ມານະພະຍາຍາມສ້າງສາປະເທດຊາດພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ

(VOVWORLD) - ຄວາມມານະພະຍາຍາມປ່ຽນແປງໃໝ່, ປະດິດສ້າງ, ມີການກະທຳຢ່າງຂ້ຽວຂາດ, ສູ້ຊົນປະຕິບັດແຜນການປີ 2019 ຮອບດ້ານຢ່າງມີໄຊ ສ້າງພື້ນຖານໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ, ແມ່ນຫົວເລື່ອງບົດຂຽນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນື່ອງໃນໂອກາດປີໃໝ່ສາກົນ 2019.

 ພ້ອມດ້ວຍເລື່ອງຕີລາຄາບັນດາໝາກຜົນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນປີ 2018, ທ່ານນາຍົກລັດຖະມົນຕີກໍ່ໄດ້ຊີ້ອອກ 6 ໜ້າທີ່ຈຸດສຸມຂອງປີ 2019, ເຊິ່ງແມ່ນປີ ຫວຽດນາມ ຈະເລີ່ມເຕີບໂຕ, ບຸກທະລຸເພື່ອບັນລຸໄດ້ໝາກຜົນສູງສຸດໃນທຸກຂົງເຂດພັດທະນາ.

ມານະພະຍາຍາມສ້າງສາປະເທດຊາດພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  (ພາບ: Tuoitre.vn)

        ຕາມການຕີລາຄາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ທິດນຳການກະທຳຢ່າງມີລະບຽບວິໄນ, ສັດຊື່ບໍລິສຸດ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນຂອງລັດຖະບານ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງ ແລະ ການຕອບສະໜອງຢ່າງແຮງຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ, ນັກທຸລະກິດ ແລະ ປະຊາຊົນໃນທົ່ວປະເທດ, ນຳມາເຊິ່ງບັນດາຜົນງານສຳຄັນທີ່ສຸດໃນປີ 2018.

        ບັນດາສະຖິຕິເສດຖະກິດໃນປີ 2018

        ເປັນຄັ້ງທຳອິດນັບແຕ່ປີ 2008, ການເຕີບໂຕເສດຖະກິດ (GDP) ຂອງ ຫວຽດນາມ ປີ 2018 ບັນລລະດັບ 7,08%, ນຳ ຫວຽດນາມ ເຂົ້າໃນກຸ່ມບັນດາປະເທດມີການເຕີບໂຕສູງສຸດໃນພາກພື້ນ ແລະ ໃນໂລກ. ຂອບຂະໜາດ GDP ເພີ່ມຂຶ້ນຢ່າງແຮງ, ລາຍຮັບສະເລ່ຍໃສ່ຫົວຄົນບັນລຸ 2.587 USD. ໄພເງິນເຟີ້ໄດ້ຮັບການຄວບຄຸມ, ດັດຊະນີລາຄາໃຊ້ສອຍ (CPI) ພຽງແຕ່ຢູ່ລະດັບ 3,54% ເທົ່ານັ້ນ, ການດຸ່ນດ່ຽງໄດ້ຮັບປະກັນ, ສະແດງອອກຜ່ານບັນດານະໂຍບາຍມະຫາພາກໄດ້ຮັບປະກັນ. ບັນດາຕົວເລກສະຖິຕິເສດຖະກິດຂອງ ຫວຽດນາມ ໃນປີ 2018 ລວມມີ: ຍອດວົງເງິນການຄ້າສົ່ງອອກ 245 ຕື້ USD, ການສະສົມເງິນຕາຕ່າງປະເທດບັນລຸໄດ້ກ່ວາ 60 ຕື້ USD, ເງິນລົງທຶນໂດຍກົງຈາກຕ່າງປະເທດປະຕິບັດໄດ້ 19,1 % ຕື້ USD. ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ແມ່ນ 15,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 19,9% ເມື່ອທຽບໃສ່ປີ 2017. ສິ່ງທີ່ເປັນໜ້າຊື່ນຊົມໃນປີ 2018 ແມ່ນແຜນນະໂຍບາຍຊຸກຍູ້ການເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ພັດທະນາວິສາຫະກິດໄດ້ນຳມາເຊິ່ງໝາກຜົນຕັ້ງໜ້າດ້ວຍວິສາຫະກິດສ້າງຕັ້ງໃໝ່ແມ່ນ 131.000 ກ່ວາແຫ່ງ ແລະ ກ່ວາ 34.000 ແຫ່ງໄດ້ກັບຄືນມາເຄື່ອນໄຫວເປັນປົກກະຕິ. ຫວຽດນາມ ມີຄວາມເອກອ້າງທະນົງໃຈທີ່ມີກຸ່ມບໍລິສັດພາກເອກະຊົນຫລາຍແຫ່ງພວມພັດທະນາຢ່າງແຂງແຮງ ແລະ ມີຫລາຍກິດຈະກຳ, ໂຄງການໃຫຍ່ ທີ່ໝັ້ນໝາຍວ່າຈະສ້າງຄວາມບຸກທະລຸໃນອະນາຄົດ.

