ຢັ້ງຢືນບົດບາດຂອງກະສິກຳໃນພື້ນຖານເສດຖະກິດ ຫວຽດນາມ

ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ຄັ້ງ​ທີ 42 ຊຶ່ງ​ພວມ​ດຳ​ເນີນ​ຢູ່ Davos ປະ​ເທດ ສະ​ວິດ, ທີ່​ວາລະ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ປຶ​ກສາ​ຫາລື​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ“ວິ​ໄສ​ທັດ​ໃຫມ່ ​ໃນ​ຂົງ​ເຂດກະສິກຳ” ຖຶກຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ຫວຽດນາມ ​ໄດ້ຮັບ​ການ​ເຊີດ​ຊູ​ແມ່ນ​ແບບຢ່າງ​ດີ​ເດັ່ນ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ກະສິກຳ​ຢູ່​ບັນດາ​ປະ​ເທດ​ພວມ​ພັດທະນາ.​ ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ນີ້ ​ຍ້ອນ​ມີ​ນະ​ໂຍບາຍ​ອັນ​ຖືກຕ້ອງ​ຂອງ​ພັກ, ລັດ​ຫວຽດນາມ​ທີ່​ມີ​ຕໍ່​ກະສິກຳ,​ ຊົນນະບົດ. ​ເນື່ອງ​ໃນ​ໂອກາດ​ນີ້ ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ມີ​ບົດ​ໄຈ້​ແຍກ​ກ່ຽວ​ກັບ​ບັນດາ​ລັດຖະ​ນະໂຍບາຍ​ທີ່​ມີ​ລັກສະນະ​ບຸກທະລຸ​ໃນ​ໄລຍະ​ກວ່າ 25 ປີ ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່​ກໍ​ຄື​ໄລຍະ​ປະຈຸ​ບັນ.

        ພາຍຫລັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ເມື່ອ​ປີ 1986, ກະສິກຳ​ຖືກ​ກຳນົດ​ວ່າ ​ແມ່ນຂະ​ແຫນງ​ເສດຖະກິດ​ຕົ້ນຕໍ, ພັກ ​ແລະ ລັດຖະບານ ຍາມ​ໃດ​ກໍ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ກະສິກຳ ​ແລະ ຊົນນະ​ບົດ ​ແລະ ຖື​ວ່າ ນີ້​ແມ່ນ​ຂົງ​ເຂດ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ທີ່​ມີ​ຕໍ່​ການ​ພັດທະນາ​​ເສດຖະກິດ ສັງຄົມ​ຂອງ​ປະ​ເທດ​ຊາດ.​ ຍ້ອນ​ເຫດ​ນັ້ນ ກະສິກຳ ​ແລະ ຊົນ​ນະ​ບົດ​ຫວຽດນາມ​ ​ໄດ້​ມີ​ບັນດາ​ບາດກ້າວ​ຢ່າງ​ແຂງ​ແຮງ. ການ​ຜະລິດ​ສະບຽງ​ອາຫານ​ໄດ້​      ເ​ພີ່​ມຂຶ້ນ​ທົບ 2.5 ​ເທົ່າ ​ເມື່ອ​ທຽບ​ໃສ່​ປີ 1985. ການ​ລ້ຽງສັດ​​ແມ່ນ​ເພີ່ມ​ຂຶ້ນ​ທົບ 5 ​ເທົ່າ, ສິນ​ໃນນ້ຳ​ເພີ່ມ​ຂຶ້ນທົບ 6 ​ເທົ່າ, ​ເນື້ອ​ທີ່​ປົກ​ຄຸມຂອງ​ປ່າ​ກໍ​ເພີ່ມ​ຂຶ້ນ​ທົບ 3 ​ເທົ່າ. ກະສິກຳ​ບໍ່​ພຽງ​ແຕ່​ຮັບປະກັນ​ການ​ສະຫນອງ​ສະບຽງ​ອາຫານ​​ໃຫ້​ແກ່​ປະຊາຊົນຢ່າງ​ພຽງພໍ​ເທົ່າ​ນັ້ນ  ຫາກ​ຍັງ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ເປັນ​ຈຳ​ຫລວງ​ຫລວງຫລາຍ​ອີກ​ດ້ວຍ. ຈາກ​ສະພາບ​ຂາດ​​ເຂີນ ອຶດຫິວທຸກ​ຍາກ ​ແລະ ວິ​ກິດ​ການ​ດ້ານ​ສະບຽງ​ອາຫານ, ປະຈຸ​ບັນ ຫວຽດນາມ ​ໄດ້​ບືນ​ຕົວຂຶ້ນ ​ແລະ​ກາຍ​ເປັນ​ປະ​ເທດ​ຢືນ​ອັນ​ດັບ​ 2 ຂອງ​ໂລກ​ກ່ຽວ​ກັບ​ການ​ສົ່ງ​ອອກ​ເຂົ້າສານ. ທ່ານ ຮ່ວາງ​ບີ່​ງກວນ, ຫົວຫນ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ 25 ປີຜ່ານມາ, ສະ​ເພາະ​ຂົງ​ເຂດ​ກະສິກຳ, ຂ້າພະ​ເຈົ້າ​ອາດ​ຈະ​ເວົ້າ​ໄດ້​ວ່າ ຫວຽດນາມ ​ໄດ້​ຜ່ານ​ຜ່າ​ທຸກ​ການ​ຜັນ​ແປ ແລະ ​ເມື່ອ​​ເກີດການ​ຜັນ​ແປຍິ່ງ​ເຫັນ​ໄດ້​ບົດບາດຂອງ​ກະສິກຳ. ພິ​ເສດ ​ໃນ​ວິ​ກິດ​ການ​ເສດຖະກິດ​ໂລກ​​ໃນ​ປີ 2008 ຊີ້​ໃຫ້​ເຫັນ​ວ່າ ທ່ີ​ຕັ້ງ​ບົດບາດ​ຂອງ​ກະສິກຳ​ແມ່ນ​ສຳຄັນ​ຍິ່ງ​ໃນ​ວິວັດ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ. ຈາກ​ປະ​ເທດ​ຂາດ​ແຄນ​ສະບຽງອາຫານ, ຂາດ​ແຄນ​ເຄື່ອງນຸ່ງຮົ່​​ມ ມາ​ຮອດ​ປະຈຸ​ບັນ ​ຫວຽດນາມແມ່ນ​ປະ​ເທດ​ມີ​ທີ່​ຕັ້ງ​ບົດບາດ​ໃນ​ເວທີ​ສາກົນ.”

        ຕາມ​ທ່ານ ດັ້ງ​ກີ​ມ​ເຊີນ ຫົວຫນ້າ​ສະ​ຖາ​ບັນນະ​ໂຍບາຍ​ ສັງກັດ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ​ແລ້ວ, ຍ້ອນ​ມີ​ກົນ​ໄກ​ການ​ຕະຫລາດ, ​ພື້ນຖານ​ເສດຖະກິດ​ຫວຽດນາມ​ເວົ້າ​ລວມ, ​ເສດຖະກິດ​ກະສິກຳ​ຊົນນະບົດ​ເວົ້າ​ສະ​ເພາະ​ໄດ້​ມີ​ບາດກ້າວ​ຫັນປ່ຽນ​ຢ່າງ​ສຳຄັນ. ​ໃນ​ສະພາບ​ການ​ໂລກ​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ່​ຍ້ອນ ຫວຽດນາມ​ຍັງ​ຮັກສາລະດັບຫລຸດຜ່ອນຄວາ​ມທຸກ​ຍາກ​ສະ​ເລ່ຍລົງ 2%/ປີ​ ຢ່າງ​ລ່ຽນ​ຕິດ​ໃນ ຫລາຍສິບ​​ປີ, ດັ່ງ​ນັ້ນສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະສັງຄົມຄື​ປະ​ຈຸ​ບັນ  ​ໃນ​ນັ້ນ ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ສວມ​ບົດບາດ​ສຳຄັນ. ກະສິກຳ​​ໄດ້ສ້າງ​ ​ວຽກ​​ເຮັດ​ງານ ​ແລະ ລາຍ​ຮັບ​ໃຫ້​ແກ່​ຊາວ​ກະສິກອນ​ເປັນ​ສ່ວນ​ໃຫຍ່, ພິ​ເສດ ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.

