ຢັ້ງ​ຢືນ ແລະ ເຮັດ​ໃຫ້​ຄຸນ​ທາດ, ຄຸນ​ຄ່າ​ຫລັກ​ຂອງ​ສັງ​ຄົມ​ນິ​ຍົມເລິກ​ເຊິ່ງ​ຂຶ້ນ​ຕື່ມ

(VOVWORLD) -ປື້ມ ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບ ສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ໂດຍຄັດສະເຫນີບົດຂຽນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ທີ່ຫາກໍ່ເປີດຕົວເມື່ອວັນທີ 9 ກຸມພາ ຜ່ານມາ ໄດ້ດຶງດູດຄວາມສົນໃຈເປັນພິເສດຈາກບັນດານັກວິທະຍາສາດນັກຄົ້ນຄ້ວາທິດສະດີພະນັກງານສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດບັນດາຂໍ້ອ້າງໃນປື້ມຫົວນີ້ແມ່ນສະແດງໃຫ້ເຫັນຄຸນທາດຄຸນຄ່າຫລັກຂອງ ສັງຄົມນິຍົມ ໃນຂົງເຂດການເມືອງເສດຖະກິດການກໍ່ສ້າງພັກ ແລະ ລະບົບການເມືອງວັດທະນະທຳສັງຄົມການປ້ອງກັນຊາດ ປ້ອງກັນຄວາມສະຫງົບການຕ່າງປະເທດຢ່າງເລິກເຊິ່ງຂຶ້ນຕື່ມ.

  ຕາມທ່ານ ຫງວຽນຊວນທັງ, ປະທານສະພາທິດສະດີສູນກາງ, ຫົວຫນ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ບໍ່ພຽງແຕ່ແມ່ນຜູ້ນຳສູງສຸດ, ຜູ້ນຳຫນ້າຂອງພັກກອມມູນິດ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນນັກວິທະຍາສາດ, ນັກທິດສະດີໃຫຍ່ຂອງພັກ. ໃນ 2 ປີມານີ້, ທ່ານເລຂາທິການໃຫຍ່ ໄດ້ຂຽນປື້ມ 6 ເຫລັ້ມທີ່ມີຄຸນຄ່າທາງທິດສະດີ ແລະ ພຶດຕິກຳຕົວຈິງຢ່າງເລິກເຊິ່ງ ກ່ຽວກັບຫລາຍບັນຫາຄື: ການກໍ່ສ້າງພັກ, ຕັດສິນໃຈຍູ້ການສໍ້ລາດບັງຫລວງໃຫ້ຖອຍໄປ. ປື້ມ ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບ ສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ສືບຕໍ່ສືບທອດ, ພັດທະນາ ແລະ ເຮັດໃຫ້ບັນດາກິດຈະກຳດັ່ງກ່າວຂອງທ່ານເລຂາທິການໃຫຍ່ເລິກເຊິ່ງກວ່າອີກ.

ຢັ້ງ​ຢືນ ແລະ ເຮັດ​ໃຫ້​ຄຸນ​ທາດ, ຄຸນ​ຄ່າ​ຫລັກ​ຂອງ​ສັງ​ຄົມ​ນິ​ຍົມເລິກ​ເຊິ່ງ​ຂຶ້ນ​ຕື່ມ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ (ພາບ: Vietnamnet.vn)
ຕາມທ່ານນາງ ຫງວຽນເຟືອງງາ ປະທານ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລ້ວ, ປື້ມຫົວດັ່ງກ່າວ ເຮັດໃຫ້ທິດສະດີກ່ຽວກັບສັງຄົມນິຍົມ ວິທະຍາສາດ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ ໃນສາງທິດສະດີສາກົນກ່ຽວກັບສັງຄົມນິຍົມ ເລິກເຊີ່ງ, ອຸດົມສົມບູນຂຶ້ນຕື່ມ. ນີ້ແມ່ນເຫດຜົນຊື່ງບັນດາບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ລ້ວນແຕ່ໄດ້ຮັບການຮັບຮູ້ສູງຈາກບັນດານັກວິທະຍາສາດ,ນັກຄົ້ນຄ້ວາ ແລະ ເພື່ອນມິດສາກົນ.

