ຢັ້ງ​ຢືນ​​ທີ່​ຕັ້ງ​ບົດ​ບາດ​ຂອງ ອາ​ຊຽນ ໃນ​ສະ​ພາບ​ການ​ໃໝ່

(VOVWORLD) -ດ້ວຍຫົວຂໍ້ “ອາຊຽນ ຂອບຂະໜາດໃຫຍ່: ຈຸດສຸມຂອງການເຕີບໂຕ”, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ໄຂຂຶ້ນຢ່າງເປັນທາງການຢູ່ເກາະ Labuan Bajo, ປະເທດ ອິນໂດເນເຊຍ - ເຊິ່ງໄດ້ຢັ້ງຢືນຄວາມປາດຖະໜາ ແລະ ຄວາມມານະພະຍາມຂອງບັນດາປະເທດສະມາຊິກສູ້ຊົນ ນຳ ອາຊຽນ ກາຍເປັນພາກພື້ນໃຈກາງ, ເປັນກຳລັງໜູນການເຕີບໂຕດ້ວຍບົດບາດນຳພາໃນຂະບວນວິວັດການຮ່ວມມື ແລະ ຮ່ວມສຳພັນຢູ່ພາກພື້ນ, ພິເສດແມ່ນຕໍ່ໜ້າສະພາບການຜັນແປຢ່າງສັບສົນ, ຄາດຄະເນລ່ວງໜ້າໄດ້ຍາກຂອງສະພາບການໃນພາກພື້ນ ແລະ ທົ່ວໂລກ.

ໃນກອງປະຊຸມ, ນອກຈາກການສຸມໃສ່ແລກປ່ຽນບັນດາບັນຫາພາຍໃນພາກພື້ນແລ້ວ, ການນຳບັນດາປະເທດ ອາຊຽນ ກໍ່ຍັງປຶກສາຫາລືບັນດາບັນຫາທີ່ມີຜົນສະທ້ອນຕໍ່ຍຸກສະໄໝ, ພວມພົ້ນເດັ່ນຂຶ້ນ ແລະ ໄດ້ຮັບຄວາມສົນໃຈໃນປັດຈຸບັນ ບໍ່ວ່າຈະເປັນຂອງພາກພື້ນ ຫຼື ທົ່ວໂລກ, ເຫັນດີເປັນເອກະພາບກ່ຽວກັບການກຳນົດທິດໃນການປະພຶດ ແລະ ບັນດາການປະກອບສ່ວນທີ່ແທດຈິງຂອງ ອາຊຽນ ໃນການຊອກຫາມາດຕະການແກ້ໄຂ. ຜ່ານນັ້ນ, ກໍ່ຢັ້ງຢືນບົດບາດ, ຄວາມໄວ້ວາງໃຈ ແລະ ຄວາມຮັບຜິດຊອບຂອງ ອາຊຽນ ໃນສະພາບການປັດຈຸບັນ.

ຢັ້ງ​ຢືນ​​ທີ່​ຕັ້ງ​ບົດ​ບາດ​ຂອງ ອາ​ຊຽນ ໃນ​ສະ​ພາບ​ການ​ໃໝ່ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ SOM ASEAN ເພື່ອປຶກສາຫາລືກ່ຽວກັບວຽກງານ ກະກຽມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 (ພາບ: asean.org)

        ຕັດສິນໃຈຟື້ນຟູພື້ນຖານເສດຖະກິດຕາມທິດຍືນຍົງກວ່າ

        ກອງປະຊຸມຖືກດຳເນີນໃນສະພາບການເຄື່ອນໄຫວເສດຖະກິດຂອງທົ່ວໂລກ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ບັນດາຜັນແປໃໝ່ຢູ່ບາງພາກພື້ນພວມເຮັດໃຫ້ໂລກມີຄວາມສ່ຽງຕົກເຂົ້າສູ່ວິກິດຢ່າງໜັກໜ່ວງ ກ່ຽວກັບຄວາມໝັ້ນຄົງພະລັງງານ, ການຄ້ຳປະກັນດ້ານສະບຽງອາຫານ, ໄພເງິນເຟີ້ ແລະ ການຊຸດໂຊມຂອງເສດຖະກິດ. ບັນດາປັດໄຈດັ່ງກ່າວໄດ້ສົ່ງຜົນກະທົບຢ່າງແຮງຕໍ່ບັນດາພື້ນຖານເສດຖະກິດ ອາຊຽນ ເຊິ່ງຍັງໄດ້ຖືກຜົນກະທົບຈາກບັນດາປັດໄຈພາຍນອກ. ດັ່ງນັ້ນ, ການຟື້ນຟູ ແລະ ພັດທະນາເສດຖະກິດ ໄດ້ກາຍເປັນຈຸດໃຈກາງຢູ່ກອງປະຊຸມທຸກຂັ້ນຂອງ ອາຊຽນ ແລະ ແມ່ນເປັນຫົວຂໍ້ສຳຄັນຂອງການແລກປ່ຽນ, ປຶກສາຫາລືລະຫວ່າງບັນດາການນຳ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ຢ່າງລຽນຕິດໃນໄລຍະຜ່ານມາ. ແລະ ກໍຢູ່ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງນີ້, ອາຊຽນ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມຮຽກຮ້ອງຕ້ອງສົມທົບກັນເຄື່ອນໄຫວ, ນັບແຕ່ມາດຕະການແກ້ໄຂຂອງແຕ່ລະປະເທດ ຕະຫຼອດຮອດມາດຕະການລວມຂອງພາກພື້ນ.

