ມານະພະຍາຍາມປະຕິບັດສຳເລັດຄາດໝາຍພັດທະນາເສດຖະກິດປີ 2014

ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ປະຈຳ​ເດືອນ 6 ຂອງ​ລັດຖະບານ​ຫວຽດນາມ​ຊຶ່ງ​ຫາ​ກໍ​ອັດ​ລົງ​ເມື່ອ​ຕອນ​ບ່າຍ​ວັນ​ທີ 1/7, ທ່ານ​ນາຍ​ົກລັດຖະມົນຕີ​ຫວຽດນາມ​ຫງວຽນ​ເຕີ້​ນຢຸງ​ໄດ້​ຢືນຢັນ​ຄືນ​ຄວາມ​ຕັດສິນ​ໃຈຂອງ​ລັດຖະບານ​ຫວຽດນາມ​ໃນ​ການ​ປະຕິບັດ​ບັນດາ​ຕົວ​ເລກ​ຄາດໝາຍ​ກ່ຽວ​ກັບ​ເສດຖະກິດ​ປີ 2014. ຕາມ​ນັ້ນ​ແລ້ວ, ​ລັດຖະບານ​ຫວຽດນາມມານະ​ພະຍາຍາມ, ສຸມ​ກຳ​ລັງ​ຢ່າງ​ສູງ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ຂົງ​ເຂດ​ຕ່າງໆ, ສູ້​ຊົນ​ບັນລຸ​ຄາດໝາຍ​ການ​ເຕີບ​ໂຕ GDP ​ໃນ​ທ້າ​ຍປີ​ແມ່ນ​ປະມານ 5,8%.

ມານະພະຍາຍາມປະຕິບັດສຳເລັດຄາດໝາຍພັດທະນາເສດຖະກິດປີ 2014 - ảnh 1
(ພາບປະກອບ)


   6 ​ເດື່ອ​ນຕົ້ນ​ປີ, ຫວຽດນາມ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຄວາມ​ຫຍຸ້ງ​ຍາກ​ລວມຂອງ​ສະຖານະ​ການ​ໂລກ, ​ແລະ ພາຍ​ໃນ​ປະ​ເທດ, ພິ​ເສດ​ແມ່ນ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂ​ດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ດັ່ງ​ນັ້ນ, ຫວຽດນາມ​ທັງ​ຕ້ອງ​ຮັບ​ມື​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ທີ່​ມີ​ຢູ່​ແລ້ວ​ຂອງ​ພື້ນຖານ​ເສດຖະກິດ​ພາຍ​ໃນ​ປະ​ເທດ,  ທັງຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຜົນ​ກະທົບ​ຈາກ ສະຖານະ​ການ​ໂລກ.

  6 ​ເດືອ​ນຕົ້ນ​ປີ, ​ເສດຖະກິດ​ພວມ​ຄ່ອຍ​ຟື້ນ​ຟູ​ທ່າ​ເຕີບ​ໂຕ.

  ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ​ຫວຽດນາມ ບຸ​ຍກວາງ​ວິ​ງ​ແລ້ວ, GDP ​ໄລຍະ 6 ​ເດືອນ​ຕົ້ນ​ປີ​ຂອງ​ຫວຽດນາມ ຄາດ​ວ່າ​​ເພີ່ມ​ຂຶ້ນ 5,18%, ສູງ​ກວ່າ​ຫຼາຍ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ (4,9%), ດ້ວຍ​ລະດັບ​ການ​ເຕີບ​ໂຕ​ສູງ​ຂອງ​ທັງ 3 ຂົງ​ເຂດ: ກະ​ສີ​ກຳ-ປ່າ​ໄມ້ ​ແລະ ສິນ​​ໃນ​ນ້ຳ.

