ຢັ້ງຢຶນຄືນໃໝ່ສາຍພົວພັນສຳພັນທະມິດ ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ

(VOVWORLD) - ທ່ານ Yoon Suk Yeol, ປະທານາທິບໍດີ ສ ເກົາຫຼີ ພວມຢູ່ຢ້ຽມຢາມ ວໍຊິງຕັນ, ປະເທດ ອາເມລິກາ ເປັນເວລາ 6 ວັນ (ແຕ່ວັນທີ 24 ເມສາ) ແລະ ມີການພົບປະສຸດຍອດກັບຄູ່ຕຳແໜ່ງປະເທດເຈົ້າພາບ Joe Biden.

ຖະແຫຼງການຮ່ວມໄດ້ຍົກອອກມາພາຍຫຼັງກອງປະຊຸມສຸດຍອດໃນວັນທີ 26 ເມສາ ໄດ້ຢັ້ງຢືນຄືນໃໝ່ສາຍພົວພັນສຳພັນທະມິດທີ່ນັບມື້ນັບແໜ້ນແຟ້ນ, ເປັນຂີດໝາຍໃຫ້ແກ່ການຫັນປ່ຽນດ້ານຄຸນນະພາບໃໝ່ໃນການພົວພັນສອງຝ່າຍ ອາເມລິກາ - ສ ເກົາຫຼີ.

ຢັ້ງຢຶນຄືນໃໝ່ສາຍພົວພັນສຳພັນທະມິດ ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ - ảnh 1ທ່ານ Yoon Suk Yeol, ປະທານາທິບໍດີ ສ ເກົາຫຼີ ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Joe Biden
(ພາບ:YONHAP/TTXVN)
ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງປະທານາທິບໍດີ ສ ເກົາຫຼີ ໄປຍັງ ອາເມລິກາ ພາຍຫຼັງໄລຍະເວລາ 12 ປີ ແລະ ແມ່ນຄັ້ງທີ 6 ທີ່ປະທານາທິບໍດີ ສ ເກົາຫຼີ ແລະ ຄູ່ຕຳແໜ່ງ ອາເມລິກາ ໄດ້ພົບປະກັນໃນຮອບເວລາໜຶ່ງປີທີ່ຜ່ານມາ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນສາຍພົວພັນທີ່ສະໜິດສະແໜ້ນ ແລະ ອົບອຸ່ນລະຫວ່າງ ເຊີອຸນ ແລະ ວໍຊິງຕັນ, ຖືກກັບຄວາມຮັບຮູ້ຂອງການນຳສອງປະເທດ, ນັ້ນແມ່ນ “ສຳພັນທະມິດບັນລຸຜົນສຳເລັດທີ່ສຸດໃນປະຫວັດສາດ ແລະ ແມ່ນສຳພັນທະມິດທີ່ມີຄຸນຄ່າ”.
ຖະແຫຼງການຮ່ວມ ວໍຊິງຕັນ: ຄັ້ງທຳອິດໄດ້ເຕື້ອງເຖິງຄວາມສາມາດນາບຂູ່ດ້ານນິວເຄຼຍ

        ຖະແຫຼງການຮ່ວມໄດ້ຮັບຮອງເອົາພາຍຫຼັງການພົບປະຂັ້ນສຸດຍອດ ເຊິ່ງໄດ້ເນັ້ນໜັກເຖິງການພົວພັນລະຫວ່າງ ອາເມລິກາ - ສ ເກົາຫຼີ, ໄດ້ເລີ່ມມາຈາກການພົວພັນຄູ່ຮ່ວມມືດ້ານຄວາມໝັ້ນຄົງ, ປະຈຸບັນ ໄດ້ພັດທະນາ ແລະ ເປີດກ້ວາງເປັນສຳພັນທະມິດທົ່ວໂລກ, ເຮັດໃຫ້ການພົວພັນດ້ານເສດຖະກິດ ແລະ ຊຸກຍູ້ຄວາມກ້າວໜ້າດ້ານເຕັກໂນໂລຊີອຸດົມສົມບູນຂຶ້ນຕື່ມ. ໄປຄຽງຄູ່ກັບບັນດາຄຳໝັ້ນສັນຍາເພີ່ມທະວີການພົວພັນສອງຝ່າຍ, ຄື: ການຮ່ວມມືດ້ານຄວາມໝັ້ນຄົງ, ການທະຫານ, ເສດຖະກິດ, ໜູນຊ່ວຍການລົງທຶນຕ່າງປະເທດ, ພົບປະແລກປ່ຽນປະຊາຊົນ, ຫລຸດຜ່ອນຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດ..., ເປັນຄັ້ງທຳອິດ, ສອງປະເທດສຳພັນທະມິດປຶກສາຫາລື ກ່ຽວກັບກຳລັງຄວາມສາມາດນາບຂູ່ດ້ານນິວເຄຼຍ.