        ຈຸດໃໝ່ຂອງກອງປະຊຸມຄັ້ງນີ້ແມ່ນ ການສົນທະນາລະຫວ່າງການນຳບັນດາປະເທດກັບ ກຸ່ມ, ວົງການຕ່າງໆ ເຊິ່ງໄດ້ດຳເນີນດ້ວຍຫຼາຍຮູບຫຼາຍແບບກວ່າເກົ່າ.

        ຄາດວ່າ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ ທີ່ກ່ຽວຂ້ອງເຖິງທັງ 3 ເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມຂອງປະຊາຄົມ ອາຊຽນ. ບັນດາເອກະສານດັ່ງກ່າວ ແມ່ນໃກ້ຊິດຕິດແທດກັບບັນດາບຸລິມະສິດ ເຊິ່ງ ອາຊຽນ ໄດ້ວາງອອກໃນປີນີ້, ນັ້ນແມ່ນ ສະຖຽນລະພາບດ້ານການເງິນ, ຄວາມໝັ້ນຄົງດ້ານພະລັງງານ, ຊຸກຍູ້ການຟື້ນຟູ ແລະ ການເຕີບໂຕຢູ່ພາກພື້ນ. ນອກຈາກບັນດາເນື້ອໃນທີ່ນອນໃນໂຄງການດຳເນີນງານແລ້ວ, ກອງປະຊຸມດັ່ງກ່າວກໍຈະປຶກສາຫາລືກ່ຽວກັບການຊຸກຍູ້ວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ ລວມມີ ບັນດາເນື້ອໃນກ່ຽວກັບການຮ່ວມມືດ້ານເສດຖະກິດ, ການເດີນເຮືອ, ການເຊື່ອມຕໍ່, ບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຮັກສາບົດບາດໃຈກາງຂອງ ອາຊຽນ

        ໃນປີປະທານ ອາຊຽນ 2023, ການເຕີບໂຕແມ່ນໜຶ່ງໃນບັນດາເປົ້າໝາຍໂດຍປະທານ ອາຊຽນ ອິນໂດເນເຊຍ ໄດ້ມີຄວາມເອົາໃຈໃສ່ ແລະ ຖືເປັນສຳຄັນ. ອິນໂດເນເຊຍ ຕັດສິນໃຈນຳ ອາຊີຕາເວັນອອກສ່ຽງໃຕ້ກາຍເປັນໃຈກາງການເຕີບໂຕເສດຖະກິດຂອງພາກພື້ນ ແລະ ໃນໂລກ. ໂດຍຮັບຮອງເອົາບັນດາເປົ້າໝາຍບຸລິມະສິດໃນປີ 2023, ອິນໂດເນເຊຍ ໄດ້ນຳພາບັນດາປະເທດສະມາຊິກສືບຕໍ່ປັບປຸງບົດບາດໃຈກາງຂອງ ອາຂຽນ ໃນການຮັບມືກັບສິ່ງທ້າທາຍ, ພ້ອມທັງນຳ ອາຊຽນ ກາຍເປັນຈຸດໃຈກາງຂອງການເຕີບໂຕຢູ່ພາກພື້ນ ແລະ ໃນໂລກ.