    ສັນຍານ​ຕັ້ງໜ້າ​ຂອງ​ພື້ນຖານ​ເສດຖະກິດ​ຍັງ​ໄດ້​ຮັບ​ການ​ສັງ​ເກດ​ດ້ວຍ​ເລື່ອງ​ໄພ​ເງິນ​ເຟີ້​ພາຍຫຼັງ 6 ​ເດື່ອ​ນຕົ້ນ​ປີ​ແມ່ນ​ບັນລຸ​ລະດັບ​ພຽງ 1,38%, ຊຶ່ງ​ແມ່ນ​ລະດັບ​ຕ່ຳ​ສຸດ​ໃນ​ຮອບ 13 ປີ​ທີ່​ຜ່ານ​ມາ. ການ​ສົ່ງ​ອອກ​ຮັກສາ​ທ່າ​ເຕີບ​ໂຕ​ສູງ, ສືບ​ຕໍ່​ບັນລຸ​ມູນ​ຄ່າການ​ສົ່ງ​ອອກ​ເກີນ​ດູ​ນ (1,32 ຕື້ USD ). ການ​ຜະລິດ​ອຸດສາຫະກຳ, ​ເປັນ​ຕົ້ນ​ແມ່ນ​ອຸດສາຫະກຳ​ປຸງ​ແຕ່ງ-ການ​ຜະລິດ, ສືບ​ຕໍ່​ຟື້ນ​ຕົວ. ດັດຊະນີ​ການ​ຜະລິດ​ອຸດສາຫະກຳ(IIP) ​ໄລຍະ6 ​ເດື່ອ​ນຕົ້ນ​ປີ​ໄດ້​ຢັ້ງຢືນ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ຂອງ ອຸດສາຫະກຳ​ປຸງ​ແຕ່ງ-ການ​ຜະລິດ. ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງອັດກອງ​ປະຊຸມ​ສະ​ໄໝ​ສາມັນ​ປະຈຳ​ເດືອນ 6 ຂອງ​ລັດຖະບານ​​ເມື່ອ​ຕອນ​ບ່າຍ​ວັນ​ທີ 1/7, ທ່່ານລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ ຫງວຽນ​ວັນ​ເນັນ ​ໃຫ້​ຮູ້​ວ່າ : 

   “ ໝາກຜົນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ເງື່ອນ​ໄຂ​ທີ່​ຫຍຸ້ງຍາກ, ພວກ​ເຮົາ​ໄດ້​ໃຊ້​ຫຼາຍ​ມາດ​ຕະການ​ຄົບ​ຊຸດ, ຊີ້​ນຳ​ການຈັດ​ຕັ້ງ​ປະຕິບັດ​ພ້ອມ​ກັບ​ປະຊາຊົນ, ພ້ອມ​ກັບ​ວິ​ສາ​ຫະກິດ, ອົນ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ທີ່​ໜ້າ​ຊື່ນ​ຊົມ. ບັນດາ​ດັດຊະນີ​ມະຫາ​ພາກ​ຂອງ​ພວກ​ເຮົາ​ສືບ​ຕໍ່​​ເປັນ​ປົກກະຕິ, ນັບ​ທັງ​ເງີ​ນຕາ ​ແລະ ດູ​ນຊຳລະ​ອ່ືນໆ. ມາ​ຮອດ​ຈຸດ​ເວລາ​ນີ້, ສັງ​ເກດ​ລວມ​ແລ້ວ, ​ເສດຖະກິດ​ມະ​ຫາ​ພາກ​ເປັນ​ປົກກະຕິ, ດູ​ນຊຳລະ, ຂາ​ອອກ​ຂາ​ເຂົ້າ, ລາຍ​ຮັບ-ລາຍ​ຈາ​ຍງົບປະມານ... ລື່ນ​ກາຍ​ຫຼາຍ​ເມື່ອ​ທຽບ​ຈຸດໝາຍ​ວາງ​ອອກ.  ຂົງ​ເຂດ​ກະ​ສີ​ກຳ​ກໍ​ເຕີບ​ໂຕ, ມີ​ດ້ານ​ຕ່າງໆ​ບັນລຸ​ການ​ເຕີບ​ໂຕ​ຢ່າງ​ເຫັນ​ໄດ້​ຊັດ. ການ​ບໍລິການ​ກໍ​ເຊັ່ນ​ດຽວ​ກັນ. ”

