວ່າ ສີ​ສັນ​ຂອງ ອີ​ຢູ ຈະ​ຖືກ​ປ່ຽນ​ແປງ ຍ້ອນ​ຈຳ​ນວນ​ຊາວ​ຄຼິດ ເຂົ້າ​ເມືອງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ການ​ກະ​ທຳ ​ບໍ່​ຮັບ​ຊາວ​ອົບ​ພະ​ຍົບ​ເຂົ້າ​ເມືອງ​ ຢ່າງເດັດ​ຂາດ ຂອງ ບັນ​ດາ​ປະ​ເທດ ເອ​ີ​ລົບ ຕາ​ເວັນ​ອອກ ສາ​ມາດ​ອະ​ທິ​ບາຍ​ຢ່າງ​ງ່າຍ​ດາຍ​ຜ່າ​ນ​ແງ່​ມູມ​ວັດ​ທະ​ນະ​ທຳ. ນີ້​ເຄີຍ​ແມ່ນ​ປະ​ເທດ​ນ້ອຍແລະ ບໍ່​ແມ່ນ​ປະ​ເທດ​ຫົວ​ເມືອງ​ຂຶ້ນໃນ​ອະ​ດີດ​ຕະ​ການ. ບັນ​ດາ​ປະ​ເທດ​ນີ້ ເຄີຍ​ແມ່ນ​ບັນ​ດາ​ປະ​ເທດ​ມີ​ຈຸດ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ເຊື້ອ​ຊາດ​ຜິວ​ພັນ ສະ​ນັ້ນ ເລື່ອງ​ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ​ດ້ວຍ​ພື້ນ​ຖານ​ວັດ​ທະ​ນະ​ທຳ​​ຂອງ​ປະ​ເທດນອກ ເອີ​ລົບ ແມ່ນ​ສິ່ງ​ຍາກ​ທີ່​ຜ່ານ​ຜ່າ​ໄດ້. ສຳ​ລັບ​ບັນ​ດາ​ປະ​ເທດ​ອື່ນ​ໃນ ອີ​ຢູ ຄື: ເຢຍ​ລະ​ມັນ, ຝ​ລັ່ງ, ຈະງ່າຍ​ດາຍກວ່າ ເພາະ​ວ່າ ນີ້​ແມ່ນ​ບັນ​ດາ​ປະ​ເທດ​ມີ​ຊາວ​ອົບ​ພະ​ຍົບ​ເຂົ້າ​ເມືອງ​ເປັນ​ຈຳ​ນວນ​ຫລາຍ​ສຸດ​ໃນ​ທົດ​ສະ​ວັດ​ 80 ຂອງ​ສັດ​ຕະ​ວັດ​ທີ 20. ຄຽງ​ຄູ່​ກັນ​ນັ້ນ ຮົ້ວ​ກີດ​ຂວາງ​ຫນຶ່ງ​ອີກ​ຕ້ອງ​ເວົ້າ​ເຖິງ ນັ້ນ​ແມ່ນ​​ຈິດ​ຕະ​ກຳ​ຈັດ​ຊາວອິດ​ສະ​ລາມ​ພວ​ມ​ແຜ່​ລາມ​ອອກ​ຢູ່​ບັນ​ດາ​ປະ​ເທດ ເອີ​ລົບ, ເປັນ​ຕົ້ນ​ພາຍ​ຫລັງ​ເຫດກໍ່​ການ​ຮ້າຍ​ເກີດ​ຂຶ້ນ​ຢູ່ ປະ​ເທດ​ຝ​ລັ່ງ ເມື່ອ​ວັນ​ທີ 13/9/2015. ຄວາມ​ຢ້ານ​ກົວ​ໃນ​ໝູ່ປະ​ຊາ​ຊົນ​​ ຍິ່ງ​ເຮັດ​ໃຫ້​ບັນ​ດາ​ປະ​ເທດ ອີ​ຢູ ບໍ່​​ຢາກຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບເຂົ້າ​ເມືອງ​.