        ໃນຕົວຈິງ, ອາຊຽນ ນັບມື້ນັບດຶງດູດຄວາມສົນໃຈຈາກບັນດາຄູ່ຮ່ວມມືພາຍນອກ ຢາກຍົກລະດັບການພົວພັນ ແລະ ເຂົ້າຮ່ວມກົນໄກຕ່າງໆ ໂດຍ ອາຊຽນ ນຳພາ. ທີ່ຕັ້ງບົດບາດຂອງ ອາຊຽນ ຢູ່ພາກພື້ນ ອາຊີ - ປີຊີຟິກ ແລະ ໃນໂລກ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ປັດຈຸບັນ, ອາຊຽນ ໄດ້ຮັບຖືວ່າ ແມ່ນອົງການລະດັບພາກພື້ນທີ່ປະສົບຜົນສຳເລັດອັນດັບທີ 2 ໃນໂລກ, ຖັດຈາກ ສະຫະພາບເອີຣົບ (ອີຢູ). ປັດຈຸບັນ, ມີ 96 ປະເທດຢູ່ນອກ ອາຊຽນ ໄດ້ແຕ່ງຕັ້ງເອກອັກຄະລັດຖະທູດ ປະຈຳ ຄະນະເລຂາ ອາຊຽນ. ອາຊຽນ ມີການພົວພັນຄູ່ຮ່ວມມືກັບ 11 ປະເທດ, ໃນນັ້ນ ມີ 2 ປະເທດແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ 8 ປະເທດ ແມ່ນຄູ່ຮ່ວມມືຍຸດທະສາດ. ບັນດາປະເທດມະຫາອຳນາດຢູ່ພາກພາກພື້ນ ກໍນັບມື້ນັບຖືເປັນສຳຄັນ ແລະ ຕີລາຄາສູງບົດບາດເປັນໃຈກາງຂອງ ອາຊຽນ ແລະ ຖືການຮັດແໜ້ນການພົວພັນກັບ ອາຊຽນ ເປັນໜຶ່ງໃນບັນດາບຸລິມະສິດສຳຄັນໃນຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ. ໄປຄຽງຄູ່ກັນນັ້ນ, ປັດຈຸບັນ ອາຊຽນ ກໍແມ່ນສູນກາງຂອງເຄືອຂ່າຍສັນຍາເສລີຂອງພາກພື້ນ, ສືບຕໍ່ແມ່ນກຳລັງໜູນຕົ້ນຕໍໃນການຊຸກຍູ້ການຮ່ວມມື, ຮ່ວມສຳພັນເສດຖະກິດຂອງພາກພື້ນ ແລະ ອະນຸພາກພື້ນ, ເຊິ່ງຫຼ້າສຸດແມ່ນການລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເດືອນພະຈິກ 2020.

        ໃນສະພາບການນັ້ນ, ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ເນັ້ນໜັກວ່າ ອາຊຽນ ຈະສືບຕໍ່ຮ່ວມມືເພື່ອຮັບປະກັນລັກສະນະດູດດື່ມຂອງ ອາຊຽນ ກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາ. ພິເສດ ແມ່ນໃຫ້ບຸລິມະສິດໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ, ຖືນີ້ ເປັນສິ່ງ “ທີ່ມີຄວາມໝາຍເປັນຕາຍ” ສຳລັບ ອາຊຽນ. ຍ້ອນໄດ້ຊຸກຍູ້ການເຈລະຈາ, ການສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມມານະພະຍາຍາມໃນການສ້າງໂຄງປະກອບພາກພື້ນເປີດ, ໂປ່ງໃສ ແລະ ບົນພື້ນຖານຂອງຂໍ້ກຳນົດກົດໝາຍ, ມຸ່ງໄປເຖິງການສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ພັດທະນາ, ອາຊຽນ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນໄລຍະທາງເກືອບ 56 ປີຜ່ານມາ (1967 – 2023). ອາຊຽນ ນັບມື້ນັບໄດ້ຍົກລະດັບພາບພົດ ແລະ ທີ່ຕັ້ງ ກໍຄື ແຜ່ຂະຫຍາຍບົດບາດ ແລະ ສຽງເວົ້າຂອງຕົນ ຢູ່ທັງລະດັບພາກພື້ນ ແລະ ສາກົນ ຍ້ອນມີວິທີການສຳຜັດທີ່ດຸ່ນດ່ຽງ, ແບບວິທີ ທີ່ເປັນເອກະລັກຂອງ ອາຊຽນ, ໂດຍສະເພາະແມ່ນຄວາມສາມັກຄີ, ການຮັບມືກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງຍຸກສະໄໝຢ່າງມີປະສິດທິຜົນຂອງ ອາຊຽນ./.

ຕອບກັບ

ຂ່າວ/ບົດ​ອື່ນ