ຕາມນັ້ນແລ້ວ, ຖະແຫຼງການວໍຊິງຕັນ ເນັ້ນໜັກວ່າ: ສອງຝ່າຍໃຫ້ຄຳໝັ້ນສັນຍາພັດທະນາການພົວພັນຮ່ວມມືດ້ານຄວາມໝັ້ນຄົງທີ່ໜັກແໜ້ນ ຕາມສົນທິສັນຍາປ້ອງກັນຕົວຮ່ວມ ອາເມລິກາ - ສ ເກົາຫຼີ. ສ ເກົາຫຼີ ມີຄວາມເຊືື່ອໝັ້ນຕໍ່ບັນດາຄຳໝັ້ນສັນຍານາບຂູ່ແບບເປີດກ້ວາງຂອງ ອາເມລິກາ ຢ່າງສົມບູນ ແລະ ຮັບຮູ້ຄວາມສຳຄັນ,  ຄວາມຈຳເປັນ ແລະ ຜົນປະໂຫຍດຂອງການເອື່ອຍອີງໄລຍະຍາວສຳລັບກຳລັງຄວາມສາມາດນາບຂູ່ດ້ານນິວເຄຼຍຂອງ ອາເມລິກາ. ວໍຊິງຕັນ ກໍ່ໃຫ້ຄຳໝັ້ນສັນຍາຈະທາບທາມຄວາມເຫັນກັບ ເຊີອຸນ ກ່ຽວກັບທຸກໆກໍລະນີທີ່ອາດສາມາດນຳໃຊ້ອາວຸດນິວເຄຼຍໃນແຫຼມ ເກົາຫຼີ. ທ່ານ Yoon Suk Yeol, ປະທານາທິບໍດີ ສ ເກົາຫຼີ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາໄລຍະຍາວຂອງ ສ ເກົາຫຼີ ຕໍ່ບັນດາພາລະກິດຂອງຕົນຕາມສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT) ແມ່ນພື້ນຖານຂອງກົນໄກບໍ່ເຜີຍແຜ່ອາວຸດນິວເຄຼຍທົ່ວໂລກ, ກໍ່ຄືຕໍ່ຂໍ້ຕົກລົງຮ່ວມມືນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບລະຫວ່າງ ອາເມລິກາ ແລະ ສ. ເກົາຫຼີ.

        ກໍ່ຕາມຖະແຫຼງການນີ້, ສອງຝ່າຍໃຫ້ຄຳໝັ້ນສັນຍາຈະເຂົ້າຮ່ວມວິວັດການອອກຂໍ້ຕົກລົງທີ່ມີລັກສະນະຮ່ວມມື ແລະ ເລິກເຊິ່ງກ່ວາ ກ່ຽວກັບຄວາມສາມາດນາບຂູ່ດ້ານນິວເຄຼຍ ທີ່ພວມເພີ່ມທະວີຂຶ້ນສຳລັບ ສ ເກົາຫຼີ ແລະ ພາກພື້ນ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບສ້າງກຸ່ມທີ່ປຶກສາດ້ານນິວເຄຼຍ (NCG) ໃໝ່ ເພື່ອເພີ່ມທະວີຄວາມສາມາດນາບຂູ່ແບບເປີດກ້ວາງ, ປຶກສາຫາລືກ່ຽວກັບແຜນການຍຸດທະສາດ ແລະ ນິວເຄຼຍ, ພ້ອມກັນນັ້ນ ກໍ່ໄດ້ຄຸ້ມຄອງໄພນາບຂູ່ຈາກຝ່າຍ ສປປ ເກົາຫຼີ ສຳລັບກົນໄກບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ. ນອກຈາກນັ້ນ, ວໍຊິງຕັນ ຈະຜັນຂະຫຍາຍກ່ຳປັ່ນດຳນ້ຳປະກອບລູກສອນໄຟນຳວິຖີ ໄປຍັງ ສ ເກົາຫຼີ ເພື່ອສະແດງກຳລັງ (ການຢ້ຽມຢາມທຳອິດຂອງກ່ຳປັ່ນດຳນ້ຳປະກອບລູກສອນໄຟນຳວິຖີ ແມ່ນແຕ່ປີ 1980). ເຖິງຢ່າງໃດກໍ່ຕາມ, ທ່ານ ປະທານາທິບໍດີ Biden ຢັ້ງຢືນຢ່າງແຈ້ງວ່າ ອາເມລິກາ ບໍ່ຕິດຕັ້ງອາວຸດນິວເຄຼຍໃນເຂດດິນແດນ ສ ເກົາຫຼີ.