ຄວາມສຸດຈິດສຸດໃຈຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ - ຜູ້ນຳຫນ້າພັກ ແລະ ການນຳສູງສຸດຂອງພັກ ພ້ອມທັງແມ່ນນັກທິດສະດີທີ່ມີຄວາມເລິກເຊິ່ງທີ່ສຸດຂອງພັກ ໄດ້ສ້າງເປັນສິ່ງພິມຮອບດ້ານ, ເລິກເຊິ່ງ ແລະ ມີກຳລັງດຶງດູດທີ່ສຸດ. ປື້ມຫົວນີ້ ໄດ້ສ້າງກຳລັງຫນູນຕື່ມອີກ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນທີ່ມີຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຊື່ງພັກ, ລັດ ຫວຽດນາມ ໄດ້ເລືອກເຟັ້ນ. ນີ້ກໍ່ແມ່ນການສືບທອດ ແລະ ພັດທະນາການໝູນໃຊ້ລັດທິ ມາກ - ເລລີ, ແນວຄິດໂຮ່ຈີມິນ ເຂົ້າໃນສະພາບຕົວຈິງຂອງການປະຕິວັດ ຫວຽດນາມ ຢ່າງມີຫົວຄິດປະດິດສ້າງ.

29 ບົດຂຽນ, ບົດປາໄສ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ທີ່ໄດ້ໂຮມໃນປື້ມຫົວນີ້ ແມ່ນເຕື້ອງເຖິງຢ່າງຮອບດ້ານ, ບໍ່ພຽງແຕ່ມີຄວາມດູດດື່ມໃນລັກສະນະວິທະຍາສາດ, ລັກສະນະພຶດຕິກຳຕົວຈິງ, ການເຕົ້າໂຮມພູມປັນຍາ ເທົ່ານັ້ນ ຫາກຍັງມີຄວາມດູດດື່ມຍ້ອນຄວາມສຸດຈິດສຸດໃຈ, ບຸກຄະລິກກະພາບ ແລະ ແບບແຜນດຳລົງຊີວິດອັນດີງາມ, ເປັນແບບຢ່າງຂອງທ່ານເລຂາທິການໃຫຍ່ ແມ່ນເວົ້າໄປຄຽງຄູ່ກັບການກະທຳ. ທ່ານ ດັ້ງຊີ້ລົກ, ຮອງຫົວຫນ້າວິທະຍາຄານການເມືອງ ສັງກັດ ກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ: ນີ້ແມ່ນ ພື້ນຖານທິດສະດີ ແລະ ພຶດຕິກຳຕົວຈິງ ເພື່ອຍົກສູງຄຸນນະພາບການສິດສອນບັນດາວິຊາວິທະຍາສາດວັດທະນະທຳມະນຸດ ກໍຄື ຍົກສູງຄຸນນະພາບການຄົ້ນຄ້ວາວິທະຍາສາດສັງຄົມວັດທະນະທຳມະນຸດການທະຫານຢູ່ ວິທະຍາຄານ.

“ອາດເວົ້າໄດ້ວ່າ ຄຸນຄ່າຂອງປື້ມຫົວນີ້ແມ່ນໃຫຍ່ຫຼວງທີ່ສຸດ, ນັ້ນແມ່ນພື້ນຖານເພື່ອປັບປຸງດ້ານແນວຄິດຂອງພັກໃນກອງທັບ, ຕໍ່ສູ້, ປະຕິເສດທັດສະນະທີ່ຜິດພາດເປັນປໍລະປັກ, ທຳລາຍທຸກກົນອຸບາຍຂອງການຜັນແປສັນຕິ, ເຮັດໃຫ້ກອງທັບບໍ່ແມ່ນກຳລັງການເມືອງ, ກຳລັງສູ້ຮົບ ຂອງບັນດາກຳລັງເປັນປໍລະປັກ. ການວິເຄາະວິໄຈກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມໃນປຶ້ມຫົວນີ້ ຈະແມ່ນຂໍ້ອ້າງອີງທີ່ແຫຼມຄົມເພື່ອທັບຖົມທັດສະນະທີ່ຜິດພາດ, ເພື່ອປົກປ້ອງລັດທິ ມາກ - ເລນິນ, ແນວຄິດໂຮ່ຈີມິນ, ປົກປ້ອງແນວທາງທັດສະນະຂອງພັກ".