  ປະຕິບັດ​ພ້ອມ​ກັນ​ສຳລັບບັນດາ​ມາດ​ຕະການ​ແກ້​ໄຂ​ເສດຖະກິດ​ໄລຍະ 6 ​ເດືອ​ນ ທ້າຍ​ປີ

    ທີ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ປະຈຳ​ເດືອນ 6 ຂອງ​ລັດຖະບານ​, ທ່ານ​ນາຍ​ົກ ລັດຖະມົນຕີ​ຫວຽດນາມ​ຫງວຽນ​ເຕີ້​ນຢຸງ​ໃຫ້​ຮູ້​ວ່າ ​ໃນ​ວິວັດ​ການ​ສ້າງ​ໂຄ​ງປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ນັ້ນ, ​ລັດຖະບານ​ຫວຽດນາມພວມ​ປະຕິບັດ​ຫຼາຍ​ມາດ​ຕະການ​ເປີດ​ກ້ວາງ​ຕະຫຼາດ​ສົ່ງ​ອອກ, ​ເປັນ​ຕົ້ນ​ແມ່ນຍູ້ໄວວິວັດທະນາ​ການ​ເຈລະຈາ​ບັນດາ​ສັນຍາ​ການ​ຄ້າ​ເສລີ 2 ຝ່າຍ ​ແລະ ລະຫວ່າງຊາດ, ພ້ອມ​ທັງ​ຕັ້ງໜ້າ​ສ້າງ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປະ​ມູນ, ນຳ​ເຂົ້າ​ວັດຖຸ​ດິບ​ສົ້ນ​ເຂົ້າ​ໃຫ້​ສົມບູນ​ແບບ​ເພື່ອ​ບໍ່​ຕ້ອງ​​ເພິ​່ງພາອາ​ໄສຕະຫຼາດ​ໃດໆ. ​ເມື່ອ​ເຕື້ອງ​ເຖິງ​ເນື້ອ​ໃນ​ນີ້​ທີ່​ກການ​ປະຊຸມ​ພາຍຫຼັງກອງ​ປະຊຸມ​ສະ​ໄໝ​ສາມັນ​ປະຈຳ​ເດືອນ 6 ຂອງ​ລັດຖະບານ​, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ-ການ​ຄ້າ​ຫວຽດນາມ ​ໂດ້ທັ້ງຫາຍ ຢືນຢັນ​ວ່າ : 