 ສິ່ງ​ທ້າ​ທາຍ​ໃນ​ການ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ລວມ

       ປີ 2016, ເຖິງວ່າ​ຢູ່​ແຕ່​ລະ​ປະ​ເທດ ເອີ​ລົບ ລ້ວນ​ແຕ່​ໄດ​້​ປະ​ກາດ​ນະ​ໂຍ​ບາຍ ແລະ ແຜນ​ການ​ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ​ໃນ​ປີ​ກໍ​ຕາມ ແຕ່​ດ້ວຍ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ເຊິ່ງ​ໄດ້​ໄຈ້​ແຍກ​ຂ້າງ​ເທິງນັ້ນ, ອີ​ຢູ ຍາກ​ທີ່​ສາ​ມາດ​ຊອກ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ເພື່ອ​ແກ້​ໄຂ, ຄຸ້ມ​ຄອງ ແລະ​ກວດ​ກາ​ວິ​ກິ​ດ​ການ​ຊາວ​ອົບ​ພະ​ຍົບ​ທີ່​ເກີດ​ຂຶ້ນ​ຢ່າງ​ແຮງ​ທີ່​ສຸດ​ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ​ໄດ້. ໃນ​ສະ​ພາບ ເອີ​ລົບ ໄດ້​ຮັບ​ຖື​ວ່າ ແມ່ນ “ເຂດ​ດິນ​ແຫ່ງ​​ຄວາມ​ຫວັງ” ໃນ​ເຄິ່ງ​ສັດ​ຕະ​ວັດ​ຈະ​ມາ​ເຖິງ, ກະ​ແສ ຊາວ​ອົບ​ພະ​ຍົບ​ຫລັ່ງ​ໄຫລ​ເຂົ້າ ເອີ​ລົບ​ແມ່ນ​ສິ່ງ​ທີ່​ແນ່ນອນ. ອົງ​ການ​ອົບ​ພະ​ຍົບ​ສາ​ກົນ ກ​ໍ​ຖື​ວ່າ ຍາກ​ທີ່​​ຈະຄາດ​ຄະ​ເນ​ໄດ້​ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ເຂົ້າ ເອີ​ລົບ ໃນ​ປີ 2016 ຂະ​ນະ​ທີ່​ບັນ​ດາ​ຝ່າຍ​ຍັງ​ບໍ່​ທັນ​ຊອກ​ໄດ້​ມາ​ດ​ຕະ​ການ​ແກ້​ໄຂ​ເສິກ​ກາງ​ເມືອງ ຢູ່​ຊີ​ຣີ. ອີ​ຢູ ພວມ​ຕົກ​ເຂົ້າ​ສູ່​ໄລ​ຍະ​ຫຍຸ້ງ​ຍາກ​ທີ່​ສຸດ. ເຮັດ​ແນວ​ໃດ​ເພື່ອ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ລວມ ຊື່ງ​ອົງ​ການນີ້​ໄດ້ເພີ່ມ​ພູນ​ຄູນ​ສ້າງ ແລະ ເຮັດ​ແນວ​ໃດ​ເພື່ອ​ໃຫ້ ອີ​ຢູ ເປັນ “ເອ​ກະ​ພາບ​ໃນ​ຫລາຍ​ຮູບ​ຫລາຍ​ແບບ” ຢ່າງ​ແທ້​ຈິງ,  ​ຄຳ​ຕອບແມ່ນບໍ່​​ງ່​າຍ​ດາຍ ແລະ ຫາງ​ສຽງ​ພວມ​ລໍ​ຖ້າ ອີ​ຢູ ຈະ​ສາ​ມັກ​ຄີ​ຕໍ່​​ສະ​ພາບ​ການ​ຊາວ​ອົບ​ພະ​ຍົບ​ໃນ​ປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