        “ກົນ​ໄກ​ການ​ຕະຫລາດ​ເອງ​ໄດ້​ເປັນ​ການ​ສ້າງ​ກຳລັງ​ຫນູນ​ໃຫ້​ແກ່​ຊາວ​ກະສິກອນ. ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະສິດທິ​ຜົນ ຈຶ່ງ​ເຮັດ​ໃຫ້​ປະຊາຊົນ​ມີ​ສະຕິ​ພ້ອມ​ແລ້ວ​ທີ່​ຈະສຸມ​ກຳລັງ​ເຫື​່ອ​ແຮງ, ພູມ​ປັນຍາ ​ເພື່ອ​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ຢ່າງ​ສູງ​ສຸດ. ບໍ່​ຄ່ອຍ​ມີ​ຢູ່​​ແຫ່ງໃດ​ໃນ​ໂລກທ່ີ​ວ່າ, ສະມັດ​ຕະພາບ​ການ​ຜະລິດເຂົ້າຂອງ​ປະຊາຊົນ​ພັດບັນລຸ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ຕົວ​ເລກ​ຂອງສະ​ຖາ​ບັນ​ຄົ້ນ​ຄ້ວາ​​ແຫ່ງລັດ. ກຸ້ງ, ປາ​ຫນັງ, ກາ​ເຟກໍ​ບັນລຸ​ສະມັດ​ຕະພາບ​ສູງ​ຢູ່​ໃນ​ໂລກ.ຢູ່​ແຫ່ງ​ໃດ ຊາວ​ກະສິກອນ​ເຫັນ​ໄດ້​ວ່າ​ຈະ​ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດ ​ແລະ ປະສິດທິ​ຜົນ, ​ເຮັດ​ໃຫ້​ຊີວິດ​ເປັນ​ປົກກະຕິ, ​ເຂົາ​ເຈົ້າ​ສຸມ​​ໃສ່​ລົງທຶນ​ຢູ່​ບ່ອນ​ນັ້ນ​ຢ່າງ​ວ່ອງ​ໄວ.”

ຢັ້ງຢືນບົດບາດຂອງກະສິກຳໃນພື້ນຖານເສດຖະກິດ ຫວຽດນາມ - ảnh 1

ການສົ່ງອອກເຂົ້າສານຂອງຫວຽດນາມຢືນອັນດັບ 2 ໃນໂລກ

        ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​​ປ່ຽນ​ແປງ​ໃຫມ່​ພື້ນຖານ​ເສດຖະກິດຢ່າງ​ແຂງ​ແຮງ, ​ໃນ​ຂົງ​ເຂດ​ກະສິກຳ, ຍາມ​ໃດ ພັກ, ລັດ ​ກໍ​ກຳນົດ​ທິດ​​ກ່ຽວ​ກັບ​ການ​ພັດທະນາ​ບັນ​ດາ​ເຂດ​ເສດຖະກິດ​ຈຸດ​ສຸມຢ່າງ​ຖືກຕ້ອງ. ​ໂດຍປະຕິບັດ​ແຜນການ​ຫັນປ່ຽນ​ເນື້ອ​ທີ່​ປູກປ່າ ມາສູ່​ການ​ປູກ​ຕົ້ນ​ໄມ້​ອຸດສາຫະກຳ​ທີ​ມີ​ມູນ​ຄ່າ​ສູງ, ບັນດາທ້ອງ​ຖິ່ນ​ໄດ້ດ​ຳ​ເນີນ​ການ​ສຳ​ຫລວດ, ວາງ​ແຜນ​ກຳນົດ, ສ້າງ​ນັບ​ຮ້ອຍໂຄງການ​ເພື່ອ​ຫັນປ່ຽນ​ດິນ​ປູກປ່າ, ປ່າ​ເປົ່າ​ຫວ່າງ​ມາສູ່​ການປູກ​ຕົ້ນ​ໄມ້​ອຸດສາຫະກຳ​ທີ່​ມີ​ມູນ​ຄ່າ​ສູງ, ປະກອບສ່ວນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຄົນ​ງານ​ນັບ​ລ້ານ​ຄົນ, ​ເປັນ​ຕົ້ນ​ແມ່ນ​ຄົນງານ​ຊຶ່ງ​ແມ່ນ​ຊາວ​​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ກັບ​ທີ່.

