ມານະພະຍາຍາມເພື່ອບັນລຸຄາດໝາຍເຕີບໂຕປີ 2017

(VOVWORLD) - ຫວຽດນາມ ກ້າວເຂົ້າປີ 2017 ດ້ວຍເງື່ອນໄຂບໍ່ສະດວກຫລາຍຢ່າງໃຫ້ແກ່ການພັດທະນາເສດຖະກິດ. 

ຕາມບົດລາຍງານຂອງລັດຖະບານ ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 ແລ້ວ, 13 ຄາດໝາຍປີ 2017 ໃນມະຕິຂອງສະພາແຫ່ງຊາດວາງອອກ ລ້ວນແຕ່ຄາດວ່າ ຈະບັນລຸໄດ້ ແລະ ລື່ນກາຍຄາດໝາຍເມື່ອທຽບໃສ່ແຜນການ. ໝາກຜົນນີ້ ສະແດງໃຫ້ເຫັນຜົນສຳເລັດໃນການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີໃນໄລຍະຜ່ານມາ. ເຖິງຢ່າງໃດກໍ່ຕາມ ເພື່ອປະຕິບັດສຳເລັດຄາດໝາຍປີ 2017 ເປັນຢ່າງດີ, ລັດຖະບານກຳນົດວ່າ ບໍ່ຄວນປະໝາດໃນຊຸມເດືອນທີ່ຍັງເຫຼືອຂອງປີ 2017.

ມານະພະຍາຍາມເພື່ອບັນລຸຄາດໝາຍເຕີບໂຕປີ 2017 - ảnh 1 ນະຄອນ ໂຮ່ຈີມິນ ໃນປະຈຸບັນ (ພາບອິນເຕີແນັດ)

        ເສດຖະກິດ ຫວຽດນາມ ປີ 2017 ມີຫລາຍຈຸດພົ້ນເດັ່ນ ຢູ່ທັງຂົງເຂດການບໍລິການການຜະລິດ ແລະ ສົ່ງອອກ. ບັນດາຄວາມມານະພະຍາຍາມຂອງລັດຖະບານໃນໄລຍະຜ່ານມາ ໄດ້ເຮັດໃຫ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການແກ່ງແຍ້ງຂອງ ຫວຽດນາມ ໄດ້ຮັບການປັບປຸງຢ່າງກະໂດດຂັ້ນ. ຫວຽດນາມ ໄດ້ເພີ່ມຂຶ້ນ 5 ຂັ້ນໃນບົດລາຍງານກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກ 2017 – 2018 ຊຶ່ງຫາກໍ່ໄດ້ຮັບການປະກາດໃນເວທີປາໄສເສດຖະກິດໂລກ (WEF).

ລັດຖະບານພວມກ້າວເດີນຢ່າງຖືກທິດ

        ຫວຽດນາມ ກ້າວເຂົ້າປີ 2017 ດ້ວຍເງື່ອນໄຂບໍ່ສະດວກຫລາຍຢ່າງໃຫ້ແກ່ການພັດທະນາເສດຖະກິດ. ການເຕີບໂຕ GDP ໄຕມາດ 1 ບັນລຸລະດັບຕ່ຳ, ສົ່ງຜົນສະທ້ອນເຖິງບັນດາຄາດໝາຍການເຕີບໂຕທັງປີ. ຕໍ່ໜ້າສະພາບການນັ້ນ, ລັດຖະບານກຳນົດວ່າ ຕ້ອງຢຶດໝັ້ນຄາດໝາຍການເຕີບໂຕທີ່ໄດ້ວາງອອກ, ຊີ້ນຳສ້າງແຜນການປະຈຳໄຕມາດໃຫ້ແຕ່ລະຂະແໜງ, ຂົງເຂດຕ່າງໆ. ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີເປັນປະທານບັນດາກອງປະຊຸມທົ່ວປະເທດ, ການປະຊຸມນັບຮ້ອຍຄັ້ງ ເພື່ອ ຮັບຟັງ, ຊີ້ນຳການແກ້ໄຂໂດຍກົງ, ແກ້ໄຂບັນດາສິ່ງຄົງຄ້າງ ແລະ ອ່ອນດ້ອຍຢ່າງທັນການ, ຊຸກຍູ້ການພັດທະນາບັນດາຂະແໜງການ, ຂົງເຂດ; ເຂົ້າຮ່ວມບັນດາກອງປະຊຸມສົ່ງເສີມການລົງທຶນຢູ່ບາງທ້ອງຖິ່ນ…