   “​ລັດຖະບານ​, ບັນດາ​ກະຊວງ, ​ຂະ​ແໜງ​ການ​ຕ່າງໆ, ​ໃນ​ນັ້ນ​ມີກະຊວງ​ອຸດສາຫະກຳ-ການ​ຄ້າ ​ໄດ້​ຄ່ອຍ​ຫັນ​ບັນດາ​ຕະຫຼາດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ນັບ​ທັງ​ການ​ສົ່ງ​ອອກ ​ແລະ ນຳ​ເຂົ້າ. ​ ກະຊວງ​ອຸດສາຫະກຳ-ການ​ຄ້າຕ້ອງ​ເປີດ​ກ້ວາງ​ຕະຫຼາດ​ຜ່ານ​ການ​ເຈລະຈາ. ປະຈຸ​ບັນ, ພວກ​ເຮົາ​ ​ເຊັນ​ສັນຍາ FTA ໄດ້ 8 ສະ​ບັບກັບ​ບັນດາ​ປະ​ເທດ ​ແລະ ພວມ​ຕັ້ງໜ້າ​ໃຫ້​ສຳ​ເລັດສັນຍາ​ຂ້າມ​ປາຊີ​ຟິກ (TTP) ​ແລະ ສັນຍາ​ກັບ​ພັນທະ​ພາບ​ພາສີ​ອາກອນ ລັດ​ເຊຍ-ກາ​ຊັກສະຖານ-​ເບ​ລາຣຸດ. ​ໃນ​ມໍ່​ມາ​ນີ້​ຄື​​ໃນ​ອາທິດ​ແລ້ວ​ນີ້, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ-ການ​ຄ້າ​ຫວຽດນາມ ວູ້ຮຸຍ​ຮ່ວາງ ກໍ​ໄດ້​ນຳພາ​ຄະນະ​ນັກ​ເຈລະຈາ​ຫວຽດນາມ​ໄປ​ຍັງ​ສະຫະພາບ​ເອີລົບ​ເພື່ອ​ປະຕິບັດ​ບັນດາ​ຂອດ​ສຸດ​ທ້າຍ​ເພື່ອ​ແນ​ໃສ່​ສຳ​ເລັດ​ສັນຍາ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີລົບ. ພວກ​ເຮົາ​ຫວັງ​ຢ່າງ​ຍິ່ງ​ວ່າ ສັນຍາ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີລົບ ກໍ​ຄື ສັນຍາ​ກັບ​ພັນທະ​ພາບ​ພາສີ​ອາກອນ ລັດ​ເຊຍ-ກາ​ຊັກສະຖານ-​ເບ​ລາຣຸດ ອາດ​ຈະ​ສຳ​ເລັດ​ໃນ​ປີ 2014. ນັ້ນ​ແມ່ນ​ບັນດາ​ວຽກ​ງານ​ທີ່​ຮີບ​ຮ້ອນ​ປະຕິບັດ​ໃນ 2 ​ເດືອນ​ທີ່​ຜ່ານ​ມາ”

    ນອກຈາກ​ເລື່ອງ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ນັ້ນ, ວຽກ​ງານ​ອີກ​ອັນ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດຊຶ່ງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່່າງໆ​ທີ່​ກ່ຽວ​ຂ້ອງປະຕິບັດ​ ນັ້ນ​ແມ່ນ​ຍູ້​ແຮ​ງການ​ປະຕິບັດ​ແຜນ​ນະ​ໂຍບາຍ​ຊາວ​ຫວຽດນາມ​ໃຫ້​ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ.

    ​ໃນ​ຂົງ​ເຂດ​ການ​ເງິນ, ທະ​ນາຄາ​ນ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ຫວຽດນາມ ​ເຈີ​ນວັນ​ຮ້ຽວ ​ໃຫ້​ຮູ້​ວ່າ ຫວຽດນາມ​ພວມ​ປະຕິບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ສ່ວນ​ລວມຄືນ​ໃໝ່ ​ແລະ ​ໄດ້​ບັນລຸ​ໝາກຜົນ​ເບື້ອງ​ຕົ້ນ​ທີ່​ສຳຄັນ​ທີ່​ສຸດ. ລາຍ​ຈາ​ຍ​ແກ່​ການ​ລົງທຶນ​ພັດທະນາ ​ແລະ ງົບປະມານ ​ໄລຍະ 6 ​ເດື່ອ​ນຕົ້ນ​ປີ ​ໄດ້​ບັນລຸ 48% ​ແຜນການ, ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ນີ້​ແມ່ນ​ລະດັບ​ການ​ປ່ອຍ​ເງິນ​ທີ່​ຕັ້ງໜ້າ​ພໍ​ສົມຄວນ, ​​ໂດຍ​ສະ​ເພາະ​ແມ່ນ​ໃນ​ເງື່ອນ​ໄຂ​ທີ່​ແຫຼ່ງທຶນ​ຖືກ​ຈຳກັດ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ຫວຽດນາມ ​ເຈີ​ນວັນ​ຮ້ຽວ ​ໃຫ້​ຮູ້​ວ່າ : 

