ຢັ້ງ​ຢືນ ແລະ ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ

(VOVWORLD) -ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສືບຕໍ່ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການປະຕິບັດແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.
 

        ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານປະທານາທິບໍດີ ສະຫະລັດ ອາເມລິກາ Joseph Robinette Biden Jr., ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່  ອາເມລິກາ ແລະ ສະຫະປະຊາຊາດແຕ່ວັນທີ 11 17 ພຶດສະພາ. ໃນລາຍການເຄື່ອນໄຫວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ຈະເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງສາຍພົວພັນລະຫວ່າງ ອາຊຽນ - ອາເມລິກາ ຄົບຮອບ 45 ປີ ໃນລະຫວ່າງວັນທີ 12 13 ພຶດສະພາ ຢູ່ນະຄອນຫຼວງ ວໍຊິງຕັນ D.C., ອາເມລິກາ. ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສືບຕໍ່ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການປະຕິບັດແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

ຢັ້ງ​ຢືນ ແລະ ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ເພີ່ມທະວີປະສິດທິຜົນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ

        ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ພາຍຫຼັງໄລຍະເວລາ 27 ປີ ນັບແຕ່ເມື່ອຫັນການພົວພັນທາງການທູດເປັນປົກກະຕິ ໄດ້ມີຫຼາຍບາດກ້າວທີ່ຍາວໄກ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ. ປັດຈຸບັນ, ສອງປະເທດແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນ. ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນໂດຍໄວ ແລະ ມີສະຖຽນລະພາບ, ບັນລຸກວ່າ 111 ຕື້ USD ໃນປີ 2021, ເພີ່ມຂຶ້ນເກືອບ 21 ຕື້ USD ເມື່ອທຽບໃສ່ປີ 2020. ອາເມລິກາ ສະແດງຄວາມພ້ອມໃນການຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ ຫວຽດນາມ ມີຄວາມສົນໃຈ ເປັນຕົ້ນແມ່ນ ພັດທະນາພື້ນຖານໂຄງລ່າງ, ລະບົບສະໜອງ, ພະລັງງານ, ເສດຖະກິດດີຈີຕອນ.

        ໃນໄລຍະຜ່ານມາ, ສອງປະເທດໄດ້ຕັ້ງໜ້າຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ. ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ສືບຕໍ່ໄດ້ຮັບການຮັກສາ ແລະ ຊຸກຍູ້. ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆຄື ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ, ບຳລຸງສ້າງ, ແລກປ່ຽນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນການຕອບສຳພາດຕໍ່ນັກຂ່າວ ຫວ່າງມໍ່ໆມານີ້, ທ່ານ  Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ອາເມລິກາ ພ້ອມແລ້ວທີ່ຈະຊຸກຍູ້ໂອກາດຮ່ວມມືກັບ ຫວຽດນາມ, ພ້ອມກັນມຸ່ງໄປເຖິງອະນາຄົດ:

        “ການຢ້ຽມຢາມທຸກຄັ້ງ ລ້ວນແຕ່ແມ່ນໂອກາດທີ່ດີເພື່ອເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດ, ໄມຕີຈິດມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນເລິກເຊິ່ງຂຶ້ນຕື່ມ. ຂ້າພະເຈົ້າຫວັງວ່າ ໃນອະນາຄົດ ຈະໄດ້ຕ້ອນຮັບທ່ານປະທານາທິບໍດີຂອງພວກຂ້າພະເຈົ້າມາຢ້ຽມຢາມ ຫວຽດນາມ. ຂ້າພະເຈົ້າຄິດວ່າ ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ອາຊຽນ ຄັ້ງຈະມາເຖິງ ແມ່ນໂອກາດທີ່ດີເພື່ອໃຫ້ ອາເມລິກາ ຕ້ອນຮັບການນຳບັນດາປະເທດໃນພາກພື້ນ, ໃນນັ້ນ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ທ້ອງຟ້າແມ່ນບໍ່ມີເຂດຈຳກັດ, ຫວຽດນາມ ແລະ ອາເມລິກາ ຈະເຮັດຫຼາຍສິ່ງຫຼາຍຢ່າງພ້ອມກັນ.”

        ບົນພື້ນຖານນັ້ນ, ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄູ່ຮ່ວມມື ອາເມລິກາ ຈະມີການປຶກສາຫາລືຢ່າງແທດຈິງ, ມີປະສິດທິຜົນ, ວາງອອກການກຳນົດທິດທາງການຮ່ວມມື, ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງເຂັ້ມແຂງກວ່າອີກ ນັບທັງໃນການພົວພັນສອງຝ່າຍ ກໍຄື ການຮ່ວມມືໃນການແກ້ໄຂບັນຫາຂອງພາກພື້ນ ແລະ ສາກົນ.