        ນັບ​ແຕ່​ເມື່ອ​ພັກ​ກອມ​ມູນິດ​ຫວຽດນາມ ວາງ​ອອກ​ມະຕິ​ເລກທີ 26 ກ່ຽວ​ກັບ​ກະສິກຳ, ຊົນນະບົດ ​ແລະ ຊາວ​ກະສິກອນ ​ເມື່ອ​ປີ 2008, ​ໂຄງການ​ສ້າງ​ຮູບ​​ແບບ​ຊົນນະບົດ​ໃຫມ່​​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ປີ 2009 ຢູ່ 11 ຕາ​ແສງທົດ​ລອງ, ທີ່​ຕາງຫນ້າ​ໃຫ້​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ ​ແລະ ​ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ດັ່ງກ່າວ​ໄດ້​ສ້າງ​ສຳ​ເລັດ​ໃນ​ຂັ້ນ​ຕົ້ນ ​ແລະ ບັນລຸ​ໝາກຜົນ​ດີ​ພໍ​ສົມຄວນ. ບົນ​ພື້ນຖານ​ນັ້ນ, ຫວຽດນາມ ​ໄດ້​ສ້າງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສ້າງ​ເຂດ​ຊົນນະບົດ​ໃຫມ່​ໄລຍະ 2010 - 2020, ຕາມ​ນັ້ນ​ແລ້ວ ສູ້​ຊົນ​ຮອດ​ປີ 2015 ທັງ​ປະ​ເທດ​ຈະ​ມີ 20% ຈຳ​ນວນ​ຕາ​ແສງ​ບັນລຸ​ມາດຕະຖານ​ເຂດ​ຊົນນະບົດ​ໃຫມ່. ທ່ານ ດັ້ງ​ກີ​ມ​ເຊີນ, ຫົວຫນ້າ​ສະຖາບັນນະ​ໂຍບາຍ ສັງກັດ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ບົດບາດ​ພິ​ເສດ​ຂອງ​ກະສິກຳ ​ແລະ ​ເສດຖະກິດ​ຊົນນະບົດ​ໃນ 25 ປີຜ່ານມາ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປັດ​​​ໃຈ​ບຸກທະລຸຊຶ່ງ​ພວກ​ເຮົາ​ໄດ້​ຮັບ​ຮູ້. ​ແລະ ປັດ​​​​ໃຈ​ນັ້ນສືບ​ຕໍ່​ໄດ້​ຮັບ​ການ​ຮັບ​ຮູ້​ໃນ​ອະນາຄົດ ​ເພາະວ່າ ຕາມ​ການ​ຄາດ​ຄະ​ເນ​ໃນ​ໄລຍະ 50 ປີ​ຈະ​ມາ​ເຖິງ, ລາຄາ​ຜະລິດ​ຕະພັນ​ກະ​ເສດ​ຢູ່​ໃນ​ໂລກ​ເພີ່ມ​ຂຶ້ນ​ສູງ ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ວິວັດ​ການ​ຂາດ​ແຄນ​ຂອງ​​ເຊື້ອ​​ໄຟ. ສະ​ນັ້ນ ຄວາມ​ສາມາດ​​ໃນການ​ພັດທະນາ​ຂອງ​ກະສິກຳ​ໃນ​ອະນາຄົດ​ແມ່ນ​ຄວາມ​ສາມາ​ດບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.”

        ​ໂດຍ​ເສີມ​ຂະຫຍາຍ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ກວ່າ 25 ປີ ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ກະສິກຳ ຫວຽດນາມ ພວມ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍສຳຄັນຢ່າງ​ແຂງ​ແຮງ, ​ເພື່ອ​ເຮັດ​ໃຫ້​ກະສິກຳ​ພັດທະນາ​ຢ່າງ​ສອດຄ່ອງ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ມີລະດັບ​ຂອບ​ຂະຫນາດ​ໃຫຍ່​ຫລວງ​ກວ່າ​ເກົ່າ. /​.

​​ແອ​ນຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