   “​ໄລຍະ 6 ​ເດື່ອ​ນທ້າຍ​ປີ, ສືບ​ຕໍ່​ຍູ້​ແຮງ​ການ​ສ້າງ​ເງື່ອນ​ໄຂ​ສະດວກ, ບັນດາ​ລະບຽບ​ການ​ເພື່ອ​ປ່ອຍ​ເງິນ​ແກ່​ໂຄງການ, ສຳ​ເລັດ​ທຶນ​ງົບປະມານ, ນັບ​ທັງ​ທຶນ​ພັດທະ​ບັດ​ລັດຖະບານ ​ແມ່ນ​ໜ້າ​ທີ່​ສຳຄັນ. ​ແຕ່​ສຳຄັນ​ກ່ວາຫ​ມູ່ ແມ່ນການ​ດຶງ​ດູດ​ແຫຼ່ງກຳລັງ​​ເຂົ້າ​ຮ່ວມ​ການລົງທຶນ​ພັດທະນາ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ຂະ​ແໜງ​ການ​​ເສດຖະກິດ, ພິ​ເສດ​ແມ່ນ​ບັນດາ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ​ພັດທະນາ. ບັນດາ​ມາດ​ຕະການ​ແກ້​ໄຂ​ກ່ຽວ​ກັບ​ການ​ລົງທຶນ​ສ່ວນ​ລວມ ປະກອບ​ດ້ວຍ​ບັນດາ​ບັນດາ​ມາດ​ຕະການ​ແກ້​ໄຂ​ກ່ຽວ​ກັບ​ເລື່ອງ​ຕັ້ງໜ້າ​ຍູ້​ແຮງ​ການ​ປ່ອຍ​ເງິນ​ງົບປະມານ, ​ແຕ່​ສຳຄັນ​ກ່ວາ​ໝູ່​ແມ່ນ​ກົນ​ໄກ​ນະ​ໂຍບາຍ​ດຶງ​ດູດ​ແຫຼ່ງກຳລັງ​ສັງຄົມ​ທີ່ເຂົ້າ​ຮ່ວມ​ການລົງທຶນ​ພັດທະນາ​”

    ​ເພື່ອ​ສາມາດ​ນຳ​ທຶນ​ສິ​ນເຊື່ອອອກ​ສູ່​ຕະຫຼາດ​ຢ່າງ​ມີ​ປະສິດທິ​ຜົນ, ທ່ານຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ​ ຫງວຽດົງ​ຕ້ຽນ ຖື​ວ່າ ຈະ​ຄວນ​ມີ​ການ​ສົມທົບ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ກົນ​ໄກ​ຮັບປະກັນ​ເງິນ​ກູ້, ​ແກ້​ໄຂ​ຊັບ​ສິນ...ພ້ອມ​ກັນ​ນັ້ນ, ກໍ​ເລັ່ງ​ໃສ່​ແກ້​ໄຂ​ໜີ້​ເສຍ​ຊຶ່ງ​ພວມ​ແມ່ນ​ໜຶ່ງ​ໃນ​ບັນດາ​ສິ່ງ​ກີດຂວາງ​ໃນ​ປະຈຸ​ບັນ.

     ດ້ວຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ຂອງ​ລັດຖະບານ ​ແລະ ການ​ສົມທົບ​ຫຼາຍ​ນະ​ໂຍບາຍ​ມະຫາ​ພາກ​ນັ້ນ, ຫວຽດນາມ​ຈະ​ຮັບປະກັນ​ຈຸດໝາຍ​ການ​ເຕີບ​​ໂຕ​ທີ່​ເໝາະ​ສົມ, ປະກອບສ່ວນ​ປະຕິບັດ​ບັນດາ​ຈຸດໝາຍ​ເສດຖະກິດ-ສັງຄົມ​ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