        ດ້ວຍບັນດາຄວາມມານະພະຍາຍາມຄືດັ່ງກ່າວ, ເສດຖະກິດ-ສັງຄົມນັບແຕ່ຕົ້ນປີມາຮອດປະຈຸບັນ ບັນລຸໄດ້ 3 ຈຸດພົ້ນເດັ່ນ: ການເຕີບໂຕ GDP ມີບາດກ້າວບຸກທະລຸ; ເສດຖະກິດມະຫາພາກເປັນປົກກະຕິ ແລະ ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດໄດ້ຮັບການປັບປຸງຢ່າງກະໂດດຂັ້ນ. ເລື່ອງບັນລຸໄດ້ການເຕີບໂຕເປັນໜ້າຊື່ນຊົມໄດ້ໃຫ້ເຫັນວ່າ ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ທີ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ ໃນເບື້ອງຕົ້ນໄດ້ເສີມຂະຫຍາຍປະສິດທິຜົນ, ຄ່ອຍໆຫລຸດຜ່ອນການອີງໃສ່ຂຸດຄົ້ນຊັບພະຍາກອນທຳມະຊາດ, ເປັນຕົ້ນແມ່ນນ້ຳມັນອາຍແກັສ. ຄວາມໄວ້ເນື້ອເຊື່ອໃນຂອງປະຊາຊົນ, ວິສາຫະກິດສຳລັບການຊີ້ນຳນຳພາຂອງພັດ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ການບໍລິຫານຂອງລັດຖະບານໄດ້ຮັບການປັບປຸງ. ນີ້ແມ່ນປະຖົມປັດໃຈທີ່ດີ, ສ້າງທ່າພັດທະນາໄວ, ໝັ້ນຄົງໃຫ້ຊຸມປີຕໍ່ໄປ, ໂດຍລະອຽດແມ່ນ ສ້າງຄວາມອຸ່ນອ່ຽງໃຈ ແລະ ມີຄວາມເຊື່ອໝັ້ນກ່ວາ ເພື່ອກ້າວສູ່ການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2018. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໋ຽນຢຸງ ໃຫ້ຂໍ້ສັງເກດວ່າ:

        “ໝາກຜົນດັ່ງກ່າວ ໄດ້ຢືນຢັນລັກສະນະທັນການ ແລະ ມີປະສິດທິຜົນຂອງບັນດາມາດຕະການ ຊຶ່ງລັດຖະບານປະກາດໃຊ້, ຊີ້ນຳບັນດາຂະແໜງການ, ບັນດາທ້ອງຖິ່ນຂັ້ນຕ່າງໆ ພ້ອມກັນປະຕິບັດຢ່າງຂ້ຽວຂາດ. ນີ້ແມ່ນສັນຍານທີ່ຕັ້ງໜ້າ ເພື່ອສ້າງພື້ນຖານເສດຖະກິດມຸ່ງໄປເຖິງຄາດໝາຍການເຕີບໂຕ 6,7% ຂອງທັງປີ 2017. ດ້ວຍລະດັບການເຕີບໂຕນີ້, ຖ້າຫາກບໍ່ເກີດມີໄພທຳມະຊາດຢ່າງຮ້າຍແຮງ, ຖ້າຫາກພວກເຮົາບໍ່ປະໝາດໃນການຊີ້ນຳບໍລິຫານ ແລະ ແກ້ໄຂບາງສິ່ງທີ່ຍັງຄົງຄ້າງປີ 2017 ນັ້ນ ອາດຈະເປັນປີທຳອິດພາຍຫລັງຫລາຍປີທີ່ ຫວຽດນາມ ປະຕິບັດສຳເລັດລື່ນກາຍລະດັບ 13 ຄາດໝາຍທັງໝົດ ຊຶ່ງສະພາແຫ່ງຊາດມອບໝາຍໃຫ້.

        ເມື່ອຮັບຮູ້ບັນດາຄວາມມານະພະຍາຍາມໃນການບໍລິຫານຂອງລັດຖະບານ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຕີລາຄາວ່າ:

        “ສະພາແຫ່ງຊາດຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານ, ບັນດາຂະແໜງການ, ທຸກຂັ້ນໃນການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ. ສະພາແຫ່ງຊາດກໍ່ຍ້ອງຍໍຈິດໃຈສູ້ຊົນຂອງປະຊາຄົມວິສາຫະກິດ ແລະ ປະຊາຊົນທຸກຊັ້ນວັນນະໄດ້ຜ່ານຜ່າສິ່ງທ້າທາຍ, ຍາດໄດ້ບັນດາໝາກຜົນຢ່າງຕັ້ງໜ້າ, ສ້າງປະຖົມປັດໄຈເພື່ອບັນລຸໄດ້ ແລະ ລື່ນກາຍບັນດາຄາດໝາຍຂອງປີ 2017 ຕາມມະຕິຂອງສະພາແຫ່ງຊາດ.

