ມາລີ ຕໍ່ໜ້າໄພກາຍເປັນສະຖານທີ່ເຄັ່ງຮ້ອນໃໝ່ ຢູ່ອາຟຼິກກາຕາເວັນຕົກ

    ພາຍຫຼັງ​​ເກີດ​ເຫດການ​ລັດຖະປະຫານ ​ໂຄ່ນ​ລົ້ມອຳນາດ​ການ​ປົກຄອງ​ພົນລະ​ເຮື​ອນ​ຢູ່​ມາລີ ມາ​ເປັນເວລາ​ເກືອບ 2 ອາທິດ, ສະພາບ​ການ​ຢູ່​ປະ​ເທດ ອາ​ຟຼິກກາ​ຕາ​ເວັນ​ຕົກ ນີ້​ ນັບ​ມື້​ນັບ​ສັບສົນ​ຂຶ້ນ​ຕື່ມ ​ແລະ ພວມ​ມີ​ໄພ​ແຜ່​ລາມ​ອອກ​ສູ່​ທົ່ວ​ເຂດ Sahel, ບັນດາ​ສານ​ທາງ​ການ​ທູດ​ຂອງ​ສະຫະ​ປະຊາ​ຊາດ ກໍ​ຄື​ຂອງ​ປະ​ເທດ​ຕ່າງໆ​ຢູ່​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ ​ໄດ້​ຖືກ​ສົ່ງ​ເຖິງ​ກຳລັງ​ດຳ​ເນີນ​ການ​ລັດຖະປະຫານ, ຊ້ຳບໍ່​ໜຳ, ບັນດມາດ​ຕະການ​ລົງ​ໂທດ​ກໍ​ໄດ້​ເລີ່​ມນຳ​ໃຊ້ ​ເພື່ອ​ແນ​ໃສ່​ເພີ່ມ​ກຳລັງ​ດັນ ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່​ມາລີ ​ແຕ່​ເບິ່ງຄື​ວ່າ ສະພາບ​ການ​ບໍ່​ທັນ​ມີ​ຄວາມ​ຄຶບໜ້າ​ໃດໆ. ຫາງ​ສຽງ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ປະ​ເທດ​ນ້ອຍໆ​ແຫ່ງ​ນີ້ ຈະ​ຖືກ​ຕັດ​ແຍກ​ອອກ ​ແລະ ກາຍ​ເປັນ​ເດີນ​ຫຼັງ​ຂອງ​ກຳລັງ​ກໍ່​ການ​ຮ້າຍ, ພິ​ເສດ​ແມ່ນ​ຂອງ Al Qaeda.

ມາລີ ຕໍ່ໜ້າໄພກາຍເປັນສະຖານທີ່ເຄັ່ງຮ້ອນໃໝ່ ຢູ່ອາຟຼິກກາຕາເວັນຕົກ - ảnh 1

ປະຊາ​ຄົມ​ໂລກ​ກ່າວ​ປະນາມ​ເຫດການລັດຖະປະຫານ​ຢູ່​ມາລີ

(ພາບ:vietnamese.cri.cn)