ຢັ້ງຢຶນຄືນໃໝ່ສາຍພົວພັນສຳພັນທະມິດ ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ - ảnh 2ການນຳ ສ ເກົາຫຼີ ແລະ ອາເມລິກາ ທີ່ກອງປະຊຸມຖະແຫຼງຂ່າວ
(ພາບ:YONHAP/TTXVN)

ໄຊຊະນະໃຫຍ່ ສຳລັບສຳພັນທະມິດ ອາເມລິກາ - ສ ເກົາຫຼີ

        ຕາມບັນດານັກຊ່ຽວຊານແລ້ວ, ຖະແຫຼງການ ວໍຊິງຕັນ ແມ່ນໄຊຊະນະອັນໃຫຍ່ຫຼວງ ສຳລັບສຳພັນທະມິດ ອາເມລິກາ - ສ ເກົາຫຼີ, ພິເສດແມ່ນສຳລັບ ສ ເກົາຫຼີ, ດ້ວຍເລື່ອງເປັນຄັ້ງທຳອິດ ເຊີອຸນ ປຶກສາຫາລືກ່ຽວກັບກຳລັງຄວາມສາມາດານາບຂູ່ດ້ານນິວເຄຼຍ ກັບວໍຊິງຕັນ. ຍິ່ງກ່ວາເວລາໃດໝົດ, ໄພນາບຂູ່ຂອງ ພຽງຢ່າງ ຕໍ່ ເຊີອຸນ ນັບມື້ນັບປະກົດຕົວ ແລະ ຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ ສປປ ເກົາຫຼີ ທີ່ໄດ້ປະກອບອາວຸດນິວເຄຼຍໃນໄລຍະເວລານີ້ແມ່ນຈຳເປັນທີ່ສຸດ. ບໍ່ຈຳກັດແຕ່ຢູ່ ແຫຼມເກົາຫຼີ ເທົ່ານັ້ນ, ໄພນາບຂູ່ນີ້ໄດ້ກໍ່ຄວາມວິຕົກວັງວົນໃຫ້ແກ່ອາເມລິກາ ເມື່ອບັນດາລູກສອນໄຟນຳວິຖີຂ້າມທະວິບຂອງ ພຽງຢາງ ອາດສາມາດຍິງເຖິງ ທະວີບ ອາເມລິກາ. ອາທິດກ່ອນ, ການນຳ ສປປ ເກົາຫຼີ Kim Jong un ປະກາດວ່າ ປະເທດນີ້ກະກຽມຍິງດາວທຽມສອດແນມເຂົ້າ ອາວະກາດ ແລະ ພວມເພີ່ມທະວີການທົດລອງລູກສອນໄຟນຳວິຖີ. ໃນຂະນະນັ້ນ, ທີ່ການຢັ່ງຫາງສຽງຢູ່ ສ ເກົາຫຼີ ຫວ່າງມໍ່ໆມານີ້ ໄດ້ສະແດງໃຫ້ເຫັນວ່າ ປະຊາຊົນ ສ ເກົາຫຼີ ເກືອບ 77% ຖືວ່າ: ປະເທດນີ້ຄວນກຳມະສິດອາວຸດນິວເຄຼຍ.

ໄລຍະຜ່ານມາ, ລັດຖະບານ ສ ເກົາຫຼີ ຫຼາຍເທືື່ອໄດ້ສະແດງຄວາມປາດຖະໜາເປັນເຈົ້າການເຂົ້າຮ່ວມແຜນການເພີ່ມທະວີຄວາມສາມາດນາບຂູ່ແບບເປີດກ້ວາງ ນັບແຕ່ຂັ້ນຕອນສ້າງແຜນການສູ້ຮົບຮ່ວມ, ແບ່ງປັນຂໍ້ມູນຂ່າວ ແລະ ການຝຶກອົບຮົມທີ່ກ່ຽວຂ້ອງເຖິງອາວຸດນິວເຄຼຍຂອງ ອາເມລິກາ. ແຕ່ເຖິງຢ່າງໃດກໍ່ຕາມ, ອາເມລິກາ ພຽງແຕ່ສະໜອງໃຫ້ ສ ເກົາຫຼີ ດ້ວຍບັນດາຄຳໝັ້ນສັນຍາລວມໆ ແຕ່ບໍ່ໄດ້ແບ່ງປັນການນຳໃຊ້ອາວຸດນິວເຄຼຍກັບ ສ ເກົາຫຼີ, ພ້ອມທັງຄັດຄ້ານແນວຄິດກ່ຽວກັບເລື່ອງ ສ ເກົາຫຼີ ພັດທະນາອາວຸດນິວເຄຼຍ.

        ເຖິງວ່າ ຕາມແຈ້ງການ, ທັງ ອາເມລິກາ ແລະ ສ ເກົາຫຼີ ຍັງຢຶດໝັ້ນເດີນຕາມການໂອ້ລົມສົນທະນາ ແລະ ການທູດ ກັບ ພຽງຢາງ ຫາກບໍ່ມີເງື່ອນໄຂຕັດສິນຊີ້ຂາດ, ແຕ່ຖະແຫຼງການຮ່ວມ ອາເມລິກາ - ສ ເກົາຫຼີ ຄັ້ງນີ້, ບັນດານັກຊ່ຽວຊານຕີລາຄາວ່າ, ອາດຈະກໍ່ໃຫ້ເກີດບັນດາການຜັນແປທີ່ເຄັ່ງຕຶງໃໝ່, ສົ່ງຜົນກະທົບເຖິງເປົ້າໝາຍລວມ, ນັ້ນແມ່ນຊຸກຍູ້ການປອດນິວເຄຼຍ ໃນແຫຼມ ເກົາຫຼີ ຢ່າງສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