ບໍ່ປະໝາດໃນຊຸມເດືອນທີ່ຍັງເຫຼືອຂອງປີ 2017

        ເພື່ອບັນລຸໄດ້ຄາດໝາຍການເຕີບໂຕ 6,7% ໃນທັງປີ, ພື້ນຖານເສດຖະກິດຍັງຄົງມີຫລາຍວຽກຕ້ອງປະຕິບັດ, ໃນນັ້ນ ໄຕມາດທີ 4 ຕ້ອງບັນລຸລະດັບການເຕີບໂຕໃຫ້ໄດ້ 7,32%. ນີ້ແມ່ນໜ້າທີ່ຫຍຸ້ງຍາກທີ່ສຸດ ຍ້ອນວ່າລະດັບການເຕີບໂຕນີ້ ຕ້ອງສູງທົບເຄິ່ງໜຶ່ງ ເມື່ອທຽບໃສ່ຊຸມເດືອນຕົ້ນປີ ແລະ ສູງສຸດໃນ 6 ປີທີ່ຜ່ານມາ. ຕາມທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໋ຽນຢຸງ ແລ້ວ ໃນຊຸມເດືອນທີ່ຍັງເຫຼືອຂອງປີ 2017, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສືບຕໍ່ສຸມໃສ່ປະຕິບັດບັນດາໜ້າທີ່, ມາດຕະການຢ່າງຂ້ຽວຂາດ, ຄົບຊຸດ; ສຸມໃສ່ເຂົ້າໃນຂັ້ນຕອນການປະຕິບັດ, ເປັນຕົ້ນແມ່ນຜູ້ນຳໜ້າ ຍາມໃດກໍ່ຕ້ອງຊີ້ນຳຢ່າງໃຫ້ຊິດຕິດແທດ ແລະ ຮັບຜິດຊອບ. ທ່ານ ມາຍຕ໋ຽນຢຸງ ກ່າວວ່າ:

        “ນາຍົກລັດຖະມົນຕີຮຽກຮ້ອງບັນດາກະຊວງ, ຂະແໜງການຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດກ່ວາອີກ. ຍູ້ແຮງການກວດກາ, ຫລຸດຜ່ອນບັນດາເງື່ອນໄຂການລົງທຶນດຳເນີນທຸລະກິດທີ່ບໍ່ຈຳເປັນ. ປະຕິຮູບການເຄື່ອນໄຫວກວດກາລົງເລິກຂະແໜງສຳລັບສິນຄ້ານຳເຂົ້າ - ສົ່ງອອກ ຢ່າງຮອບດ້ານ; ປະຕິບັດການຫັນປ່ຽນຢ່າງແຮງຈາກ “ການກວດກາກ່ອນ” ໄປສູ່ “ການກວດກາພາຍຫລັງ”. ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຄວນຈັດຕັັ້ງບັນດາການສົນທະນາກັບວິສາຫະກິດເປັນປະຈຳ ບົນພື້ນຖານບັນດາການສ່ອງແສງ ແລະ ຂໍ້ສະເໜີຂອງວິສາຫະກິດຢ່າງເປັນປະຈຳ ແລະ ທັນການ.

        ໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມນັບແຕ່ຕົ້ນປີມາຮອດປະຈຸບັນແມ່ນຄວາມມານະພະຍາຍາມອັນໃຫຍ່ຂອງລັດຖະບານ ແລະ ບັນດາຂະແໜງການຂັ້ນຕ່າງໆໃນສະພາວະພື້ນຖານເສດຖະກິດພວມຫັນປ່ຽນຮູບແບບການເຕີບໂຕ, ຄ່ອຍໆຫລຸດຜ່ອນການອີງໃສ່ຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ຫັນປ່ຽນທິດໄປສູ່ອຸດສາຫະກຳປຸງແຕ່ງ, ປະດິດສ້າງ ແລະ ການບໍລິການ. ດ້ວຍຄວາມເປັນເຈົ້າການໃນການບໍລິຫານ, ຈິດໃຈທີ່ບໍ່ປະໝາດ ເມື່ອປະຕິບັດໜ້າທີ່ໃນຊຸມເດືອນທີ່ຍັງເຫຼືອຂອງປີນັ້ນ ຄາດໝາຍການເຕີບໂຕ GDP 6,7% ປີ 2017 ຂອງ ຫວຽດນາມ ອາດສາມາດບັນລຸໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