     ປຶ້ມ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສືບຕໍ່ເພີ່ມເຕີມ, ພັດທະນາລະບົບທັດສະນະກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຫວຽດນາມ. ທ່ານ ຟ້າມມິງຕວ໊ນ, ຜູ້ອຳນວຍການ, ບັນນາທິການໃຫຍ່ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທິດ ໃຫ້ຮູ້ວ່າ:

     “ໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ມີການຊີ້ນຳຢ່າງໃກ້ຊິດ, ຂ້ຽວຂາດ ແລະ ຮອບດ້ານ. ຍ້ອນເຫດນັ້ນ ຈຶ່ງມີການສົມທົບຢ່າງກົມກຽວຂອງທັງລະບົບການເມືອງ, ມີຄວາມສາມັກຄີ, ມີຄວາມເຫັນດີເປັນເອກະພາບສູງໃນທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຕາມຈິດໃຈ “ຂັ້ນເທິງ - ຂັ້ນລຸ່ມເປັນຈິດໜຶ່ງໃຈດຽວກັນ, ສາຍຕັ້ງ - ສາຍຂວາງ ລຸລ່ວງ”. ການຊີ້ນຳອັນສຳຄັນນີ້ ໄດ້ຊີ້ໃຫ້ເຫັນຄວາມເປັນເອກະພາບຜ່ານ 29 ບົດຂຽນ, ຄຳປາໄສຢູ່ໃນປຶ້ມຫົວນີ້.  ຊ່ວຍໃຫ້ຜູ້ອ່ານມີຄວາມເຂົ້າໃຈ ແລະ ມີຄວາມເຊື່ອໝັ້ນຕື່ມອີກແກ່ສັງຄົມນິຍົມ ດ້ວຍຄຸນຄ່າແກ່ນສານທີ່ໝັ້ນແກ່ນ ແລະ ດີງາມ ເຊິ່ງມວນມະນຸດພວມມຸ່ງໄປເຖິງ. ເພາະສະນັ້ນ, ບັນດາບົດຂຽນ, ຄຳກ່າວປາໄສໃນປຶ້ມຫົວນີ້ ມີກໍາລັງແຜ່ຂະຫຍາຍ ແລະ ສົ່ງຜົນກະທົບທາງສັງຄົມຢ່າງແຮງ, ຮັບການຕອບຮັບ, ເຫັນດີເຫັນພ້ອມ ແລະ ຕອບສະໜອງຈາກພໍ່ແມ່ປະຊາຊົນ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະເປັນຈຳນວນຫຼວງຫຼາຍ”.

     ທ່ານປະທານສະພາທິດສະດີສູນກາງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຫງວຽນຊວັນຖັງ ເນັ້ນໜັກວ່າ ປຶ້ມຫົວນີ້ໄດ້ສະແດງໃຫ້ເຫັນຂີດໝາຍທີ່ພົ້ນເດັ່ນ, ບົດບາດສ່ວນຕົວຂອງທ່ານເລຂາທິການໃຫຍ່, ສະແດງໃຫ້ເຫັນພູມປັນຍາຂອງທົ່ວພັກ, ຂອງກົມການເມືອງ, ຄະນະບໍລິຫານງານສູນກາງພັກ. ນີ້ກໍແມ່ນຄວາມຄິດທີ່ສຸດຈິດສຸດໃຈ, ເປັນຫ່ວງກັງວົນຂອງທ່ານເລຂາທິການໃຫຍ່ ກ່ຽວກັບສັງຄົມນິຍົມໃນສະພາບການໂລກພວມມີການປ່ຽນແປງຢ່າງໄວວາ, ສັບສົນ, ມີຫຼາຍບັນຫາທີ່ເກີດຂຶ້ນ ເຊິ່ງພວກເຮົາຕ້ອງເລືອກເອົາເສັ້ນທາງທີ່ບໍ່ເຄີຍມີມາກ່ອນ. ນີ້ແມ່ນເສັ້ນທາງທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ແຕ່ກໍເຕັມໄປດ້ວຍຄວາມສະຫງ່າງາມ ເພື່ອປະຕິບັດສຳເລັດສັງຄົມນິຍົມຢູ່ ຫວຽດນາມ. ປຶ້ມເຫຼັ້ມນີ້ເປັນເອກະສານທີ່ລ້ຳຄ່າ, ແມ່ນກິດຈະກຳທີ່ມີລັກສະນະສັງລວມທິດສະດີໃນລະດັບສູງ, ສະຫຼຸບພຶດສະຕິກຳຕົວຈິງທີ່ເລິກເຊິ່ງ ກ່ຽວກັບການພັດທະນາຢ່າງມີຫົວຄິດປະດິດສ້າງແບບສະເພາະ ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບຮູບແບບສັງຄົມນິຍົມ ຢູ່ ຫວຽດນາມ, ບົນພື້ນຖານໝູນໃຊ້ ແລະ ພັດທະນາການປະດິດຄິດສ້າງຂອງລັດທິ ມາກ - ເລນິນ, ແນວຄິດໂຮ່ຈີມິນ ກ່ຽວກັບສັງຄົມນິຍົມ./.

 

ຕອບກັບ

ຂ່າວ/ບົດ​ອື່ນ