ມຽນມາກ້າວໄປເຖິງສະຖຽນລະພາບເພື່ອພັດທະນາ


(vovworld) - ມຽນມາ​ຫາ​ກໍ່​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ທີ່​ໄດ້​ຮັບ​ຖື​ວ່າ​ມີ​ລັກສະນະ​ເສລີ ​ແລະ ປະຊາທິປະ​ໄຕ​ທີ່​ສຸດ​ໃນ​ຮອບ​ເວ​ລາ 25 ປີຜ່ານມາ. ​ເຖິງ​ວ່າ​ຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ທົ່ວ​ປະ​ເທດ​ບໍ່​ທັນ​ໄດ້​ຮັບ​ການ​ປະກາດ​ກໍ່ຕາມ, ​ແຕ່​ຄວາມ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຖິງ​ວ່າ​ພັກ​ໃດ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ, ມຽນມາ​ກໍ່​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເປີດ​ປະຕູ, ປະຕິ​ຮູບ​ປະຊາທິປະ​ໄຕ​ຄື​ໃນ​ປະຈຸ​ບັນ. ນີ້​ແມ່ນ​ປະຖົມ​ປັດ​ໃຈ​ເພື່ອ​ໃຫ້​ປະ​ເທດ​ນີ້​ສືບ​ຕໍ່​ເຕີບ​ໂຕ​ດ້ານ​ເສດຖະກິດ, ນຳ​ມາ​ເຊິ່ງຊີວິດ​ນັບ​ມື້​ນັບ​ດີກ​ວ່າ​ໃຫ້​ແກ່​ປະຊາຊົນ ກໍ່​ຄື​ຍົກສູງ​ທີ່​ຕັ້ງ​ບົດບາດ​ຂອງ​ປະ​ເທດ​ນີ້​ໃນ​ເວທີ​ສາກົນ.

ມຽນມາກ້າວໄປເຖິງສະຖຽນລະພາບເພື່ອພັດທະນາ - ảnh 1

ການເລືອກຕັ້ງຢູ່ມຽນມາປີ2015:

ຂີດໝາຍປະຫວັດສາດໃນວິວັດແຫ່ງການປະຕິຮູບ

(ພາບ: CNN)

        ຕາມ​ຕົວ​ເລກ​ສະຖິຕິ​ແລ້ວ, ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ປະຫວັດສາດ ວັນ​ທີ 8/11 ​ໄດ້​ມີ​ 80% ຈຳນວນຜູ້​ມີ​ສິດ​ເລືອກ​ຕັ້ງ 32 ລ້ານ​ຄົນ​ໄປ​ປ່ອນ​ບັດ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ​ ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ເລືອກ​ຕັ້ງ  ກໍ່​ຄື​ອະນາຄົດ​ຂອງ​ປະ​ເທດ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາຖະໜາ​ວ່າ ມຽນມາ​ຈະ​ມີ​ລັດຖະບານ​ໃໝ່​ເພື່ອ​ສືບ​ຕໍ່​ການ​ປະຕິຮູບ, ​ແລະ ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ເຖິງ​ປະຊາຊົນ​ກວ່າ, ສືບ​ຕໍ່​ນຳພາ​ປະ​ເທດ​ຊາດ​ບົນ​ເສັ້ນທາງ​ປ່ຽນ​ໃໝ່. ນີ້​ກໍ່​ແມ່ນ​ທິດ​ທາງ​ທີ່​ເໝາະ​ສົມ ​ເພື່ອ​ໃຫ້​ມຽນມາ​ຍົກ​ສູງ​ທີ່​ຕັ້ງ​ໃນ​ພາກ​ພື້ນ ​ແລະ ສາກົນ.

        ປະ​ຖົມປັດ​ໃຈ​ທີ່​ສະດວກ

        ບໍ່​ສາມາດ​ປະຕິ​ເສດ​ໄດ້​ບັນດາ​ຜົນງານ​ສຳຄັນ​ເຊິ່ງມຽນມາ​ ບັນລຸ​ໄດ້​ກ່ອນ​ການ​ເລືອກ​ຕັ້ງ.     ນັບ​ແຕ່​ອຳນາດ​ການ​ປົກຄອງ​ພົນທະຫານ ປະກາດ​