ຕັ້ງໜ້າຊຸກຍູ້ການພົວພັນລະຫວ່າງ ອາຊຽນ - ອາເມລິກາ, ເພີ່ມທະວີການຮ່ວມມືກັບ ສປຊ

        ໃນການປະຕິບັດງານຢູ່ ອາເມລິກາ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ພິເສດ ສະເຫຼີມສະຫຼອງສາຍພົວພັນລະຫວ່າງ ອາຊຽນ - ອາເມລິກາ ຄົບຮອບ 45 ປີ ໃນລະຫວ່າງວັນທີ 12 – 13 ພຶດສະພາ ຢູ່ນະຄອນຫຼວງ ວໍຊິງຕັນ D.C.

        ການເຄື່ອນໄຫວດັ່ງກ່າວແມ່ນເຊື່ອມຕໍ່ການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງ ອາຊຽນ ແລະ ເອເມລິກາ, ຢືນຢັນຄຳໝັ້ນສັນຍາຂອງສອງຝ່າຍກ່ຽວກັບການຮ່ວມມືສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການພົວພັນເສດຖະກິດ - ການຄ້າ ແລະ ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງສອງຝ່າຍ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ໃຫ້ຮູ້ວ່າ:

        “ກອງປະຊຸມຄັ້ງນີ້ຈະແມ່ນໂອກາດເພື່ອໃຫ້ບັນດາການນຳໄດ້ສະເໜີ, ແນະນຳ, ກໍຄືທາບທາມຄຳເຫັນຂອງກັນກ່ຽວກັບທິດທາງພັດທະນາໃນໄລຍະຈະມາເຖິງຈະເປັນຄືແນວໃດ ແລະ ກໍແມ່ນໂອກາດເພື່ອໃຫ້ບັນດາການນຳ ອາຊຽນ ກ່າວຄຳພິນິດໄສ, ສະແດງຄຳເຫັນທັດສະນະຂອງຕົນ, ກໍຄື ຍົກອອກຄຳສະເໜີວ່າ ອາເມລິກາ ຄວນສຳຜັດພາກພື້ນນີ້ຄືແນວໃດ ຈຶ່ງນຳມາເຊິ່ງຜົນປະໂຫຍດລວມໃຫ້ທັງພາກພື້ນ, ທັງອາຊຽນ ແລະ ອາເມລິກາ ຈາກແງ່ມູມຂອງ ອາຊຽນ. ໝາກຜົນທີ່ບັນລຸໄດ້ໃນກອງປະຊຸມຄັ້ງນີ້ ແນ່ນອນວ່າ ຈະປະກອບສ່ວນເຂົ້າໃນການກຳນົດທິດທາງການພົວພັນລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ, ກໍຄືນະໂຍບາຍຂອງແຕ່ລະຝ່າຍຕໍ່ພາກພື້ນ ແລະ ຕໍ່ກັນ”.

        ໃນກອງປະຊຸມຄັ້ງນີ້, ຫວຽດນາມ ຈະຕັ້ງໜ້າປະກອບສ່ວນເຂົ້າໃນເນື້ອໃນທີ່ໄດ້ນຳມາປຶກສາຫລື, ແລກປ່ຽນຈາກຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະ ຮ່ວມມື, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ - ອາເມລິກາ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນແບບຍືນຍົງໃນພາກພື້ນ ແລະ ໃນໂລກ. ນີ້ແມ່ນໂອກາດເພື່ອໃຫ້ການນຳ ຫວຽດນາມ ພົບປະໂດຍກົງກັບການນຳ ອາຊຽນ ແນໃສ່ຊຸກຍູ້ເນື້ອໃນຮ່ວມມືສອງຝ່າຍ.

        ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບການນຳ ສປຊ, ສືບຕໍ່ຊຸກຍູ້ຜັນຂະຫຍາຍ ກອບການຮ່ວມມືຍຸດທະສາດ ຫວຽດນາມ - ສປຊ ໄລຍະ 2022 – 2026 ດ້ວຍບັນດາຂົງເຂດຈຸດສຸມຄື ການພັດທະນາສັງຄົມແບບກວມລວມ, ການຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ ແລະ ສະພາບແວດລ້ອມແບບຍືນຍົງ, ຫັນປ່ຽນພື້ນຖານເສດຖະກິດ ແລະ ການບໍລິຫານ…

          ການໄປປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄວາມໝາຍສຳຄັນ ເພື່ອແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ຢັ້ງຢືນທີ່ຕັ້ງບົດບາດ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນ ອາຊຽນ, ຊຸກຍູ້ການຮ່ວມມືຂອງ ອາຊຽນ ກັບ ອາເມລິກາ, ຄູ່ຮ່ວມມືສຳຄັນຂອງ ອາຊຽນ. ການຢ້ຽມຢາມນີ້ ຈະສ້າງກຳລັງຊຸກຍູ້ການພົວພັນຄ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ພັດທະນາ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ, ມີສະຖຽນລະພາບຍາວນານໃນທຸກຂົງເຂດ. ພ້ອມດຽວກັ້ນນັ້ນ, ການຢ້ຽມຢາມຈະສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນໂລກ, ປະກອບສ່ວນປັບປຸງການພົວພັນຮ່ວມມືຢ່າງຮອບດ້ານ, ມີປະສິດທິຜົນລະຫວ່າງ ຫວຽດນາມ - ສປຊ./.

ຕອບກັບ

ຂ່າວ/ບົດ​ອື່ນ