ພ້ອມກັບການພັດທະນາເສດຖະກິດ, ບັນດາຂົງເຂດວັດທະນະທຳ, ສັງຄົມ, ຊັບພະຍາກອນສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ກໍ່ບັນລຸໄດ້ບັນດາໝາກຜົນເປັນໜ້າຊື່ນຊົມ.  ຫວຽດນາມ ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີເປັນຢ່າງດີ; ຍູ້ແຮງການປະຕິບັດເປົ້າໝາຍຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ ໄດ້ 1,65 ລ້ານເທື່ອຄົນ; ຫລຸດຜ່ອນອັດຕາການວາງງານໃນເຂດຕົວເມືອງລົງເຫຼືອພຽງ 3,1%. ວຽກງານສາທາລະນະສຸກໄດ້ຮັບການຍູ້ແຮງດ້ວຍພົນລະເມືອງ 86% ໄດ້ເຂົ້າຮ່ວມປະກັນສຸຂະພາບ; ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ຫວຽດນາມ ໄດ້ມີບັນດາບາດກ້າວເດີນຢ່າງຖືກຕ້ອງ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ, ເພື່ອບືນຕົວອອກສູ່ພາກພື້ນ, ໂລກໃນປີ 2018.

ບັນດາໜ້າທີ່ຈຸດສຸມໃນປີ 2019

        ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ຫວຽດນາມ ໄດ້ກຳນົດແຈ້ງໃນປີ 2019 ວ່າ: ແມ່ນປີຈະເລັ່ງຄວາມໄວ, ບຸກທະລຸໃນທຸກຂົງເຂດເພື່ອບັນລຸໄດ້ໝາກຜົນສູງສຸດໃນທຸກຂົງເຂດພັດທະນາ. ດ້ວຍທິດນຳການກະທຳທີ່ວ່າ “ມີລະບຽບວິໄນ, ສັດຊື່ບໍລິສຸດ, ມີການກະທຳ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ບຸກທະລຸ”, ລັດຖະບານໄດ້ປະກາດໃຊ້ບັນດາມະຕິເລກທີ 01 ແລະ 02 ກ່ຽວກັບໜ້າທີ່, ມາດຕະການຕົ້ນຕໍໃນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ, ຄາດຄະເນງົບປະມານແຫ່ງລັດປີ 2019 ແລະ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ. ການສຸມໃສ່ພັດທະນາເສດຖະກິດລວມມີ: ປັບປຸງພື້ນຖານດ້ານມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸ່ນດຽງ, ຊຸກຍູ້ການເຕີບໂຕ, ປະຕິບັດບັນດາມາດຕະການຊຸກຍູ້ການສົ່ງອອກຢ່າງຄົບຊຸດ ແລະ ມີປະສິດທິຜົນ, ເອົາໃຈໃສ່ພັດທະນາຕະຫຼາດພາຍໃນປະເທດ ແລະ ຊຸກຍູ້ການພັດທະນາການຄ້າເອເລັກໂຕນິກຢ່າງແຮງ.