ເລີ່​ມຕົ້ນ​ໄລຍະ​ຫັນ​ໄປ​ສູ່ພົນລະ​ເຮືອນ ​ແລະ ປະຊາທິປະ​ໄຕ​ກ່ອນ​ນີ້​ສອງ, ສາມ​ປີ, ​ເຂົາ​ເຈົ້າ​ກໍ່​ເຫັນ​ໄດ້​ບັນດາ​ການ​ປ່ຽນ​​ແປງຢ່າງ​ວ່ອງ​ໄວ​ຢູ່​ປະ​ເທດ​ເປີດ​ປະຕູ. ກ່ຽວ​ກັບ​ທາງ​ດ້ານ​ການ​ເມືອງ, ຫາງ​ສຽງ​ສາມາດ​ເຫັນ​ໄດ້​ການ​ພັດທະນາ​ຂອງ​ພັກ​ຝ່າຍການ​ເມືອງ​ຕ່າງໆຢູ່​ປະ​ເທດ​ນີ້. 90 ກວ່າ​ພັກ​ຝ່າຍ​ໄດ້​ຈັດ​ສົ່ງ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ 6.000 ຄົນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຜ່ານ​ມາ. ​ເລື່ອງ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ທົ່ວ​ປະ​ເທດ (NCA) ລະຫວ່າງ​ພັກສາ​ມັກ​ຄີ ​ແລະ ພັດທະນາ​ສະຫະພັນ​ມຽນມາ (USDP) ກຳ​ອຳນາດ​ ກັບ​ບັນດາ​ກຸ່ມ​ປະກອບ​ອາວຸດ​ເຊື້ອ​ຊາດ​ຜີວພັນຫວ່າງ​ແລ້ວ​ນີ້ ​ແມ່ນ​ບາດກ້າວ​ສຳຄັນ​ທີ່​ສຸດ ​ພາກ້າວ​ໄປ​ເຖິງ​ພື້ນຖານ​ສັນຕິພາບ​ຢ່າງ​ໝັ້ນຄົງ.

ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ, ຈາກ​ປະ​ເທດ​ໜຶ່ງ​ໃນ​ຈຳນວນ​ປະ​ເທດ​ທຸກ​ຍາກ​ກວ່າ​ໝູ່​ຂອງ​ໂລກ, ພາຍຫຼັງ 2 ກວ່າ​ທົດ​ສະ​ວັດ​ທີ່​ຖືກ​ປິດ​ລ້ອມ, ຂວ້ຳ​ບາດ, ​ໃນ 3 ປີ​ມໍ່ໆ​ມາ​ນີ້, ​ເສດຖະກິດ​ຂອງ​ມຽນມາ​ໄດ້​ເຕີບ​ໂຕ​ໃນ​ລະດັບ 7,6%/ປີ ​ແລະ ກາຍ​ເປັນ​ຕະຫຼາດ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ທີ່​ດູດ​ດຶ່ມຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທະ​ນາ​ຄານພັດທະນາ​ອາຊີ (ADB), ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ມຽນມາ ຈະ​ບັນລຸ​ລະດັບ​ເຕີບ​ໂຕ​ສະ​ເລ່ຍປະມານ 9,5%/ປີ ​​ໃນ​ປີ 2030 ​ແລະ ລາຍຮັບສະເລ່ຍຕໍ່ຫົວຄົນເກືອບ 5.000 USD ​ໃນ​ປີ 2030. ກອງ​ທຶນ​ເງິນຕາ​ສາກົນ (IMF) ຕີ​ລາຄາ​ວ່າ, ຍ້ອນ​ມີ​ຊັບພະຍາກອນ​ທຳ​ມະ​ຊາດ​ອຸດົມສົມ​ບູນ, ມີ​ກຳລັງ​ແຮງ​ງານ​ໜຸ່ມ ​ແລະ ມີ​ທີ່​ຕັ້ງ​ເສດຖະກິດ​ຍຸດ​ທະ​ສາດ, ມຽນມາ ມີ​ຄວາມ​ສະດວກ​ເພື່ອ​ສາມາດ​ພັດທະນາ​ກາຍ​ເປັນ​ໃຈກາງ​ພະລັງງານ ​ແລະ ຊັບພະຍາກອນ, ​ເຊື່ອມ​ຕໍ່​ກັບ​ອິນ​ເດຍ, ຈີນ ​ແລະ ອາຊີ​ຕາ​ເວັນ​ອອກສ່ຽງໃຕ້.

        ນອກຈາກ​ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຄວາມ​ເຊື່ອ​ໝັ້ນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມຽນມາ ຕໍ່​ປະ​ເທດ​ສັນຕິພາບ, ສະຖຽນ​ລະ​ພາບ ນັບ​ມື້​ນັບ​ມີ​ພື້ນຖານ​ກວ່າ, ​ເມື່ອ​ບັນດາ​ພັກ​ຝ່າຍ​ການ​ເມືອງ​ລ້ວນ​ແຕ່​ຢືນຢັນ​ ຈະ​ສືບ​ຕໍ່​ມຸ່ງ​ໄປ​ເຖິງ​ປະຊາທິປະ​ໄຕ. ຊາວ​ມຽນມາ ພວມ​ຊົມ​ໃຊ້​ບັນດາ​ຜົນງານ ​ໂດຍ​ວິວັດທະນາ​ການ​ປ່ຽນ​ໃໝ່ ​ແລະ ປະຕິ​ຮູບ​ນຳ​ມາ​ໃຫ້, ພາຍ​ໃຕ້​ການ​ຊີ້​ນຳ ​ນຳພາ​ຂອງ​ພັກສາ​ມັກ​ຄີ ​ແລະ ພັດທະນາ USDP ກຳ​ອຳນາດ. ບົນ​ພື້ນຖານ​ນັ້ນ, ພັກ​ສະຫະພັນ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ (NLD) ​​ເອກະລາດ, ໂດຍ​ທ່ານ​ນາງ Aung San Suu Kyi ນຳພາ  ​ໄດ້​ຍົກ​ອອກ​ຄຳ​ຂວັນ​ທີ່​ວ່າ “ປ່ຽນ​ແປງ“ ຕາມ​ທິດ​ລັດຖະບານ​ພົນລະ​ເຮືອນ, ຮັບປະກັນ​ບັນດາ​ສິດ​ຂອງ​ມະນຸດ.

        ການ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ

        ຕາມ​ຂໍ້​ສັງ​ເກດ​ຂອງ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ພາຍຫຼັງ​ການ​ເລືອກ​ຕັ້ງ​ປີ 2015, ອຳນາດ​ການ​ປົກຄອງ​ມຽນມາ ​ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ການ​ທ້າ​ທາຍ​ຢ່າງ​ໃຫຍ່​ຫຼວງ. ​ເຖິງ​ວ່າ​ພັກ​ໃດ​ຍາດ​ໄດ້​ໄຊຊະນະກໍ່ຕາມ, ສາຍ​ພົວພັນ​ລະຫວ່າງ​ພັກ​ການ​ເມືອງ ​ແລະ ກຳລັງ​ປະກອບ​ອາວຸດ​ຢູ່​ປະ​ເທດ​ນີ້ ກໍ່​ແມ່ນ​ບັນຫາ​ທີ່​ຫາງ​ສຽງມີ​ຄວາມ​ສົນ​ໃຈ. ນີ້​ແມ່ນ​ປັດ​ໃຈ​ສຳຄັນ ຕັດສິນ​ອະນາຄົດ​ຂອງ​ມຽນມາ. ນອກ​ນັ້ນ. ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ດ້ານ​ສາສະໜາ ກໍ່​ແມ່ນ​ບັນຫາ​ທີ່​ໜ້າ​ສົນ​ໃຈ, ​ເມື່ອ​ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ, ລັດ​ທິສາສະໜາ​ຫົວ​ຈັດ ພວມ​ກາຍ​ເປັນ​ປັດ​ໃຈ​ກະທົບ​ເຖິງ​ຊີວິດ​ທາງ​ດ້ານ​ການ​ເມືອງ​ຢູ່​ມຽນມາ.

        ຄຽງ​ຂ້າງ​ນັ້ນ, ມຽນມາ​ຕ້ອງ​ສ້າງ​ຕັ້ງ​ລັດຖະບານ​ໜຶ່ງທີ່​ ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ໃຫ້​ໄດ້. ນີ້​ກໍ່​ແມ່ນ​ຄວາມ​ປາຖະໜາ​ຂອງ​ຊາວ​ມຽນມາ, ​ເພາະວ່າ, ​ເຖິງ​ວ່າ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ທາງ​ດ້ານ​ເສດຖະກິດ - ສັງຄົມ ຢ່າງ​ແນ່ນອນ​ແລ້ວ​ກໍ່ຕາມ, ​ແຕ່​ລະດັບ​ຄອງ​ຊີບ​ຂອງ​ຊາວ​ມຽນມາ​ ສ່ວນ​ຫຼາຍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປັບປຸງ​ໄດ້​ຫຼາຍ​ເທື່ອ. ມຽນມາ ຍັງ​ຄົງ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທຸກ​ຍາກ​ຢູ່​ອາຊີ, ດ້ວຍ​ເກືອບ 1/3 ຈຳນວນ​ພົນລະ​ເມືອງ 60 ລ້ານ​ຄົນ​ຍັງ​ທຸກ​ຍາກ​ຢູ່.

        ອຳນາດ​ການ​ປົກຄອງ​ໃໝ່​ຢູ່​ມຽນມາ ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​, ການ​ທ້າ​ທາຍຫຼາຍ​ຢ່າງ, ​ແຕ່​ຜົນສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 8/11 ຜ່ານ​ມາ, ຈະ​ຊ່ວຍ​ໃຫ້​ມຽນມາ​ມີ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຈາກ​ນັ້ນ​ສຸມ​ໃສ່​ພັດທະນາ​ເສດຖະກິດ. ນີ້​ແມ່ນ​ບັນຫາ​ກຸນ​ແຈ ​ເພື່ອ​ໃຫ້​ປະ​ເທດ​ນີ້​ ພັດທະນາ​ຢ່າງ​ແຮງ​ກວ່າ​ໃນ​ທຸກ​ດ້ານ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