   ສະພາບ​ການ​ດ້ານ​ການ​ເມືອງ​ຢູ່​ມາລີ ​ໄດ້​ຕົກ​ເຂົ້າສູ່​ສະພາບ​ວິ​ກິດ​ການ ພາຍຫຼັງ​ທີ່​ພວກ​ກະບົດ​ລູກ​ຮື້ຂຶ້ນ​​ກຸ່ມ 1 ​ທີ່​ກ່າວ​ອ້າງວ່າ ຄະນະ​ກຳມະ​ການ​ຟື້ນ​ຟູປະຊາທິປະ​ໄຕ​ແຫ່ງ​ຊາດ (CNRDR) ​ໄດ້​ປະກາດ​ກຳ​ສິດ​ບໍລິຫານ​ປະ​ເທດ​ຊາດ ດ້ວຍ​ສາຍ​ເຫດ​ທີ່​ວ່າ ​ລັດຖະບານ​ປະ​ເທດ​ນີ້​ພາຍ​ໃຕ້​ການ​ບໍລິຫານ​ຂອງ​ປະທານາທິບໍດີ Amdou Toumani Toure, ບໍ່​ສາມາດ​​ແກ້​ໄຂ​ຂະ​ບວນການທວງ​ເອົ​າຄວາມ​ເປັນ​ເອກະລາດ​ຂອງ​ປະຊາ​ຄົມ Tuareg ຢູ່​ພາກ​ເໜືອ​ໄດ້. ກຳລັງ​ນີ້​ກໍ່ປະກາດ​ຍຸບ​ເລິກ​ບັນດາ​ລະບຽບກົດໝາຍ​ຂອງ​ລັດ, ຢຸດຕິ​ການ​ປະຕິບັດ​ລັດຖະທຳ​ມະນູນ​ທີ່​ພວມ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ປະຈຸ​ບັນ. ​ເຖິງ​ວ່າ ​ໄດ້​ຍົກ​ອອກ​ບັນດາ​ຄຳໝັ້ນສັນຍາ​ທຳ​ອິດ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ການ​ເມືອງ​ແລ້ວ​ກໍ​ຕາມ ​ແຕ່​ຜູ້​ນຳ​ກຳລັງ​ກໍ່​ລັດຖະປະຫານ​ຢູ່​ມາລີ ຍັງບໍ່​ທັນ​ໄດ້​ກຳນົດ​ເວລາ​ລະອຽດ​ເທື່ອ. ຮ້ອຍ​ເອກ Amadou Sannogo ການ​ນຳ​​ໃນ​ເຫດການ​ລັດຖະປະຫານ​ໃຫ້​ຮູ້​ວ່າ ຈະ​ຟື້ນ​ຟູ​ລັດຖະທຳ​ມະນູນ​ເມື່ອ​ປີ 1992, ສ້າງ​ບັນດາ​ລະບຽບກົດໝາຍ​ຂອງ​ລັດ​ຄືນ​ໃໝ່ ​ແລະ ມອບ​ໂອນ​ສິດ​ອຳນາດ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ໂດຍ​ປະຊາຊົນ​​ເລືອກຕັ້ງ. ຮ້ອຍ​ເອກ Amadou Sannogo ກໍ​ໃຫ້​ຄຳໝັ້ນສັນຍາ​ຈະ​ທາ​ບທາມ​ຄຳ​ເຫັນ​ຈາກ​ບັນດາ​ກຳລັງ​ການ​ເມືອງ​ພາຍ​ໃນ​ປະ​ເທດ ກ່ຽວ​ກັບ​ການຈັດຕັ້ງການ​ເລືອກ​ຕັ້ງ​ໂດຍ​ສັນຕິ, ​ເສລີ ​ແລະ ປະຊາທິປະ​ໄຕ, ບໍ່​ມີ​ການ​ເຂົ້າຮ່ວມ​ຂອງ​ກອງທັບ ​ແຕ່​ໄລຍະ​ເວລາ​ດຳ​ເນີນ​ການ​ເລືອກ​ຕັ້ງຍັງບໍ່​ທັນ​ໄດ້​ຮັບ​ການ​ກຳນົດ​ເທື່ອ.

ມາລີ ຕໍ່ໜ້າໄພກາຍເປັນສະຖານທີ່ເຄັ່ງຮ້ອນໃໝ່ ຢູ່ອາຟຼິກກາຕາເວັນຕົກ - ảnh 2

ສະພາບ​ການ​ຢູ່​ມາລີ

(ພາບ:baotintuc.vn)