        ຫວຽດນາມ ກໍ່ສືບຕໍ່ຍູ້ແຮງການປະຕິບັດບັນດາຍຸດທະສາດບຸກທະລຸ, ສ້າງໂຄງປະກອບພື້ນຖານເສດຖະກິດ ຕິດພັນກັບການປ່ຽນແປງຮູບແບບເຕີບໂຕຄືນໃໝ່, ຍົກສູງສະມັດຕະພາບການອອກແຮງງານ ແລະ ກຳລັງແກ່ງແຍ້ງ; ເອົາໃຈໃສ່ສ້າງລະບົບກົດໝາຍໃຫ້ສົມບູນແບບເພື່ອຜັນຂະຫຍາຍບັນດາສັນຍາການຄ້າເສລີ (FTA) ທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ພັດທະນາວິທະຍາສາດ ເຕັກໂນໂລຊີ ຢ່າງແຮງ, ຖືນີ້ແມ່ນກຳລັງໜູນຊຸກຍູ້ການພັດທະນາເສດຖະກິດສັງຄົມ.

        ປີ 2019, ຫວຽດນາມ ກໍ່ສືບຕໍ່ມີການຫັນປ່ຽນຢ່າງແຮງໃນການສ້າງໂຄງປະກອບການລົງທຶນຄືນໃໝ່, ຈຸດສຸມແມ່ນການລົງທຶນພາກລັດ, ຍູ້ແຮງການພັດທະນາຂົງເຂດເສດຖະກິດພາກເອກະຊົນ, ຊຸກຍູ້ການຮ່ວມສຳພັນລະຫວ່າງຂົງເຂດລົງທຶນຈາກຕ່າງປະເທດກັບບັນດາລັດວິສາຫະກິດ, ໝູນໃຊ້ເຕັກໂນໂລຊີສູງ, ເຂົ້າຮ່ວມເຄືອຂ່າຍການຜະລິດ ແລະ ລະບົບມູນຄ່າທົ່ວໂລກ. ຫວຽດນາມ ກໍ່ເດັດດ່ຽວສຸມໃສ່ປະຕິບັດບັນດາໜ້າທີ່, ມາດຕະການຍົກລະດັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ກຳລັງຄວາມສາມາດແກ່ງແຍ້ງຕິດພັນກັບການປະຕິວັດອຸດສາຫະກຳຄັ້ງທີ 4.

        ການພັດທະນາວັດທະນະທຳ, ສັງຄົມໃຫ້ມີຄວາມກົມກຽວກັບການພັດທະນາເສດຖະກິດ, ຍົກສູງການດຳເນີນຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ກໍ່ຈະໄດ້ຮັບຄວາມເອົາໃຈໃສ່ຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ ແມ່ນການເພີ່ມທະວີການຄຸ້ມຄອງຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ຍູ້ແຮງການປະຕິຮູບດ້ານບໍລິຫານ, ສ້າງລັດຖະບານເອເລັກໂຕນິກ; ປະຕິບັດບັນດາຂໍ້ກຳນົດກ່ຽນກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫລວງຢ່າງເຂັ້ມງວດ; ໃນນັ້ນ ເອົາໃຈໃສ່ສ້າງສະພາບແວດລ້ອມບໍ່ສໍ້ລາດບັງຫລວງ. ຫວຽດນາມ ກໍ່ເປັນເຈົ້າການຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງຢ່າງມີປະສິດທິຜົນ, ຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບ ແລະ ຍົກສູງບົດບາດຂອງ ຫວຽດນາມ ໃນບັນດາອົງການຈັດຕັ້ງ, ເວທີປາໄສຫລາຍຝ່າຍຕື່ມອີກ. ສຸດທ້າຍ, ການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ການປຸກລຸກຄວາມເອກອ້າງທະນົງໃຈ ແລະ ຄວາມຄາດຫວັງຂອງຊາດກໍ່ໄດ້ຮັບຄວາມເອົາໃຈໃສ່ ເພື່ອແນໃສ່ເປົ້າໝາຍນຳປະເທດຊາດກ້າວຂຶ້ນບົນເສັ້ນທາງພັດທະນາໂດຍໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