   ປະຈຸ​ບັນ, ມາລີ ພວມ​ຕ້ອງ​ຮັບ​ມື​ກັບ​ໄພ​ແບ່ງ​ແຍກ ​ແລະ ຂາດ​ສະຖຽນ​ລະ​ພາບ​ໃນ​ສັງຄົມ. ​ໃນ​ຂະນະ​ທີ່​ກຳລັງ​ກໍ່​ລັດຖະປະຫານ​ພວມ​ປະຕິບັດ​ການ​ຜັນ​ຂະຫຍາຍ​ຖະ​ແຫຼ​ງການ​ຂອງຕົນ, ຂະ​ບວນການ​ປົດ​ປ່ອຍ​​ຊາດ Azwad (MNLA) ຂອງ​ຊາວ Tuareg  ​ແລະ ​ກຸ່ມອິດຊະລາ​ມ ປະກອບ​ອາວຸດ Ansar Dine ທີ່​ມີ​ການ​ພົວພັນ​ກັບ​ເຄືອ​ຂ່າຍກໍ່​ການ​ຮ້າຍ Al Qaeda ສາຂາ​ອາຟຼິກກາ​ເໜືອ ​ໄດ້​ດຳ​ເນີນການ​ບຸກ​ໂຈມ​ຕີ​ຄັ້ງຕ່າງໆເຂົ້າບັນດານະຄອນ​ທາງ​ພາກ​ເໜືອ​ມາລີ, ຍາດ​​ເອົາສິດ​ຄວບ​ຄຸມ Timbuktu ຊື່​ງ​ແມ່​ນະຄອນ​ໃຫ່ຍສຸດ​ທ້າຍ​ຢູ່​ພາກ​ເໜືອ, ພາຍຫຼັງ​ຍາດ​ໄດ້ ນະຄອນ​ສຳຄັນ 2 ​ແຫ່ງຄື: Kidal ​ແລະ Gao. ຂະ​ບວນການ​ປົດ​ປ່ອຍ​ແຫ່ງ​ຊາດ Azawad ​ໃຫ້​ຮູ້​ວ່າ ຈະ​ສ້າງຕັ້ງລະບຽບກົດໝາຍ ​ແລະ ລັດຖະທຳ​ມະນູນ​ສະ​ເພາະ​ຢູ່​ບັນດາ​ນະ​ຄອນ​ທີ່​ຍຶດມາ​ໄດ້​ຈາກ​ກອງທັບ ​ແລະ ອຳນາດ​ການ​ປົກຄອງ​ມາລີ ​ເພື່ອ​ແນ​ໃສ່​ຍູ້​ໄວ​ຈຸດໝາຍ​ສ້າງຕັ້ງປະ​ເທດ​ເອກະລາດ​ຢູ່​ມາລີ ​ເໜືອ.

   ຫາງ​ສຽງ​ສາກົນ​ວິຕົກ​ກັງວົນ​ວ່າ ການ​ລູກຮື້ຂຶ້ນ​ຂອງ​ຊາວ Tuareg  ຢູ່​ມາລີ ອາດ​ຈະ​ແຜ່​ລາມ​ອອກ​ສູ່ຊາວ Tuareg ຢູ່ Niger  ​ແລະ ​ເປີດ​ກ້ວາງ​​ໃນທົ່ວ​ເຂດ Sahel. ສິ່ງ​ທີ່​ເກີດ​ຂຶ້ນຢູ່​ມາລີ ອາດ​ຈະ​ແມ່ນ​ບາດກ້າວ​ເລີ່​ມຕົ້ນຂອງ​ການ​ເກີດ​ກະ​ແສ​ຟອງ​ລູກ​ຮື້​ຂຶ້ນ​ທີ່​ຮ້າຍ​ແຮງ​ກ່ວາ​ຢູ່​ພາກ​ພື້ນ​ໃນ​ອະນາຄົດ.

 
ມາລີ ຕໍ່ໜ້າໄພກາຍເປັນສະຖານທີ່ເຄັ່ງຮ້ອນໃໝ່ ຢູ່ອາຟຼິກກາຕາເວັນຕົກ - ảnh 3

ພວກ​ກະບົດ​ຍຶດ​ເອົາ​ສະຖານີ​ວິທະຍຸ

(ພາບ:viet.rfi.fr)

  ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ການ​ກໍ່​ລັດຖະປະຫານຂອງພວກ​ກະບົດ ກຸ່ມໜື່ງທີ່​ກ່າວ​ອ້າງ​ວ່າ ຕົວ​ເອງ​ແມ່ນຄະນະ​ກຳມະ​ການ​ຟື້ນ​ຟູປະຊາທິປະ​ໄຕ​ແຫ່ງ​ຊາດ (CNRDR) ​ແມ່ນ​​ໄດ້ກໍ່​ຜົນເສຍ​ຫາຍ​ໃຫ້​ແກ່​ພື້ນຖານ​ສັນຕິພາບ​ຂອງ​ປະ​ເທດ​ອາ​ຟຼິກກາ​ຕາ​ເວັນ​ຕົກ​ນີ້.  ພອ້ມກັບ​ເລື່ອງ​ກ່າວ​ປະນາມ​ການ​ກໍ່​ຄວາມ​ວຸນວາຍ​ຂອງ​ພວກ​ກະບົດ​ຢູ່​ມາລີ ຢ່າງ​ຮຸນ​ແຮງ ​ແລະ ຮຽກຮ້ອງ​ໃຫ້​ຟື້ນ​ຟູ​ລັດຖະທຳ​ມະນູນ​ ​ແລະ ລັດຖະບານ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ​ໂດຍ​ໄວ​ນັ້ນ, ວັນ​ທີ 4/4, ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ດຳ​ເນີນວາລະ​ປະຊຸມ​ດ່ວນ​ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ມາລີ. ອາ​ເມ​ລິ​ກາ ຊື່​ງ​ແມ່ນ​ປະ​ເທດ​ພັນທະ​ມິດ​ຂອງ​ມາລີ ​ໄດ້​ຊຸກຍູ້​ບັນດາ​ມື​ປືນ​ລູກ​ຮື້​ຂຶ້ນ​ຢູ່​ທາງ​ພາກ​ເໜືອ​ມາລີ ຈົ່ງ​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ. ສ່ວນ​ສະຫະພາບ​ອາ​ຟຼິກກາ ​ໄດ້​ຈັດ​ວາງ​ບັນດາ​ມາດ​ຕະການລົງ​ໂທດ​ສຳລັບ​ການ​ນຳ ​ແລະ ບັນດາ​ສະມາຊິກ​ຂອງ​ຝ່າຍ​ກໍ່​ລັດຖະປະຫານ​ຢູ່​ມາລີ ກໍ​ຄື​ສຳລັບ​ສ່ວນ​ບຸກຄົນ ​ແລະ ອົງການ​ຈັດຕັ້ງ ທີ່​ໄດ້​ຊອກ​ຫາ​ວິທີ​ປະກອບ ຫຼື​ໜູນ​ຊ່ວຍ​ສິ່ງ​ທີ່​ຖືກ​ຖື​ວ່າ ​ໄປ​ຝືນ​ກັບ​ລັດຖະທຳ​ມະນູນ​ມາລີ. ກ່ອນ​ໜ້ານັ້ນ, ປະຊາ​ຄົມ​ບັນດາ​ປະ​ເທດ​ອາ​ຟຼິກກາ​ຕາ​ເວັນ​ຕົກ ກໍ​ປະກາດ​ຈັດ​ວາງ​ຄຳ​ສັ່ງ​ຂວ້ຳບາດ​ຮອບດ້ານ ທີ່​ມີ​ຕໍ່​ອຳນາດ​ການ​ປົກຄອງ​ການ​ທະຫານ​ຢູ່​ມາລີ.

   ​ໂດຍ​​ແມ່ນປະ​ເທດ​ຖືກ​ຖື​ວ່າ ​ແມ່ນ 1 ​ໃນ​ບັນດາ​ປະ​ເທດທີ່​ມີ​ຄວາມ​ສະຖຽນ​ລະ​ພາບ​ກ່ວາ​ໝູ່​ຢູ່​​ອາ​ຟຼິກກາ​ຕາ​ເວັນ​ຕົກ, ​ແຕ່​ປະຈຸ​ບັນ ມາລີ​ ພັດກາຍ​ເປັນ​ຈຸດ​ເຄັ່ງຮ້ອນ​ໃໝ່​ຂອງ​ພາກ​ພື້ນ. ຖ້າ​ຫາກ​ວ່າ ວິ​ກິດ​ການ​ດ້ານ​ການ​ເມືອງ​ຢູ່​ມາລີ ບໍ່​ໄດ້​ຮັບ​ການ​​ແກ້ໄຂ​ໂດຍ​ໄວ, ມັນຈະເຮັດ​ໃຫ້​ຫຼາຍ​ປະ​ເທດ​ອາ​ຟຼິກກາ​ ຕົກ​​ເຂົ້າສູ່​ຄວາມຂາດ​ສະຖຽນ​ລະ​ພາບ​ໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